12:56 | 20/05/2026

ກອງທັບທະຫານຊາຍແດນແຂວງ ວິ້ງລອງ ເພີ່ມທະວີການແກ້ໄຂການລະເມີດການຂຸດຄົ້ນສັດນ້ຳແບບ IUU

ກອງບັນຊາການທະຫານຊາຍແດນກວດກາວຽກງານຕ້ານການຫາປາ IUU ຢູ່ນະຄອນໂຮ່ຈິມິນ
ແຂວງ ວິ້ງລອງ ເພີ່ມທະວີການຮ່ວມມືກັບ ແຂວງຊຽງຂວາງ (ລາວ) ໃນ 6 ຂົງເຂດ

ວັນທີ 17 ເດືອນ ພຶດສະພາ ປີ 2026, ຕາມຂໍ້ມູນຈາກ ກອງເຮືອທະຫານຊາຍແດນ 1, ກອງບັນຊາການທະຫານຊາຍແດນແຂວງ ວິ້ງລອງ ໃຫ້ຮູ້ວ່າ, ໜ່ວຍງານພາກສ່ວນຫາກໍກວດພົບ, ສ້າງສຳນວນເອກະສານດຳເນີນຄະດີຕໍ່ເຮືອຫາປາສອງລຳທີ່ລະເມີດກົດລະບຽບໃນການເຄື່ອນໄຫວຂຸດຄົ້ນສັດນ້ຳຢູ່ທະເລ; ພ້ອມກັນນັ້ນກໍສືບຕໍ່ເພີ່ມທະວີການລາດຕະລາດ, ກວດກາຄວບຄຸມ ແນໃສ່ສະກັດກັ້ນສະພາບການຂຸດຄົ້ນສັດນ້ຳທະເລແບບຜິດກົດລະບຽບ ແລະ ຕ້ານການຂຸດຄົ້ນແບບ IUU.

ກອງທັບທະຫານຊາຍແດນແຂວງ ວິ້ງລອງ ເພີ່ມທະວີການແກ້ໄຂການລະເມີດການຂຸດຄົ້ນສັດນ້ຳແບບ IUU

ກອງທັບທະຫານຊາຍແດນໄດ້ເຮັດບົດບັນທຶກດຳເນີນຄະດີຕໍ່ພາຫະນະສອງລຳທີ່ລະເມີດໃນການຂຸດຄົ້ນສັດນ້ຳ.

ກ່ອນໜ້ານັ້ນ, ໃນຂະບວນການລາດຕະລາດ, ກວດກາຄວບຄຸມ ຢູ່ເຂດທະເລຕາແສງ ແທ້ງຫາຍ, ກອງເຮືອທະຫານຊາຍແດນ 1 ໄດ້ກວດພົບເຮືອຫາປາສອງລຳພວມຂຸດຄົ້ນສັດນ້ຳ ດ້ວຍຮູບແບບອວນລາກ (ອວນຄູ່) ແບບຜິດກົດລະບຽບ ຢູ່ເຂດຫ່າງຈາກຝັ່ງປະມານ 2 ໄມທະເລ.

ພາຫະນະສອງລຳທີ່ລະເມີດລວມມີ ເຮືອຫາປາໝາຍເລກ VL-95023-TS ໂດຍທ່ານ N.V.H (ເກີດປີ 1982, ອາໄສຢູ່ຕາແສງ ແທ້ງຝູ, ແຂວງ ວິ້ງລອງ) ເປັນກັບຕັນເຮືອ ແລະ ເຮືອຫາປາໝາຍເລກ VL-93115-TS ໂດຍທ່ານ N.H.N (ເກີດປີ 1980, ອາໄສຢູ່ຕາແສງ ອານກຸຍ, ແຂວງ ວິ້ງລອງ) ເປັນກັບຕັນເຮືອ.

ຜ່ານການກວດກາ, ກອງກຳລັງທີ່ປະຕິບັດໜ້າທີ່ໄດ້ກຳນົດວ່າ ພາຫະນະທັງສອງລຳລ້ວນແຕ່ຂຸດຄົ້ນຜິດເຂດທີ່ໄດ້ຮັບອະນຸຍາດ. ໜ່ວຍງານປະຕິບັດງານໄດ້ດຳເນີນການເຮັດບົດບັນທຶກການລະເມີດ, ປັບປຸງສຳນວນເອກະສານໃຫ້ແໜ້ນໜາ ແລະ ເປັນເສນາທິການໃຫ້ແກ່ ກອງບັນຊາການທະຫານຊາຍແດນແຂວງ ເພື່ອແກ້ໄຂຕາມກົດລະບຽບຂອງກົດໝາຍຢ່າງຖືກຕ້ອງ.

ກອງເຮືອທະຫານຊາຍແດນ 1 ໃຫ້ຮູ້ວ່າ, ນັບແຕ່ຕົ້ນປີ 2025 ມາຮອດປັດຈຸບັນ, ໜ່ວຍງານພາກສ່ວນໄດ້ຈັດຕັ້ງການລາດຕະລາດ 14 ຄັ້ງ ດ້ວຍພາຫະນະ 28 ເທື່ອລຳ, ລະດົມພະນັກງານ ແລະ ນັກຮົບ 224 ເທື່ອຄົນ ເຂົ້າຮ່ວມປະຕິບັດໜ້າທີ່ຢູ່ທະເລ.

ຜ່ານການກວດກາພາຫະນະຫຼາຍກວ່າ 1.200 ລຳ ພ້ອມກັບລູກເຮືອຫຼາຍກວ່າ 10.000 ເທື່ອຄົນ, ກອງກຳລັງທີ່ກ່ຽວຂ້ອງໄດ້ກວດພົບ ແລະ ແກ້ໄຂພາຫະນະ 23 ລຳ ພ້ອມກັບລູກເຮືອ 167 ຄົນ ທີ່ລະເມີດກົດລະບຽບກ່ຽວກັບການຂຸດຄົ້ນສັດນ້ຳ.

ສະເພາະນັບແຕ່ ເດືອນ ມີນາ ປີ 2026 ມາຮອດປັດຈຸບັນ, ໜ່ວຍງານພາກສ່ວນໄດ້ກວດພົບ ແລະ ແກ້ໄຂພາຫະນະ 12 ລຳ ພ້ອມກັບລູກເຮືອ 98 ຄົນ ທີ່ລະເມີດ; ເປັນເສນາທິການໃຫ້ແກ່ ກອງບັນຊາການທະຫານຊາຍແດນແຂວງ ໃນການອອກຂໍ້ຕົກລົງປັບໄໝການລະເມີດທາງບໍລິຫານ ດ້ວຍມູນຄ່າເງິນລວມທັງໝົດຫຼາຍກວ່າ 1 ຕື້ດົ່ງ.

ຄຽງຄູ່ກັບວຽກງານການລາດຕະລາດ, ກວດກາ ແລະ ແກ້ໄຂການລະເມີດ, ກອງເຮືອທະຫານຊາຍແດນ 1 ກໍໄດ້ຍູ້ແຮງການໂຄສະນາ, ເຜີຍແຜ່ບັນດາກົດລະບຽບກົດໝາຍກ່ຽວກັບການປ້ອງກັນ, ຕ້ານການຂຸດຄົ້ນສັດນ້ຳແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ເປັນໄປຕາມກົດລະບຽບ (IUU); ປຸກລະດົມຊາວປະມົງປະຕິບັດຕາມບັນດາກົດລະບຽບຢ່າງເຂັ້ມງວດໃນຂະບວນການເຄື່ອນໄຫວຢູ່ທະເລ, ປະກອບສ່ວນປົກປັກຮັກສາແຫຼ່ງຜົນປະໂຫຍດສັດນ້ຳ ແລະ ພັດທະນາອາຊີບການປະມົງແບບຍືນຍົງ.

ສາຍຈິດມິດໃຈແພດໝໍທະຫານຊາຍແດນ ສາຍຈິດມິດໃຈແພດໝໍທະຫານຊາຍແດນ

ຍສໝ - ດ້ວຍໜ້າທີ່ປົກປັກຮັກສາຊາຍແດນຂອງປະເທດຊາດ, ພະນັກງານແພດທະຫານຊາຍແດນໄດ້ກຳນົດຄວາມຮຽກຮ້ອງຕ້ອງການສູງກວ່າກ່ຽວກັບວຽກງານປົກປັກຮັກສາ, ສົ່ງເສີມສຸຂະພາບໃຫ້ທະຫານ ແລະປະຊາຊົນ.

ກອງບັນຊາການທະຫານຊາຍແດນ​ ລ້າງເຊີນ: ເປັນເຈົ້າການ, ​​ມີໄຫວພິບໃນວຽກ​ງານ​ການ​ຕ່າງປະ​ເທດ ກອງບັນຊາການທະຫານຊາຍແດນ​ ລ້າງເຊີນ: ເປັນເຈົ້າການ, ​​ມີໄຫວພິບໃນວຽກ​ງານ​ການ​ຕ່າງປະ​ເທດ

ຍສໝ - ດ້ວຍ​ເສັ້ນ​ຊາຍ​ແດນ​ຕິດ​ກັບ​ຈີນ ​ຍາວ 231,74 ກິ​ໂລ​ແມັດ, ວຽກງານ​ການຕ່າງປະເທດທະຫານຊາຍແດນ​​ຢູ່​ ລ້າງເຊີນ ບໍ່​ພຽງ​ແຕ່​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ໃນ​ພາກ​ພື້ນ​ເທົ່າ​ນັ້ນ, ຫາກ​ຍັງຮັດແໜ້ນການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ.

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-22039.html

In bài biết