ຂີດໝາຍ 8 ຄັ້ງກອງປະຊຸມໃຫຍ່ ສະມາຄົມຊາວນາຫວຽດນາມ: ເສັ້ນທາງແຫ່ງການດັດແປງໃໝ່ ແລະ ການພັດທະນາ ຂອງຊົນຊັ້ນຊາວນາ
| ຂີດໝາຍ 100 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ ໂດຍພິທີສະເຫຼີມສະຫຼອງດ້ວຍການມີໜາ້ຂອງການນຳພັກ ແລະ ລັດ. | |
| ຂີດໝາຍເພີ່ມທະວີການພົວພັນຮ່ວມມືລະຫວ່າງແຂວງ ຮວ່າບິ່ງ ແລະ ຫົວພັນ |
1 ກອງປະຊຸມໃຫຍ່ ຄັ້ງທີ I (ອາຍຸການ 1988 - 1993)
![]() |
| ກອງປະຊຸມໃຫຍ່ ສະມາຄົມຊາວນາຫວຽດນາມ ຄັ້ງທີ I. (ຮູບ: KT) |
ກອງປະຊຸມໃຫຍ່ໄດ້ຖືກຈັດຕັ້ງຂຶ້ນແຕ່ວັນທີ 28 - 29 ເດືອນມີນາ ປີ 1988 ຢູ່ຫໍປະຊຸມບາດິ່ງ, ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມໃຫຍ່ມີຜູ້ແທນ 613 ທ່ານ ຕາງໜ້າໃຫ້ແກ່ພະນັກງານ, ສະມາຊິກຊາວນາ 11.188.789 ທ່ານ. ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານ ລວມມີ 95 ສະຫາຍ. ສະຫາຍ ຟ້າມບ໋າຍ, ກຳມະການສູນກາງພັກ ໄດ້ຖືກເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານຄະນະບໍລິຫານງານສູນກາງສະມາຄົມຊາວນາຫວຽດນາມ.
ກອງປະຊຸມໃຫຍ່ໄດ້ໝາຍເຖິງຂີດໝາຍອັນຄຳທີ່ສຳຄັນ ບົນເສັ້ນທາງປະຫວັດສາດອັນສະຫງ່າລາສີ ເກືອບ 6 ທົດສະວັດ, ເປີດໄລຍະແຫ່ງການພັດທະນາໃໝ່ ຂອງຂະບວນການຊາວນາ ແລະ ສະມາຄົມຊາວນາຫວຽດນາມ; ນັບແຕ່ເວລານີ້, ການຈັດຕັ້ງການເມືອງ - ສັງຄົມ ຢ່າງກວ້າງຂວາງ ຂອງຊົນຊັ້ນຊາວນາ ໄດ້ຖືກສ້າງຕັ້ງຂຶ້ນຢ່າງເປັນທາງການ, ມີລະບົບການຈັດຕັ້ງທີ່ສົມບູນແບບ ແຕ່ສູນກາງລົງຮອດຮາກຖານ.
2 ກອງປະຊຸມໃຫຍ່ ຄັ້ງທີ II (ອາຍຸການ 1993 – 1998)
![]() |
| ກອງປະຊຸມໃຫຍ່ ສະມາຄົມຊາວນາຫວຽດນາມ ຄັ້ງທີ II. (ຮູບ: KT) |
ກອງປະຊຸມໃຫຍ່ໄດ້ຖືກຈັດຕັ້ງຂຶ້ນແຕ່ວັນທີ 15 - 19/11/1993 ຢູ່ຫໍປະຊຸມບາດິ່ງ, ຮ່າໂນ້ຍ. ເົ້າຮ່ວມກອງປະຊຸມໃຫຍ່ມີຜູ້ແທນ 600 ທ່ານ ຕາງໜ້າໃຫ້ແກ່ພະນັກງານ, ສະມາຊິກຊາວນາ 7.269.982 ທ່ານ. ກອງປະຊຸມໃຫຍ່ໄດ້ເລືອກຕັ້ງ 77 ສະຫາຍ ເຂົ້າໃນຄະນະບໍລິຫານງານ. ສະຫາຍ ຫງວຽນວັນຈິ໊ນ (ຈິ໊ນເກິ່ນ), ກຳມະການສູນກາງພັກ ໄດ້ຖືກເລືອກຕັ້ງຄືນໃໝ່ໃຫ້ດຳລົງຕຳແໜ່ງເປັນປະທານຄະນະບໍລິຫານງານສູນກາງສະມາຄົມຊາວນາຫວຽດນາມ.
ນີ້ແມ່ນກອງປະຊຸມໃຫຍ່ “ດັດແປງໃໝ່ການຈັດຕັ້ງ, ເນື້ອໃນ ແລະ ວິທີການເຄື່ອນໄຫວ”, ກອງປະຊຸມໃຫຍ່ໄດ້ກຳນົດທິດທາງລວມແມ່ນ: ດັດແປງໃໝ່ການຈັດຕັ້ງ, ເນື້ອໃນ ແລະ ວິທີການເຄື່ອນໄຫວໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການພັດທະນາເສດຖະກິດ - ສັງຄົມ, ການສ້າງຊົນນະບົດໃໝ່ ຕອບສະໜອງຄວາມຕ້ອງການຜົນປະໂຫຍດອັນແທ້ຈິງຂອງສະມາຊິກຊາວນາ; ສ້າງຕັ້ງຮາກຖານສະມາຄົມໃຫ້ເຂັ້ມແຂງໃນທຸກດ້ານ, ກາຍເປັນກຳລັງແກນນຳຂອງຂະບວນການຊາວນາພັດທະນາເສດຖະກິດ - ສັງຄົມ, ການສ້າງຊົນນະບົດໃໝ່.
3 ກອງປະຊຸມໃຫຍ່ ຄັ້ງທີ III (ອາຍຸການ 1998 - 2003)ກອງປະຊຸມໃຫຍ່ໄດ້ຖືກຈັດຕັ້ງຂຶ້ນແຕ່ວັນທີ 17 - 20 ເດືອນພະຈິກ ປີ 1998 ຢູ່ຫໍວັດທະນະທຳມິດຕະພາບ, ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມໃຫຍ່ມີຜູ້ແທນ 700 ທ່ານ ຕາງໜ້າໃຫ້ແກ່ພະນັກງານ ສະມາຊິກຊາວນາ 7.215.544 ທ່ານ. ກອງປະຊຸມໃຫຍ່ໄດ້ເລືອກຕັ້ງກຳມະການຄະນະບໍລິຫານງານ 114 ທ່ານ. ສະຫາຍ ຫງວຽນດຶກຈ່ຽວ, ກຳມະການສູນກາງພັກ ໄດ້ຖືກເລືອກຕັ້ງຄືນໃໝ່ໃຫ້ດຳລົງຕຳແໜ່ງເປັນປະທານຄະນະບໍລິຫານງານສູນກາງສະມາຄົມຊາວນາຫວຽດນາມ.
ກອງປະຊຸມໃຫຍ່ໄດ້ວາງອອກບັນດານາທີ ແລະ ມາດຕະການຈັດຕັ້ງປະຕິບັດແນວທາງຂອງພັກ ກ່ຽວກັບການຍູ້ແຮງການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝກະສິກຳ, ຊົນນະບົດ; ທັງສືບຕໍ່ດັດແປງໃໝ່ ແລະ ເສີມຂະຫຍາຍຢ່າງແຂງແຮງຕໍ່ກັບບົດບາດແກນນຳຂອງສະມາຄົມ, ຈັດຕັ້ງ, ປຸກລະດົມຊົນຊັ້ນຊາວນາເສີມຂະຫຍາຍກຳລັງແຮງພາຍໃນ, ມັດທະຍັດກວດກາສ້າງສາປະເທດຊາດ, ຈັດຕັ້ງປະຕິບັດການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝກະສິກຳ, ຊົນນະບົດ.
4 ກອງປະຊຸມໃຫຍ່ ຄັ້ງທີ IV (ອາຍຸການ 2003 - 2008)
![]() |
| ກອງປະຊຸມໃຫຍ່ ສະມາຄົມຊາວນາຫວຽດນາມ ຄັ້ງທີ IV. (ຮູບ: KT) |
ກອງປະຊຸມໃຫຍ່ໄດ້ຖືກຈັດຕັ້ງຂຶ້ນແຕ່ວັນທີ 22 - 25 ເດືອນພະຈິກ ປີ 2003 ຢູ່ຫໍວັດທະນະທຳມິດຕະພາບ, ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມໃຫຍ່ມີຜູ້ແທນ 860 ທ່ານ ຕາງໜ້າໃຫ້ແກ່ພະນັກງານ, ສະມາຊິກຊາວນາ 8.173.238 ທ່ານ. ກອງປະຊຸມໃຫຍ່ໄດ້ເລືອກຕັ້ງກຳມະການຄະນະບໍລິຫານງານ 120 ທ່ານ. ສະຫາຍ ວູ້ງອກກີ່, ກຳມະການສູນກາງພັກ ໄດ້ຖືກເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານຄະນະບໍລິຫານງານສູນກາງສະມາຄົມຊາວນາຫວຽດນາມ.
ກອງປະຊຸມໃຫຍ່ມີຫົວຂໍ້ແມ່ນ "ສາມັກຄີ - ດັດແປງໃໝ່ - ປະຊາທິປະໄຕ - ພັດທະນາ". ກອງປະຊຸມໃຫຍ່ໄດ້ກຳນົດທິດທາງແມ່ນ: ສ້າງຕັ້ງສະມາຄົມຊາວນາຫວຽດນາມໃຫ້ເຂັ້ມແຂງໃນທຸກດ້ານ, ແມ່ນສູນກາງ, ແກນນຳໃນຂະບວນການຊາວນາ ແລະ ພາລະກິດການສ້າງຊົນນະບົດໃໝ່; ຍົກສູງບົດບາດຕາງໜ້າຂອງຊົນຊັ້ນຊາວນາເຂົ້າຮ່ວມການສ້າງພັກ, ອຳນາດການປົກຄອງໃຫ້ປອດໃສ, ເຂັ້ມແຂງ, ເປັນຜູ້ບຸກທະລຸໃນພາລະກິດການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝກະສິກຳ, ຊົນນະບົດ, ເພື່ອເປົ້າໝາຍ "ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມມີຄວາມຍຸດຕິທຳ, ປະຊາທິປະໄຕ, ສີວິໄລ".
5 ກອງປະຊຸມໃຫຍ່ ຄັ້ງທີ V (ອາຍຸການ 2008 - 2013)
![]() |
| ກອງປະຊຸມໃຫຍ່ ສະມາຄົມຊາວນາຫວຽດນາມ ຄັ້ງທີ V. (ຮູບ: KT) |
ກອງປະຊຸມໃຫຍ່ໄດ້ຖືກຈັດຕັ້ງຂຶ້ນແຕ່ວັນທີ 22 - 25 ເດືອນທັນວາ ປີ 2008 ຢູ່ສູນກອງປະຊຸມແຫ່ງຊາດ, ໝີດິ່ງ, ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມໃຫຍ່ມີຜູ້ແທນ 1.175 ທ່ານ ຕາງໜ້າໃຫ້ແກ່ພະນັກງານ, ສະມາຊິກຊາວນາ 9.563.577 ທ່ານ. ກອງປະຊຸມໃຫຍ່ໄດ້ເລືອກຕັ້ງກຳມະການຄະນະບໍລິຫານງານ 124 ທ່ານ. ສະຫາຍ ຫງວຽນກວັກເກືອງ, ກຳມະການສູນກາງພັກ ໄດ້ຮັບການເລືອກຕັ້ງຄືນໃໝ່ໃຫ້ດຳລົງຕຳແໜ່ງເປັນປະທານຄະນະບໍລິຫານງານສູນກາງສະມາຄົມຊາວນາຫວຽດນາມ.
ຫົວຂໍ້ຂອງກອງປະຊຸມໃຫຍ່ແມ່ນ: "ສາມັກຄີ - ດັດແປງໃໝ່ - ເຊື່ອມໂຍງ - ພັດທະນາ". ກອງປະຊຸມໃຫຍ່ໄດ້ກຳນົດທິດທາງແມ່ນ: “ສາມັກຄີ, ເຄື່ອນໄຫວ, ສ້າງສັນ, ສ້າງຕັ້ງຊົນຊັ້ນຊາວນາໃຫ້ເຂັ້ມແຂງ, ແມ່ນເຈົ້າກຳໃນຂະບວນວິວັດການພັດທະນາກະສິກຳ, ຊົນນະບົດ; ສະມາຄົມຊາວນາມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ, ເປັນເອກະພາບທາງດ້ານການເຄື່ອນໄຫວ, ແມ່ນສູນກາງ ແລະ ແກນນຳໃນຂະບວນການຊາວນາ, ປະກອບສ່ວນເຂົ້າໃນພາລະກິດການສ້າງຊົນນະບົດໃໝ່ໃນໄລຍະທີ່ປະເທດຊາດຍູ້ແຮງພາລະກິດການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ ແລະ ເຊື່ອມໂຍງເສດຖະກິດໂລກ.
6 ກອງປະຊຸມໃຫຍ່ ຄັ້ງທີ VI (ອາຍຸການ 2013 - 2018)
![]() |
ກອງປະຊຸມໃຫຍ່ ສະມາຄົມຊາວນາຫວຽດນາມ ຄັ້ງທີ VI. (ຮູບ: KT) |
ກອງປະຊຸມໃຫຍ່ໄດ້ຖືກຈັດຕັ້ງຂຶ້ນແຕ່ວັນທີ 30 ເດືອນມິຖຸນາ - 03 ເດືອນກໍລະກົດ ປີ 2013 ຢູ່ສູນກອງປະຊຸມແຫ່ງຊາດ, ໝີດິ່ງ - ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມໃຫຍ່ມີຜູ້ແທນ 1.169 ທ່ານ ຕາງໜ້າໃຫ້ແກ່ພະນັກງານ, ສະມາຊິກຊາວນາ 9.913.432 ທ່ານ. ກອງປະຊຸມໃຫຍ່ໄດ້ເລືອກຕັ້ງກຳມະການຄະນະບໍລິຫານງານ 122 ທ່ານ. ສະຫາຍ ຫງວຽນກວັກເກືອງ, ກຳມະການສູນກາງພັກ ໄດ້ຮັບການເລືອກຕັ້ງຄືນໃໝ່ໃຫ້ດຳລົງຕຳແໜ່ງເປັນປະທານຄະນະບໍລິຫານງານສູນກາງສະມາຄົມຊາວນາຫວຽດນາມ.
ນີ້ແມ່ນກອງປະຊຸມໃຫຍ່ຂອງຈິດໃຈ: “ສາມັກຄີ - ດັດແປງໃໝ່ - ເປັນເຈົ້າການ - ເຊື່ອມໂຍງ - ພັດທະນາແບບຍືນຍົງ”. ກອງປະຊຸມໃຫຍ່ໄດ້ກຳນົດທິດທາງແມ່ນ: ເສີມຂະຫຍາຍບົດບາດສູນກາງ ແລະ ແກນນຳໃຫ້ແກ່ຂະບວນການຊາວນາ ແລະ ພາລະກິດການສ້າງຊົນນະບົດໃໝ່; ດັດແປງໃໝ່ຢ່າງແຂງແຮງຕໍ່ກັບວິທີການເຄື່ອນໄຫວຕາມທິດທາງສົມທົບຢ່າງແໜ້ນແຟ້ນລະຫວ່າງວຽກງານເຕົ້າໂຮມ, ໂຄສະນາ, ປຸກລະດົມສະມາຄົມ, ຊາວນາ, ເຂົ້າຮ່ວມການສ້າງກົນໄກ, ນະໂຍບາຍພັດທະນາກະສິກຳ, ຊາວນາ, ຊົນນະບົດ; ຕິດຕາມກວດກາ, ວິພາກວິຈານສັງຄົມ ແລະ ຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ໄປຄຽງຄູ່ກັບການຍູ້ແຮງການຮ່ວມມືເພີ່ມທະວີບັນດາກິດຈະກຳບໍລິການ, ໃຫ້ຄຳປຶກສາ, ຊ່ວຍເຫຼືອ ແລະ ວິຊາຊີບ, ຕອບສະໜອງຄວາມຕ້ອງການ ແລະ ຜົນປະໂຫຍດຕົວຈິງຂອງສະມາຄົມ, ຊາວນາ. ຊີ້ນຳໂດຍກົງ ແລະ ສົມທົບຈັດຕັ້ງປະຕິບັດຢ່າງມີປະສິດທິຜົນບັນດາແຜນງານ, ໂຄງການພັດທະນາເສດຖະກິດ, ວັດທະນະທຳ - ສັງຄົມ ຢູ່ຊົນນະບົດ.
7 ກອງປະຊຸມໃຫຍ່ ຄັ້ງທີ VII (ອາຍຸການ 2018 - 2023)
![]() |
| ກອງປະຊຸມໃຫຍ່ ສະມາຄົມຊາວນາຫວຽດນາມ ຄັ້ງທີ VII. (ຮູບ: KT) |
ກອງປະຊຸມໃຫຍ່ໄດ້ຖືກຈັດຕັ້ງຂຶ້ນແຕ່ວັນທີ 11 - 13 ເດືອນທັນວາ ປີ 2018 ຢູ່ສູນກອງປະຊຸມແຫ່ງຊາດ, ໝີດິ່ງ - ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມໃຫຍ່ມີຜູ້ແທນ 999 ທ່ານ ຕາງໜ້າໃຫ້ແກ່ພະນັກງານ, ສະມາຊິກຊາວນາ ຫຼາຍກວ່າ 10,2 ລ້ານທ່ານ. ກອງປະຊຸມໃຫຍ່ໄດ້ເລືอกຕັ້ງກຳມະການຄະນະບໍລິຫານງານ 119 ທ່ານ. ສະຫາຍ ທ້າວຊວນສຸ່ງ, ກຳມະການສູນກາງພັກ ໄດ້ຮັບການເລືອກຕັ້ງຄືນໃໝ່ໃຫ້ດຳລົງຕຳແໜ່ງເປັນປະທານຄະນະບໍລິຫານງານສູນກາງສະມາຄົມຊາວນາຫວຽດນາມ ສະໄໝທີ VII (ອາຍຸການ 2018 - 2023).
ກອງປະຊຸມໃຫຍ່ດ້ວຍຈິດໃຈ “ປະຊາທິປະໄຕ - ສາມັກຄີ - ດັດແປງໃໝ່ - ເຊື່ອມໂຍງ - ພັດທະນາ” ໄດ້ກຳນົດທິດທາງຂອງອາຍຸການແມ່ນ: “ສ້າງຕັ້ງສະມາຄົມຊາວນາຫວຽດນາມໃຫ້ປອດໃສ, ເຂັ້ມແຂງ, ເສີມຂະຫຍາຍບົດບາດຂອງສະມາຄົມ ແລະ ຊົນຊັ້ນຊາວນາໃນການພັດທະນາກະສິກຳໃຫ້ຮັ່ງມີຂະຫຍາຍຕົວ, ຊາວນາມີຄວາມຮັ່ງມີ, ຊົນນະບົດມີຄວາມສີວິໄລ, ທັນສະໄໝ”. ດັດແປງໃໝ່, ຍູ້ແຮງ ແລະ ຍົກສູງປະສິດທິຜົນບັນດາກິດຈະກຳບໍລິການ, ໃຫ້ຄຳປຶກສາ, ຝຶກອົບຮົມວິຊາຊີບຊ່ວຍເຫຼືອຊາວນາ ແລະ ຂະບວນການ “ຊາວນາແຂ່ງຂັນກັນຜະລິດ, ດຳເນີນທຸລະກິດເກັ່ງ, ສາມັກຄີຊ່ວຍເຫຼືອກັນສ້າງຄວາມຮັ່ງມີ ແລະ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ”. ສ້າງຕັ້ງຖັນແຖວພະນັກງານສະມາຄົມໃຫ້ມີຄຸນທາດການເມືອງ, ຄຸນສົມບັດ, ແບບແຜນດຳລົງຊີວິດ, ລະດັບຄວາມຮູ້, ຄວາມສາມາດໃນການເຮັດວຽກທີ່ດີ. ພັດທະນາ ແລະ ຍົກສູງຄຸນນະພາບຂອງສະມາຄົມ, ສູ້ຊົນສ້າງໃຫ້ເກີດມີຄົນຊາວນະລຸ້ນໃໝ່ທີ່ມີຄວາມສາມາດໃນການຄຸ້ມຄອງ, ມີທັກສະການຜະລິດແບບມືອາຊີບ ແລະ ຫັນຊາວນາເປັນປັນຍາຊົນເທື່ອລະກ້າວ.
8 ກອງປະຊຸມໃຫຍ່ ຄັ້ງທີ VIII (ອາຍຸການ 2023 - 2028)
![]() |
| ກອງປະຊຸມໃຫຍ່ ສະມາຄົມຊາວນາຫວຽດນາມ ຄັ້ງທີ VIII. (ຮູບ: KT) |
ກອງປະຊຸມໃຫຍ່ໄດ້ຖືກຈັດຕັ້ງຂຶ້ນແຕ່ວັນທີ 25 - 27 ເດືອນທັນວາ ປີ 2023 ຢູ່ສູນກອງປະຊຸມແຫ່ງຊາດ, ໝີດິ່ງ - ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມໃຫຍ່ມີຜູ້ແທນດີເດັ່ນ 995 ທ່ານ, ຕາງໜ້າໃຫ້ແກ່ພະນັກງານ, ສະມາຊິກຊາວນາ ຫຼາຍກວ່າ 10 ລ້ານທ່ານໃນທົ່ວປະເທດ. ກອງປະຊຸມໃຫຍ່ໄດ້ເລືອກຕັ້ງກຳມະການຄະນະບໍລິຫານງານ 111 ທ່ານ; ສະຫາຍ ເລືອງກວັກດວ່ານ, ກຳມະການສູນກາງພັກ ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານຄະນະບໍລິຫານງານສູນກາງສະມາຄົມຊາວນາຫວຽດນາມ.
ດ້ວຍຈິດໃຈ “ສາມັກຄີ - ປະຊາທິປະໄຕ - ສ້າງສັນ - ຮ່ວມມື - ພັດທະນາ”, ກອງປະຊຸມໃຫຍ່ໄດ້ກຳນົດໜ້າທີ່ ແລະ ວິທີແກ້ໄຂຕົ້ນຕໍຂອງອາຍຸການ 2023 - 2028 ແມ່ນ: ສ້າງຕັ້ງສະມາຄົມຊາວນາຫວຽດນາມໃຫ້ປອດໃສ, ເຂັ້ມແຂງ; ເສີມຂະຫຍາຍບົດບາດເຈົ້າກຳ, ສູນກາງຂອງຊາວນາໃນການພັດທະນາກະສິກຳ, ເສດຖະກິດຊົນນະບົດ ແລະ ສ້າງຊົນນະບົດໃໝ່; ຍູ້ແຮງບັນດາກິດຈະກຳບໍລິການ, ໃຫ້ຄຳປຶກສາ, ຊ່ວຍເຫຼືອຊາວນາພັດທະນາການຜະລິດ, ດຳເນີນທຸລະກິດ; ເຂົ້າຮ່ວມການສ້າງຕັ້ງພັກ, ສ້າງຕັ້ງອຳນາດການປົກຄອງໃຫ້ເຂັ້ມແຂງ ແລະ ເສີມຂະຫຍາຍກຳລັງແຮງຂອງກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດ; ຕັ້ງໜ້າເຂົ້າຮ່ວມການຮັບປະກັນປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງ ແລະ ຍູ້ແຮງການຮ່ວມມືສາກົນ, ການເຄື່ອນໄຫວການຕ່າງປະເທດປະຊາຊົນ.
| ຂີດໝາຍ 10 ປີແຫ່ງການປະຕິບັດສັນຍາຮ່ວມມືດ້ານແຮງງານ ຫວຽດນາມ-ລາວ ຍສໝ - ລັດຖະມົນຕີສອງທ່ານ ຢັ້ງຢືນວ່າ ຈະຫັນການຮ່ວມມືລະຫວ່າງສອງປະເທດເປັນຫຼາຍຮູບຫຼາຍແບບ ແລະເປີດກວ້າງໃນວຽກງານອຸປະຖຳໜຸູນຊ່ວຍສັງຄົມ, ເບິ່ງແຍງດູແລເດັກ, ໜູນຊ່ວຍຄົນພິການ ແລະຜູ້ອາຍຸສູງ... Hai Bộ trưởng khẳng định sẽ đa dạng hóa và mở rộng hợp tác giữa hai ... |
| ກອງປະຊຸມລັດຖະມົນຕີແຮງງານ ແລະ ສະຫວັດດີການສັງຄົມ ລາວ-ຫວຽດນາມ ຄັ້ງທີ 8 ວັນທີ 5 ທັນວາ, ຢູ່ນະຄອນຫຼວງພະບາງ, ປະເທດລາວ, ໄດ້ດໍາເນີນກອງປະຊຸມລັດຖະມົນຕີ ແຮງງານ ແລະສະຫວັດດີການສັງຄົມ ລາວ-ຫວຽດນາມ ຄັ້ງທີ 8. ກອງປະຊຸມໂດຍແມ່ນທ່ານນາງ ໃບຄໍາ ຂັດຕິຍະ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມລາວ ກັບທ່ານ ດ່າວງອັກຢຸງ ລັດຖະມົນຕີກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມຫວຽດນາມ ເປັນປະທານຮ່ວມ. |
ແທັງຮັ່ງ






