07:38 | 30/06/2026

ເມື່ອການຕ່າງປະເທດກາຍເປັນກຳລັງຂັບເຄື່ອນແຫ່ງການພັດທະນາ

ເສີມຂະຫຍາຍບົດບາດສະກັດໜ້າຂອງຊາວໜຸ່ມ ພາຍໃນຍຸກສະໄໝໃໝ່
ເພີ່ມທະວີການຮ່ວມມືດ້ານຍຸຕິທຳ, ແລກປ່ຽນບົດຮຽນການໄກ່ເກ່ຍລະຫວ່າງ ຫວຽດນາມ - ບູນກາລີ

ເມື່ອຕ້ອນຮັບທ່ານ ຮຸ່ງກາວ ຮັກສາການລັດຖະມົນຕີກະຊວງທະຫານເຮືອ ສຫະລັດ ອາເມລິກາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖື ສຫະລັດ ອາເມລິກາ ແມ່ນຄູ່ຮ່ວມມືທີ່ມີຄວາມຄຳສຳຄັນຍຸດທະສາດແຖວໜ້າ, ໃນຂະນະດຽວກັນກໍມີຄວາມມຸ່ງມາດປາດຖະໜາຢາກໃຫ້ສອງຝ່າຍສືບຕໍ່ຜັນຂະຫຍາຍຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງມີປະສິດທິຜົນ, ນຳສາຍພົວພັນສອງປະເທດຂະຫຍາຍຕົວນັບມື້ນັບແທດຕົວຈິງ, ເລິກເຊິ່ງ, ກວ້າງຂວາງ ແລະ ມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນ ຢູ່ພາຍໃນພາກພື້ນ ແລະ ໃນໂລກ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ສະເໜີໃຫ້ ສຫະລັດ ອາເມລິກາ ເປີດກວ້າງບັນດາໂຄງການລ້າງພິດດີໂອຊິນ (dioxin), ການກວດກູ້ລະເບີດບໍ່ທັນແຕກ, ຊ່ວຍເຫຼືອຜູ້ພິການ, ເພີ່ມທະວີການຖ່າຍທອດເຕັກໂນໂລຊີ, ສະໜອງຂໍ້ມູນຂ່າວສານ, ວັດຖຸອະນຸສອນ ເພື່ອຊ່ວຍຊອກຫາ ແລະ ຢັ້ງຢືນຕົວຕົນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ຂອງຫວຽດນາມ.

ຜູ້ນຳໜ້າພັກ, ລັດ ຫວຽດນາມ ເນັ້ນຢ້ຽມວ່າ, ນີ້ບໍ່ພຽງແຕ່ແມ່ນບັນດາກິດຈະກຳການຮ່ວມມືທີ່ມີຄວາມໝາຍສະມະນຸດສະທຳອັນເລິກເຊິ່ງເທົ່ານັ້ນ ແຕ່ຍັງແມ່ນຫຼັກຖານໃຫ້ແກ່ບັນດາຄວາມພະຍາຍາມປິ່ນປົວບາດແຜ, ການໄກ່ເກ່ຍ ແລະ ສ້າງຕັ້ງຄວາມເຊື່ອໝັ້ນລະຫວ່າງສອງປະເທດ.

ທ່ານ ຮຸ່ງກາວ ຮັກສາການລັດຖະມົນຕີ ກໍໄດ້ຢັ້ງຢືນວ່າ ສຫະລັດ ອາເມລິກາ ມີຄວາມມຸ່ງມາດປາດຖະໜາຢາກສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ ບົນບັນດາດ້ານທັງແບບທວິພາຄີ, ພາກພື້ນ ແລະ ທົ່ວໂລກ, ໃນຂະນະດຽວກັນກໍສະແດງຄວາມມຸ່ງມາດປາດຖະໜາສືບຕໍ່ເປີດກວ້າງການຮ່ວມມືພາຍໃນຂົງເຂດຄວາມສະຫງົບທາງທະເລ, ການຍົກສູງສະມັດຖະພາບ, ການຊ່ວຍເຫຼືອມະນຸດສະທຳ, ການຮັບມືກັບໄພພິບັດທຳມະຊາດ ແລະ ບັນດາສິ່ງທ້າທາຍລວມຂອງພາກພື້ນ. ທ່ານ ຮຸ່ງ ກາວ ຖືວ່າ ບັນດາໝາກຜົນທີ່ບັນລຸໄດ້ພາຍໃນການຮ່ວມມືແກ້ໄຂຜົນສະທ້ອນຂອງສົງຄາມ ແມ່ນຫຼັກຖານອັນຈະແຈ້ງໃຫ້ແກ່ຈິດໃຈແຫ່ງການວາງອະດີດໄວ້ເບື້ອງຫຼັງ, ມຸ່ງໄປສູ່ອະນາຄົດ ລະຫວ່າງສອງປະເທດພາຍໃນຫຼາຍທົດສະວັດຜ່ານມາ, ຊ່ວຍປິ່ນປົວ ແລະ ຮັກສາບາດແຜທີ່ສົງຄາມປະໄວ້.

ເມື່ອການຕ່າງປະເທດກາຍເປັນກຳລັງຂັບເຄື່ອນແຫ່ງການພັດທະນາ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບທ່ານ ຮຸ່ງກາວ ຮັກສາການລັດຖະມົນຕີກະຊວງທະຫານເຮືອ ສຫະລັດ ອາເມລິກາ, ວັນທີ 22 ມິຖຸນາ. ພາບ: ທົ້ງເຍິດ/TTXVN

ແຜນງານ ຄູ່ຮ່ວມມືມະຫາສະໝຸດປາຊີຟິກ - ເພື່ອນມິດມະຫາສະໝຸດປາຊີຟິກ 2026 ໄດ້ຮັບການຈັດຕັ້ງຂຶ້ນເມື່ອບໍ່ດົນມານີ້ຢູ່ທີ່ ກວາງຈິ, ເຂດດິນແດນທີ່ເຄີຍແບກຮັບຄວາມເຈັບປວດຫຼວງຫຼາຍຍ້ອນສົງຄາມ. ແຜນງານມີການເຂົ້າຮ່ວມຂອງນາຍ ແລະ ພົນທະຫານ, ຊ່ຽວຊານ ສຫະລັດ ອາເມລິກາ ຫຼາຍຮ້ອຍຄົນ ພ້ອມກັບບັນດາອົງການ, ຫົວໜ່ວຍຂອງ ຫວຽດນາມ. ການຮ່ວມມືພາຍໃນດ້ານສາທາລະນະສຸກ, ການບັນເທົາທຸກມະນຸດສະທຳ, ການປ້ອງກັນ ແລະ ຕ້ານໄພພິບັດທຳມະຊາດ, ການແກ້ໄຂລະເບີດບໍ່ທັນແຕກ ຫຼື ການແລກປ່ຽນກັບຄຸ້ມຊຸມຊົນ ພາຍໃນຂອບເຂດຂອງແຜນງານ ໄດ້ສະແດງໃຫ້ເຫັນວ່າ ການຕ່າງປະເທດໃນທຸກມື້ນີ້ ໄດ້ກ້າວເຂົ້າສູ່ຊີວິດການເປັນຢູ່ຕົວຈິງ, ນຳມາຊຶ່ງຜົນປະໂຫຍດອັນແທ້ຈິງໃຫ້ແກ່ປະຊາຊົນ ແລະ ປະກອບສ່ວນເຊື່ອມຕໍ່ມະນຸດ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ຮັດແໜ້ນຄວາມສາມັກຄີມິດຕະພາບລະຫວ່າງບັນດາປະເທດ.

ຕົວຈິງກໍສະແດງໃຫ້ເຫັນວ່າ, ການຕ່າງປະເທດດ້ານປ້ອງກັນຊາດ ນັບມື້ນັບໄດ້ຮັບການເປີດກວ້າງຕາມທິດທາງແທດຕົວຈິງ ແລະ ມີຄວາມຮັບຜິດຊອບ. ການທີ່ ຫວຽດນາມ ແລະ ການາດາ ຮ່ວມກັນຈັດຕັ້ງຊຸດອົບຮົມ ນາຍທະຫານເສນາທິການ ສຫະປະຊາຊາດ ພາຍຫຼັງຊຸດອົບຮົມໄດ້ຮັບການຢັ້ງຢືນຈາກ ສຫະປະຊາຊາດ ວ່າໄດ້ມາດຕະຖານ, ໄດ້ຈາລຶກບາດກ້າວອັນຄຳສຳຄັນ ພາຍໃນຂະບວນການຫັນເປັນວິຊາຊີບ ແລະ ຫັນເປັນມາດຕະຖານ ວຽກງານການບຳລຸງສ້າງກ່ຽວກັບການຮັກສາສັນຕິພາບ ຢູ່ທີ່ກົມຮັກສາສັນຕິພາບ ຫວຽດນາມ. ຖັດມາແມ່ນການທີ່ ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສໍາມະນາສາກົນ ກ່ຽວກັບແຜນງານການຮ່ວມມືສາມຝ່າຍ ພາຍໃນການຮັກສາສັນຕິພາບ ຮ່ວມກັບ ສຫະປະຊາຊາດ, ອົດສະຕຣາລີ ແລະ ຍີ່ປຸ່ນ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ບໍ່ພຽງແຕ່ເຂົ້າຮ່ວມເທົ່ານັ້ນ ແຕ່ພວມມີການປະກອບສ່ວນນັບມື້ນັບເປັນເຈົ້າການ ເຂົ້າພາຍໃນບັນດາຄວາມພະຍາຍາມຮັກສາສັນຕິພາບສາກົນ.

ນີ້ເອງແມ່ນການສະແດງອອກອັນມີຊີວິດຊີວາ ຂອງພື້ນຖານການຕ່າງປະເທດ ທີ່ພວມຫັນປ່ຽນຈາກການເຂົ້າຮ່ວມ ໄປສູ່ການກຳນົດຮູບຮ່າງ ແລະ ຮ່ວມກັນສ້າງຕັ້ງ.

ຖ້າຫາກຄືດັ່ງກ່ອນນີ້, ການຕ່າງປະເທດສ່ວນໃຫຍ່ແມ່ນໄດ້ຮັບການຮັບຮູ້ວ່າ ແມ່ນໜຶ່ງພາຍໃນບັນດາເຄື່ອງມືຮັບໃຊ້ໃຫ້ແກ່ການຮັກສາສະພາບແວດລ້ອມສັນຕິພາບໃຫ້ໝັ້ນຄົງ, ຍາດແຍ່ງແຫຼ່ງທຶນຈາກພາຍນອກ ເພື່ອພັດທະນາປະເທດຊາດ, ໃດ໋ໃນທຸກມື້ນີ້, ພາຍໃນສະພາບການແຂ່ງຂັນຍຸດທະສາດລະຫວ່າງບັນດາປະເທດມະຫາອຳນາດ, ບັນດາການຜັນແປຢ່າງເລິກເຊິ່ງຂອງເສດຖະກິດໂລກ ແລະ ການຂະຫຍາຍຕົວຢ່າງແຂງແຮງຂອງວິທະຍາສາດ - ເຕັກໂນໂລຊີ, ການຕ່າງປະເທດໄດ້ຮັບການວາງເຂົ້າພາຍໃນຕຳແໜ່ງຄັ້ງໃໝ່ ພາຍໃນພາບລວມຍຸດທະສາດການພັດທະນາປະເທດຊາດ.

ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໄດ້ກຳນົດຢ່າງຈະແຈ້ງວ່າ ການຕ່າງປະເທດແມ່ນໜ້າທີ່ “ສຳຄັນຍິ່ງ, ເປັນປະຈຳ”, ຄຽງຂ້າງກັບວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ປະກອບສ່ວນຮັກສາເອກະລາດ, ອະທິປະໄຕ, ຄວາມເປັນເອກະພາບ, ຜືນແຜ່ນດິນອັນຄົບຖ້ວນໃຫ້ໝັ້ນຄົງ, ໃນຂະນະດຽວກັນກໍສ້າງຕັ້ງສະພາບແວດລ້ອມສາກົນທີ່ອຳນວຍຄວາມສະດວກທີ່ສຸດ ໃຫ້ແກ່ການພັດທະນາປະເທດຊາດ. ຈຸດໃໝ່ນີ້ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງການຂະຫຍາຍຕົວພາຍໃນຈິນຕະນາການທິດສະດີເທົ່ານັ້ນ ແຕ່ຍັງສະທ້ອນໃຫ້ເຫັນຂໍ້ກຳນົດຕົວຈິງ ຂອງປະເທດຊາດທີ່ພວມກ້າວເຂົ້າສູ່ໄລຍະການພັດທະນາຄັ້ງໃໝ່ ດ້ວຍຄວາມມຸ່ງມາດປາດຖະໜາກາຍເປັນປະເທດທີ່ພັດທະນາ, ມີລາຍຮັບສູງ ພາຍໃນປີ 2045.

ສິ່ງທີ່ຄຳສຳຄັນກວ່າ, ການຕ່າງປະເທດບໍ່ໄດ້ຢຸດຢູ່ທີ່ການເປີດກວ້າງສາຍພົວພັນ ຫຼື ຍາດແຍ່ງແຫຼ່ງທຶນຈາກພາຍນອກ, ແຕ່ມຸ່ງໄປເຖິງຄາດໝາຍທີ່ສູງກວ່າ ແມ່ນການສ້າງຕັ້ງບັນດາເງື່ອນໄຂ, ບັນດາໂອກາດ ແລະ ບັນດາກຳລັງຂັບເຄື່ອນໃໝ່ໂດຍກົງ ໃຫ້ແກ່ການຂະຫຍາຍຕົວຂອງຊາດ. ໝາຍຄວາມວ່າ, ແຕ່ລະກິດຈະກຳການຕ່າງປະເທດຕ້ອງມຸ່ງໄປເຖິງການຍົກສູງສະມັດຖະພາບການແຂ່ງຂັນ, ສະມັດຖະພາບການເຊື່ອມໂຍງ, ສະມັດຖະພາບການປ່ຽນແປງໃໝ່ຢ່າງສ້າງສັນ ແລະ ທີ່ຕັ້ງຂອງປະເທດຊາດ ພາຍໃນຕ່ອງໂສ້ຄຸນຄ່າທົ່ວໂລກ.

ແລະ ຈິດໃຈດັ່ງກ່າວ ພວມໄດ້ຮັບການຫັນເປັນຮູບປະທຳ ດ້ວຍບັນດາກິດຈະກຳການຕ່າງປະເທດອັນຮອບດ້ານ, ທີ່ເປັນເອກະພາບ ບົນທຸກເສົາຄ້ຳຕົ້ນຕໍ.

ເມື່ອການຕ່າງປະເທດກາຍເປັນກຳລັງຂັບເຄື່ອນແຫ່ງການພັດທະນາ
ບັນດາຜູ້ແທນຖ່າຍພາບອະນຸສອນຮ່ວມກັນ ຢູ່ທີ່ພິທີແຜນງານ ຄູ່ຮ່ວມມືມະຫາສະໝຸດປາຊີຟິກ - ເພື່ອນມິດມະຫາສະໝຸດປາຊີຟິກ ປະຈຳປີ 2026. ພາບ: ຕ໋າຈວຽນ/TTXVN

ນັບຕັ້ງແຕ່ບັນດາການໂທລະສັບທາງໄກ, ການພົບປະຂັ້ນສູງ ກັບການນຳ, ເຈົ້າໜ້າທີ່ຂັ້ນສູງຂອງ ສຫະລັດ ອາເມລິກາ, ການາດາ, ນິວຊີແລນ ແລະ ອິນເດຍ ຕະຫຼອດຮອດບັນດາກິດຈະກຳຢູ່ທີ່ ອົງການສະຫະປະຊາຊາດ; ນັບຕັ້ງແຕ່ການທີ່ ຫວຽດນາມ ສືບຕໍ່ສະໜັບສະໜູນບັນດາຄວາມພະຍາຍາມຊອກຫາວິທີການແກ້ໄຂອັນຍາວນານ, ຍືນຍົງ ໃຫ້ແກ່ຂະບວນການສັນຕິພາບ ຕາເວັນອອກກາງ ບົນພື້ນຖານວິທີການແກ້ໄຂ ສອງລັດ ຕໍ່ກັບບັນຫາ ປາແລັດສະຕິນ, ໄປຈົນຮອດການເພີ່ມທະວີການຮ່ວມມືກັບ UNICEF ກ່ຽວກັບການປົກປ້ອງເດັກນ້ອຍ, ການສຶກສາ ແລະ ການພັດທະນາແຫຼ່ງທຶນມະນຸດ, ທັງໝົດຕ່າງກໍມຸ່ງໄປເຖິງຄາດໝາຍລວມແມ່ນ ເປີດກວ້າງເນື້ອທີ່ແຫ່ງການພັດທະນາ, ຍົກສູງທີ່ຕັ້ງ ແລະ ສ້າງແຫຼ່ງທຶນຕື່ມອີກໃຫ້ແກ່ປະເທດຊາດ.

ຢູ່ພາຍໃນນັ້ນ, ຜົນປະໂຫຍດຂອງຊາດ - ຂອງປະຊາຊົນ ຍາມໃດກໍແມ່ນຫຼັກການອັນສູງສຸດ, ໃນຂະນະດຽວກັນ ຫວຽດນາມ ກໍໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມຮັບຜິດຊອບ ຂອງສະມາຊິກຜູ້ຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ກັບຄຸ້ມຊຸມຊົນສາກົນ. ນັ້ນແມ່ນການສົມທົບກັນຢ່າງກົມກຽວ ລະຫວ່າງກຳລັງແຮງຂອງຊາດ ກັບກຳລັງແຮງແຫ່ງຍຸກສະໄໝ; ລະຫວ່າງຜົນປະໂຫຍດຂອງປະເທດຊາດ ກັບບັນດາຄຸນຄ່າລວມຂອງມະນຸດສະທຳ; ລະຫວ່າງການຢຶດໝັ້ນຫຼັກການ ກັບຄວາມຢືດຢຸ່ນພາຍໃນຮູບການຜັນຂະຫຍາຍ.

ການຕ່າງປະເທດໃນທຸກມື້ນີ້ ກໍບໍ່ແມ່ນໜ້າທີ່ສະເພາະ, ວຽກງານສະເພາະຂອງຂະແໜງການຕ່າງປະເທດເທົ່ານັ້ນ. ການເພີ່ມທະວີກົນໄກການສົມທົບກັນລະຫວ່າງ ການຕ່າງປະເທດ, ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ໄດ້ສ້າງໃຫ້ມີກຳລັງແຮງສັງລວມພາຍໃນການປົກປັກຮັກສາປະເທດຊາດຕັ້ງແຕ່ຫົວທີ, ຈາກໄລຍະໄກ. ການສົມທົບກັນຢ່າງສະໜິດແໜ້ນລະຫວ່າງສາມເສົາຄ້ຳ ໄດ້ຊ່ວຍແກ້ໄຂບັນດາບັນຫາຄວາມສະຫງົບແບບດັ້ງເດີມ ແລະ ແບບບໍ່ດັ້ງເດີມຢ່າງມີປະສິດທິຜົນ, ຍົກສູງສະມັດຖະພາບການຄາດຄະເນ, ການເປັນເສນາທິການຍຸດທະສາດ ແລະ ການຮັບມືກັບບັນດາການຜັນແປຢ່າງວ່ອງໄວຂອງສະພາບການພາກພື້ນ ແລະ ໂລກ.

ຄູ່ຂະໜານໄປກັບສິ່ງດັ່ງກ່າວ, ການຕ່າງປະເທດຂອງທ້ອງຖິ່ນ ກໍນັບມື້ນັບກາຍເປັນຂໍ້ຕໍ່ອັນຄຳສຳຄັນພາຍໃນພາບລວມຂອງພື້ນຖານການຕ່າງປະເທດອັນຮອບດ້ານ, ທັນສະໄໝ. ຫຼວງຫຼາຍທ້ອງຖິ່ນໄດ້ເປັນເຈົ້າການເປີດກວ້າງການຮ່ວມມືສາກົນ, ສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວ, ເຊື່ອມຕໍ່ວິສາຫະກິດ ແລະ ດຶງດູດແຫຼ່ງທຶນແຫ່ງການພັດທະນາ. ສິ່ງນັ້ນສະແດງໃຫ້ເຫັນວ່າ ການຕ່າງປະເທດໄດ້ແຜ່ຂະຫຍາຍໄປຮອດແຕ່ລະຂັ້ນ, ແຕ່ລະຂະແໜງການ, ແຕ່ລະທ້ອງຖິ່ນຢ່າງແທ້ຈິງ, ກາຍເປັນກຳລັງຂັບເຄື່ອນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ນັບຕັ້ງແຕ່ຂັ້ນຮາກຖານ.

ນີ້ເອງແມ່ນການຫັນເປັນຮູບປະທຳ ຕໍ່ກັບທັດສະນະອັນທະລຸຜ່ານຂອງພັກ ກ່ຽວກັບການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ ບົນພື້ນຖານເອກະລາດ, ເປັນເຈົ້າຕົນເອງ ຄວບຄູ່ໄປກັບການເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງສາກົນຢ່າງເລິກເຊິ່ງ, ກວ້າງຂວາງ, ຮອບດ້ານ ແລະ ມີປະສິດທິຜົນ. ແລະ ນັ້ນກໍແມ່ນເຫດຜົນທີ່ສະແດງໃຫ້ເຫັນວ່າ ເປັນຫຍັງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈຶ່ງໄດ້ເນັ້ນຢ້ຽມເຖິງຂໍ້ກຳນົດ ຕ້ອງຫັນປ່ຽນການຕ່າງປະເທດ ຫວຽດນາມ ພາຍໃນໄລຍະໃໝ່ "ຈາກສະພາວະການຕ່າງປະເທດປົກປັກຮັກສາເນື້ອທີ່ແຫ່ງການພັດທະນາ ໄປສູ່ການຕ່າງປະເທດສ້າງຕັ້ງສະມັດຖະພາບການຂະຫຍາຍຕົວຂອງຊາດ; ຈາກການເຊື່ອມໂຍງຕະຫຼາດ ໄປສູ່ການສ້າງຕັ້ງຕະຫຼາດ; ຈາກການເຂົ້າຮ່ວມກະຕິກາ ໄປສູ່ການມີສ່ວນຮ່ວມກຳນົດຮູບຮ່າງກະຕິກາ".

Saint Petersburg ມຸ່ງມາດປາດຖະໜາຢາກຂະຫຍາຍການຮ່ວມມືດ້ານນິຕິກຳ, ການສຶກສາ ແລະ ການແລກປ່ຽນປະຊາຊົນ ກັບ ຫວຽດນາມ Saint Petersburg ມຸ່ງມາດປາດຖະໜາຢາກຂະຫຍາຍການຮ່ວມມືດ້ານນິຕິກຳ, ການສຶກສາ ແລະ ການແລກປ່ຽນປະຊາຊົນ ກັບ ຫວຽດນາມ

ຍສໝ - ວັນທີ 26 ມິຖຸນາ, ພາຍໃນຂອບເຂດການເດີນທາງໄປເຄື່ອນໄຫວວຽກງານເຂົ້າຮ່ວມເວທີປາໄສນິຕິກຳສາກົນ Saint Petersburg ຄັ້ງທີ XIV, ທ່ານ ຫວາງແທັງຕຸ່ງ ລັດຖະມົນຕີກະຊວງຍຸຕິທຳ ໄດ້ເຮັດວຽກຮ່ວມກັບການນຳຄະນະພົວພັນຕ່າງປະເທດ Saint Petersburg ແລະ ຕາງໜ້າອົງການກົດໝາຍຂອງນະຄອນ. ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການຮ່ວມມືອັນແທ້ຈິງລະຫວ່າງ Saint Petersburg ກັບບັນດາທ້ອງຖິ່ນ, ອົງການ, ຈັດຕັ້ງຂອງ ຫວຽດນາມ, ...

ເຊີດຊູມໍລະດົກ ປະທານ ໂຮ່ຈີມິນ ຢູ່ທີ່ ຝຣັ່ງ ເຊີດຊູມໍລະດົກ ປະທານ ໂຮ່ຈີມິນ ຢູ່ທີ່ ຝຣັ່ງ

ຍສໝ - ວັນທີ 27 ມິຖຸນາ, ຢູ່ທີ່ນະຄອນ Montreuil (ຝຣັ່ງ), ເຂດປູຊະນີຍະສະຖານ ປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດ ໄດ້ສົມທົບກັບ ສະຖານທູດ ຫວຽດນາມ ແລະ ສູນວັດທະນະທຳ ຫວຽດນາມ ປະຈຳ ຝຣັ່ງ ຈັດລະດັບກິດຈະກຳວັດທະນະທຳ - ວິທະຍາສາດ ແນໃສ່ເຊີດຊູມໍລະດົກ ຂອງປະທານ ...

Link: https://huunghivietlao.thoidai.com.vn/detail-article-22258.html

In bài biết