14:44 | 25/06/2026

ເກິ່ນເທີ ແລະ ອິນເດຍ ຊຸກຍູ້ການຮ່ວມມືຢ່າງແທ້ຈິງ ພາຍໃນບັນດາຂົງເຂດທີ່ມີທ່າແຮງ

ຫວຽດນາມ ປະກອບສ່ວນເຂົ້າພາຍໃດວິວັດທະນາການກຳນົດທິດທາງຍຸດທະສາດການຮ່ວມມືຮັກສາສັນຕິພາບ
ຮີບຮ້ອນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ແນວໂຮມປະເທດຊາດຫວຽດນາມ
ເກິ່ນເທີ ແລະ ອິນເດຍ ຊຸກຍູ້ການຮ່ວມມືຢ່າງແທ້ຈິງ ພາຍໃນບັນດາຂົງເຂດທີ່ມີທ່າແຮງ
ທັງສອງຝ່າຍມອບຂອງຂວັນທີ່ລະນຶກໃຫ້ແກ່ກັນ.

ທ່ານເລຂາຄະນະພັກນະຄອນ ເກິ່ນເທີ ເນັ້ນຢ້ຳວ່າ, ພາຍໃດໄລຍະຜ່ານມາ, ສາຍພົວພັນການຮ່ວມມືລະຫວ່າງ ເກິ່ນເທີ ແລະ ບັນດາຄູ່ຮ່ວມມື ອິນເດຍ ແມ່ນມີບາດກ້າວຂະຫຍາຍຕົວຢ່າງຕັ້ງໜ້າ ແຕ່ກໍຍັງບໍ່ທັນສົມຄູ່ກັບທ່າແຮງທີ່ມີຢູ່. ປັດຈຸບັນ ອິນເດຍ ແມ່ນໜຶ່ງໃນບັນດາຕະຫຼາດທີ່ມີອັດຕາການເຕີບໂຕຂອງນັກທ່ອງທ່ຽວສາກົນສູງ ທີ່ເຂົ້າມາຫວຽດນາມ, ໃນຂະນະທີ່ ເກິ່ນເທີ ຕ້ອນຮັບນັກທ່ອງທ່ຽວປະມານກວ່າ 7 ລ້ານເທື່ອຄົນໃນແຕ່ລະປີ, ນີ້ແມ່ນປະຖົມປັດໄຈອັນໃຫຍ່ຫຼວງ ເພື່ອເຊື່ອມຕໍ່ສອງຝ່າຍ.

ຍິ່ງໄປກວ່ານັ້ນ, ພາຍໃດສະພາບການທີ່ ເກິ່ນເທີ ພາຍຫຼັງການຮວບຮວມ ແມ່ນໄດ້ຂະຫຍາຍຂອບເຂດແຫ່ງການພັດທະນາ, ຢັ້ງຢືນບົດບາດເປັນສູນກາງກຳລັງແຮງຊຸກຍູ້ຂອງເຂດທົ່ງພຽງແມ່ນ້ຳຂອງ ແລະ ແມ່ນຈຸດເຊື່ອມຕໍ່ອັນສຳຄັນພາຍໃດຕ່ອງໂສ້ການຮ່ວມສຳພັນເສດຖະກິດພາກພື້ນ. GRDP 6 ເດືອນຕົ້ນປີ 2026 ເພີ່ມຂຶ້ນປະມານ 7,4–7,6%, ຄຽງຄູ່ກັບ 123 ໂຄງການລົງທຶນໂດຍກົງຈາກຕ່າງປະເທດ ດ້ວຍທຶນທັງໝົດເກືອບ 7 ຕື້ USD, ນະຄອນກຳນົດວ່າຍັງມີຊ່ອງວ່າງຫຼາຍຢ່າງ ເພື່ອດຶງດູດບັນດານັກລົງທຶນສາກົນ, ຢູ່ພາຍໃດນັ້ນມີບັນດາວິສາຫະກິດ ອິນເດຍ.

ເກິ່ນເທີ ແລະ ອິນເດຍ ຊຸກຍູ້ການຮ່ວມມືຢ່າງແທ້ຈິງ ພາຍໃນບັນດາຂົງເຂດທີ່ມີທ່າແຮງ
ທ່ານເລຂາຄະນະພັກນະຄອນ ເກິ່ນເທີ ເລກວາງຕຸ່ງ (ເບື້ອງຂວາ) ຕ້ອນຮັບທ່ານ Tshering Wangchuk Sherpa - ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ອິນເດຍ ປະຈຳຫວຽດນາມ.

ກ່ຽວກັບການສຶກສາ ແລະ ການພົບປະແລກປ່ຽນປະຊາຊົນ, ປັດຈຸບັນມີນັກສຶກສາ ອິນເດຍ ຫຼາຍກວ່າ 500 ຄົນ ພວມສຶກສາຮ່ຳຮຽນຢູ່ບັນດາຮາກຖານການຢັ່ງສອນ ພາຍໃດບໍລິເວນນະຄອນ. ນີ້ໄດ້ຮັບການເບິ່ງວ່າແມ່ນຮາກຖານອັນສຳຄັນ ເພື່ອໃຫ້ທັງສອງຝ່າຍຂະຫຍາຍການຮ່ວມມືທາງດ້ານວິຊາການ ແລະ ວິທະຍາສາດເຕັກໂນໂລຊີ.

ບົນພື້ນຖານນັ້ນ, ເກິ່ນເທີ ສະເໜີໃຫ້ຝ່າຍ ອິນເດຍ ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ, ເລັ່ງລັດການຄ້າ – ການລົງທຶນ ແລະ ໂຄສະນາທ່າແຮງຂອງທ້ອງຖິ່ນ. ນະຄອນໃຫ້ບຸລິມະສິດການຮ່ວມມືພາຍໃດບັນດາຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນ, ກະສິກຳເຕັກໂນໂລຊີສູງ, ອຸດສາຫະກຳປຸງແຕ່ງ, ພະລັງງານທົດແທນ ແລະ logistics. ໃນຂະນະດຽວກັນ, ທັງສອງຝ່າຍສາມາດຂະຫຍາຍການຮ່ວມມືດ້ານການສຶກສາ - ຝຶກອົບຮົມ, ເປັນພິເສດແມ່ນພາຍໃດບັນດາຂະແໜງປັນຍາປະດິດ, ເຕັກໂນໂລຊີຊີວະພາບ, ການແພດ ແລະ ເພສັດຊະກຳ.

ການນຳນະຄອນ ກໍໄດ້ສະເໜີຊຸກຍູ້ການພັດທະນາການທ່ອງທ່ຽວ ເມື່ອນັກທ່ອງທ່ຽວ ອິນເດຍ ຈັດຢູ່ໃນກຸ່ມລູກຄ້າລະດັບກາງ ແລະ ຊັ້ນສູງ, ດ້ວຍທ່າອ່ຽງການໃຊ້ຈ່າຍສູງ ແລະ ມີຄວາມຕ້ອງການທົດລອງວັດທະນະທຳສະເພາະຕົວ. ເກິ່ນເທີ ກຳນົດທິດທາງການສ້າງບັນດາຜະລິດຕະພັນການທ່ອງທ່ຽວທາງນ້ຳ ຕິດພັນກັບການພັກແຮມ, ອາມາຫານ ແລະ ການທົດລອງທາງດ້ານນິເວດວິທະຍາ ແນໃສ່ດຶງດູດຕະຫຼາດນີ້.

ທ່ານເອກອັກຄະລັດຖະທູດ Tshering Wangchuk Sherpa ຕີລາຄາສູງຕໍ່ກັບທ່າແຮງການຮ່ວມມືຂອງ ເກິ່ນເທີ ກັບບັນດາທ້ອງຖິ່ນຂອງ ອິນເດຍ. ທ່ານເອກອັກຄະລັດຖະທູດໃຫ້ຄຳໝັ້ນສັນຍາວ່າຍັງຈະສືບຕໍ່ເຮັດໜ້າທີ່ເປັນຂົວຕໍ່ຊຸກຍູ້ການຮ່ວມມືພາຍໃດບັນດາຂົງເຂດເສດຖະກິດ, ການຄ້າ, ວິທະຍາສາດເຕັກໂນໂລຊີ, ການປ່ຽນແປງໃໝ່ຢ່າງປະດິດສ້າງ ແລະ ການພົບປະແລກປ່ຽນປະຊາຊົນ. ອັນລະອຽດແມ່ນ, ພາຍໃດໄລຍະຕໍ່ໜ້າ, ທ່ານຈະແມ່ນຜູ້ນຳໜ້າຄະນະ, ນຳພາRecordບັນດາວິສາຫະກິດຂອງ ອິນເດຍ ມາສຳຫຼວດ ແລະ ຊອກຫາໂອກາດການລົງທຶນຢູ່ ເກິ່ນເທີ. ນອກຈາກນັ້ນ, ທ່ານກໍຈະຊຸກຍູ້ບັນດາຝ່າຍທີ່ກ່ຽວຂ້ອງ ເພື່ອຮີບຮ້ອນຜັນຂະຫຍາຍບັນດາການເຄື່ອນໄຫວ ເຊັ່ນ: ງານວາງສະແດງການຄ້າ ອິນເດຍ, ສັບປະດາສາຍຮູບເງົາ ອິນເດຍ... ຢູ່ທີ່ ເກິ່ນເທີ.

ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ Tshering Wangchuk Sherpa ເຫັນວ່າ ບັນດາທິດທາງການຮ່ວມມືທີ່ທັງສອງຝ່າຍສະເໜີ ແມ່ນມີຄວາມເປັນໄປໄດ້ ແລະ ມີລັກສະນະຕົວຈິງສູງ. ຢູ່ພາຍໃດນັ້ນ, ວິທະຍາສາດເຕັກໂນໂລຊີ, ເສດຖະກິດ ແລະ ການຄ້າ ຈະແມ່ນບັນດາຂົງເຂດຈຸດສຸມຊຸກຍູ້ການຮ່ວມມືພາຍໃດໄລຍະຕໍ່ໜ້າ ຜ່ານບັນດາລາຍການອັນລະອຽດ, ແທດຕົວຈິງ, ປະກອບສ່ວນເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ມີຄວາມເລິກເຊິ່ງຍິ່ງໆຂຶ້ນ.

ດານັງ ນຳໜ້າດ້ານຈຳນວນການຄົ້ນຫາ ພາຍໃດບັນດາຈຸດໝາຍປາຍທາງຢູ່ພາກກາງ ດານັງ ນຳໜ້າດ້ານຈຳນວນການຄົ້ນຫາ ພາຍໃດບັນດາຈຸດໝາຍປາຍທາງຢູ່ພາກກາງ

ຍສໝ - ຄຽງຄູ່ຮ່ວມກັບ ຟູກວກ, ດານັງ ໄດ້ກາຍເປັນຈຸດໝາຍປາຍທາງດ້ານການພັກແຮມ ທີ່ຖືກຄົ້ນຫາຫຼາຍທີ່ສຸດ ຢູ່ພາຍໃດປະເທດຫວຽດນາມ ເທິງ Platform Traveloka. ເປັນພິເສດ, ແທນທີ່ຈະສຸມໃສ່ພຽງແຕ່ເຂດໃຈກາງເມືອງ, ຄວາມຕ້ອງການຄົ້ນຫາຂອງນັກທ່ອງທ່ຽວ ພວມມີການຂະຫຍາຍຕົວໄປສູ່ເຂດອ້ອມຂ້າງຂອງດານັງ, ເຊິ່ງສະແດງໃຫ້ເຫັນເຖິງການຫັນປ່ຽນພາຍໃດຮູບແບບການຄົ້ນຫາຂອງນັກທ່ອງທ່ຽວຫວຽດນາມ ຈາກການທ່ອງທ່ຽວຈຸດໝາຍປາຍທາງດຽວ ໄປສູ່ການເດີນທາງແບບຫຼາຍຈຸດໝາຍປາຍທາງ ພາຍໃດພາກພື້ນດຽວກັນ.

ຄວາມສາມັກຄີ, ຄວາມຜູກພັນລະຫວ່າງ ຫວຽດນາມ ແລະ ເວເນຊູເອລາ ແມ່ນຫຼັກຖານອັນມີຊີວິດຊີວາໃຫ້ແກ່ແນວຄິດໂຮ່ຈີມິນ ພາຍໃດສັງກາດໃໝ່ ຄວາມສາມັກຄີ, ຄວາມຜູກພັນລະຫວ່າງ ຫວຽດນາມ ແລະ ເວເນຊູເອລາ ແມ່ນຫຼັກຖານອັນມີຊີວິດຊີວາໃຫ້ແກ່ແນວຄິດໂຮ່ຈີມິນ ພາຍໃດສັງກາດໃໝ່

ຍສໝ - ພາຍໃດຂອບເຂດການຢ້ຽມຢາມຢ່າງເປັນທາງການ ແຫ່ງ ສາທາລະນະລັດ ໂບລີວາ ເວເນຊູເອລາ, ໃນວັນທີ 24 ມິຖຸນາ, ທ່ານກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງໄປວາງຊໍ່ດອກໄມ້ ຢູ່ທີ່ອານຸສາວະລີ ປະທານ ໂຮ່ຈີມິນ ຕັ້ງຢູ່ເທິງເສັ້ນທາງຫຼັກ Bolívar ຢູ່ພາຍໃດນະຄອນຫຼວງ Caracas.

Link: https://huunghivietlao.thoidai.com.vn/detail-article-22231.html

In bài biết