19:44 | 16/05/2026

ຫວຽດນາມ - ສ.ເກົາຫຼີ ຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີ, ພະລັງງານ ແລະ ເສດຖະກິດດີຈີຕອນ

ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີ ແລະ ນະວັດຕະກຳ
​ເຊື່ອມ​ຕໍ່​ວິ​ສາ​ຫະກິດ ຫວຽດນາມ - ​ແດນ​ມາກ ​ເພື່ອ​ຮ່ວມ​ມື, ຜັນຂະຫຍາຍ​ໂຄງການ​ພະລັງງານ​ທົດ​ແທນ

ມື້ວານນີ້ (12 ເດືອນ ພຶດສະພາ) ຢູ່ ເຊອຸນ (ເກົາຫຼີໃຕ້), ສະຖານທູດ ຫວຽດນาม ປະຈຳ ເກົາຫຼີໃຕ້ ໄດ້ປະສານງານກັບ ສຳນັກງານທູດພານິດ ຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາ “ເພີ່ມທະວີການຮ່ວມມືດ້ານເສດຖະກິດ ຫວຽດນາມ – ເກົາຫຼີໃຕ້ ໃນສະພາບການໃໝ່”.

ຫວຽດນາມ - ສ.ເກົາຫຼີ ຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີ, ພະລັງງານ ແລະ ເສດຖະກິດດີຈີຕອນ

ທູດພິເສດຜູ້ມີອຳນາດເຕັມ ວູໂຮ່ ມອບຊໍ່ດອກໄມ້ຂອບໃຈບັນດາວິສາຫະກິດ ເກົາຫຼີໃຕ້.

ຮູບພາບ: ແຄັ້ງເວິນ - ນັກຂ່າວ VNA ປະຈຳ ເກົາຫຼີໃຕ້

ກ່າວປາໄສໄຂກອງປະຊຸມ, ທູດພິເສດຜູ້ມີອຳນາດເຕັມ ຫວຽດນາມ ປະຈຳ ເກົາຫຼີໃຕ້ ວູໂຮ່ ເນັ້ນໜັກວ່າການຮ່ວມມືດ້ານເສດຖະກິດສືບຕໍ່ແມ່ນເສົາຄ້ຳທີ່ສຳຄັນໃນສາຍພົວພັນສອງຝ່າຍ. ຕາມທ່ານທູດແລ້ວ, ສອງປະເທດຈຳເປັນຕ້ອງເສີມຂະຫຍາຍລັກສະນະຊ່ວຍໜູນເຊິ່ງກັນແລະກັນຂອງສອງພື້ນຖານເສດຖະກິດ, ຂະຫຍາຍການຮ່ວມມືໄປສູ່ຂະແໜງການຍຸດທະສາດ, ເຊັ່ນ: ປັນຍາປະດິດ (AI), ເຄິ່ງຊັກນຳ, ພະລັງງານສະອາດ, ການຫັນປ່ຽນດີຈີຕອນ ແລະ ການປ່ຽນແປງໃໝ່ປະດິດສ້າງ. ພ້ອມກັນນັ້ນ, ກໍຢືນຢັນວ່າ ຫວຽດນາມ ຈະສືບຕໍ່ປັບປຸງສະພາບແວດລ້ອມການລົງທຶນ, ຍູ້ແຮງການປະຕິຮູບສະຖາບັນ ແລະ ຮ່ວມເດີນທາງກັບວິສາຫະກິດຕ່າງປະເທດ, ໃນນັ້ນມີປະຊາຄົມວິສາຫະກິດ ເກົາຫຼີໃຕ້.

ຢູ່ທີ່ກອງປະຊຸມສຳມະນາ, ບັນດາວິສາຫະກິດ ເກົາຫຼີໃຕ້ ຫຼາຍແຫ່ງຕີລາຄາ ຫວຽດນາມ ແມ່ນຈຸດໝາຍປາຍທາງການລົງທຶນທີ່ດຶງດູດ ແລະ ເພີ່ມທະວີການຮ່ວມມືໃນການຫັນປ່ຽນດ້ານພະລັງງານ, ເຕັກໂນໂລຊີດີຈີຕອນ, ສ້າງສາພັດທະນາບຸກຄະລາກອນທີ່ມີຄຸນນະພາບສູງ ແລະ ພັດທະນາບັນດາຂະແໜງເຕັກໂນໂລຊີຍຸດທະສາດ…

ຈຸດເດັ່ນຂອງກອງປະຊຸມສຳມະນາ ແມ່ນພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືຫຼາຍສະບັບ ລະຫວ່າງ ສຳນັກງານທູດພານິດ ຫວຽດນາມ ປະຈຳ ເກົາຫຼີໃຕ້, ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ປະຈຳ ເກົາຫຼີໃຕ້ ກັບ ບັນດາຄູ່ຮ່ວມມື ເກົາຫຼີໃຕ້, ເຊັ່ນ: KOEN, KNP, G-Tops ແລະ Megazone Cloud ໃນຂະແໜງການພະລັງງານ, ຄອມພິວເຕີຄລາວ, ການຫັນປ່ຽນດີຈີຕອນ ແລະ ສ້າງສາພັດທະນາບຸກຄະລາກອນ ແລະ ເຊື່ອມຕໍ່ວິສາຫະກິດ.

ຫວຽດນາມ - ຍີ່ປຸ່ນຊຸກຍູ້ການຮ່ວມມືດ້ານການຄ້າ, ອຸດສາຫະກຳ ແລະ ພະລັງງານ ຫວຽດນາມ - ຍີ່ປຸ່ນຊຸກຍູ້ການຮ່ວມມືດ້ານການຄ້າ, ອຸດສາຫະກຳ ແລະ ພະລັງງານ

ຍ​ສ​ໝ - ທີ່ກອງປະຊຸມ ຄັ້ງທີ 4 ນີ້, ລັດຖະມົນຕີສອງທ່ານໄດ້ສະແດງຄວາມເພິ່ງພໍໃຈຕໍ່ໝາກຜົນການຮ່ວມມືລະຫວ່າງສອງຝ່າຍນັບແຕ່ກອງປະຊຸມຄັ້ງທີ 3​ ຂອງ ຄະນະກຳມະການປະສົມຫວຽດນາມຍີ່ປຸ່ນ, ພິເສດແມ່ນ ໝາກຜົນຂອງ ການຮ່ວມມືໃນຂອບ​ເຂດອາຊຽນ, ສັນຍາຄູ່ຮ່ວມເສດຖະກິດໃນພາກພື້ນ (RCEP), ສັນຍາຄູ່​ຮ່ວມ​ມືຮອບດ້ານແລະກ້າວ ໜ້າຂ້າມປາຊີຟິກ (CPTPP), ການຮ່ວມມືດ້ານພະລັງງານ, ການຮ່ວມມືໃນຂະ​ແໜງອຸດສາຫະກຳ ລົດໂອ​ໂຕ , ສານເຄມີ, ການຝຶກອົບຮົມຊັບພະຍາກອນມະນຸດດ້ານອຸດສາຫະ ກຳ.

ສາຍການບິນ ຫວຽດນາມ ໄດ້ໂຈະການບິນລະຫວ່າງ ຫວຽດນາມ ແລະ ເກົາຫຼີໃຕ້ ສາຍການບິນ ຫວຽດນາມ ໄດ້ໂຈະການບິນລະຫວ່າງ ຫວຽດນາມ ແລະ ເກົາຫຼີໃຕ້

ຍສໝ - ຕອນຄ່ຳວັນທີ 02 ມີນາ, ບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airlines) ໃຫ້ຮູ້ວ່າ: ຕໍ່ໜ້າສະພາບການສັບສົນຂອງໂລກລະບາດ Covid-19 ຢູ່ ສ.ເກົາຫຼີ, Vietnam Airlines ໄດ້ໂຈະບັນດາຖ້ຽວບິນລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ຊົ່ວຄາວນັບແຕ່ວັນທີ 05 ມີນາ.

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-22008.html

In bài biết