15:51 | 05/06/2026

ເພີ່ມທະວີການຮ່ວມມືທາງດ້ານວຽກງານປ້ອງກັນຊາດ ຫວຽດນາມ - ຟິລິບປິນ

ເສດຖະກິດຫວຽດນາມເລັ່ງຕົວທ່າມກາງຄວາມບໍ່ແນ່ນອນຂອງໂລກ
ເພີ່ມທະວີການຮ່ວມມືຢ່າງມີປະສິດທິຜົນຕົວຈິງ ລະຫວ່າງ ຫວຽດນາມ ແລະ ອັງໂກລາ
ເພີ່ມທະວີການຮ່ວມມືທາງດ້ານວຽກງານປ້ອງກັນຊາດ ຫວຽດນາມ - ຟິລິບປິນ
ທ່ານພົນເອກ ຟານວັນຢາງ (Phan Văn Giang), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບທ່ານພົນເອກ Romeo Brawner Junior, ເສນາທິການໃຫຍ່ ກອງທັບຟິລິບປິນ - ພາບ: VGP/Nguyễn Hoàng

ທ່ານພົນເອກ ຟານວັນຢາງ ໄດ້ຕີລາຄາສູງຕໍ່ກັບຄວາມໝາຍຂອງການຢ້ຽມຢາມ ຂອງທ່ານເສນາທິການໃຫຍ່ ກອງທັບຟິລິບປິນ ພາຍໃດສະພາບແວດລ້ອມທີ່ສອງປະເທດ ຫາກໍໄດ້ຍົກລະດັບສາຍພົວພັນຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດເພີ່ມທະວີ ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ຢູ່ທີ່ປະເທດຟິລິບປິນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ; ພ້ອມທັງ ກະຊວງປ້ອງກັນປະເທດຂອງສອງປະເທດ ກໍຫາກໍໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືທາງດ້ານວຽກງານປ້ອງກັນຊາດສອງຝ່າຍ. ຜ່ານສິ່ງດັ່ງກ່າວ, ແມ່ນໄດ້ສະແດງໃຫ້ແຫັນເຖິງຄວາມຕັ້ງໜ້າ, ຄວາມເປັນເຈົ້າການຂອງກອງທັບສອງປະເທດ ພາຍໃດການຜັນຂະຫຍາຍຄວາມຮັບຮູ້ຮ່ວມ ຂອງການນຳຂັ້ນສູງສອງປະເທດ ກ່ຽວກັບການຮ່ວມມືທາງດ້ານການທະຫານ ແລະ ວຽກງານປ້ອງກັນຊາດ; ທັງເປັນການຮ່ວມສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ຫວຽດນາມ ແລະ ຟິລິບປິນ ຄົບຮອບ 50 ປີ (12/7/1976 - 12/7/2026) ຢ່າງແທດຕົວຈິງ.

ພາຍໃດຄວາມປິຕິຊົມຊື່ນທີ່ໄດ້ຈົດຈຳໝາກຜົນແຫ່ງການຮ່ວມມືອັນດີງາມ, ນັບມື້ນັບກວ້າງຂວາງ ແລະ ເລິກເຊິ່ງລະຫວ່າງສອງປະເທດ, ໂດຍສະເພາະແມ່ນພາຍໃດຂົງເຂດການເມືອງ - ການທູດ, ວຽກງານປ້ອງກັນຊາດ, ຄວາມສະຫງົບ, ເສດຖະກິດ - ການຄ້າ, ກໍຄືການປະສານງານ ແລະ ສະໜັບສະໜູນເຊິ່ງກັນແລະກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍ, ທ່ານພົນເອກ ຟານວັນຢາງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ຟິລິບປິນ ຈະສາມາດສຳເລັດບົດບາດອັນເຕັມໄປດ້ວຍຄວາມຮັບຜິດຊອບສູງຂອງຕົນ ພາຍໃດຖານະເປັນປະທານອາຊຽນ (ASEAN) ປະຈຳປີ 2026 ໄດ້ເປັນຢ່າງດີ.

ພ້ອມກັນນັ້ນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຟານວັນຢາງ ກໍໄດ້ຮ່ວມສະແດງຄວາມຍິນດີ ຕໍ່ກັບກອງທັບຟິລິບປິນ ທີ່ໄດ້ຈັດຕັ້ງກອງປະຊຸມທາງດ້ານການທະຫານ - ວຽກງານປ້ອງກັນຊາດອາຊຽນ ປະຈຳປີ 2026 ໄດ້ຢ່າງສຳເລັດຜົນ, ເຊິ່ງໄດ້ມີການປະກອບສ່ວນອັນສຳຄັນ ເຂົ້າໃສ່ຄວາມສາມັກຄີ ແລະ ບົດບາດເປັນສູນກາງຂອງອາຊຽນ.

ພາຍໃດການກ່າວສະແດງຄວາມຂອບໃຈຕໍ່ກັບທ່ານພົນເອກ ຟານວັນຢາງ ທີ່ໄດ້ສະຫຼະເວລາອັນມີຄ່າເພື່ອໃຫ້ການຕ້ອນຮັບ, ທ່ານພົນເອກ ໂຣເມໂອ ບຣາວເນີ ຈູເນຍ ໄດ້ແຈ້ງໃຫ້ທ່ານພົນເອກ ຟານວັນຢາງ ຊາບກ່ຽວກັບໝາກຜົນຂອງການເຈລະຈາກ່ອນໜ້ານັ້ນ ຮ່ວມກັບທ່ານພົນເອກ ຫງວຽນເຕິນເກືອງ (Nguyễn Tân Cương), ກໍາມະການສູນກາງພັກ, ເສນາທິການໃຫຍ່ ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ. ທ່ານເສນາທິການໃຫຍ່ ກອງທັບຟິລິບປິນ ໄດ້ເນັ້ນໜັກວ່າ, ການທີ່ສອງປະເທດໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືທາງດ້ານວຽກງານປ້ອງກັນຊາດ ນັ້ນແມ່ນພື້ນຖານອັນສຳຄັນ ເພື່ອເພີ່ມທະວີສາຍພົວພັນພາຍໃດຂົງເຂດດັ່ງກ່າວນີ້.

ເພີ່ມທະວີການຮ່ວມມືທາງດ້ານວຽກງານປ້ອງກັນຊາດ ຫວຽດນາມ - ຟິລິບປິນ
ທ່ານພົນເອກ ຟານວັນຢາງ (Phan Văn Giang) ພ້ອມດ້ວຍບັນດາຜູ້ແທນ - ພາບ: VGP/Nguyễn Hoàng

ທ່ານພົນເອກ ຟານວັນຢາງ ໄດ້ຕີລາຄາສູງຕໍ່ກັບໝາກຜົນຂອງການເຈລະຈາລະຫວ່າງຄະນະຜູ້ແທນທັງສອງຝ່າຍ, ພ້ອມທັງຮັບຮູ້ໝາກຜົນແຫ່ງການຮ່ວມມືໃນທາງບວກລະຫວ່າງກອງທັບສອງປະເທດພາຍໃດໄລຍະຜ່ານມາ. ທ່ານພົນເອກ ຟານວັນຢາງ ໄດ້ສະເໜີວ່າ, ພາຍໃດໄລຍະຕໍ່ໜ້າ, ທັງສອງຝ່າຍຕ້ອງສືບຕໍ່ປະສານງານກັນຢ່າງສະໜິດແໜ້ນ, ຜັນຂະຫຍາຍຄວາມຮັບຮູ້ຮ່ວມລະຫວ່າງການນຳຂັ້ນສູງ ແລະ ກະຊວງປ້ອງກັນປະເທດຂອງສອງປະເທດ ກ່ຽວກັບການຮ່ວມມືທາງດ້ານການທະຫານ, ວຽກງານປ້ອງກັນຊາດ, ກໍຄືບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືທາງດ້ານວຽກງານປ້ອງກັນຊາດທີ່ຫາກໍໄດ້ລົງນາມຮ່ວມກັນ ໃຫ້ມີຄວາມຮອບດ້ານ ແລະ ມີປະສິດທິຜົນ; ພ້ອມທັງຢືນຢັນວ່າ ກະຊວງປ້ອງກັນປະເທດຫວຽດນາມ ຈະຍາມໃດກໍສ້າງເງື່ອນໄຂອັນສະດວກສະບາຍທີ່ສຸດ ເພື່ອໃຫ້ກອງທັບສອງປະເທດສືບຕໍ່ເພີ່ມທະວີການຮ່ວມມືຮ່ວມກັນ.

ສະມາຄົມຊາວນາຫວຽດນາມ ນັບຕັ້ງແຕ່ກອງປະຊຸມໃຫຍ່ ຄັ້ງທີ VIII ມາຮອດປັດຈຸບັນ: ບັນດາໝາກຜົນອັນພົ້ນເດັ່ນພາຍໃນວຽກງານສະມາຄົມ ແລະ ຂະບວນການຊາວນາ ສະມາຄົມຊາວນາຫວຽດນາມ ນັບຕັ້ງແຕ່ກອງປະຊຸມໃຫຍ່ ຄັ້ງທີ VIII ມາຮອດປັດຈຸບັນ: ບັນດາໝາກຜົນອັນພົ້ນເດັ່ນພາຍໃນວຽກງານສະມາຄົມ ແລະ ຂະບວນການຊາວນາ

ຍສໝ - ເກາະຕິດກັບໜ້າທີ່ນັບຕັ້ງແຕ່ກອງປະຊຸມໃຫຍ່ ຄັ້ງທີ VIII ມາຮອດປັດຈຸບັນ, ສະມາຄົມຊາວນາຫວຽດນາມ ແມ່ນໄດ້ຫັນປ່ຽນໃໝ່ການເຄື່ອນໄຫວຢ່າງແຂງແຮງ, ເສີມຂະຫຍາຍບົດບາດເປັນເຈົ້າການຂອງຊາວຊົນນະບົດ. ນີ້ແມ່ນຫຼັກຖານອັນມີຊີວິດຊີວາໃຫ້ແກ່ການຫັນແນວຄິດການຖືເອົາປະຊາຊົນເປັນກົກ, ເພື່ອປະຊາຊົນ ໃຫ້ປະກົດຜົນເປັນຈິງ ເຊິ່ງໄດ້ຮັບການເນັ້ນໜັກໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm).

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວນາຫວຽດນາມ ຄັ້ງທີ IX ຈະດຳເນີນຂຶ້ນໃນລະຫວ່າງວັນທີ 7-8/6 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວນາຫວຽດນາມ ຄັ້ງທີ IX ຈະດຳເນີນຂຶ້ນໃນລະຫວ່າງວັນທີ 7-8/6

ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວນາຫວຽດນາມ ຄັ້ງທີ IX, ສົກປີ 2026-2031 ພາຍໃຕ້ຫົວຂໍ້ "ສາມັກຄີ - ປະຊາທິປະໄຕ - ບຸກທະລຸ - ຮ່ວມມື - ພັດທະນາ" ຈະດຳເນີນຂຶ້ນໃນລະຫວ່າງວັນທີ 7 ຫາ 8/6 ນີ້ ຢູ່ທີ່ນະຄອນຫຼວງຮ່າໂນ້ຍ ໂດຍມີຜູ້ແທນເຂົ້າຮ່ວມທັງໝົດ ...

Link: https://huunghivietlao.thoidai.com.vn/detail-article-22118.html

In bài biết