14:51 | 17/06/2026

ບັ້ນຮົບ 500 ວັນ ແລະ ຄ່ຳຄືນ: ເກັບຕົວຢ່າງ, ຫັນເປັນດິຈິຕອນຂໍ້ມູນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ 1.456 ທ່ານ

ຊາຍແດນຜູກພັນ, ພູນຄູນສ້າງສາຍພົວພັນມິດຕະພາບອັນພິເສດ ຫວຽດ - ລາວ
ປັບປຸງການຮ່ວມມືດ້ານກົດໝາຍ, ຍຸຕິທຳ ລະຫວ່າງ ຫວຽດນາມ ແລະ ລາວ
ບັ້ນຮົບ 500 ວັນ ແລະ ຄ່ຳຄືນ: ເກັບຕົວຢ່າງ, ຫັນເປັນດິຈິຕອນຂໍ້ມູນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ 1.456 ທ່ານ
ການຜັນຂະຫຍາຍຫັນເປັນດິຈິຕອນຂໍ້ມູນບັນດາອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ຢູ່ທີ່ປ່າຊ້າທະຫານເສຍສະຫຼະຊີວິດເພື່ອຊາດ ນະຄອນ ເຫ້ວ.

ທ່ານ ຫງວຽນວັນແມ້ງ (Nguyễn Văn Mạnh), ຮອງປະທານຄະນະກຳມະການປະຊາຊົນນະຄອນ ເຫ້ວ ໃຫ້ຮູ້ວ່າ, ພາຍໃດໄລຍະເວລາຜ່ານມາ, ນະຄອນ ເຫ້ວ ໄດ້ຕັ້ງໜ້າຜັນຂະຫຍາຍບັນດາໜ້າທີ່ຊອກຫາ, ທ້ອນໂຮມ ແລະ ກຳນົດຕົວຕົນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ຢ່າງຄົບຊຸດ; ຍູ້ແຮງວຽກງານການກວດກາຄືນ, ອັບເດດ, ຫັນເປັນດິຈິຕອນຂໍ້ມູນຂຸມຝັງສົບທະຫານເສຍສະຫຼະຊີວິດເພື່ອຊາດ, ເກັບກຳຂໍ້ມູນຍາດຕິພີ່ນ້ອງຂອງທະຫານເສຍສະຫຼະຊີວິດເພື່ອຊາດ, ກະກຽມບັນດາເງື່ອນໄຂທີ່ຈຳເປັນ ເພື່ອຮັບໃຊ້ເຂົ້າໃສ່ວຽກງານການກວດພິສູດ DNA.

ບັ້ນເກັບຕົວຢ່າງໃນຄັ້ງນີ້ ແມ່ນໜຶ່ງພາຍໃດບັນດາບັ້ນຜັນຂະຫຍາຍທີ່ມີຂະໜາດໃຫຍ່ ຢູ່ບົນບໍລິເວນແຂດແຄວ້ນ, ປະກອບສ່ວນກໍ່ສ້າງລະບົບຖານຂໍ້ມູນ DNA ຂອງທະຫານເສຍສະຫຼະຊີວິດເພື່ອຊາດ, ສ້າງພື້ນຖານໃຫ້ແກ່ວຽກງານການສົມທຽບ, ກວດສອບຂໍ້ມູນພາຍໃດໄລຍະຕໍ່ໜ້າ. ດ້ວຍການປະສານງານຢ່າງແໜ້ນແຟ້ນ ຂອງບັນດາອົງການຈັດຕັ້ງ, ຫົວໜ່ວຍ ແລະ ທ້ອງຖິ່ນ, ວຽກງານການເກັບຕົວຢ່າງ, ການຫັນເປັນດິຈິຕອນຂໍ້ມູນ ແລະ ການມອບ-ຮັບຕົວຢ່າງ ແມ່ນໄດ້ຮັບການຈັດຕັ້ງປະຕິບັດ ໂດຍຮັບປະກັນຕາມຫຼັກວິທະຍາສາດ, ຖືກຕ້ອງ, ສະຫງ່າຜ່າເຜີຍ ແລະ ຖືກຕ້ອງຕາມຂັ້ນຕອນ. ຜົນສຳເລັດຂອງແຜນງານ ຈະປະກອບສ່ວນເຂົ້າພາຍໃດການຄ່ອຍໆຕອບຄືນຊື່ນາມໃຫ້ແກ່ບັນດາທະຫານເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນສາມາດກຳນົດຕົວຕົນໄດ້, ເຮັດໃຫ້ຄວາມເຈັບປວດ ແລະ ການຄອຍຖ້າຂອງຍາດຕິພີ່ນ້ອງບັນດາຄອບຄົວທະຫານເສຍສະຫຼະຊີວິດເພື່ອຊາດຫຼຸດນ້ອຍຖອຍລົງ, ໃນຂະນະດຽວກັນ ກໍສືບຕໍ່ແຜ່ຂະຫຍາຍຄຸນສົມບັດສິນທຳ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ”, “ຕອບບຸນແທນຄຸນ” ຂອງປະຊາຊາດຫວຽດນາມ.

ກິດຈະກຳການເກັບຕົວຢ່າງອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ເພື່ອຮັບໃຊ້ການກວດພິສູດ DNA ແມ່ນແນໃສ່ປະກອບສ່ວນຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ບັ້ນຮົບ “500 ວັນ ແລະ ຄ່ຳຄືນ ຍູ້ແຮງການຊອກຫາ, ທ້ອນໂຮມ ແລະ ກຳນົດຕົວຕົນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ” ໂດຍແມ່ນລັດຖະບານເປັນຜູ້ປຸກລະດົມ, ມຸ່ງໜ້າສູ່ການສະເຫຼີມສະຫຼອງ ວັນທະຫານເສຍອົງຄະ - ເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 80 ປີ (27/7/1947 - 27/7/2027). ວຽກງານການເກັບຕົວຢ່າງແມ່ນໄດ້ຮັບການຜັນຂະຫຍາຍ ຕາມຂໍ້ຕົກລົງສະບັບເລກທີ 1973/QĐ-BQP ລົງວັນທີ 22 ມେສາ 2026 ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປະກາດໃຊ້ ຂັ້ນຕອນເຕັກນິກການເກັບຕົວຢ່າງ, ການຂົນສົ່ງ, ການມອບ-ຮັບ, ການບົວລະບັດຮັກສາ ແລະ ການເກັບມ້ຽນຕົວຢ່າງອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ.

ອີງຕາມແນວນັ້ນ, ສຳລັບ ທິມງານຂຸດຄົ້ນ, ວຽກງານການເກັບຕົວຢ່າງແມ່ນໄດ້ຮັບການດຳເນີນໄປຕາມຂັ້ນຕອນເຕັກນິກຢ່າງຖືກຕ້ອງ; ພາຍຫຼັງສຳເລັດຈະຈັດຕັ້ງການຝັງສົບອັດຖິທະຫານເສຍສະຫຼະຊີວິດເພື່ອຊາດຄືນໃໝ່ ແລະ ບູລະນະຟື້ນຟູໜ້າດິນໃຫ້ຄືເກົ່າ. ທິມງານເກັບຕົວຢ່າງ, ຫັນເປັນດິຈິຕອນຂໍ້ມູນ ແລະ ມອບ-ຮັບຕົວຢ່າງອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ຈະດຳເນີນການກວດກາ, ສົມທຽບສັນຍະລັກຂຸມຝັງສົບຢູ່ພາຍໃດເອກະສານທຽບໃສ່ກັບຕົວຈິງ; ກຳນົດຢ່າງຖືກຕ້ອງກ່ຽວກັບລັອກ, ແຖວ, ລໍາດັບຂຸມຝັງສົບ; ບັນທຶກຂໍ້ມູນຢ່າງຄົບຖ້ວນ, ຖ່າຍພາບຂຸມຝັງສົບ ແລະ ເກັບມ້ຽນເອກະສານ. ບັນດາຂັ້ນຕອນການສ້າງຕັ້ງຈຸດແບ່ງເຂດ, ການກວດສອບກັນ, ການຄັດເລືອກຕົວຢ່າງ, ການເກັບຕົວຢ່າງ, ການຫຸ້ມຫໍ່ເບື້ອງຕົ້ນ, ການຕິດລະຫັດ, ການຖ່າຍພາບ, ການສ້າງແບບຟອມ ແລະ ການມອບ-ຮັບ ຕ່າງກໍໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ ແນໃສ່ຮັບປະກັນຄວາມຖືກຕ້ອງ, ຫຼີກເວັ້ນຄວາມຫຼົງລືມສັບສົນ, ສ້າງເງື່ອນໄຂສະດວກໃຫ້ແກ່ວຽກງານການຄຸ້ມຄອງ, ການເກັບມ້ຽນ, ການບົວລະບັດຮັກສາ ແລະ ການກວດພິສູດ DNA ພາຍໃດໄລຍະຕໍ່ມາ.

ບັ້ນຮົບ 500 ວັນ ແລະ ຄ່ຳຄືນ: ເກັບຕົວຢ່າງ, ຫັນເປັນດິຈິຕອນຂໍ້ມູນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ 1.456 ທ່ານ
ການເກັບຕົວຢ່າງອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ຢູ່ທີ່ປ່າຊ້າທະຫານເສຍສະຫຼະຊີວິດเพื่อຊາດ ນະຄອນ ເຫ້ວ.

ວຽກງານການຂຸດຄົ້ນຂຸມຝັງສົບທະຫານເສຍສະຫຼະຊີວິດເພື່ອຊາດ, ການຫັນເປັນດິຈິຕອນຂໍ້ມູນ, ການເກັບຕົວຢ່າງຊີວະພາບ ແລະ ການບູລະນະຟື້ນຟູໜ້າດິນ ແມ່ນໄດ້ຮັບການຜັນຂະຫຍາຍຕໍ່ກັບຂຸມຝັງສົບທະຫານເສຍສະຫຼະຊີວິດເພື່ອຊາດ 1.456 ຂຸມ ທີ່ຍັງບໍ່ທັນສາມາດກຳນົດຕົວຕົນໄດ້ ຢູ່ທີ່ປ່າຊ້າທະຫານເສຍສະຫຼະຊີວິດເພື່ອຊາດ ນະຄອນ ເຫ້ວ, ເຊິ່ງຈະດຳເນີນໄປຮອດວັນທີ 14 ສິງຫາ 2026.

ທ່ານພັນເອກ ຮ່າວັນອ໋າຍ (Hà Văn Ái), ຮອງເສນາທິການການເມືອງ ກອງບັນຊາການທະຫານນະຄອນ ເຫ້ວ ໃຫ້ຮູ້ວ່າ, ວຽກງານການເກັບຕົວຢ່າງ ແລະ ການຫັນເປັນດິຈິຕອນຂໍ້ມູນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ແມ່ນໄດ້ຮັບການຜັນຂະຫຍາຍຢ່າງຂຸ້ນຂ້ຽວ ແຕ່ກໍຮັບປະກັນຄວາມລະມັດລະວັງ ແລະ ຖືກຕ້ອງຕາມຫຼັກວິທະຍາສາດ. ຍ້ອນລັກສະນະສະເພາະຂອງສະພາບອາກາດຢູ່ ເຫ້ວ ທີ່ມີອາກາດຮ້ອນອົບອ້າວຢ່າງຮຸນແຮງພາຍໃດລະດູຮ້ອນ ແລະ ມັກມີຝົນຕົກໜັກນັບຕັ້ງແເດືອນສິງຫາ - ກັນຍາ, ຄະນະຊີ້ນຳຈຶ່ງໄດ້ໃຫ້ບຸລິມະສິດຈັດຕັ້ງປະຕິບັດກ່ອນ ຢູ່ທີ່ບັນດາປ່າຊ້າທີ່ຕັ້ງຢູ່ໃນເຂດທີ່ມີຄວາມສ່ຽງຕໍ່ການເກີດໄພນ້ຳຖ້ວມ. ກຳລັງທີ່ເຂົ້າຮ່ວມ ລວມມີພະນັກງານ, ນັກຮົບກອງບັນຊາການທະຫານນະຄອນ ປະສານງານຮ່ວມກັບລະບົບການເມືອງຂັ້ນຮາກຖານ. ຂັ້ນຕອນການຈັດຕັ້ງປະຕິບັດແມ່ນໄດ້ຮັບການຈັດສັນຢ່າງມີຄວາມຢືດຢຸ່ນ ຕາມເງື່ອນໄຂສະພາບອາກາດ, ໂດຍຍາດແຍ່ງເວລາເຮັດວຽກພາຍໃດຕອນເຊົ້າຕຣູ່ ແລະ ຕອນແລງຄ່ຳ ພາຍໃດບັນດາມື້ທີ່ມີອາກາດຮ້ອນອົບອ້າວ, ເຊິ່ງທັງຮັບປະກັນຄວາມຄືບໜ້າ, ຄຸນນະພາບຂອງວຽກງານ, ທັງປົກປ້ອງສຸຂະພາບໃຫ້ແກ່ກຳລັງທີ່ປະຕິບັດໜ້າທີ່.

ບັ້ນຮົບ 500 ວັນ ແລະ ຄ່ຳຄືນ: ເກັບຕົວຢ່າງ, ຫັນເປັນດິຈິຕອນຂໍ້ມູນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ 1.456 ທ່ານ
ການຈຸດທູບເພື່ອສະແດງຄວາມຮູ້ບຸນຄຸນ ຕໍ່ບັນດາຂຸມຝັງສົບທະຫານເສຍສະຫຼະຊີວິດເພື່ອຊາດ ຢູ່ທີ່ປ່າຊ້າທະຫານເສຍສະຫຼະຊີວິດເພື່ອຊາດ ນະຄອນ ເຫ້ວ.

ເນື່ອງພາຍໃດໂອກາດນີ້, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ເຫ້ວ ຫງວຽນວັນແມ້ງ (Nguyễn Văn Mạnh) ພ້ອມກັບການນຳກອງບັນຊາການທະຫານນະຄອນ ແລະ ທ້ອງຖິ່ນ ໄດ້ຮ່ວມກັນວາງພວງມາລາ, ຈຸດທູບດ້ວຍຄວາມເຄົາລົບນັບຖື ຢູ່ທີ່ອານຸສາວະລີ ປ່າຊ້າທະຫານເສຍສະຫຼະຊີວິດເພື່ອຊາດ ນະຄອນ ເຫ້ວ, ເພື່ອສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ກັບບັນດາວິລະຊົນ ທະຫານເສຍສະຫຼະຊີວິດເພື່ອຊາດ ທີ່ໄດ້ຕໍ່ສູ້ຢ່າງພິລາອາດຫານ, ເສຍສະຫຼະຊີວິດເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ປົກປັກຮັກສາປະເທດຊາດ.

ດັກລັກ: ເຊື່ອມຕໍ່ການທ່ອງທ່ຽວ, ສ້າງກຳລັງຊຸກຍູ້ການພັດທະນາເສດຖະກິດ ດັກລັກ: ເຊື່ອມຕໍ່ການທ່ອງທ່ຽວ, ສ້າງກຳລັງຊຸກຍູ້ການພັດທະນາເສດຖະກິດ

ຍສໝ - ອຳນາດການປົກຄອງແຂວງ ດັກລັກ ພວມຈັດຕັ້ງກອງປະຊຸມ ເຊື່ອມຕໍ່ທົວທ່ຽວ ແລະ ພັດທະນາຈຸດໝາຍປາຍທາງການທ່ອງທ່ຽວ ຢູ່ໃນທ້ອງຖິ່ນ, ແນໃສ່ຊຸກຍູ້ຂະແໜງເສດຖະກິດປາຍແຫຼມການທ່ອງທ່ຽວຂອງທ້ອງຖິ່ນ ໃນສະພາບການໃໝ່.

ຂ່າວດີ: ການທ່ອງທ່ຽວຫວຽດນາມ ຕ້ອນຮັບຈຳນວນນັກທ່ອງທ່ຽວສາກົນຫຼາຍເປັນປະຫວັດການ ຂ່າວດີ: ການທ່ອງທ່ຽວຫວຽດນາມ ຕ້ອນຮັບຈຳນວນນັກທ່ອງທ່ຽວສາກົນຫຼາຍເປັນປະຫວັດການ

ຍສໝ - ຂະແໜງການທ່ອງທ່ຽວຫາກໍ່ຕ້ອນຮັບອີກໜຶ່ງສັນຍານອັນໜ້າຍິນດີ ເມື່ອຈຳນວນນັກທ່ອງທ່ຽວສາກົນມາ ຫວຽດນາມ ສືບຕໍ່ເຕີບໂຕຢ່າງແຂງແຮງໃນບັນດາເດືອນຕົ້ນປີ 2026. ຕົວເລກນີ້ສະແດງໃຫ້ເຫັນເຖິງສິ່ງໃດ?

Link: https://huunghivietlao.thoidai.com.vn/detail-article-22176.html

In bài biết