12:46 | 07/06/2026

ການເຊື່ອມຕໍ່ການແລກປ່ຽນການຄ້າຊາຍແດນ ຫວຽດນາມ - ກຳປູເຈຍ - ລາວ: ຊຸກຍູ້ການຄ້າສີຂຽວ ແລະ ການຫັນເປັນດີຈີຕອນ

ພິທີອານາປະນາກຳ (ຝັງສົບ) ອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ແລະ ທະຫານອາສາສະໝັກຫວຽດນາມ 16 ທ່ານ ທີ່ເສຍສະຫຼະຊີວິດຢູ່ ລາວ ແລະ ກຳປູເຈຍ
ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ແຂວງ ອານຢາງ (An Giang) ກັບ ລາວ ແລະ ກຳປູເຈຍ

ກິດຈະກຳດັ່ງກ່າວ ໄດ້ດຶງດູດການເຂົ້າຮ່ວມຂອງບັນດາຜູ້ນຳຈາກກະຊວງ, ຂະແໜງການ, ທ້ອງຖິ່ນ ພ້ອມດ້ວຍຕົວແທນຈາກອົງການການຄ້າ, ສະມາຄົມວິສາຫະກິດ ແລະ ຄົມມະນາຄົມສັງຄົມວິສາຫະກິດ ຂອງສາມປະເທດ ຫວຽດນາມ, ກຳປູເຈຍ ແລະ ລາວ.

ການເຊື່ອມຕໍ່ການແລກປ່ຽນການຄ້າຊາຍແດນ ຫວຽດນາມ - ກຳປູເຈຍ - ລາວ: ຊຸກຍູ້ການຄ້າສີຂຽວ ແລະ ການຫັນເປັນດີຈີຕອນ
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. (ພາບ: NN)

ພາຍໃດການກ່າວປາໄສໄຂກອງປະຊຸມ, ທ່ານ ເລຈຸງໂຮ່ (Lê Trung Hồ) - ຮອງປະທານຄະນະກຳມະການປະຊາຊົນແຂວງ ອານຢາງ ໄດ້ເນັ້ນໜັກວ່າ, ນີ້ແມ່ນເວທີປາໄສອັນສຳຄັນ ແນໃສ່ເພີ່ມທະວີການເຊື່ອມຕໍ່, ແບ່ງປັນບົດຮຽນ ພ້ອມທັງຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນເຂດຊາຍແດນຂອງສາມປະເທດ. ໃນຂະນະດຽວກັນ, ກອງປະຊຸມຍັງໄດ້ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດຂະຫຍາຍສາຍພົວພັນຄູ່ຮ່ວມມື, ສະແຫວງຫາໂອກາດການລົງທຶນ, ພັດທະນາຕະຫຼາດ ພ້ອມທັງຍົກສູງຂີດຄວາມສາມາດພາຍໃດການແຂ່ງຂັນ ພາຍໃດສະພາບແວດລ້ອມແຫ່ງການເຊື່ອມໂຍງເສດຖະກິດສາກົນນັບມື້ນັບເລິກເຊິ່ງ ແລະ ກວ້າງຂວາງ.

ຕາມທ່ານ ເລຈຸງໂຮ່ ແລ້ວ, ຜ່ານບັນດາກິດຈະກຳສົ່ງເສີມການຄ້າ ແລະ ການຮ່ວມສຳພັນພາກພື້ນ, ບັນດາທ້ອງຖິ່ນຊາຍແດນຈະສາມາດຂຸດຄົ້ນບັນດາທ່າແຮງບົ່ມຊ້ອນ, ທ່າໄດ້ປຽບທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນສູງກວ່າເກົ່າ, ໂດຍສະເພາະແມ່ນພາຍໃດບັນດາຂົງເຂດການຄ້າ, ໂລຈິສຕິກ, ກະສິກຳ ແລະ ອຸດສາຫະກຳປຸງແຕ່ງ. ນີ້ກໍແມ່ນຮາກຖານເພື່ອຊຸກຍູ້ການແລກປ່ຽນການຄ້າລະຫວ່າງ ຫວຽດນາມ ຮ່ວມກັບ ກຳປູເຈຍ ແລະ ລາວ, ມຸ່ງໄປເຖິງການກໍ່ສ້າງບັນດາຕ່ອງໂສ້ມູນຄ່າທີ່ຍືນຍົງພາຍໃດພາກພື້ນ.

“ບໍ່ພຽງແຕ່ເປັນພຽງສະຖານທີ່ເຕົ້າໂຮມ, ແລກປ່ຽນຂໍ້ມູນຂ່າວສານແບບຮູບປະທຳເທົ່ານັ້ນ, ກອງປະຊຸມຍັງໄດ້ເປີດໄລຍະແຫ່ງການຮ່ວມມືໃໝ່ລະຫວ່າງສາມປະເທດ, ປະກອບສ່ວນຊຸກຍູ້ໃຫ້ສາຍພົວພັນການຄ້າ ຫວຽດນາມ - ກຳປູເຈຍ - ລາວ ມີການພັດທະນາຢ່າງແຂງແຮງກວ່າເກົ່າ, ເທື່ອລະກ້າວກ້າວຂຶ້ນສູ່ຕະຫຼາດພາກພື້ນ ແລະ ສາກົນ”, ທ່ານ ເລຈຸງໂຮ່ ໄດ້ຢືນຢັນ.

ເສີມຂະຫຍາຍທ່າໄດ້ປຽບເປັນປະຕູຮົ້ວແຫ່ງການແລກປ່ຽນການຄ້າພາກພື້ນ

ຜູ້ນຳແຂວງ ອານຢາງ ໃຫ້ຊາບວ່າ, ທ້ອງຖິ່ນແມ່ນຄອບຄອງຫຼາກຫຼາຍທ່າໄດ້ປຽບພາຍໃດການພັດທະນາເສດຖະກິດການຄ້າຊາຍແດນ ແລະ ການເຊື່ອມຕໍ່ການແລກປ່ຽນການຄ້າສາກົນ. ດ້ວຍເສັ້ນທາງຊາຍແດນທາງບົກທີ່ມີຄວາມຍາວເກືອບ 148 ກິໂລແມັດ, ລະບົບດ່ານສາກົນ ພ້ອມດ້ວຍຈຸດຍຸດທະສາດທີ່ເຊື່ອມຕໍ່ຮ່ວມກັບ ກຳປູເຈຍ ແລະ ເຂດອ່າວໄທ, ອານຢາງ ພວມເທື່ອລະກ້າວຢືນຢັນບົດບາດເປັນຈຸດເຕົ້າໂຮມການແລກປ່ຽນການຄ້າອັນສຳຄັນຂອງເຂດທົ່ງພຽງແມ່ນ້ຳຂອງ.

ການເຊື່ອມຕໍ່ການແລກປ່ຽນການຄ້າຊາຍແດນ ຫວຽດນາມ - ກຳປູເຈຍ - ລາວ: ຊຸກຍູ້ການຄ້າສີຂຽວ ແລະ ການຫັນເປັນດີຈີຕອນ
ບັນດາກົມກອງຮ່ວມລົງນາມໃນສັນຍາການຮ່ວມມື ພາຍໃດກອງປະຊຸມ. (ພາບ: NN)

ຄຽງຄູ່ກັນນັ້ນ, ແຂວງພວມສຸມໃສ່ແຫຼ່ງກຳລັງທຶນຮອນ ເຂົ້າໃສ່ການລົງທຶນບັນດາໂຄງການພື້ນຖານໂຄງລ່າງຄົມມະນາຄົມຈຸດສຸມ, ເພີ່ມທະວີການເຊື່ອມຕໍ່ລະຫວ່າງພາກພື້ນ ແນໃສ່ສ້າງເງື່ອນໄຂອັນສະດວກສະບາຍໃຫ້ແກ່ການຈໍລະຈອນສິນຄ້າ, ການພັດທະນາໂລຈິສຕິກ ແລະ ການດຶງດູດການລົງທຶນ.

ຕາມທ່ານ ເລຈຸງໂຮ່ (Lê Trung Hồ) ແລ້ວ, ແຂວງ ອານຢາງ ແມ່ນຍາມໃດກໍກຳນົດວ່າ ວິສາຫະກິດແມ່ນຈຸດສູນກາງຂອງວິວັດທະນາການແຫ່ງການຮ່ວມມື ແລະ ການພັດທະນາ. ອຳນາດການປົກຄອງທ້ອງຖິ່ນ ໃຫ້ຄຳໝັ້ນສັນຍາຈະຮ່ວມເດີນທາງຮ່ວມກັບວິສາຫະກິດ ຜ່ານວຽກງານການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ການຫັນຂັ້ນຕອນທາງດ້ານບໍລິຫານໃຫ້ມີຄວາມງ່າຍດາຍ, ຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ໄລຍະເວລາພາຍໃດການດຳເນີນບັນດາຂັ້ນຕອນທີ່ກ່ຽວຂ້ອງ.

ໂດຍສະເພາະແມ່ນ, ອານຢາງ ມີຄວາມມຸ່ງມາດປາດຖະໜາຢາກຂະຫຍາຍການຮ່ວມມືຮ່ວມກັບບັນດາວິສາຫະກິດກຳປູເຈຍ ແລະ ລາວ ພາຍໃດການກໍ່ສ້າງເຂດວັດຖຸດິບ, ການພັດທະນາອຸດສາຫະກຳປຸງແຕ່ງແບບເລິກເຊິ່ງ, ຜ່ານສິ່ງດັ່ງກ່າວເພື່ອສ້າງບັນດາຜະລິດຕະພັນທີ່ມີມູນຄ່າເພີ່ມສູງ ແລະ ມີຍີ່ຫໍ້ (ແບຣນ) ຮ່ວມກັນຂອງພາກພື້ນ.

“ພວກຂ້າພະເຈົ້າບໍ່ພຽງແຕ່ມຸ່ງໄປເຖິງວຽກງານການແລກປ່ຽນ, ຊື້-ຂາຍຜະລິດຕະພັນເທົ່ານັ້ນ ແຕ່ຍັງມີຄວາມມຸ່ງມາດປາດຖະໜາຢາກຮ່ວມກັບວິສາຫະກິດກຳປູເຈຍ, ລາວ ກໍ່ສ້າງບັນດາຕ່ອງໂສ້ການຜະລິດທີ່ຍືນຍົງ, ສ້າງຜະລິດຕະພັນທີ່ມີຄຸນນະພາບສູງ ທີ່ມີຂີດຄວາມສາມາດພຽງພໍພາຍໃດການແຂ່ງຂັນຢູ່ທີ່ຕະຫຼາດສາກົນ”, ທ່ານ ໂຮ່ ໄດ້ເນັ້ນໜັກ.

ການເຊື່ອມຕໍ່ການແລກປ່ຽນການຄ້າຊາຍແດນ ຫວຽດນາມ - ກຳປູເຈຍ - ລາວ: ຊຸກຍູ້ການຄ້າສີຂຽວ ແລະ ການຫັນເປັນດີຈີຕອນ
ບັນດາຜູ້ແທນຢ້ຽມຊົມບັນດາຮ້ານວາງສະແດງສິນຄ້າ OCOP ຢູ່ທີ່ກອງປະຊຸມ. (ພາບ: NN)

ຍູ້ແຮງການຄ້າສີຂຽວ, ການຫັນເປັນດີຈີຕອນ ແລະ ໂລຈິສຕິກຂ້າມຊາຍແດນ

ພາຍໃດກອງປະຊຸມ, ທ່ານ ບຸຍກວາງຮຸ່ງ (Bùi Quang Hưng) - ຮອງອະທິບໍດີກົມສົ່ງເສີມການຄ້າ ໃຫ້ຊາບວ່າ, ພາຍໃດໄລຍະຜ່ານມາ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ປະສານງານຮ່ວມກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ບັນດາອົງການທູດຝ່າຍການຄ້າຫວຽດນາມ ປະຈຳກຳປູເຈຍ, ລາວ ຜັນຂະຫຍາຍຫຼາກຫຼາຍກິດຈະກຳສົ່ງເສີມການຄ້າ ເປັນຕົ້ນແມ່ນ ງານວາງສະແດງສິນຄ້າ, ເວທີປາໄສວິສາຫະກິດ, ຄະນະແລກປ່ຽນການຄ້າ ແລະ ບັນດາແຜນງານການເຊື່ອມຕໍ່ລະຫວ່າງການສະໜອງ ແລະ ຄວາມຕ້ອງການ (Demand - Supply).

ບັນດາກິດຈະກຳດັ່ງກ່າວ ໄດ້ມີສ່ວນປະກອບສ່ວນພາຍໃດການຊຸກຍູ້ການຮ່ວມມືທາງດ້ານເສດຖະກິດລະຫວ່າງສາມປະເທດ, ຂະຫຍາຍຕະຫຼາດຮອງຮັບສິນຄ້າ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວການຄ້າຢູ່ເຂດຊາຍແດນ. ໂດຍສະເພາະແມ່ນ, ການແລກປ່ຽນສິນຄ້າຜ່ານບັນດາດ່ານຊາຍແດນ ໄດ້ກາຍເປັນແຮງຂັບເຄື່ອນອັນສຳຄັນ ທີ່ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດຂອງທ້ອງຖິ່ນ ພ້ອມທັງປະກອບສ່ວນຮັກສາສະຖຽນລະພາບຂອງຕ່ອງໂສ້ອຸປະທານ (Supply Chain) ພາຍໃດພາກພື້ນ.

ເຖິງຢ່າງໃດກໍຕາມ, ພາຍໃດສະພາບແວດລ້ອມເສດຖະກິດໂລກທີ່ມີຄວາມຜັນຜວນຫຼາກຫຼາຍ, ທ່າອ່ຽງການຫັນເປັນດີຈີຕອນ ແລະ ການພັດທະນາສີຂຽວ ນັບມື້ນັບກາຍເປັນຂໍ້ຮຽກຮ້ອງຕ້ອງການອັນຈຳເປັນ, ທ່ານ ບຸຍກວາງຮຸ່ງ ຖືວ່າ ຫວຽດນາມ, ກຳປູເຈຍ ແລະ ລາວ ແປວ່າຈຳເປັນຕ້ອງສືບຕໍ່ປ່ຽນແປງໃໝ່ວິທີການບໍລິຫານ, ການດຳເນີນງານການຄ້າຊາຍແດນ ແນໃສ່ຂຸດຄົ້ນບັນດາທ່າແຮງບົ່ມຊ້ອນທີ່ມີຢູ່ໃຫ້ມີປະສິດທິຜົນສູງກວ່າເກົ່າ ພ້ອມທັງຍົກສູງຂີດຄວາມສາມາດພາຍໃດການເຂົ້າຮ່ວມຕ່ອງໂສ້ມູນຄ່າທົ່ວໂລກ (Global Value Chain).

ຕາມນັ້ນແລ້ວ, ກະຊວງອຸດສາຫະກຳ ແລະ ການຄ້າ ຈະສືບຕໍ່ປະສານງານຮ່ວມກັບບັນດາອົງການຈັດຕັ້ງທີ່ມີພາລະບົດບາດຂອງກຳປູເຈຍ ແລະ ລາວ ເພື່ອກໍ່ສ້າງສະພາບແວດລ້ອມການຄ້າອັນສະດວກສະບາຍ, ຊຸກຍູ້ການປະຕິຮູບຂັ້ນຕອນທາງດ້ານບໍລິຫານ, ພັດທະນາພື້ນຖານໂຄງລ່າງການຄ້າຊາຍແດນ, Logistics ແລະ ການຄ້າເອເລັກໂຕຣນິກ (E-commerce) ຂ້າມຊາຍແດນ. ພ້ອມກັນນັ້ນ, ບັນດາຝ່າຍຈະເພີ່ມທະວີບັນດາກິດຈະກຳສະໜັບສະໜູນວິສາຫະກິດພາຍໃດການຫັນເປັນດີຈີຕອນ, ການນຳໃຊ້ບັນດາຮູບແບບການຜະລິດສີຂຽວ, ການພັດທະນາຢ່າງຍືນຍົງ ພ້ອມທັງຍົກສູງຂີດຄວາມສາມາດພາຍໃດການແຂ່ງຂັນ.

ພາຍໃດຂອບເຂດກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືຫຼາກຫຼາຍເນື້ອໃນອັນສຳຄັນ ເປັນຕົ້ນແມ່ນ ທິດທາງການພັດທະນາການຄ້າຊາຍແດນພາຍໃດໄລຍະໃໝ່; ໂອກາດ ແລະ ສິ່ງທ້າທາຍພາຍໃດການຮ່ວມມືການຜະລິດ, ການດຳເນີນທຸລະກິດລະຫວ່າງ ຫວຽດນາມ ແລະ ກຳປູເຈຍ; ການພັດທະນາບັນດາຂະແໜງການທີ່ມີທ່າແຮງ ເປັນຕົ້ນແມ່ນ ກະສິກຳ, ອຸດສາຫະກຳປຸງແຕ່ງ - ຜະລິດ, ພະລັງງານທົດແທນ; ກໍຄືບັນດາຮູບແບບການແກ້ໄຂເພື່ອຍົກສູງປະສິດທິຜົນໂລຈິສຕິກຊາຍແດນ ແນໃສ່ຊຸກຍູ້ຕ່ອງໂສ້ອຸປະທານພາຍໃດພາກພື້ນ.

ເນື່ອງໃນໂອກາດນີ້, ສູນສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວແຂວງ ອານຢາງ, ສະໂມສອນວິສາຫະກິດຫວຽດນາມ ແລະ ສະມາຄົມນັກທຸລະກິດ ຂະແມ - ຫວຽດນາມ ໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືຮ່ວມກັບວິສາຫະກິດຂອງບັນດາຝ່າຍ, ສ້າງຮາກຖານໃຫ້ແກ່ບັນດາກິດຈະກຳການຮ່ວມສຳພັນ, ການລົງທຶນ ແລະ ການພັດທະນາການຄ້າພາຍໃດໄລຍະຈະມາເຖິງ.

ບັນດາຂໍ້ຕົກລົງການຮ່ວມມືດັ່ງກ່າວ ໄດ້ຮັບຄວາມຄາດຫວັງວ່າຈະປະກອບສ່ວນເພີ່ມທະວີການເຊື່ອມຕໍ່ລະຫວ່າງວິສາຫະກິດ, ຂະຫຍາຍເຄືອຂ່າຍການແລກປ່ຽນການຄ້າ ພ້ອມທັງສ້າງແຮງຂັບເຄື່ອນໃໝ່ໃຫ້ແກ່ການພັດທະນາເສດຖະກິດເຂດຊາຍແດນ ຫວຽດນາມ - ກຳປູເຈຍ - ລາວ ໄປໃນທິດທາງທີ່ເປັນສີຂຽວ, ທັນສະໄໝ ແລະ ຍືນຍົງ.

ນາຍົກລັດຖະມົນຕີ ລາວ ແລະ ກຳປູເຈຍ ກຽມເດີນທາງຢ້ຽມຢາມ ຫວຽດນາມ, ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ນາຍົກລັດຖະມົນຕີ ລາວ ແລະ ກຳປູເຈຍ ກຽມເດີນທາງຢ້ຽມຢາມ ຫວຽດນາມ, ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ

ຍສໝ - ຕາມແຈ້ງການຂອງກະຊວງການຕ່າງປະເທດ, ຜູ້ນຳລັດຖະບານ ລາວ ແລະ ກຳປູເຈຍ ທັງສອງທ່ານ ຈະມີການເດີນທາງຢ້ຽມຢາມຢ່າງເປັນທາງການ ຢູ່ທີ່ປະເທດຫວຽດນາມ ພາຍໃນເດືອນມິຖຸນານີ້, ພ້ອມທັງຈະເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ (ASEAN Future Forum) ຄັ້ງທີສາມ ຢູ່ທີ່ຮ່າໂນ້ຍ - ເຊິ່ງເປັນໜຶ່ງໃນບັນດາກິດຈະກຳການເຈລະຈານະໂຍບາຍຫຼາຍຝ່າຍອັນສຳຄັນ ຂອງພາກພື້ນພາຍໃນປີນີ້.

ພົບປະແລກປ່ຽນເພີ່ມທະວີຄວາມສາມັກຄີ ນາຍທະຫານໜຸ່ມ ສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ພົບປະແລກປ່ຽນເພີ່ມທະວີຄວາມສາມັກຄີ ນາຍທະຫານໜຸ່ມ ສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ

ຍສໝ - ເມື່ອບໍ່ດົນມານີ້, ຢູ່ທີ່ຫໍວັດທະນະທຳມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ (ຕາແສງ ບໍອີ (Bo Y), ແຂວງ ກວາງຫງາຍ (Quang Ngai)), ຄະນະຊາວໜຸ່ມກອງທັບ ໄດ້ປະສານງານຮ່ວມກັບ ຄະນະບັນຊາທະຫານຊາຍແດນແຂວງ ກວາງຫງາຍ ຈັດຕັ້ງແຜນງານພົບປະແລກປ່ຽນນາຍທະຫານໜຸ່ມ ສາມປະເທດ ຫວຽດນາມ - ...

Link: https://huunghivietlao.thoidai.com.vn/detail-article-22128.html

In bài biết