ທ່ານນາງ ບຸຍທິມິງຮ່ວາຍ ດຳລົງຕຳແໜ່ງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI
ຕາມຂໍ້ມູນຈາກແນວໂຮມປະເທດຊາດ ຫວຽດນາມ, ໂດຍປະຕິບັດຕາມກົດລະບຽບຂອງແນວໂຮມປະເທດຊາດ ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI ໄດ້ຈັດກອງປະຊຸມຄັ້ງທີໜຶ່ງ ເພື່ອປຶກສາຫາລືເອກະພາບແຕ່ງຕັ້ງຄະນະປະທານ ແລະ ບັນດາຕຳແໜ່ງໃນຄະນະປະຈຳການ, ບັນດາຮອງປະທານແບບບໍ່ປະຈຳການຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ສະໄໝປີ 2026 - 2031.
![]() |
| ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI ເປີດຕົວຢ່າງເປັນທາງການ. (ພາບ: ກວາງວິງ) |
ກອງປະຊຸມໄດ້ປຶກສາຫາລືເອກະພາບແຕ່ງຕັ້ງ 70 ທ່ານ ເຂົ້າຮ່ວມຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI; ປຶກສາຫາລືເອກະພາບແຕ່ງຕັ້ງ 12 ທ່ານ ເຂົ້າຮ່ວມຄະນະປະຈຳການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI ເຊິ່ງລວມມີ ປະທານ, ຮອງປະທານ - ເລຂາທິການໃຫຍ່ ແລະ ບັນດາຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ; ປຶກສາຫາລືເອກະພາບແຕ່ງຕັ້ງ 08 ທ່ານ ເປັນຮອງປະທານແບບບໍ່ປະຈຳການ ຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI.
ທ່ານນາງ ບຸຍທິມິງຮ່ວາຍ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງມະຫາຊົນສູນກາງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ X ຍັງຄົງໄດ້ຮັບຄວາມໄວ້ວາງໃຈໃນລະດັບສູງ, ໂດຍໄດ້ຮັບການປຶກສາຫາລືເອກະພາບແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ສະໄໝປີ 2026 - 2031.
ກ່າວປາໄສຮັບໜ້າທີ່, ທ່ານນາງ ບຸຍທິມິງຮ່ວາຍ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງມະຫາຊົນສູນກາງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI ໄດ້ສະແດງຄວາມຂອບໃຈຕໍ່ກອງປະຊຸມໃຫຍ່ທີ່ໄດ້ເຊື່ອໝັ້ນ ແລະ ໄວ້ວາງໃຈ; ຂອບໃຈພັກ, ລັດ, ພໍ່ແມ່ປະຊາຊົນ ແລະ ນັກຮົບທົ່ວປະເທດ ທີ່ໄດ້ໃຫ້ຄວາມສົນໃຈ ແລະ ຝາກຝັງຄວາມເຊື່ອໝັ້ນຕໍ່ກັບແນວໂຮມປະເທດຊາດ ຫວຽດນາມ ສະເໝີມາ.
![]() |
| ທ່ານນາງ ບຸຍທິມິງຮ່ວາຍ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງມະຫາຊົນສູນກາງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI ກ່າວປາໄສຮັບໜ້າທີ່. (ພາບ: ກວາງວິງ) |
“ຄວາມໄວ້ເນື້ອເຊື່ອໃຈຂອງກອງປະຊຸມໃຫຍ່ ແມ່ນທັງເປັນກຽດອັນສູງສົ່ງ ແລະ ທັງເປັນຄວາມຮັບຜິດຊອບອັນໃຫຍ່ຫຼວງຕໍ່ກັບພວກເຮົາ. ດ້ວຍຄວາມມຸ່ງໝັ້ນທັງໝົດ, ພວກເຮົາຂໍໃຫ້ຄຳໝັ້ນສັນຍາວ່າ: ຈະຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນຢ່າງເດັດຂາດ; ຮັກສາມັດທະນະທຳທາງດ້ານການເມືອງ ແລະ ຄຸນສົມບັດສິນທຳປະຕິວັດໃຫ້ໝັ້ນຄົງ; ອຸທິດຕົນ ແລະ ທຸ່ມເທເຫື່ອແຮງ, ເສີມຂະຫຍາຍປະຊາທິປະໄຕ ແລະ ສະຕິປັນຍາ, ຍົກສູງຈິດໃຈແຫ່ງຄວາມຮັບຜິດຊອບ, ມານະພະຍາຍາມສູ້ຊົນເພື່ອເຮັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ. ຮັກສາຄວາມສາມັກຄີ ແລະ ຄວາມເປັນເອກະພາບ; ມີຄວາມຂະຫຍາຍຕົວ, ສ້າງສັນ ແລະ ປ່ຽນແປງໃໝ່, ສຸມໃສ່ຜັນຂະຫຍາຍບັນດາໜ້າທີ່ ແລະ ມາດຕະການຢ່າງເປັນລະບົບ ເພື່ອປະຕິບັດມະຕິກອງປະຊຸມໃຫຍ່ທີ່ວາງໄວ້ໃຫ້ມີໄຊ, ປະກອບສ່ວນປັບປຸງກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດ, ຢືນຢັນບົດບາດ ແລະ ຕຳແໜ່ງຂອງ ແນວໂຮມປະເທດຊາດ ຫວຽດນາມ ໃຫ້ຈະແຈ້ງໃນໄລຍະການປະຕິວັດໃໝ່”, ທ່ານນາງ ບຸຍທິມິງຮ່ວາຍ ເນັ້ນໜັກ.
ເພື່ອເຮັດສຳເລັດພາລະກິດອັນສຳຄັນນີ້, ນອກຈາກຄວາມມານະພະຍາຍາມຂອງລວມໝູ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI ແລ້ວ, ທ່ານນາງ ບຸຍທິມິງຮ່ວາຍ ຍັງຫວັງວ່າຈະສືບຕໍ່ໄດ້ຮັບການເອົາໃຈໃສ່ຊີ້ນຳ - ນຳພາ ຈາກກົມການເມືອງ, ຄະນະເລຂາທິການສູນກາງພັກ, ການນຳພັກ ແລະ ລັດ; ການປະສານງານຈາກບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນສູນກາງ ແລະ ທ້ອງຖິ່ນ; ໂດຍສະເພາະແມ່ນການສະໜັບສະໜູນ ແລະ ການຮ່ວມເດີນທາງຈາກບັນດາຊ່ຽວຊານ, ນັກວິທະຍາສາດ, ປັນຍາຊົນ, ບຸກຄົນຕົວແບບໃນບັນດາຊົນຊັ້ນ, ຊັ້ນຄົນໃນສັງຄົມ, ພໍ່ແມ່ປະຊາຊົນຊາວຫວຽດນາມຢູ່ຕ່າງປະເທດ ແລະ ບັນດາອົງການຈັດຕັ້ງສະມາຊິກໃນຕໍ່ໜ້າ.
| ຜູ້ແທນຫຼາຍກວ່າ 1.300 ທ່ານ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ແຕ່ວັນທີ 11-13 ພຶດສະພາ ຢູ່ ຮ່າໂນ້ຍ ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026-2031 ຈະຈັດຂຶ້ນແຕ່ວັນທີ 11 ຫາ 13 ພຶດສະພາ 2026 ຢູ່ ຮ່າໂນ້ຍ, ໂດຍມີການເຂົ້າຮ່ວມຂອງຜູ້ແທນຫຼາຍກວ່າ 1.300 ທ່ານ, ຕົກລົງຫຼາຍເນື້ອໃນສຳຄັນກ່ຽວກັບການຈັດຕັ້ງ, ບຸກທະລາກອນ ແລະ ທິດທາງການເຄື່ອນໄຫວໃນໄລຍະໃໝ່. |
| ລະດົມຄຳເຫັນຈາກປະຊາຊົນ ເຂົ້າໃນຮ່າງບົດລາຍງານການເມືອງ ທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026 - 2031 ຈະຈັດຂຶ້ນແຕ່ວັນທີ 11 ພຶດສະພາ ຫາວັນທີ 13 ພຶດສະພາ 2026 ຢູ່ທີ່ນະຄອນຫຼວງ ຮ່າໂນ້ຍ. ນີ້ແມ່ນເຫດການການເມືອງ - ສັງຄົມ ທີ່ມີຄວາມໝາຍສຳຄັນ ເຊິ່ງຈັດຂຶ້ນໃນທັນທີ ... |

