ກອງກຳລັງຕຳຫຼວດທະເລຮ່ວມເດີນທາງໄປພ້ອມກັບຊາວປະມົງ ພາກຕາເວັນຕົກສ່ຽງໃຕ້ ຕົກລົງໃຈຕ້ານ IUU
| ດົ່ງທາບເຂັ້ມງວດການຄຸ້ມຄອງເຮືອຫາປາ, ສະກັດກັ້ນການລະເມີດກົດໝາຍວ່າດ້ວຍການຫາປາ IUU ຢ່າງຕັ້ງໜ້າ | |
| ຮັດແໜ້ນການຄຸ້ມຄອງເຮືອຫາປາ, ແຂວງດົ່ງທັບ ສະກັດກັ້ນການລະເມີດ IUU ຈາກຕົ້ນເຫດ |
ຢູ່ເຂດທີ່ມີຊາຍແດນຕິດຈອດກັບບັນດາປະເທດໃນເຂດທະເລ ພາກຕາເວັນຕົກສ່ຽງໃຕ້, ຄະນະປະຕິບັດງານໄດ້ກວດກາການປະຕິບັດ IUU ຢູ່ເທິງເຮືອຕົກມຶກຂອງຊາວປະມົງ ກຽນຢາງ. ຄະນະໄດ້ຈົດບັນທຶກວ່າ, ການປະຕິບັດຕາມກົດລະບຽບຂອງເຮືອຫາປາແມ່ນໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີ. ກັບຕັນເຮືອ ຟານແທັງຮຸ່ງ ຜູ້ຄວບຄຸມເຮືອຕົກມຶກ KG-95800.TS ບໍ່ພຽງແຕ່ໄດ້ຍື່ນເອກະສານຢ່າງຄົບຖ້ວນເທົ່ານັ້ນ, ແຕ່ຍັງປະຕິບັດຕາມຢ່າງເຂັ້ມງວດໃນການເປີດນຳໃຊ້ເຄື່ອງຈັກຕິດຕາມການເດີນທາງ (VMS) ອີກດ້ວຍ.
“ພວກອ້າຍນ້ອງມາໂຄສະນາແມ່ນຫວັງວ່າພວກເຮົາຈະປະຕິບັດວຽກງານຂອງຊາວປະມົງໃຫ້ເປັນຢ່າງດີ. ເຂດທະເລໃດທີ່ຫາປາໄດ້ດີແມ່ນພວກເຮົາເຮັດ, ແຕ່ຢ່າໃຫ້ມີການກະທົບກະທັ່ງ ແລະ ເປັນພິເສດແມ່ນບໍ່ໄປຫາປາຢູ່ເຂດທະເລຂອງຕ່າງປະເທດ. ຫຼາຍຄັ້ງທີ່ພົບກັບກະແສນ້ຳທະເລ ແຕ່ພວກເຮົາໄດ້ຄິດໄລ່ໄວ້ກ່ອນ, ເປັນເຈົ້າການຄວບຄຸມເຮືອບໍ່ໃຫ້ຂ້າມໄປເຂດທະເລຂອງປະເທດ ໄທ”, ທ່ານ ຟານແທັງຮຸ່ງ ໄດ້ແບ່ງປັນ.
|
![]() |
| ຄະນະປະຕິບັດງານໄດ້ຈົດບັນທຶກວ່າ, ເຮືອຫາປາໂດຍທ່ານ ຟານແທັງຮຸ່ງ ເປັນກັບຕັນເຮືອແມ່ນປະຕິບັດຕາມບັນດາກົດລະບຽບເປັນຢ່າງດີ |
![]() |
| ຄະນະປະຕິບັດງານໂຄສະນາ IUU ແລະ ປຸກລະດົມກຳລັງໃຈຊາວປະມົງຢູ່ເທິງເຮືອຫາປາ ຂ່າຍຮວ່ານ |
ຢູ່ທ່າເຮືອທະເລ ໂຖເຈົາ, ຄະນະປະຕິບັດງານໄດ້ກວດກາ ແລະ ປະຕິບັດການໂຄສະນາ IUU ຢູ່ເທິງເຮືອຫາປາ ຂ່າຍຮວ່ານ. ກັບຕັນເຮືອ ດິງຮວ່າງຟີຮວ່າຍ ໃຫ້ຮູ້ວ່າ, ເຮືອຍາມໃດກໍປະຕິບັດຕາມບັນດາກົດລະບຽບໃນການຫາປາຖືກເຂດ, ຖືກເສັ້ນທາງເປັນຢ່າງດີ ໂດຍຖືວ່ານັ້ນແມ່ນຄວາມຮັບຜິດຊອບ ແລະ ທັງເພື່ອຫຼີກເວັ້ນຄວາມເສຍຫາຍທາງເສດຖະກິດຢ່າງໜັກໜ່ວງ ຖ້າຫາກຖືກປະເທດເພື່ອນບ້ານຈັບກຸມ.
ຄະນະປະຕິບັດງານໄດ້ດຳເນີນການມອບຂອງຂວັນ, ທຸງຊາດ ແລະ ຮູບທ່ານປະທານ ໂຮ່ຈີມິນ ໃຫ້ແກ່ຊາວປະມົງຢູ່ເທິງເຮືອທີ່ໄດ້ຮັບການກວດກາ ແລະ ທັງເນັ້ນໜັກເຖິງ, ຄວາມສຳຄັນໃນການປະຕິບັດ IUU ເພື່ອປົດບັດເຫຼືອງ.
“ຊາວປະມົງຫາປາຢູ່ທະເລໃນປັດຈຸບັນແມ່ນຍັງມີຄວາມຫຍຸ້ງຍາກ, ມີຄະນະມາປຸກລະດົມກຳລັງໃຈມອບຂອງຂວັນໃຫ້ເຮືອແມ່ນດີໃຈຫຼາຍ, ຂອບໃຈຫຼາຍໆ. ກ່ຽວກັບວຽກງານການຫາປາ, ກ່ອນທີ່ເຮືອຈະອອກທະເລແມ່ນຕ້ອງຍື່ນໝາຍເລກ ແລະ ປະຕິບັດໃຫ້ຖືກຕ້ອງຄົບຖ້ວນທຸກກົດລະບຽບ, ເດັດຂາດບໍ່ລະເມີດການຂຸດຄົ້ນຢູ່ເຂດທະເລຂອງຕ່າງປະເທດ”, ທ່ານ ດິງຮວ່າງຟີຮວ່າຍ ໄດ້ສະແດງຄວາມຄິດເຫັນຕໍ່ກັບຄວາມເອົາໃຈໃສ່ຂອງຄະນະປະຕິບັດງານ.
![]() |
| ສະພາບການປະຕິບັດຕາມກົດໝາຍຂອງຊາວປະມົງຢູ່ເຂດທະເລ ພາກຕາເວັນຕົກສ່ຽງໃຕ້ ແມ່ນມີການຫັນປ່ຽນໄປໃນທາງຕັ້ງໜ້າ |
ໃນສະພາບການແຫຼ່ງຜົນປະໂຫຍດສັດນ້ຳຫຼຸດລົງ ແລະ ຄ່າໃຊ້ຈ່າຍນ້ຳມັນເຊື້ອໄຟເພີ່ມສູງຂຶ້ນ, ການມີໜ້າຂອງຄະນະປະຕິບັດງານກອງກຳລັງຕຳຫຼວດທະເລ ໄດ້ເພີ່ມກຳລັງໃຈໃຫ້ແກ່ພໍ່ແມ່ປະຊາຊົນຊາວປະມົງອອກສູ່ທະເລກວ້າງ, ເກາະຕິດກັບທະເລ. ບັນດາກິດຈະກຳຂອງຄະນະປະຕິບັດງານບໍ່ພຽງແຕ່ຊ່ວຍໃຫ້ອົງການຈັດຕັ້ງທີ່ກ່ຽວຂ້ອງກຳແໜ້ນຄວາມເປັນຈິງຢ່າງສະໜິດແໜ້ນເທົ່ານັ້ນ, ແຕ່ຍັງປະກອບສ່ວນເຮັດໃຫ້ຄວາມຮັບຮູ້ຂອງຊາວປະມົງເປັນມາດຕະຖານ, ແນໃສ່ເປົ້າໝາຍສ້າງສາຂາຂະແໜງການສັດນ້ຳໃຫ້ພັດທະນາແບບຍືນຍົງ ແລະ ມີຄວາມຮັບຮັບຜິດຊອບ.
| ຮ່ວມເດີນທາງກັບຊາວປະມົງ ເພື່ອແກ້ໄຂ "ບັດເຫຼືອງ" IUU ຍສໝ - ການປະກາດໃຊ້ ມະຕິເລກທີ 03/2026/NQ-HĐND ຂອງສະພາປະຊາຊົນແຂວງ ກ່າເມົາ ກ່ຽວກັບການຊ່ວຍເຫຼືອຍົກລະດັບ, ປ່ຽນແທນອຸປະກອນ ແລະ ຄ່າບໍລິການລາຍເດືອນ ສຳລັບລະບົບຕິດຕາມການເດີນເຮືອຂອງເຮືອຫາປາ ພວມນຳມາຊຶ່ງປະສິດທິຜົນຕົວຈິງ. ນີ້ຖືວ່າແມ່ນໜຶ່ງໃນບັນດາມາດຕະການທີ່ສຳຄັນ ເພື່ອຊ່ວຍເຫຼືອຊາວປະມົງ, ເພີ່ມທະວີການຄຸ້ມຄອງອາຊີບການປະມົງ ແລະ ເປົ້າໝາຍໄປສູ່ການແກ້ໄຂ "ບັດເຫຼືອງ" IUU (ຕ້ານການຫາປາແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ມີການຄວບຄຸມ). |
| ຍົກສູງປະສິດທິຜົນການໂຄສະນາເຜີຍແຜ່, ກວດກາ, ຮັດແໜ້ນລະບຽບວິໄນໃນການຂຸດຄົ້ນສິນໃນນ້ຳ ຍສໝ - ໃນບໍລິບົດທີ່ທົ່ວປະເທດພະຍາຍາມແກ້ໄຂ “ບັດເຫຼືອງ” ຂອງຄະນະກຳມະການເອີຣົບ ທີ່ມີຕໍ່ຂະແໜງສິນໃນນ້ຳ, ການສະກັດກັ້ນ ແລະ ກ້າວໄປສູ່ການຢຸດຕິການຂຸດຄົ້ນອາຫານທະເລແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ເປັນໄປຕາມລະບຽບການ (IUU) ໄດ້ກາຍເປັນໜ້າທີ່ຮີບດ່ວນ. ຢູ່ເຂດປາກນ້ຳ ຢານ (Gianh), ຄ້າຍທະຫານຊາຍແດນດ່ານທ່າເຮືອ ຢານ (Gianh) (ທະຫານຊາຍແດນແຂວງ ກວາງຈິ - QuangTri) ໄດ້ຜັນຂະຫຍາຍຫຼາຍວິທີການແກ້ໄຂຢ່າງເປັນເອກະພາບ, ... |



