ເສດຖະກິດ - ການຄ້າ ສືບຕໍ່ແມ່ນເສົາຄ້ຳພາຍໃດສາຍພົວພັນ ຫວຽດນາມ - ອາຊັງຕິນ
| ການທູດເສດຖະກິດ: ທັດສະນະຈາກການເຄື່ອນໄຫວຂອງສະມາຄົມມິດຕະພາບຫວຽດນາມ - ສິງກະໂປ | |
| ການຄ້າ ແລະ ການທ່ອງທ່ຽວຊາຍແດນຄຶກຄື້ນຜ່ານດ່ານຊາຍແດນສາກົນ ມິດຕະພາບ |
ເສດຖະກິດ - ການຄ້າ ສືບຕໍ່ແມ່ນເສົາຄ້ຳພາຍໃດສາຍພົວພັນທະວິພາຄີ, ໂດຍມີຈຸດເດັ່ນແມ່ນມູນຄ່າການຄ້າສອງຝ່າຍທີ່ມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ. ນີ້ແມ່ນການຢືນຢັນຂອງທ່ານນາງຮອງປະທານປະເທດ ຫວໍທິແອັງສວນ ຢູ່ພາຍໃດການຕ້ອນຮັບທ່ານ Marcos Antonio Bednarski, ເອກອັກຄະລັດຖະທູດ ອາຊັງຕິນ ປະຈຳ ປະເທດ ຫວຽດນາມ ທີ່ເຂົ້າຢ້ຽມອຳລາ, ພາຍໃດຕອນບ່າຍວັນນີ້ (17 ມິຖຸນາ), ຢູ່ທີ່ນະຄອນຫຼວງ ຮ່າໂນ້ຍ.
![]() |
| ທ່ານນາງຮອງປະທານປະເທດ ຫວໍ ທິ ແອັງ ສວນ (Võ Thị Ánh Xuân) ໄດ້ຕ້ອນຮັບທ່ານ Marcos Antonio Bednarski, ເອກອັກຄະລັດຖະທູດ ອາຊັງຕິນ ປະຈຳ ປະເທດ ຫວຽດນາມ ທີ່ເຂົ້າຢ້ຽມອຳລາ. (ພາບ: TTXVN) |
ທ່ານນາງຮອງປະທານປະເທດ ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ອາຊັງຕິນ ທີ່ໄດ້ສະໜັບສະໜູນການເລີ່ມຕົ້ນການເຈລະຈາ ສົນທິສັນຍາການຄ້າບຸລິມະສິດ (PTA) ລະຫວ່າງ ຫວຽດນາມ ແລະ ກຸ່ມຕະລາດຮ່ວມພາກໃຕ້ຝ່າຍອາເມລິກາ (MERCOSUR); ໃນຂະນະດຽວກັນ, ກໍມີຄວາມມຸ່ງມາດປາດຖະໜາຢາກໃຫ້ຝ່າຍ ອາຊັງຕິນ ປະສານງານຮ່ວມມືກັບ ຫວຽດນາມ ພາຍໃດຂັ້ນຕອນການເຈລະຈາ, ແນໃສ່ມຸ່ງໜ້າສູ່ການລົງນາມຮ່ວມກັນຢ່າງວ່ອງໄວ ແລະ ເຮັດໃຫ້ PTA ມີຜົນສັກສິດບັງຄັບໃຊ້ພາຍໃດປີ 2026 ນີ້. ທ່ານນາງຮອງປະທານປະເທດ ຍັງໄດ້ສະເໜີໃຫ້ສອງຝ່າຍຮີບຮ້ອນບັນລຸການສິ້ນສຸດການເຈລະຈາ, ລົງນາມບັນດາສົນທິສັນຍາວ່າດ້ວຍການການບິນ, ການຫຼີກເວັ້ນການເກັບພາສີຊ້ອນ, ການຮ່ວມມືດ້ານການກວດກາພະຍາດສັດ ແລະ ພືດ, ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການປ້ອງກັນຊາດ... ພ້ອມກັນນັ້ນ, ສອງຝ່າຍຈຳເປັນຕ້ອງເພີ່ມທະວີການແລກປ່ຽນບັນດາກຸ່ມວິສາຫະກິດສົ່ງເສີມການຄ້າ - ການລົງທຶນ ເພື່ອແບ່ງປັນຂໍ້ມູນຂ່າວສານ ແລະ ເຊື່ອມຕໍ່ການແລກປ່ຽນການຄ້າ; ສ້າງເງື່ອນໄຂໃຫ້ແກ່ບັນດາໜ້າສິນຄ້າທີ່ມີທ່າແຮງຂອງສອງປະເທດໄດ້ເຂົ້າເຖິງຕະລາດຂອງກັນແລະກັນ.
ສຳລັບຝ່າຍຕົນເອງ, ທ່ານເອກອັກຄະລັດຖະທູດ Marcos Antonio Bednarski ມີຄວາມມຸ່ງມາດປາດຖະໜາຢາກໃຫ້ ຫວຽດນາມ ສະໜັບສະໜູນ ອາຊັງຕິນ ເຂົ້າຮ່ວມເປັນພາຄີ ຂອງຄວາມຕກລົງຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າສໍາລັບພັນທະມິດຂ້າມມະຫາສະໝຸດປາຊີຟິກ (CPTPP); ພ້ອມທັງຢືນຢັນວ່າ ອາຊັງຕິນ ແມ່ນໃຫ້ຄວາມເຄົາລົບນັບຖືເປັນຢ່າງຍິ່ງຕໍ່ກັບສາຍພົວພັນຮ່ວມກັບບັນດາປະເທດຢູ່ພາຍໃດເຂດ ເອເຊຍ-ປາຊີຟິກ, ພາຍໃດນັ້ນ ຫວຽດນາມ ແມ່ນໜຶ່ງພາຍໃດຄູ່ຮ່ວມມືບຸລິມະສິດອັນດັບໜຶ່ງ.
| ຫວຽດນາມ: ເສດຖະກິດ ຮັກສາທ່າເຕີບໂຕຢ່າງແຂງແຮງ ພ້ອມກັບແງ່ຫວັງເປັນໜ້າປະເອີບໃຈຂອງເສດຖະກິດໂລກ, ເສດຖະກິດຫວຽດນາມ ກໍ່ໄດ້ຮັບການຕີລາຄາວ່າ ສືບຕໍ່ເຕີບໂຕຢ່າງໝັ້ນຄົງໃນປີ 2025. |
| ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນແມ່ນປັດໄຈສຳຄັນຂອງການພົວພັນຫວຽດນາມ-ອາເມລິກາ ຍສໝ - ຕອນບ່າຍວັນທີ 10 ທັນວາ, ທີ່ສໍານັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຕ້ອນຮັບທ່ານ David Petraeus ໜຶ່ງໃນບັນດາຮ່ວມກໍາມະສິດກອງທຶນ Kohlberg Kravis Roberts (KKR - ອາເມລິກາ), ທັງແມ່ນປະທານສະຖາບັນທົ່ວໂລກຂອງ KKR ທີ່ພວມຢ້ຽມຢາມ, ເຮັດວຽກຢູ່ຫວຽດນາມ. |
