12:53 | 22/05/2026

FAO ຍາມໃດກໍຖື ຫວຽດນາມ ເປັນຄູ່ຮ່ວມມືອັນສຳຄັນຢູ່ໃນພາກພື້ນ

ບັນດາປະເທດ ອາຟຣິກາ ມຸ່ງຫວັງຢາກຊຸກຍູ້ການຮ່ວມມືໃຫ້ເຂົ້າສູ່ລວງເລິກກວ່າເກົ່າກັບ ຫວຽດນາມ
ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນກອງປະຊຸມສຸດຍອດສະເຫຼີມສະຫຼອງ ອາຊຽນ - ຣັດເຊຍ
FAO ຍາມໃດກໍຖື ຫວຽດນາມ ເປັນຄູ່ຮ່ວມມືອັນສຳຄັນຢູ່ໃນພາກພື້ນ
ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ຫງວຽນເຟືອງແອງ (Nguyễn Phương Anh) ຍື່ນສານຕັ້ງ, ດຳລົງຕຳແໜ່ງເປັນຜູ້ຕາງໜ້າຖາວອນ ຂອງ ຫວຽດນາມ ປະຈຳ FAO ຢ່າງເປັນທາງການ. (ພາບ: TTXVN ອອກເຜີຍແຜ່)

ໃນການຕ້ອນຮັບພາຍຫຼັງພິທີຍື່ນສານຕັ້ງ, ທ່ານ Qu Dongyu ຜູ້ອຳນວຍການໃຫຍ່ FAO ໄດ້ສະແດງຄວາມຍິນດີນຳ ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງແອງ (Nguyễn Phương Anh) ທີ່ໄດ້ຮັບໜ້າທີ່ໃໝ່, ພ້ອມທັງຕີລາຄາສູງຕໍ່ບັນດາຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມ ຂອງ ຫວຽດນາມ ໃນໄລຍະຜ່ານມາ, ໂດຍສະເພາະແມ່ນໃນຂົງເຂດກະສິກຳ, ການຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ, ການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາຊົນນະບົດແບບຍືນຍົງ; ພ້ອມນີ້ກໍໄດ້ຢັ້ງຢືນວ່າ FAO ຍາມໃດກໍຖື ຫວຽດນາມ ເປັນຄູ່ຮ່ວມມືອັນສຳຄັນຢູ່ໃນພາກພື້ນ, ໃຫ້ຄວາມສຳຄັນຕໍ່ບົດບາດ ແລະ ປະສົບການຂອງ ຫວຽດນາມ ໃນການພັດທະນາກະສິກຳ, ເປັນຕົ້ນແມ່ນ ບັນດາຮູບແບບການຮ່ວມມືສາມຝ່າຍຢູ່ ອາຟຣິກາ ແລະ ແຜນງານແຫ່ງຊາດ "ໜຶ່ງຕາແສງ ໜຶ່ງຜະລິດຕະພັນ" (OCOP). ທ່ານໄດ້ສະເໜີໃຫ້ ຫວຽດນາມ ສືບຕໍ່ແບ່ງປັນປະສົບການໃນການພັດທະນາ, ຂະຫຍາຍຮູບແບບທີ່ປະສົບຜົນສຳເລັດ ໄປສູ່ຫຼາຍປະເທດ ແລະ ຫຼາຍພາກພື້ນ, ພ້ອມທັງເພີ່ມທະວີການຮ່ວມມືໃນຂົງເຂດການຫັນປ່ຽນລະບົບສະບຽງອາຫານ ແລະ ອາຫານແບບຍືນຍົງ, ກະສິກຳສີຂຽວ ແລະ ການປັບໂຕເຂົ້າກັບການປ່ຽນແປງຂອງສະພາບພູມອາກາດ.

ທ່ານຜູ້ອຳນວຍການໃຫຍ່ FAO ໄດ້ຫວນຄືນເຖິງຄວາມປະທັບໃຈອັນດີງາມ ໃນການພົບປະຮ່ວມກັບ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເຕິ່ນ (Trần Thanh Mẫn) ຢູ່ທີ່ສຳນັກງານໃຫຍ່ FAO ໃນເດືອນເມສາ ທີ່ຜ່ານມາ ກໍຄືບັນດາການຢ້ຽມຢາມ ຫວຽດນາມ ໃນຄັ້ງກ່ອນໆ. ທ່ານໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ຕ້ອນຮັບການນຳຂັ້ນສູງຄົນທຳອິດຂອງ ຫວຽດນາມ ທີ່ເດີນທາງມາຢ້ຽມຢາມ FAO ໃນຮອບຫຼາຍປີ, ໂດຍຖືວ່ານີ້ແມ່ນຂີດໝາຍອັນສຳຄັນ ທີ່ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງ ຫວຽດນາມ ຕໍ່ກັບສາຍພົວພັນການຮ່ວມມືກັບ FAO.

ທາງຝ່າຍ ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງແອງ ກໍໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍໃຫ້ຄວາມສຳຄັນຕໍ່ສາຍພົວພັນການຮ່ວມມືໃນໄລຍະຍາວ ແລະ ມີປະສິດທິຜົນຮ່ວມກັບ FAO; ພ້ອມທັງຕີລາຄາສູງຕໍ່ການຊ່ວຍເຫຼືອຂອງ FAO ທີ່ມີຕໍ່ຂະແໜງການກະສິກຳຂອງ ຫວຽດນາມ ຕະຫຼອດຫຼາຍທົດສະວັດທີ່ຜ່ານມາ. ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມມຸ່ງມາດປາດຖະໜາຢາກໃຫ້ FAO ສືບຕໍ່ຮ່ວມເດີນທາງໄປພ້ອມກັບ ຫວຽດນາມ ໃນການປັບໂຄງສ້າງຂະແໜງການກະສິກຳຄືນໃໝ່, ການພັດທະນາກະສິກຳສີຂຽວ ແລະ ຍືນຍົງ, ການຫັນເປັນດິຈິຕອນ, ການຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ, ການຈັດຕັ້ງປະຕິບັດແນວທາງການເຂົ້າເຖິງແບບ "ສຸຂະພາບໜຶ່ງດຽວ" (One Health) ແລະ ການຮັບມືກັບການປ່ຽນແປງຂອງສະພາບພູມອາກາດ.

FAO ຍາມໃດກໍຖື ຫວຽດນາມ ເປັນຄູ່ຮ່ວມມືອັນສຳຄັນຢູ່ໃນພາກພື້ນ
ບັນດາຜູ້ແທນຮ່ວມຖ່າຍຮູບລວມ. (ພາບ: TTXVN)

ທັງສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ທີ່ຈະສືບຕໍ່ເພີ່ມທະວີການປະສານສົມທົບ, ເສີມຂະຫຍາຍປະສິດທິຜົນຂອງບັນດາແຜນງານ ແລະ ໂຄງການຮ່ວມມືທີ່ມີຢູ່ໃນປັດຈຸບັນ; ພ້ອມກັນນັ້ນ ກໍຂະຫຍາຍການຮ່ວມມືໃນບັນດາຂົງເຂດກະສິກຳແບບຍືນຍົງ, ນະວັດຕະກຳ, ການຫັນປ່ຽນລະບົບສະບຽງອາຫານ ແລະ ອາຫານ, ກໍຄືການຮ່ວມມືໃຕ້-ໃຕ້ (South-South cooperation), ເຊິ່ງຜ່ານນັ້ນຈະປະກອບສ່ວນເຂົ້າໃນການຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ການພັດທະນາແບບຍືນຍົງ ຢູ່ໃນພາກພື້ນ ແລະ ໃນທົ່ວໂລກ.

ບັນດາອົງການຈັດຕັ້ງສາສະໜາ ຂະຫຍາຍກິດຈະກຳເພື່ອຊຸມຊົນ ບັນດາອົງການຈັດຕັ້ງສາສະໜາ ຂະຫຍາຍກິດຈະກຳເພື່ອຊຸມຊົນ

ຍສໝ - ການເປີດໂຮງທານ (ເຮືອນຄົວການກຸສົນ), ການຮັກສາຮ້ານຂາຍຢາພື້ນເມືອງ (ຢາພື້ນເມືອງຕາເວັນອອກ), ການສ້າງຕັ້ງຮູບແບບ "02 ສະຫງົບ", "03 ຮ່ວມເດີນທາງ"... ຫຼາຍອົງການຈັດຕັ້ງສາສະໜາ ຢູ່ ຫວຽດນາມ ພວກກຳລັງຂະຫຍາຍບົດບາດທາງດ້ານສັງຄົມ ຈາກກິດຈະກຳການກຸສົນ ໄປສູ່ການເບິ່ງແຍງດູແລຊຸມຊົນ, ການຮັກສາຄວາມສະຫງົບຮຽບຮ້ອຍຢູ່ຕາມເຂດຊຸມຊົນ ແລະ ການຊ່ວຍເຫຼືອຜູ້ດ້ອຍໂອກາດ ຢູ່ທີ່ຮາກຖານໂດຍກົງ.

ຮ່າໂນ້ຍ ແລະ Saint Petersburg ຂະຫຍາຍການຮ່ວມມື ຮ່າໂນ້ຍ ແລະ Saint Petersburg ຂະຫຍາຍການຮ່ວມມື

ຍສໝ - ໃນວັນທີ 18 ພຶດສະພາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ສະຫະພັນຣັດເຊຍ, ຄະນະຜູ້ແທນນະຄອນ ຮ່າໂນ້ຍ ໂດຍແມ່ນທ່ານນາງ ຟຸ່ງທິຮົ່ງຮ່າ (Phùng Thị Hồng Hà), ຮອງເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນ ຮ່າໂນ້ຍ, ຮອງຫົວໜ້າຄະນະຜູ້ແທນສະພາແຫ່ງຊາດນະຄອນ ຮ່າໂນ້ຍ ເປັນຫົວໜ້າຄະນະ ໄດ້ດຳເນີນການເຈລະຈາຮ່ວມກັບ ຄະນະສະພາຕັກສິລາ ...

Link: https://huunghivietlao.thoidai.com.vn/detail-article-22044.html

In bài biết