ກອງປະຊຸມໃຫຍ່ຄະນະຊາວໜຸ່ມທົ່ວປະເທດ ຄັ້ງທີ XIII:
ປະກອບຄວາມສາມາດຊ່ວຍໃຫ້ຄົນລຸ້ນໜຸ່ມມີຄວາມໝັ້ນໃຈປັບຕົວເຂົ້າກັບຄວາມຜັນແປຂອງຍຸກສະໄໝ
| ເກິ່ນເທີ ແລະ ອິນເດຍ ຊຸກຍູ້ການຮ່ວມມືຢ່າງແທ້ຈິງ ພາຍໃດບັນດາຂົງເຂດທີ່ມີທ່າແຮງ | |
| ຫວຽດນາມ ປະກອບສ່ວນເຂົ້າພາຍໃດວິວັດທະນາການກຳນົດທິດທາງຍຸດທະສາດການຮ່ວມມືຮັກສາສັນຕິພາບ |
![]() |
| ບັນດາຜູ້ແທນເຂົ້າຮ່ວມວາລະໄຂກອງປະຊຸມຢ່າງສະຫງ່າຜ່າເຜີຍ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ຄັ້ງທີ XIII, ອາຍຸການ 2026 - 2031. ພາບ: ມິງດຶກ/TTXVN |
ບັນດາບົດຮຽນປະສົບການຕົວຈິງ ຂອງອົງການຈັດຕັ້ງຄະນະຊາວໜຸ່ມທ້ອງຖິ່ນ ທີ່ນຳມາສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ຄັ້ງທີ XIII ໃນຕອນເຊົ້າວັນທີ 25 ມິຖຸນາ ລ້ວນແຕ່ຢັ້ງຢືນວ່າມີພຽງແຕ່ຕອນປ່ຽນແປງໃໝ່ເນື້ອໃນ, ວິທີການເຄື່ອນໄຫວ, ເສີມຂະຫຍາຍບົດບາດສະກັດໜ້າຂອງຊາວໜຸ່ມພາຍໃດການຫັນເປັນດີຈີຕອນ, ວິທະຍາສາດເຕັກໂນໂລຊີ, ການສຶກສາອຸດົມການ ແລະ ອາສາສະໝັກເພື່ອຊຸມຊົນ ເທົ່ານັ້ນ, ອົງການຈັດຕັ້ງຄະນະຊາວໜຸ່ມຈຶ່ງຈະຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການແຫ່ງການພັດທະນາພາຍໃດຍຸກສະໄໝໃໝ່.
ນຳການສຶກສາອຸດົມການເຂົ້າໃກ້ກັບຊາວໜຸ່ມດ້ວຍເຕັກໂນໂລຊີດີຈີຕອນ
ກ່າວຄຳເຫັນຄຳປາໄສພາຍໃດຫົວຂໍ້ “ເສີມຂະຫຍາຍບົດບາດຂອງຄະນະຊາວໜຸ່ມພາຍໃດການສຶກສາອຸດົມການປະຕິວັດ, ຄຸນສົມບັດ, ແບບແຜນການດຳລົງຊີວິດວັດທະນະທຳໃຫ້ແກ່ສະມາຊິກຊາວໜຸ່ມ, ຊາວໜຸ່ມພາຍໃດຍຸກສະໄໝໃໝ່”, ທ່ານເລຂາຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ຫງວຽນຕຽນຮຶງ ເຫັນວ່າ, ພາຍໃດສະພາບການທີ່ເຕັກໂນໂລຊີ, ປັນຍາປະດິດ ແລະ ການຫັນເປັນດີຈີຕອນ ພວມເຮັດໃຫ້ທຸກໆດ້ານຂອງຊີວິດສັງຄົມມີການປ່ຽນແປງຢ່າງເລິກເຊິ່ງນັ້ນ, ການສຶກສາອຸດົມການປະຕິວັດ, ຄຸນສົມບັດ, ແບບແຜນການດຳລົງຊີວິດວັດທະນະທຳໃຫ້ແກ່ຄົນລຸ້ນໜຸ່ມ ແມ່ນມີຄວາມໝາຍຍຸດທະສາດຕໍ່ກັບພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ.
ໂດຍອ້າງອີງຈາກບົດຂຽນ “ຊາວໜຸ່ມກັບອະນາຄົດຂອງປະເທດຊາດ” ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ, ທ່ານເລຂາຄະນະຊาวໜຸ່ມນະຄອນ ຮ່າໂນ້ຍ ເນັ້ນຢ້ຳວ່າ, ຄວາມຮັກຊາດພາຍໃດຍຸກສະໄໝໃໝ່ ບໍ່ພຽງແຕ່ສະແດງອອກດ້ວຍຄວາມຮູ້ສຶກ ເທົ່ານັ້ນ ແຕ່ຍັງສະແດງອອກດ້ວຍສະຕິປັນຍາ, ຄວາມສາມາດພາຍໃດການເຄື່ອນໄຫວ, ຈິດໃຈແຫ່ງການພິຊິດວິທະຍາສາດ - ເຕັກໂນໂລຊີ ແລະ ເຈດຈຳນົງພາຍໃດການເປັນເຈົ້າອະນາຄົດຂອງປະເທດຊາດ. ຕາມນັ້ນແລ້ວ, ອຸດົມການປະຕິວັດຂອງຊາວໜຸ່ມໃນປັດຈຸບັນ ແມ່ນຕິດພັນກັບຄວາມກ້າຫານ, ຄວາມສາມາດພາຍໃດການສ້າງສາ, ຄວາມມຸ່ງມາດປາດຖະໜາເປັນເຈົ້າຕົນເອງທາງດ້ານເຕັກໂນໂລຊີ ແລະ ຄວາມມຸ່ງມາດປາດຖະໜາພາຍໃດການສ້າງສາປະເທດຫວຽດນາມ ໃຫ້ຮັ່ງມີເຂັ້ມແຂງ, ສະຫງ່າຜ່າເຜີຍ.
ຕາມທ່ານເລຂາຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ແລ້ວ, ພາຍໃດໄລຍະຜ່ານມາ, ອົງການຈັດຕັ້ງຄະນະຊາວໜຸ່ມໄດ້ກ້າວໄປເທື່ອລະຂັ້ນພາຍໃດການປ່ຽນແປງໃໝ່ເນື້ອໃນ, ວິທີການເຄື່ອນໄຫວ, ນຳເອົາອຸດົມການປະຕິວັດຕິດພັນກັບບັນດາການເຄື່ອນໄຫວອັນລະອຽດຂອງຊາວໜຸ່ມ. ນັບຕັ້ງແຕ່ການເຂົ້າຮ່ວມການສ້າງສາສາຍສົ່ງໄຟຟ້າ 500 kV, ການແກ້ໄຂຜົນສະທ້ອນຈາກໄພທຳມະຊາດ, ພາຍຸອຸທົກກະໄພ, ການຜັນຂະຫຍາຍບັນດາໜ່ວຍກອງຮ້ອຍ "ລົບລ້າງຄວາມບໍ່ຮູ້ໜັງສືດີຈີຕອນ", ການຫັນເປັນດີຈີຕອນຊຸມຊົນ ໄປຮອດບັນດາບັ້ນເຄື່ອນໄຫວສື່ສານເທິງຂົງເຂດເຄືອຂ່າຍອອນລາຍ ແມ່ນໄດ້ສະແດງໃຫ້ເຫັນວ່າຍາມໃດອຸດົມການໄດ້ຮັບການກຳນົດໄວ້ພາຍໃດກະແສຟອງຂອງຍຸກສະໄໝ, ຊາວໜຸ່ມແມ່ນຍາມໃດກໍພ້ອມແລ້ວທີ່ຈະອຸທິດສ່ວນ.
![]() |
| ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ກ່າວປາໄສຊີ້ນຳ. ພາບ: ທົ້ງຍຶດ/TTXVN |
ຈາກພຶດຕິກຳຕົວຈິງນັ້ນ, ຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ໄດ້ສຸມໃສ່ຜັນຂະຫຍາຍສອງກຸ່ມໜ້າທີ່ຈຸດສຸມ.
ພາຍໃດຂົງເຂດການສຶກສາການເມືອງ, ແນວຄິດ, ຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ໄດ້ສ້າງຕັ້ງເຄືອຂ່າຍກໍາແໜ້ນ, ກຳນົດທິດທາງແນວຄິດຈາກຮາກຖານ ຜ່ານໜ່ວຍຊີ້ນຳວຽກງານ 35, ສະໂມສອນທິດສະດີໜຸ່ມ ແລະ ບັນດາໜ່ວຍກໍາແໜ້ນຫາງສຽງສັງຄົມ ຢູ່ພາຍໃດ 191 ຮາກຖານຄະນະຊາວໜຸ່ມຂຶ້ນກັບໂດຍກົງ; ຜັນຂະຫຍາຍງານແແຂ່ງຂັນນິພົນການເມືອງປົກປ້ອງຮາກຖານແນວຄິດຂອງພັກ, ສະເພາະປີ 2026 ແມ່ນດຶງດູດບົດເຂົ້າຮ່ວມແຂ່ງຂັນຫຼາຍກວ່າ 140.000 ບົດ. ໃນຂະນະດຽວກັນ, ຄະນະຊາວໜຸ່ມນະຄອນ ກໍຜັນຂະຫຍາຍບັນດາການຂົນຂວາຍ “ສ້າງສາຄຸນຄ່າແບບຢ່າງຊາວໜຸ່ມນະຄອນຫຼວງຍຸກສະໄໝໃໝ່”, “ແຕ່ລະວັນໜຶ່ງຂ່າວດີ, ແຕ່ລະສັບປະດາໜຶ່ງເລື່ອງລາວອັນຈົບງາມ”; ສ້າງຕັ້ງ 579 ໜ້າເພຈຊຸມຊົນ ເທິງຂົງເຂດເຄືອຂ່າຍອອນລາຍ ໂດຍມີສະມາຊິກຫຼາຍກວ່າ 1 ລ້ານຄົນ ທີ່ເປັນພະນັກງານ, ລັດຖະກອນ, ສະມາຊິກຊາວໜຸ່ມ ແລະ ປະຊາຊົນ.
ພາຍໃດພຶດຕິກຳຕົວຈິງ, ອຸດົມການ, ຄຸນສົມບັດ ແລະ ແບບແຜນການດຳລົງຊີວິດຂອງສະມາຊິກຊາວໜຸ່ມ, ຊາວໜຸ່ມ ແມ່ນໄດ້ຮັບການເພີ່ມພູນຄູນສ້າງ ຜ່ານບັນດາຂະບວນການອາສາສະໝັກ ແລະ ໂຄງການຊາວໜຸ່ມ. ສອງໂຄງການຊາວໜຸ່ມດີເດັ່ນທົ່ວປະເທດ ປີ 2024 ແລະ 2025 ແມ່ນ “ຫັນເປັນລະຫັດ 310 ທີ່ຢູ່ແຫ່ງປະຫວັດສາດ” ແລະ “ຟື້ນຟູຮູບພາບນັກຮົບເສຍສະຫຼະຊີວິດເພື່ອຊາດ 1.000 ຮູບ” ແມ່ນໄດ້ປະຍຸກໃຊ້ເຕັກໂນໂລຊີຄວາມເປັນຈິງສະເໝືອນຈິງ ແລະ chatbot AI ເພື່ອນຳເອົາປະຫວັດສາດເຂົ້າໃກ້ກັບຄົນລຸ້ນໜຸ່ມກວ່າເກົ່າ, ປະກອບສ່ວນຍົກສູງປະສິດທິຜົນການສຶກສາມູນເຊື້ອ. ຄຽງຄູ່ກັນນັ້ນ, ຊາວໜຸ່ມນະຄອນຫຼວງ ຍັງໄດ້ສ້າງຕັ້ງ 300 ໜ່ວຍກອງຮ້ອຍ "ລົບລ້າງຄວາມບໍ່ຮູ້ໜັງສືດີຈີຕອນ", 126 ໜ່ວຍກອງຮ້ອຍອາສາສະໝັກໜູນຊ່ວຍອຳນາດການປົກຄອງສອງຂັ້ນ ແລະ ອາສາສະໝັກຈຳນວນ 8.800 ສະຫາຍ ເພື່ອຮັບໃຊ້ເຫດການ A80.
ຕາມທ່ານເລຂາຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ແລ້ວ, ຄຽງຄູ່ກັບບັນດາໂອກາດ, ຊາວໜຸ່ມກໍພວມປະເຊີນໜ້າກັບຫຼາຍສິ່ງທ້າທາຍຈາກສະພາບແວດລ້ອມດີຈີຕອນ, ສະພາບການຂໍ້ມູນແທ້ - ປອມ ປົນເປກັນ, ບັນດາທ່າອ່ຽງທີ່ຫຼຸດມາດຕະຖານ ແລະ ບັນດາຜົນສະທ້ອນໃນແງ່ລົບຈາກເຄືອຂ່າຍສັງຄົມ. ສິ່ງດັ່ງກ່າວ ຮຽກຮ້ອງໃຫ້ອົງການຈັດຕັ້ງຄະນະຊາວໜຸ່ມຕ້ອງກາຍເປັນເພື່ອນຮ່ວມເດີນທາງຂອງຊາວໜຸ່ມຢ່າງແທ້ຈິງ.
ພາຍໃດໄລຍະຕໍ່ໜ້າ, ຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ຈະສຸມໃສ່ຜັນຂະຫຍາຍສາມກຸ່ມວິທີການແກ້ໄຂ: ຫັນປ່ຽນຢ່າງແຂງແຮງຈາກຮູບແບບການສຶກສາຖ່າຍທອດທາງດຽວ ມາເປັນການສຶກສາຜ່ານການທົດລອງ, ເພີ່ມທະວີການປະຍຸກໃຊ້ເຕັກໂນໂລຊີ ແລະ ຂົງເຂດການພົວພັນດີຈີຕອນ ເພື່ອຍົກສູງປະສິດທິຜົນການສຶກສາທິດສະດີ, ປະຫວັດສາດ; ປ່ຽນແປງໃໝ່ຮູບແບບການສື່ສານຕາມທິດທາງໃກ້ຊິດຕິດແທດກັບໄວໜຸ່ມ, ນຳໃຊ້ບັນດາຮູບແບບ ເຊັ່ນ: podcast, ວິດີໂອສັ້ນ, infographic ແລະ ເສີມຂະຫຍາຍບົດບາດຂອງຕົວຊາວໜຸ່ມເອງ ພາຍໃດການແຜ່ຂະຫຍາຍບັນດາເລື່ອງລາວທີ່ສ້າງແຮງບັນດານໃຈ; ສືບຕໍ່ສ້າງສະພາບແວດລ້ອມ ເພື່ອໃຫ້ຊາວໜຸ່ມເສີມຂະຫຍາຍຄວາມຊ່ຽວຊານ, ປັນຍາ, ເຂົ້າຮ່ວມການແກ້ໄຂບັນດາບັນຫາຂອງຊຸມຊົນ, ຈາກນັ້ນ ກໍປຸກລະດົມຄວາມມຸ່ງມາດປາດຖະໜາໃນການອຸທິດສ່ວນ ແລະ ຄວາມຮັບຜິດຊອບຕໍ່ກັບນະຄອນຫຼວງ, ປະເທດຊາດ.
![]() |
| ສະຫາຍ ບຸຍກວາງຮຸຍ, ກຳມະການສູນກາງພັກ, ເລຂາທິການຜູ້ທີໜຶ່ງ ຄະນະບໍລິຫານງານສູນກາງຄະນະຊາວໜຸ່ມ ຄັ້ງທີ XII ກ່າວສູນທອນພົດໄຂກອງປະຊຸມໃຫຍ່. ພາບ: ມິງດຶກ/TTXVN |
ທ່ານເລຂາຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ເນັ້ນຢ້ຳວ່າ, ການສຶກສາອຸດົມການປະຕິວັດ, ຄຸນສົມບັດ ແລະ ແບບແຜນການດຳລົງຊີວິດໃຫ້ແກ່ຊາວໜຸ່ມໃນປັດຈຸບັນ ບໍ່ພຽງແຕ່ແມ່ນການສືບທອດມູນເຊື້ອ ເທົ່ານັ້ນ ແຕ່ຍັງແມ່ນວິວັດທະນາການປະກອບຄວາມສາມາດເປັນເຈົ້າຕົນເອງ, ຊ່ວຍໃຫ້ຄົນລຸ້ນໜຸ່ມມີຄວາມກ້າຫານຢ່າງພຽງພໍ, ມີຄວາມໝັ້ນໃຈ, ເປັນເຈົ້າການປັບຕົວເຂົ້າກັບຄວາມຜັນແປຕ່າງໆຂອງຍຸກສະໄໝ ແລະ ປະກອບສ່ວນສ້າງສາປະເທດຊາດໃຫ້ພັດທະນາ.
ສ້າງສາຖັນແຖວຊາວໜຸ່ມເປັນເຈົ້າເຕັກໂນໂລຊີ, ປ່ຽນແປງໃໝ່ຢ່າງປະດິດສ້າງ
ທ່ານເລຂາຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໂງມິງຫາຍ ໃຫ້ຮູ້ວ່າ, ມະຕິສະບັບເລກທີ 57-NQ/TW ຂອງກົມການເມືອງ ກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ຢ່າງປະດິດສ້າງ ແລະ ການຫັນເປັນດີຈີຕອນແຫ່ງຊາດ ແມ່ນໄດ້ເປີດສາກໄລຍະແຫ່ງການພັດທະນາໃໝ່ຂອງປະເທດຊາດ, ນຳເອົາວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ຢ່າງປະດິດສ້າງ ແລະ ການຫັນເປັນດີຈີຕອນ ເຂົ້າສູ່ຕຳແໜ່ງໃຈກາງຂອງຍຸດທະສາດການພັດທະນາປະເທດຊາດ. ສຳລັບໄວໜຸ່ມ, ເປັນພິເສດແມ່ນຊາວໜຸ່ມນະຄອນ ໂຮ່ຈີມິນ ແລ້ວ, ນີ້ບໍ່ພຽງແຕ່ແມ່ນໂອກາດ ເທົ່ານັ້ນ ແຕ່ຍັງແມ່ນພາລະກຳ ແລະ ຄວາມຮັບຜິດຊອບ, ຍ້ອນວ່າຊາວໜຸ່ມແມ່ນກຳລັງທີ່ມີຄວາມສາມາດຮ່ຳຮຽນ, ປັບຕົວໄດ້ຢ່າງວ່ອງໄວກັບເຕັກໂນໂລຊີໃໝ່, ເປັນເຈົ້າກຳການຂອງການປ່ຽນແປງໃໝ່ຢ່າງປະດິດສ້າງ ແລະ ແມ່ນແຫຼ່ງຊັບພະຍາກອນມະນຸດໂດຍກົງເຂົ້າຮ່ວມການສ້າງສາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ ແລະ ພົນລະເມືອງດີຈີຕອນ.
ຄະນະປະຈຳຄະນະຊາວໜຸ່ມນະຄອນ ກຳນົດວ່າການສ້າງສາຖັນແຖວຊາວໜຸ່ມດີຈີຕອນ, ສ້າງຈິນຕະນາການເປັນເຈົ້າເຕັກໂນໂລຊີ ແລະ ປ່ຽນແປງໃໝ່ຢ່າງປະດິດສ້າງ ແມ່ນໜ້າທີ່ພື້ນຖານ. ຜ່ານບັນດາເວທີປາໄສຊາວໜຸ່ມ, ກອງປະຊຸມວິທະຍາສາດສະເພາະ, ການດຳເນີນຊີວິດຂອງໜ່ວຍຄະນະຊາວໜຸ່ມ, ການຝຶກອົບຮົມ ແລະ ລະບົບສື່ສານດີຈີຕອນ, ຄະນະຊາວໜຸ່ມແຕ່ລະຂັ້ນໄດ້ກຳນົດທິດທາງໃຫ້ແກ່ສະມາຊິກຊາວໜຸ່ມ ແລະ ຊາວໜຸ່ມເທື່ອລະກ້າວ ຫັນປ່ຽນຈາກຈິນຕະນາການເຂົ້າເຖິງເຕັກໂນໂລຊີ ມາເປັນຈິນຕະນາການເປັນເຈົ້າເຕັກໂນໂລຊີ, ປະຍຸກໃຊ້ເຕັກໂນໂລຊີ ເພື່ອແກ້ໄຂບັນດາບັນຫາຕົວຈິງ.
ເພື່ອຜັນຂະຫຍາຍມະຕິ 57, ຄະນະຊາວໜຸ່ມນະຄອນ ໄດ້ປະສານງານກັບບັນດາທ້ອງຖິ່ນ ສ້າງຕັ້ງບັນດາໜ່ວຍກອງຮ້ອຍ "ລົບລ້າງຄວາມບໍ່ຮູ້ໜັງສືດີຈີຕອນ", "ໜ່ວຍເຕັກໂນໂລຊີດີຈີຕອນຊຸມຊົນ", ແນະນຳປະຊາຊົນກ່ຽວກັບທັກສະດີຈີຕອນພື້ນຖານ ແລະ ການນຳໃຊ້ບໍລິການພາກລັດອອນລາຍ. ໃນຂະນະດຽວກັນ, ກໍຜັນຂະຫຍາຍໜ່ວຍກອງຮ້ອຍຊາວໜຸ່ມອາສາສະໝັກ "ລະດູຮ້ອນດີຈີຕອນ", ປະກອບສ່ວນນຳການຫັນເປັນດີຈີຕອນເຂົ້າໃກ້ກັບປະຊາຊົນກວ່າເກົ່າ, ສ້າງສາພົນລະເມືອງດີຈີຕອນ ແລະ ຍົກສູງຄວາມສາມາດດີຈີຕອນພາຍໃດຊຸມຊົນ.
ມາຮອດປັດຈຸບັນ, ຄະນະຊາວໜຸ່ມນະຄອນ ໄດ້ສ້າງຕັ້ງ 489 ໜ່ວຍກອງຮ້ອຍ "ລະດູຮ້ອນດີຈີຕອນ" ໂດຍມີສະມາຊິກຊາວໜຸ່ມ, ຊາວໜຸ່ມ ແລະ ນັກສຶກສາ ເຂົ້າຮ່ວມຈຳນວນ 13.600 ສະຫາຍ, ປະຕິບັດ 7 ກຸ່ມໜ້າທີ່, ລວມມີ: ແຜ່ຂະຫຍາຍທັກສະດີຈີຕອນໃຫ້ແກ່ປະຊາຊົນ; ໜູນຊ່ວຍການນຳໃຊ້ບໍລິການພາກລັດອອນລາຍ; ໜູນຊ່ວຍສະມາຊິກພັກປະຕິບັດຂັ້ນຕອນການບໍລິຫານດີຈີຕອນ; ສື່ສານຍົກສູງຄວາມຮັບຮູ້ກ່ຽວກັບການຫັນເປັນດີຈີຕອນ; ໜູນຊ່ວຍຄົວເຮືອນດຳເນີນທຸລະກິດ, ພໍ່ຄ້າຊາວຂາຍຍ່ອຍຫັນເປັນດີຈີຕອນ; ໜູນຊ່ວຍການປະຍຸກໃຊ້ປັນຍາປະດິດ (AI); ໜູນຊ່ວຍການກວດແກ້, ຫັນເອກະສານເປັນດີຈີຕອນ ແລະ ເຮັດໃຫ້ຂໍ້ມູນສະອາດ.
![]() |
| ຄະນະບໍລິຫານງານສູນກາງຄະນະຊາວໜຸ່ມ ຄັ້ງທີ XIII, ອາຍຸການ 2026 - 2031 ເປີດຕົວຕໍ່ກອງປະຊຸມໃຫຍ່. ພາບ: ມິງດຶກ/TTXVN |
ຄຽງຄູ່ກັນນັ້ນ, ຄະນະຊາວໜຸ່ມນະຄອນ ຍັງໄດ້ຮັກສາເຄືອຂ່າຍຮ່ວມສຳພັນກັບບັນດາສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ວິສາຫະກິດ; ເສີມຂະຫຍາຍຢ່າງມີປະສິດທິຜົນ ຕໍ່ກັບການເຄື່ອນໄຫວຂອງສະໂມສອນບັນດານັກວິທະຍາສາດໜຸ່ມ ນະຄອນໂຮ່ຈີມິນ; ຈັດຕັ້ງເວທີການປະມູນທາງດ້ານວິຊາການ ແລະ ການເຄື່ອນໄຫວໜູນຊ່ວຍການຄົ້ນຄວ້າວິທະຍາສາດຢ່າງຫຼວງຫຼາຍ ເຊັ່ນ: ເທສະການໄວໜຸ່ມປະດິດສ້າງ, ງານແຂ່ງຂັນເຕັກໂນໂລຊີຂໍ້ມູນຂ່າວສານຊາວໜຸ່ມ, ງານແຂ່ງຂັນທ້າທາຍປັນຍາປະດິດ (AI Challenge), ລາງວັນນັກສຶກສາຄົ້ນຄວ້າວິທະຍາສາດ Euréka, ງານແຂ່ງຂັນ Startup Wheel, ລາງວັນໄວໜຸ່ມ Startup Award, ກອງທຶນໜູນຊ່ວຍຊາວໜຸ່ມເລີ່ມຕົ້ນທຸລະກິດ ຄຽງຄູ່ກັບບັນດາສູນບົ່ມເພາະທຸລະກິດເລີ່ມຕົ້ນ, ສູນບົ່ມເພາະວິທະຍາສາດ - ເຕັກໂນໂລຊີ.
ຈາກພຶດຕິກຳຕົວຈິງພາຍໃດການຜັນຂະຫຍາຍ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ສະເໜີໃຫ້ ພັກ, ລັດ ສືບຕໍ່ມອບໝາຍໜ້າທີ່ ເພື່ອໃຫ້ຊາວໜຸ່ມໄດ້ເຂົ້າຮ່ວມຫຼາຍຂຶ້ນພາຍໃດບັນດາຂົງເຂດທີ່ຍາກ, ສ້າງເງື່ອນໄຂໃຫ້ອົງການຈັດຕັ້ງຄະນະຊາວໜຸ່ມເສີມຂະຫຍາຍບົດບາດຂົນຂວາຍຊາວໜຸ່ມເຂົ້າຮ່ວມບັນດາຮູບແບບ, ວິທີການແກ້ໄຂແບບບຸກທະລຸ ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ຢ່າງປະດິດສ້າງ ແລະ ການຫັນເປັນດີຈີຕອນແຫ່ງຊາດ. ໃນຂະນະດຽວກັນ, ກໍສະເໜີໃຫ້ບັນດາກະຊວງ, ຂະແໜງການ ສືບຕໍ່ປັບປຸງກົນໄກ, ນະໂຍບາຍຄົ້ນພົບ, ບຳລຸງສ້າງ, ດຶງດູດ, ນຳໃຊ້ຜູ້ມີພອນສະຫວັນໜຸ່ມ; ສ້າງເງື່ອນໄຂໃຫ້ຊາວໜຸ່ມເຂົ້າຮ່ວມຢ່າງເລິກເຊິ່ງກວ່າເກົ່າພາຍໃດການຄົ້ນຄວ້າວິທະຍາສາດ, ການຫັນເປັນດີຈີຕອນ ແລະ ແກ້ໄຂບັນດາໂຈດການພັດທະນາຂອງປະເທດຊາດ.
ທ່ານເລຂາຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ຢັ້ງຢືນວ່າ, ໄວໜຸ່ມຂອງນະຄອນ ຈະສືບຕໍ່ຮ່ຳຮຽນ, ຄົ້ນຄວ້າ, ປະດິດສ້າງ, ເປັນເຈົ້າການທາງດ້ານວິທະຍາສາດ, ເຕັກໂນໂລຊີ; ຕັ້ງໜ້າເຂົ້າຮ່ວມການສ້າງສາອຳນາດການປົກຄອງດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ; ປະກອບສ່ວນສ້າງແຫຼ່ງຊັບພະຍາກອນມະນຸດໜຸ່ມທີ່ມີຄຸນນະພາບສູງ, ຫັນຄວາມມຸ່ງມາດປາດຖະໜາໃນການສ້າງສາປະເທດຫວຽດນາມ ໃຫ້ຮັ່ງມີເຂັ້ມແຂງ, ສີວິໄລ, ມີຄວາມສຸກ ໃຫ້ປະກົດຜົນເປັນຈິງ ພາຍໃດຍຸກສະໄໝແຫ່ງການກ້າວຂຶ້ນຕົວຂອງປະຊາຊາດ.
| ຮີບຮ້ອນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ແນວໂຮມປະເທດຊາດຫວຽດນາມ ຍສໝ - ໃນວັນທີ 24 ມິຖຸນາ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດກອງປະຊຸມຄົ້ນຄວ້າ, ຮ່ຳຮຽນ, ກໍາແໜ້ນ ແລະ ຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດຫວຽດນາມ ຄັ້ງທີ XI. |
| ດານັງ ນຳໜ້າດ້ານຈຳນວນການຄົ້ນຫາ ພາຍໃດບັນດາຈຸດໝາຍປາຍທາງຢູ່ພາກກາງ ຍສໝ - ຄຽງຄູ່ຮ່ວມກັບ ຟູກວກ, ດານັງ ໄດ້ກາຍເປັນຈຸດໝາຍປາຍທາງດ້ານການພັກແຮມ ທີ່ຖືກຄົ້ນຫາຫຼາຍທີ່ສຸດ ຢູ່ພາຍໃດປະເທດຫວຽດນາມ ເທິງ Platform Traveloka. ເປັນພິເສດ, ແທນທີ່ຈະສຸມໃສ່ພຽງແຕ່ເຂດໃຈກາງເມືອງ, ຄວາມຕ້ອງການຄົ້ນຫາຂອງນັກທ່ອງທ່ຽວ ພວມມີການຂະຫຍາຍຕົວໄປສູ່ເຂດອ້ອມຂ້າງຂອງດານັງ, ເຊິ່ງສະແດງໃຫ້ເຫັນເຖິງການຫັນປ່ຽນພາຍໃດຮູບແບບການຄົ້ນຫາຂອງນັກທ່ອງທ່ຽວຫວຽດນາມ ຈາກການທ່ອງທ່ຽວຈຸດໝາຍປາຍທາງດຽວ ໄປສູ່ການເດີນທາງແບບຫຼາຍຈຸດໝາຍປາຍທາງ ພາຍໃດພາກພື້ນດຽວກັນ. |



