20:32 | 29/06/2026

ນຳ ດານັງ ກາຍເປັນຈຸດໝາຍປາຍທາງອັນດຶງດູດຂອງບັນດາເຫດການຮູບເງົາສາກົນ

ເສີມຂະຫຍາຍບົດບາດສະກັດໜ້າຂອງຊາວໜຸ່ມ ພາຍໃນຍຸກສະໄໝໃໝ່
ເພີ່ມທະວີການຮ່ວມມືດ້ານຍຸຕິທຳ, ແລກປ່ຽນບົດຮຽນການໄກ່ເກ່ຍລະຫວ່າງ ຫວຽດນາມ - ບູນກາລີ

ກ່າວຄຳເຫັນຊີ້ນຳຢູ່ທີ່ພິທີໄຂ DANAFF IV, ສະຫາຍ ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ ຟ້າມທິແທັງຈ່າ ໄດ້ເນັ້ນຢ້ຽມວ່າ, ຈາກຄວາມມຸ່ງມາດປາດຖະໜາຢາກເຊື່ອມຕໍ່ວົງການຮູບເງົາ ຫວຽດນາມ ກັບອາຊີ ແລະ ໂລກ, ພາຍໃນໄລຍະເວລາອັນສັ້ນ, ງານມະໂຫລານຮູບເງົາໄດ້ຮັບການຢັ້ງຢືນຊື່ສຽງເທື່ອລະກ້າວ, ກາຍເປັນຂົວຕໍ່ລະຫວ່າງຮູບເງົາ ຫວຽດນາມ ກັບພາກພື້ນ, ປະກອບສ່ວນຍົກສູງທີ່ຕັ້ງຂອງວົງການຮູບເງົາປະເທດເຮົາ ພາຍໃນຂະບວນການເຊື່ອມໂຍງສາກົນ.

ນີ້ກໍແມ່ນຫຼັກຖານອັນມີຊີວິດຊີວາ ໃຫ້ແກ່ແນວທາງອັນສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ: ຖືວັດທະນະທຳທັງແມ່ນຮາກຖານທາງດ້ານຈິດໃຈຂອງສັງຄົມ, ທັງແມ່ນແຫຼ່ງທຶນພາຍໃນ, ກຳລັງແຮງອ່ອນ ແລະ ກຳລັງຂັບເຄື່ອນການພັດທະນາຢ່າງຍືນຍົງ. ພາຍໃນນັ້ນ, ຮູບເງົາບໍ່ພຽງແຕ່ແມ່ນຮູບການສິລະປະປະເພດໜຶ່ງເທົ່ານັ້ນ, ແຕ່ຍັງແມ່ນຂະແໜງອຸດສາຫະກຳວັດທະນະທຳທີ່ຮັ່ງມີໄປດ້ວຍທ່າແຮງ, ປະກອບສ່ວນໂຄສະນາພາບພົດປະເທດຊາດ, ຄົນ ຫວຽດນາມ ແລະ ສ້າງກຳລັງຂັບເຄື່ອນໃໝ່ຕື່ມອີກ ໃຫ້ແກ່ການພັດທະນາປະເທດຊາດພາຍໃນຍຸກສະໄໝໃໝ່.

ທ່ານນາງ ຮອງນາຍົກລັດຖະມົນຕີ ຟ້າມທິແທັງຈ່າ ໄດ້ຕີລາຄາສູງຕໍ່ຄວາມຈິດໃຈອຸທິດຕົນ), ຄວາມສ້າງສັນ ແລະ ຈິດໃຈຮັບຜິດຊອບ ຂອງສະມາຄົມສົ່ງເສີມການພັດທະນາຮູບເງົາ ຫວຽດນາມ, ນະຄອນ ດານັງ ພ້ອມກັບຄຸ້ມຊຸມຊົນບັນດານັກສິລະປິນ, ນັກຜະລິດຮູບເງົາ ທີ່ໄດ້ສ້າງຕັ້ງງານມະໂຫລານຮູບເງົາອາຊີ ດານັງ ໃຫ້ກາຍເປັນເນື້ອທີ່ແຫ່ງການເຊື່ອມຕໍ່ຄວາມສ້າງສັນ, ບຳລຸງລ້ຽງພອນສະຫວັນຮຸ່ນໜຸ່ມ ແລະ ຊຸກຍູ້ການຮ່ວມມືດ້ານຮູບເງົາພາຍໃນພາກພື້ນ.

ນຳ ດານັງ ກາຍເປັນຈຸດໝາຍປາຍທາງອັນດຶງດູດຂອງບັນດາເຫດການຮູບເງົາສາກົນ
ສະຫາຍ ເລຂາທິການສູນກາງພັກ, ຮອງนายກລັດຖະມົນຕີ ຟ້າມທິແທັງຈ່າ ກ່າວຄຳເຫັນຊີ້ນຳຢູ່ທີ່ພິທີໄຂ DANAFF IV - ພາບ: VGP/ຍິ້ດແອງ

ເພື່ອໃຫ້ວົງການຮູບເງົາກາຍເປັນຂະແໜງອຸດສາຫະກຳວັດທະນະທຳປາຍແຫຼມຢ່າງແທ້ຈິງ ແລະ ງານມະໂຫລານຮູບເງົາອາຊີ ດານັງ ຈະສືບຕໍ່ກ້າວໄກຂຶ້ນຕື່ມພາຍໃນບັນດາປີຕໍ່ໜ້າ, ທ່ານນາງ ຮອງນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ສົມທົບຮ່ວມກັບຄະນະກຳມະການປະຊາຊົນນະຄອນ ດານັງ, ບັນດາກະຊວງ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ສືບຕໍ່ເປັນເສນາທິການປັບປຸງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນ, ປົດປ່ອຍແຫຼ່ງທຶນ, ສ້າງສະພາບແວດລ້ອມທີ່ອຳນວຍຄວາມສະດວກ ເພື່ອໃຫ້ວົງການຮູບເງົາຂະຫຍາຍຕົວດ້ວຍພອນສະຫວັນ, ຄວາມສ້າງສັນ, ເຕັກໂນໂລຊີ ແລະ ການເຊື່ອມໂຍງ.

ສືບຕໍ່ຍົກລະດັບຂອງງານມະໂຫລານຮູບເງົາ, ພັດທະນາລະບົບນິເວດຮູບເງົາທີ່ສະໜິດແໜ້ນກັບວັດທະນະທຳ, ການທ່ອງທ່ຽວ ແລະ ອຸດສາຫະກຳສ້າງສັນ, ນຳ ດານັງ ກາຍເປັນຈຸດໝາຍປາຍທາງອັນດຶງດູດ, ມີຊື່ສຽງ ແລະ ຍີ່ຫໍ້ພາຍໃນພາກພື້ນ, ທັງເປັນສະຖານທີ່ເຕົ້າໂຮມທີ່ເປັນມິດທີ່ສຸດ ຂອງບັນດານັກຜະລິດຮູບເງົາ ແລະ ບັນດາເຫດການຮູບເງົາສາກົນ.

ຄຽງຂ້າງນັ້ນ, ຈຳເປັນຕ້ອງປຸກລະດົມຢ່າງແຂງແຮງຕໍ່ຄວາມມຸ່ງມາດປາດຖະໜາສ້າງສັນ ຂອງຖັນແຖວນັກສິລະປິນ ເພື່ອໃຫ້ມີຫຼວງຫຼາຍຜົນງານທີ່ຮັ່ງມີໄປດ້ວຍຄຸນຄ່າແນວຄິດ, ສິລະປະ ແລະ ເອກະລັກ ຫວຽດນາມ, ພຽງພໍຂີດຄວາມສາມາດພິຊິດມວນຊົນທັງພາຍໃນ ແລະ ສາກົນ; ສ້າງຕັ້ງຄຸ້ມຊຸມຊົນຜູ້ຊົມທີ່ສີວິໄລ, ຮັກຮູບເງົາ, ມີສະຕິເຄົາລົບສິດຊັບສິນທາງປັນຍາ, ລິຂະສິດ ແລະ ຮ່ວມເດີນທາງກັບການຂະຫຍາຍຕົວຢ່າງຍືນຍົງ ຂອງວົງການຮູບເງົາ ຫວຽດນາມ.

ທ່ານນາງ ຮອງນາຍົກລັດຖະມົນຕີ ຟ້າມທິແທັງຈ່າ ຢັ້ງຢືນວ່າ ລັດຖະບານຈະສືບຕໍ່ຮ່ວມເດີນທາງ, ສ້າງສະພາບແວດລ້ອມທີ່ອຳນວຍຄວາມສະດວກ ເພື່ອໃຫ້ຮູບເງົາ ຫວຽດນາມ ຂະຫຍາຍຕົວ; ເພື່ອໃຫ້ແຕ່ລະຄວາມຄິດລິເລີ່ມສ້າງສັນມີໂອກາດໄດ້ປະກົດຜົນເປັນຈິງ, ແຕ່ລະຜົນງານທີ່ມີຄຸນຄ່າໄດ້ຮັບການແຜ່ຂະຫຍາຍ ແລະ ແຕ່ລະພອນສະຫວັນໄດ້ຮັບການຄົ້ນພົບ, ບຳລຸງສ້າງ ແລະ ເສີມຂະຫຍາຍ.

"ຈາກ ດານັງ ມື້ນີ້ ຈະສືບຕໍ່ແຜ່ຂະຫຍາຍບັນດາເລື່ອງລາວອັນຈົບງາມຂອງຮູບເງົາອາຊີ; ແລະ ຈາກງານມະໂຫລານຮູບເງົາອາຊີ ດານັງ ຈະສືບຕໍ່ເຊື່ອມຕໍ່ບັນດາຄຸນຄ່າວັດທະນະທຳ, ບຳລຸງລ້ຽງຄວາມສ້າງສັນ ແລະ ຈຸດປະກາຍຄວາມເຊື່ອໝັ້ນເຂົ້າພາຍໃນກຳລັງແຮງຂອງຮູບເງົາ ພາຍໃນການນຳພາມະນຸດໃຫ້ຫຍັບເຂົ້າໃກ້ກັນກວ່າເກົ່າ, ໂຄສະນາພາບພົດຄົນ ແລະ ວັດທະນະທຳ ຫວຽດນາມ ທີ່ຍາມໃດກໍເປັນມິດ, ສະໜິດສະໜົມກັບເພື່ອນມິດສາກົນ", ທ່ານນາງ ຮອງນາຍົກລັດຖະມົນຕີ ສະແດງຄວາມເຊື່ອໝັ້ນ.

ກ່າວຄຳເຫັນທີ່ເຫດການ, ຕາງໜ້າການນຳຄະນະກຳມະການປະຊາຊົນນະຄອນ ດານັງ, ທ່ານນາງ ຫງວຽນທິແອງທິ ຮອງປະທານຄະນະກຳມະການປະຊາຊົນນະຄອນ ດານັງ ຢັ້ງຢືນວ່າ ງານມະໂຫລານຮູບເງົາອາຊີ ດານັງ ບໍ່ພຽງແຕ່ແມ່ນເຫດການຮູບເງົາເທົ່ານັ້ນ, ແຕ່ຍັງມີຄວາມໝາຍຍຸດທະສາດ ພາຍໃນຂະບວນການສ້າງຕັ້ງຍີ່ຫໍ້ວັດທະນະທຳ ຂອງນະຄອນ. ດ້ວຍການຈັດຕັ້ງຄັ້ງທີ IV ນີ້, DANAFF ຍັງຄົງແບກຫາບພາຍໃນຕົນເອງ ເຖິງຄວາມມຸ່ງມາດປາດຖະໜາສ້າງຕັ້ງເນື້ອທີ່ຮູບເງົາສາກົນ, ສະຖານທີ່ທີ່ບັນດານັກຜະລິດຮູບເງົາ, ນັກສິລະປິນ, ຊ່ຽວຊານ, ນັກຄຸ້ມຄອງ, ນັກຜະລິດ, ນັກຈຳໜ່າຍ, ວົງການຄົ້ນຄວ້າ, ວິຈານຮູບເງົາ ແລະ ມວນຊົນຜູ້ຮັກຮູບເງົາ ໄດ້ຮ່ວມພົບປະ, ແບ່ງປັນ, ຮ່ວມມື, ສ້າງບັນດາຄຸນຄ່າເສດຖະກິດ ແລະ ແຜ່ຂະຫຍາຍບັນດາຄຸນຄ່າສະມະນຸດສະທຳ.

ກ່າວຄຳເຫັນໄຂງານມະໂຫລານ, ທ່ານນາງ ປອ. ໂງຟືອງລານ, ປະທານສະມາຄົມສົ່ງເສີມການພັດທະນາຮູບເງົາ ຫວຽດນາມ ຖືວ່າ ສິ່ງທີ່ມີຄຸນຄ່າທີ່ສຸດທີ່ຮູບເງົານຳມາໃຫ້ ບໍ່ແມ່ນບັນດາລາງວັນ ແຕ່ແມ່ນການເຊື່ອມຕໍ່ລະຫວ່າງມະນຸດກັບມະນຸດ, ລະຫວ່າງບັນດາພື້ນຖານວັດທະນະທຳ, ລະຫວ່າງບັນດາປະເທດ ແລະ ເຂດແຄ້ນ ທີ່ຄິດວ່າຢູ່ຫ່າງໄກກັນຫຼາຍ.

ພາຍຫຼັງການຈັດຕັ້ງມາໄດ້ 3 ລະດູການ, DANAFF IV ສືບຕໍ່ຢັ້ງຢືນບົດບາດເປັນຈຸດນັດພົບເຊື່ອມຕໍ່ບັນດາພື້ນຖານຮູບເງົາ, ນັກສິລະປິນ ແລະ ຜູ້ຊົມພາຍໃນພາກພື້ນ. ຈາກ ດານັງ, ງານມະໂຫລານຮູບເງົາ ມຸ່ງໄປເຖິງການແຜ່ຂະຫຍາຍບັນດາຄຸນຄ່າສ້າງສັນ, ສະມະນຸດສະທຳ ແລະ ເອກະລັກຂອງຮູບເງົາອາຊີ ມາຍັງມວນຊົນສາກົນ.

DANAFF IV ໄດ້ຮັບການກຳນົດຮູບຮ່າງບົນສີ່ເສົາຄ້ຳຕົ້ນຕໍຄື: ຈາລຶກຄຸນງາມຄວາມດີ ບັນດາຜົນງານຮູບເງົາໃໝ່ອັນດີເລີດ ຂອງຮູບເງົາອາຊີ ແລະ ຫວຽດນາມ; ເຊີດຊູມໍລະດົກຮູບເງົາ; ຄົ້ນພົບ, ບຳລຸງສ້າງ, ເຝິກອົບຮົມ ແລະ ຊ່ວຍເຫຼືອ ບັນດາພອນສະຫວັນຮູບເງົາຮຸ່ນໜຸ່ມພາຍໃນພາກພື້ນ; ເຊື່ອມຕໍ່, ເປີດກວ້າງຕະຫຼາດຮູບເງົາ ຫວຽດນາມ ອອກສູ່ພາກພື້ນ ແລະ ໂລກ.

ນຳ ດານັງ ກາຍເປັນຈຸດໝາຍປາຍທາງອັນດຶງດູດຂອງບັນດາເຫດການຮູບເງົາສາກົນ
ເຂົ້າຮ່ວມພິທີໄຂ DANAFF IV ມີບັນດານັກສິລະປິນ, ນັກຜະລິດຮູບເງົາ, ຊ່ຽວຊານຮູບເງົາທັງພາຍໃນ ແລະ ສາກົນ - ພາບ: VGP/ຍິ້ດແອງ

ດຳເນີນໄປນັບຕັ້ງແຕ່ວັນທີ 28 ມິຖຸນາ ຫາວັນທີ 4 ກໍລະກົດ, DANAFF IV ສາມາດດຶງດູດຮູບເງົາອາຊີ 13 ເລື່ອງ ແລະ ຮູບເງົາ ຫວຽດນາມ 11 ເລື່ອງ ເຂົ້າຮ່ວມການປະກວດ. ຄຽງຂ້າງນັ້ນ, ແຜນງານ "ພາບລວມຮູບເງົາອາຊີ" ຍັງຄົງສືບຕໍ່ແນະນຳ 21 ຜົນງານອັນໂດດເດັ່ນ ແລະ ບັນດາສຽງເວົ້າໃໝ່ຂອງວົງການຮູບເງົາພາຍໃນພາກພື້ນ ແລະ ແຜນງານ "ຮູບເງົາ ຫວຽດນາມ ມື້ນີ້" ແນະນຳ 26 ຜົນງານ ທີ່ຂຶ້ນກັບຫຼວງຫຼາຍປະເພດ (ຮູບເງົາເລື່ອງ, ຮູບເງົາເອກະສານ, ຮູບເງົາສັ້ນ ແລະ ກາຕູນ), ນຳມາຊຶ່ງມຸມມອງອັນຫຼາກຫຼາຍກ່ຽວກັບຊີວິດການເປັນຢູ່ແຫ່ງການສ້າງສັນ ແລະ ບັນດາທິດທາງການເຂົ້າເຖິງທີ່ແຕກຕ່າງກັນ ຂອງວົງການຮູບເງົາ ຫວຽດນາມ ຮ່ວມສະໄໝ.

ຈຸດເດັ່ນອັນໂດດເດັ່ນ ຢູ່ພາຍໃນງານມະໂຫລານຄັ້ງນີ້ ແມ່ນມີຫຼວງຫຼາຍຜົນງານຂອງບັນດາວົງການຮູບເງົາອາຊີ ໄດ້ຄັດເລືອກເອົາ DANAFF ເປັນສະຖານທີ່ແນະນຳ ແລະ ສາຍຮູບເງົາຜົນງານໃໝ່ເປັນຄັ້ງທຳອິດ ມາຍັງມວນຊົນ, ວົງການວິຊາສະເພາະ ແລະ ເຄືອຂ່າຍຮູບເງົາພາຍໃນພາກພື້ນ.

ນອກຈາກນັ້ນ, ພາຍໃນຂອບເຂດງານມະໂຫລານ ຍັງມີການຈັດຕັ້ງ 3 ກອງປະຊຸມສໍາມະນາສາກົນ ປິ່ນອ້ອມບັນດາບັນຫາອັນໂດດເດັ່ນຂອງຮູບເງົາຮ່ວມສະໄໝ, ສ້າງເນື້ອທີ່ແຫ່ງການແລກປ່ຽນ ລະຫວ່າງ ບັນດານັກຄຸ້ມຄອງ, ຊ່ຽວຊານ, ນັກວິຊາການ ແລະ ນັກຜະລິດຮູບເງົາທັງພາຍໃນ ແລະ ສາກົນ ແນໃສ່ຊອກຫາບັນດາຂໍ້ຄິດສະກິດໃຈ ໃຫ້ແກ່ການຂະຫຍາຍຕົວຂອງວົງການຮູບເງົາ ຫວຽດນາມ ພາຍໃນໄລຍະໃໝ່.

Saint Petersburg ມຸ່ງມາດປາດຖະໜາຢາກຂະຫຍາຍການຮ່ວມມືດ້ານນິຕິກຳ, ການສຶກສາ ແລະ ການແລກປ່ຽນປະຊາຊົນ ກັບ ຫວຽດນາມ Saint Petersburg ມຸ່ງມາດປາດຖະໜາຢາກຂະຫຍາຍການຮ່ວມມືດ້ານນິຕິກຳ, ການສຶກສາ ແລະ ການແລກປ່ຽນປະຊາຊົນ ກັບ ຫວຽດນາມ

ຍສໝ - ວັນທີ 26 ມິຖຸນາ, ພາຍໃນຂອບເຂດການເດີນທາງໄປເຄື່ອນໄຫວວຽກງານເຂົ້າຮ່ວມເວທີປາໄສນິຕິກຳສາກົນ Saint Petersburg ຄັ້ງທີ XIV, ທ່ານ ຫວາງແທັງຕຸ່ງ ລັດຖະມົນຕີກະຊວງຍຸຕິທຳ ໄດ້ເຮັດວຽກຮ່ວມກັບການນຳຄະນະພົວພັນຕ່າງປະເທດ Saint Petersburg ແລະ ຕາງໜ້າອົງການກົດໝາຍຂອງນະຄອນ. ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການຮ່ວມມືອັນແທ້ຈິງລະຫວ່າງ Saint Petersburg ກັບບັນດາທ້ອງຖິ່ນ, ອົງການ, ຈັດຕັ້ງຂອງ ຫວຽດນາມ, ...

ເຊີດຊູມໍລະດົກ ປະທານ ໂຮ່ຈີມິນ ຢູ່ທີ່ ຝຣັ່ງ ເຊີດຊູມໍລະດົກ ປະທານ ໂຮ່ຈີມິນ ຢູ່ທີ່ ຝຣັ່ງ

ຍສໝ - ວັນທີ 27 ມິຖຸນາ, ຢູ່ທີ່ນະຄອນ Montreuil (ຝຣັ່ງ), ເຂດປູຊະນີຍະສະຖານ ປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດ ໄດ້ສົມທົບກັບ ສະຖານທູດ ຫວຽດນາມ ແລະ ສູນວັດທະນະທຳ ຫວຽດນາມ ປະຈຳ ຝຣັ່ງ ຈັດລະດັບກິດຈະກຳວັດທະນະທຳ - ວິທະຍາສາດ ແນໃສ່ເຊີດຊູມໍລະດົກ ຂອງປະທານ ...

Link: https://huunghivietlao.thoidai.com.vn/detail-article-22257.html

In bài biết