ອານຢາງ ວາງເປົ້າໝາຍເກັບກູ້ຕົວຢ່າງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໃຫ້ໄດ້ 15.747 ຕົວຢ່າງ ເພື່ອຮັບໃຊ້ການກວດພິສູດ ADN
| ອົງການ Sunflower Mission (ອາເມລິກາ) ອຸປະຖຳໂຄງການກໍ່ສ້າງການສຶກສາ ມູນຄ່າ 4,9 ຕື້ດົ່ງ ຢູ່ແຂວງ ອານຢາງ | |
| ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ແຂວງ ອານຢາງ (An Giang) ກັບ ລາວ ແລະ ກຳປູເຈຍ |
ກອງປະຊຸມ ໂດຍແມ່ນທ່ານ ເລວັນເຟືອກ, ຮອງປະທານຄະນະກໍາມະການປະຊາຊົນແຂວງ ອານຢາງ, ຫົວໜ້າຄະນະຊີ້ນຳ 515 ແຂວງ, ຫົວໜ້າຄະນະຮັບຜິດຊອບສະເພາະກິດແຂວງ ເປັນປະທານ. ເຂົ້າຮ່ວມກອງປະຊຸມມີ ທ່ານ ພົນຈັດຕະວາ ຫງວຽນວັນຮຸ່ງ, ກຳມະການຄະນະປະຈຳພັກແຂວງ, ຫົວໜ້າກອງບັນຊາການທະຫານແຂວງ ອານຢາງ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາພະແນກການ, ຂະແໜງການ ແລະ ທ້ອງຖິ່ນພາຍໃດແຂວງ.
![]() |
| ກອງປະຊຸມທາງໄກ ຜັນຂະຫຍາຍ “ບັ້ນຮົບ 500 ວັນ ແລະ ຄືນ ເພື່ອຍູ້ແຮງການຈັດຕັ້ງປະຕິບັດການຊອກຫາ, ເກັບກູ້ ແລະ ຢັ້ງຢືນຕົວຕົນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ” ແລະ ວຽກງານການເກັບກູ້, ມອບ-ຮັບຕົວຢ່າງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ພາຍໃດທ້ອງຖິ່ນແຂວງ ອານຢາງ. (ພາບ: ປະຕູຂໍ້ມູນຂ່າວສານເອເລັກໂຕຣນິກ ພັກກອມມູນິດຫວຽດນາມ) |
ຢູ່ພາຍໃດກອງປະຊຸມ, ບັນດາຜູ້ແທນໄດ້ຮັບການເຊື່ອມຊຶມບັນດາເນື້ອໃນຈຸດສຸມຂອງ “ບັ້ນຮົບ 500 ວັນ ແລະ ຄືນ ເພື່ອຍູ້ແຮງການຈັດຕັ້ງປະຕິບັດການຊອກຫາ, ເກັບກູ້ ແລະ ຢັ້ງຢືນຕົວຕົນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ” ມຸ່ງໄປສູ່ການສະເຫຼີມສະເຫຼີມສະຫຼອງວັນທຸບພົນລະພາບ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 80 ປີ (27/7/1947 - 27/7/2027), ໃນຂະນະດຽວກັນ ກໍໄດ້ຜັນຂະຫຍາຍແຜນການຈັດຕັ້ງການເກັບກູ້, ມອບ-ຮັບຕົວຢ່າງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຢັ້ງຢືນຕົວຕົນນັກຮົບເສຍສະຫຼະຊີວິດເພື່ອຊາດ ດ້ວຍວິທີການກວດພິສູດ ADN.
ອີງຕາມບົດລາຍງານຂອງຄະນະຊີ້ນຳ 515 ແຂວງ, ໂດຍຜ່ານການສຳຫຼວດຢູ່ພາຍໃດ 20 ປ່າຊ້ານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ໃນຂອບເຂດທ້ອງຖິ່ນ, ປັດຈຸບັນມີຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ ຈຳນວນ 35.945 ຂຸມ, ລວມມີຂຸມຝັງສົບດ່ຽວ 35.931 ຂຸມ ແລະ ຂຸມຝັງສົບລວມ 14 ຂຸມ. ພາຍໃດຈຳນວນດັ່ງກ່າວ ມີຂຸມຝັງສົບທີ່ມີຂໍ້ມູນຄົບຖ້ວນ ຈຳນວນ 5.861 ຂຸມ, ຂຸມຝັງສົບທີ່ຂາດຂໍ້ມູນ ຈຳນວນ 13.042 ຂຸມ ແລະ ຂຸມຝັງສົບທີ່ຍັງບໍ່ທັນສາມາດຢັ້ງຢືນຂໍ້ມູນໄດ້ ຈຳນວນ 17.042 ຂຸມ. ມາຮອດປັດຈຸບັນ, ບັນດາກົມກອງໄດ້ເກັບກູ້ຕົວຢ່າງຊີວະພາບ ຕໍກັບຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດແລ້ວ ຈຳນວນ 1.585 ຂຸມ.
ຕາມແຜນການແລ້ວ, ແຂວງ ອານຢາງ ແມ່ນສູ້ຊົນໃຫ້ສຳເລັດການເກັບກູ້ຕົວຢ່າງ ຕໍກັບບັນດາຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນສາມາດຢັ້ງຢືນຂໍ້ມູນໄດ້ ຢູ່ພາຍໃດປ່າຊ້ານັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ບັນດາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຫາກໍຊອກຫາ ແລະ ເກັບກູ້ໄດ້ ກ່ອນເດືອນພຶດສະພາ 2027. ໄລຍະຕັ້ງແຕ່ເດືອນກໍລະກົດ 2027 ຮອດເດືອນທັນວາ 2030, ທ້ອງຖິ່ນຈະສືບຕໍ່ເກັບກູ້ຕົວຢ່າງ ຕໍກັບບັນດາຂຸມຝັງສົບທີ່ຍັງມີຂໍ້ມູນບາງສ່ວນ ແຕ່ບໍ່ທັນສາມາດຢັ້ງຢືນຕົວຕົນໄດ້ ພາຍຫຼັງທີ່ໄດ້ຈັດຕັ້ງປະຕິບັດບັນດາມາດຕະການຢັ້ງຢືນຕາມຂໍ້ກຳນົດ ແລະ ເມື່ອມີຄຳແນະນຳຈາກຄະນະຊີ້ນຳແຫ່ງຊາດ 515.
ເພື່ອຜັນຂະຫຍາຍໜ້າທີ່, ຄະນະຊີ້ນຳ 515 ແຂວງ ໄດ້ສ້າງຕັ້ງທິມງານປະສານງານລະຫວ່າງຂະແໜງການ ແລະ ກອງເກັບກູ້ຕົວຢ່າງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຈຳນວນສອງກອງ. ປ່າຊ້ານັກຮົບເສຍສະຫຼະຊີວິດເພື່ອຊາດ ເຈົາຝູ (ຕາແສງ ວິງແທັງຈຸງ) ໄດ້ຮັບການຄັດເລືອກເຮັດເປັນຈຸດທົດລອງ ເພື່ອຈັດຕັ້ງການເກັບກູ້, ມອບ-ຮັບຕົວຢ່າງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ໃນຂະນະດຽວກັນ ກໍຖອດຖອນບົດຮຽນ ກ່ອນທີ່ຈະຜັນຂະຫຍາຍຢ່າງເປັນເອກະພາບ ຢູ່ພາຍໃດຂອບເຂດທົ່ວແຂວງ.
ຄາດຄະເນວ່າ ພາຍໃດສອງວັນຄື ວັນທີ 30 ມິຖຸນາ ແລະ ວັນທີ 1 ກໍລະກົດ, ບັນດາກຳລັງທີ່ມີພາລະບົດບາດ ຈະດຳເນີນການເກັບກູ້ຕົວຢ່າງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນສາມາດຢັ້ງຢືນຂໍ້ມູນໄດ້ ຈຳນວນ 37 ຕົວຢ່າງ ຢູ່ທີ່ປ່າຊ້ານັກຮົບເສຍສະຫຼະຊີວິດເພື່ອຊາດ ເຈົາຝູ ເພື່ອຮັບໃຊ້ໃຫ້ແກ່ວຽກງານການກວດພິສູດ ADN.
ຄວບຄູ່ໄປກັບການເກັບກູ້ຕົວຢ່າງ ຮັບໃຊ້ການຢັ້ງຢືນຕົວຕົນນັກຮົບເສຍສະຫຼະຊີວິດເພື່ອຊາດ, ແຂວງ ອານຢາງ ຈະສືບຕໍ່ຍູ້ແຮງວຽກງານການຊອກຫາ, ເກັບກູ້ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. ອີງຕາມກອງບັນຊາການທະຫານແຂວງ, ນັບຕັ້ງແຕ່ເດືອນສິງຫາ 2025 ມາຮອດປັດຈຸບັນ, ບັນດາກຳລັງສາມາດຊອກຫາ, ເກັບກູ້ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 149 ອັດຖິ ຢູ່ພາຍໃດຂອບເຂດແຂວງ ແລະ ຢູ່ກຳປູເຈຍ, ຊຶ່ງບັນລຸໄດ້ 59,6% ຂອງຄາດໝາຍ 250 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຮອດທ້າຍປີ 2026. ແຂວງແມ່ນສູ້ຊົນໃຫ້ຮອດເດືອນກໍລະກົດ 2027 ຈະຊອກຫາ, ເກັບກູ້ໃຫ້ໄດ້ປະມານ 410 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ.
![]() |
| ທ່ານ ເລວັນເຟືອກ (Lê Văn Phước), ຮອງປະທານຄະນະກໍາມະການປະຊາຊົນແຂວງ ອານຢາງ, ຫົວໜ້າຄະນະຊີ້ນຳ 515 ແຂວງ, ຫົວໜ້າຄະນະຮັບຜິດຊອບສະເພາະກິດແຂວງ. (ພາບ: ປະຕູຂໍ້ມູນຂ່າວສານເອເລັກໂຕຣນິກ ພັກກອມມູນິດຫວຽດນາມ) |
ກ່າວປາໄສສະຫຼຸບກອງປະຊຸມ, ທ່ານ ເລວັນເຟືອກ, ຮອງປະທານຄະນະກໍາມະການປະຊາຊົນແຂວງ ອານຢາງ ໄດ້ເນັ້ນຢ້ຳວ່າ ການຜັນຂະຫຍາຍ “ບັ້ນຮົບ 500 ວັນ ແລະ ຄືນ ເພື່ອຍູ້ແຮງການຈັດຕັ້ງປະຕິບັດການຊອກຫາ, ເກັບກູ້ ແລະ ຢັ້ງຢືນຕົວຕົນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ” ແມ່ນໜ້າທີ່ການເມືອງທີ່ມີຄວາມໝາຍຄວາມສຳຄັນເປັນພິເສດ, ສະແດງອອກເຖິງຄຸນສົມບັດມູນເຊື້ອ “ກິນນ້ຳຄຶດຫາແຫຼ່ງນ້ຳ” ແລະ ຄວາມຮັບຜິດຊອບຕໍ່ກັບບັນດານັກຮົບວິລະຊົນ ທີ່ໄດ້ເສຍສະຫຼະຊີວິດເພື່ອເອກະລາດ ແລະ ອິດສະລະພາບຂອງປະເທດຊາດ.
ທ່ານໄດ້ຮຽກຮ້ອງໃຫ້ບັນດາພະແນກການ, ຂະແໜງການ ແລະ ທ້ອງຖິ່ນ ຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບພາຍໃດວຽກງານການໂຄສະນາ, ກວດກາຄືນ, ເກັບກຳຂໍ້ມູນກ່ຽວກັບນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຂຸມຝັງສົບນັກຮົບ; ປະສານງານຢ່າງສະໜິດແໜ້ນຢູ່ພາຍໃດຂະບວນການຊອກຫາ, ເກັບກູ້, ເກັບກູ້ຕົວຢ່າງ ແລະ ຢັ້ງຢືນຕົວຕົນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. ບັນດາກົມກອງທີ່ກ່ຽວຂ້ອງ ຈຳເປັນຕ້ອງໄດ້ປະຕິບັດຕາມຂັ້ນຕອນວິຊາສະເພາະຢ່າງເຂັ້ມງວດ, ຮັບປະກັນຄວາມຖືກຕ້ອງຢ່າງເດັດຂາດພາຍໃດການເກັບກູ້ຕົວຢ່າງ, ການຄຸ້ມຄອງ, ການຮັກສາ, ການມອບ-ຮັບ ແລະ ການກວດພິສູດ ADN, ໂດຍບໍ່ປ່ອຍໃຫ້ມີຂໍ້ຜິດພາດ ຫຼື ຄວາມສັບສົນປົນເປເກີດຂຶ້ນ.
ການນຳແຂວງໄດ້ສະເໜີໃຫ້ບັນດາອົງການສື່ມວນຊົນ ແລະ ທ້ອງຖິ່ນ ຈົ່ງຍູ້ແຮງການໂຄສະນາກ່ຽວກັບຈຸດປະສົງ, ຄວາມໝາຍຂອງບັ້ນຮົບ; ປຸກລະດົມການເຂົ້າຮ່ວມຂອງທົ່ວລະບົບການເມືອງ ແລະ ປະຊາຊົນທຸກຊັ້ນຄົນ; ໃນຂະນະດຽວກັນ ກໍໄດ້ຮຽກຮ້ອງໃຫ້ບັນດາຈັດຕັ້ງ, ບຸກຄົນ ຈົ່ງພ້ອມກັນສະໜອງຂໍ້ມູນຂ່າວສານ ເພື່ອຮັບໃຊ້ໃຫ້ແກ່ວຽກງານການຊອກຫາ, ເກັບກູ້ ແລະ ຢັ້ງຢືນຕົວຕົນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ອັນເປັນການປະກອບສ່ວນຈັດຕັ້ງປະຕິບັດວຽກງານຕອບບຸນແທນຄຸນຢ່າງມີປະສິດທິຜົນ ແລະ ຕອບສະໜອງຕາມຄວາມມຸ່ງມາດປາດຖະໜາ ຂອງຍາດຕິພີ່ນ້ອງຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ.
| ຮືງອຽນເລັ່ງລັດການເກັບຕົວຢ່າງ ADN ອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ກ່ອນບຸນເຕັດປີ 2027 ຍສໝ - ແຂວງຮຶງອຽນ ພວກເລັ່ງລັດການຜັນຂະຫຍາຍ “ບັ້ນຮົບ 500 ວັນ ແລະ ຄືນ” ກ່ຽວກັບການຄົ້ນຫາ, ເກັບໂຮມ ແລະ ກຳນົດເອກະລັກອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນຮູ້ຂໍ້ມູນ, ໃນນັ້ນ ຮຽກຮ້ອງໃຫ້ສຳເລັດການເກັບຕົວຢ່າງ ADN ຕໍ່ກັບບັນດາຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນກຳນົດເອກະລັກໄດ້ ກ່ອນບຸນສົງການປີ 2027 ແນໃສ່ຮັບໃຊ້ໃຫ້ແກ່ຕາການກວດສອບ, ຄືນຊື່ໃຫ້ແກ່ບັນດາວີລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ. |
| ADN ເປີດຄວາມຫວັງເພີ່ມເຕີມໃນການກຳນົດເອກະລັກຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຍສໝ - ການກວດສອບ ADN, ການສ້າງທະນາຄານຢີນ ແລະ ການຫັນຂໍ້ມູນເປັນດິຈິຕອນ ໄດ້ກາຍເປັນທິດທາງຈຸດສຸມໃນວຽກງານກຳນົດເອກະລັກອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ພາຍຫຼັງທີ່ລັດຖະບານໄດ້ປະກາດໃຊ້ກົນໄກພິເສດ ແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງຕ່າງໆ ທີ່ແກ່ຍາວມາເປັນເວລາຫຼາຍປີຜ່ານມາ. |

