ແຜ່ຂະຫຍາຍຂະບວນການຮ່ຳຮຽນພາສາຫວຽດນາມ ພາຍໃດຖິ້ມງານພະນັກງານລາວ
| ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳຢ່າງຮອບດ້ານ ໄລຍະປີ 2026-2030 | |
| ກະຊວງການເງິນ ຫວຽດນາມ - ລາວ ເຊັນຂໍ້ຕົກລົງການຮ່ວມມື ໄລຍະ 2026-2030 |
ອີງຕາມຂໍ້ມູນຈາກສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ, ການແຂ່ງຂັນໃນປີນີ້ ແມ່ນມີການເຕົ້າໂຮມເອົາ 9 ທີມ ທີ່ມາຈາກ ສະຖາບັນການເມືອງ ແລະ ການບໍລິຫານລັດແຫ່ງຊາດລາວ, ໂຮງຮຽນການເມືອງ - ການບໍລິຫານນະຄອນຫຼວງວຽງຈັນ, ໂຮງຮຽນເຕັກນິກວິຊາຊີບແບບປະສົມ ວຽງຈັນ - ຮ່າໂນ້ຍ, ບັນດາສູນພາສາຫວຽດນາມ ແລະ ບັນດາຫ້ອງຮຽນພາສາຫວຽດນາມ ສັງກັດກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດລາວ ແລະ ວັດເພີດຕີກ.
![]() |
| ທ່ານ ຫງວຽນມິງເຕິມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ລາວ ມອບລາງວັນໃຫ້ແກ່ທີມທີ່ໄດ້ຮັບລາງວັນຊະນະເລີດ (ທີ 1) ຂອງການແຂ່ງຂັນ. (ພາບ: TTXVN) |
ຫຼາກຫຼາຍຜູ້ເຂົ້າແຂ່ງຂັນທີ່ເປັນພະນັກງານ, ຄູ-ອາຈານ, ນາຍທະຫານ ແລະ ນັກສຶກສາ ພວມປະຕິບັດໜ້າທີ່ວຽກງານຢູ່ຕາມບັນດາກະຊວງ, ຂະແໜງການຂອງລາວ ໄດ້ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້. ອີງຕາມຂໍ້ມູນຈາກສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ, ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ຂະບວນການຮ່ຳຮຽນພາສາຫວຽດນາມ ແມ່ນບໍ່ໄດ້ຢຸດຢູ່ພຽງແຕ່ພາຍໃດສະພາບແວດລ້ອມການສຶກສາເທົ່ານັ້ນ ແຕ່ຍັງໄດ້ແຜ່ຂະຫຍາຍນັບມື້ນັບກວ້າງຂວາງ ພາຍໃດຖິ້ມງານພະນັກງານ ແລະ ບັນດາຜູ້ທີ່ເຂົ້າຮ່ວມໂດຍກົງໃນກິດຈະກຳການຮ່ວມມືລະຫວ່າງສອງປະເທດ.
ກ່າວປາໄສໄຂການແຂ່ງຂັນ, ທ່ານ ຫງວຽນມິງເຕິມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ໄດ້ຕີລາຄາສູງຕໍ່ກັບການສະໜອງຕອບຢ່າງຕັ້ງໜ້າ ຂອງບັນດາກະຊວງ, ຂະແໜງການລາວ ຕໍ່ກັບຂະບວນການຮ່ຳຮຽນພາສາຫວຽດນາມ, ໃນຂະນະດຽວກັນ ກໍໄດ້ຈົດຈຳ ແລະ ຍ້ອງຍໍຄວາມພະຍາຍາມຂອງບັນດາຜູ້ເຂົ້າແຂ່ງຂັນ ພາຍໃດການສ້າງຄວາມສົມດຸນ ລະຫວ່າງ ວຽກງານວິຊາສະເພາະ ຄວບຄູ່ໄປກັບການຮ່ຳຮຽນພາສາ.
ອີງຕາມທ່ານເອກອັກຄະລັດຖະທູດ, ການຮ່ຳຮຽນພາສາຫວຽດນາມໃນປັດຈຸບັນ ບໍ່ພຽງແຕ່ຮັບໃຊ້ໃຫ້ແກ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ຫຼື ການຄົ້ນຄວ້າເທົ່ານັ້ນ ແຕ່ຍັງສະທ້ອນໃຫ້ເຫັນເຖິງນ້ຳໃຈຄວາມຮັກແພງ, ຄວາມເອົາໃຈໃສ່ຂອງພະນັກງານ ແລະ ປະຊາຊົນລາວຈຳນວນຫຼາກຫຼາຍ ທີ່ມີຕໍ່ກັບປະເທດຊາດ, ກິດຈະກຳຄວາມເປັນມະນຸດ ແລະ ວັດທະນະທຳຫວຽດນາມ. ນັບມື້ນັບມີພະນັກງານ, ຄູ-ອາຈານ, ນັກສຶກສາ ແລະ ນັກຮຽນລາວຈຳນວນຫຼວງຫຼາຍ ທີ່ເລືອກເອົາພາສາຫວຽດນາມ ເປັນພາຫະນະເຄື່ອງມື ເພື່ອຍົກສູງລະດັບຄວາມຮູ້ວິຊາສະເພາະ ແລະ ຂະຫຍາຍການຮ່ວມມືຮ່ວມກັບບັນດາຄູ່ຮ່ວມມືຫວຽດນາມ.
ພາຍໃດການເນັ້ນໜັກເຖິງບົດບາດຂອງພາສາ ພາຍໃດການເຊື່ອມໂຍງບັນດາປະຊາຊາດ, ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ຖືວ່າ ພະນັກງານລາວແຕ່ລະທ່ານທີ່ຮູ້ພາສາຫວຽດນາມ ຕ່າງກໍສາມາດກາຍເປັນ "ທູດ" ຜູ້ນຶ່ງ ທີ່ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມື ລະຫວ່າງ ປະຊາຊົນສອງປະເທດ. ທ່ານໄດ້ຢືນຢັນວ່າ ຮາກຖານທີ່ຍືນຍົງທີ່ສຸດ ຂອງສາຍພົວພັນ ຫວຽດນາມ - ລາວ ກໍແມ່ນຄວາມຜູກພັນ ແລະ ຄວາມທ້າທາຍເຂົ້າໃຈເຊິ່ງກັນແລະກັນ ລະຫວ່າງ ປະຊາຊົນສອງຊາດ, ພາຍໃດນັ້ນ ບັນດາຜູ້ທີ່ພວມຮ່ຳຮຽນພາສາຫວຽດນາມ ແມ່ນພວມປະກອບສ່ວນໂດຍກົງ ພາຍໃດການເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນມິດພາບອັນພິເສດນີ້.
![]() |
| ທ່ານ ຫງວຽນ ມິງ ເຕິມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ກ່າວປາໄສໄຂການແຂ່ງຂັນ “ທູດພາສາຫວຽດນາມໃນອະນາຄົດ” ຄັ້ງທີ 2. (ພາບ: ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ) |
ທ່ານເອກອັກຄະລັດຖະທູດ ຍັງໃຫ້ຮູ້ຕື່ມວ່າ ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຍາມໃດກໍກຳນົດວ່າ ວຽກງານສະໜັບສະໜູນການສິດສອນ ແລະ ການຮ່ຳຮຽນພາສາຫວຽດນາມ ແມ່ນໜຶ່ງພາຍໃດໜ້າທີ່ຈຸດສຸມ ຂອງວຽກງານການຕ່າງປະເທດດ້ານວັດທະນະທຳ, ວຽກງານຊຸມຊົນ ແລະ ການຮ່ວມມືດ້ານການສຶກສາ. ພາຍໃດໄລຍະຜ່ານມາ, ສະຖານເອກອັກຄະລັດຖະທູດ ໄດ້ປະສານງານຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ລາວ ພ້ອມກັບບັນດາກົມກອງ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ຜັນຂະຫຍາຍຫຼາກຫຼາຍກິດຈະກຳ ຄື: ການສະໜັບສະໜູນປຶ້ມແບບຮຽນ, ອຸປະກອນການຮຽນ-ການສອນ, ຈັດຕັ້ງຫ້ອງຮຽນ, ເວທີປາໄສແລກປ່ຽນ ແລະ ບັນດາການແຂ່ງຂັນພາສາຫວຽດນາມ.
ຕະຫຼອດການແຂ່ງຂັນ, ບັນດາທີມເຂົ້າຮ່ວມ ຕ່າງກໍໄດ້ສະແດງຄວາມສາມາດພາຍໃດການນຳໃຊ້ພາສາຫວຽດນາມ ໂດຍຜ່ານບັນດາພາກການແຂ່ງຂັນດ້ານພາສາ, ຄວາມຮູ້ທາງດ້ານວັດທະນະທຳ, ປະຫວັດສາດ, ປະເທດຊາດ, ກິດຈະກຳຄວາມເປັນມະນຸດຂອງຫວຽດນາມ ແລະ ສາຍພົວພັນ ຫວຽດນາມ - ລາວ. ຫຼາກຫຼາຍລາຍການສະແດງ ແມ່ນໄດ້ຮັບການກະກຽມຢ່າງລະອຽດລະອໍ ປານີດ, ສະທ້ອນໃຫ້ເຫັນເຖິງການລົງທຶນຢ່າງເຂັ້ມງວດ ແລະ ຄວາມຮັກແພງອັນສະໜິດແໜ້ນ ທີ່ສະຫງວນໃຫ້ແກ່ພາສາຫວຽດນາມ.
ການແຂ່ງຂັນ “ທູດພາສາຫວຽດນາມໃນອະນາຄົດ” ຄັ້ງທີ II ແມ່ນກິດຈະກຳແບບເປັນຮູບປະທຳ ເພື່ອສະໜອງຕອບ ວັນເຊີດຊູພາສາຫວຽດນາມ ພາຍໃດຊຸມຊົນຄົນຫວຽດນາມ ຢູ່ຕ່າງປະເທດ ປະຈຳປີ 2026.
| ຫວຽດນາມ - ລາວ ປັບປຸງການຮ່ວມມືດ້ານປ້ອງກັນປະເທດ, ຮັດແໜ້ນສາຍພົວພັນມິດຕະພາບທີ່ສະໜິດສະໜົມ, ສັດຊື່ບໍລິສຸດ ຍສໝ - ໃນທຸກສະພາບການ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ຮັກສາ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ສະໜິດສະໜົມ, ສັດຊື່ບໍລິສຸດຫວຽດນາມ - ລາວ. |
| ຫວຽດນາມ - ລາວ ນຳການພົວພັນດ້ານເສດຖະກິດ, ການຄ້າ ແລະ ພະລັງງານຂຶ້ນສູ່ລະດັບສູງໃໝ່ ຍສໝ - ການຢ້ຽມຢາມ ແລະ ເຮັດວຽກຂອງທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ລາວ ມາໄລທອງ ກົມມະສິດ ແມ່ນຂີດໝາຍສຳຄັນເປີດໄລຍະໃໝ່ແຫ່ງການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນ ແລະ ຍືນຍົງລະຫວ່າງສອງກະຊວງ ແລະ ສອງປະເທດ... |

