ຫວຽດນາມ - EU: ສາຍພົວພັນຄູ່ຮ່ວມມືທີ່ເລິກເຊິ່ງ, ກ້າວໄປສູ່ອະນາຄົດ
| World Vision International ປະຈຳ ຫວຽດນາມ ແລະ EU ໜູນຊ່ວຍເດັກອໍທິດສະຕິກ ແລະ ຄວາມພິການທີ່ສະຕິປັນຍາ ຢູ່ ດ່າໜັງ | |
| ເສີມຂະຫຍາຍກຳລັງແຮງຂອງພີ່ນ້ອງຊາວຫວຽດນາມ ຢູ່ຕ່າງປະເທດໃນການຊຸກຍູ້ການພົວພັນ ຫວຽດນາມ - EU |
![]() |
| ທ່ານເອກອັກຄະລັດຖະທູດ EU ປະຈຳ ຫວຽດນາມ Julien Guerrier ກ່າວປາໄສ. ພາບ: ຫວຽດດຶກ/TTXVN |
ກ່າວເປີດພິທີ, ທ່ານເອກອັກຄະລັດຖະທູດ EU ປະຈຳ ຫວຽດນາມ Julien Guerrier ເນັ້ນໜັກວ່າ, ໃນຫຼາຍທົດສະວັດຜ່ານມາ, ຫວຽດນາມ ແລະ EU ໄດ້ສ້າງຕັ້ງສາຍພົວພັນຄູ່ຮ່ວມມືທີ່ເລິກເຊິ່ງ ແລະ ກ້າວໄປສູ່ອະນາຄົດ. ນັບຕັ້ງແຕ່ສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ມີຜົນສັກສິດໃນປີ 2020, ມູນຄ່າການຄ້າສອງຝ່າຍໄດ້ເພີ່ມຂຶ້ນຫຼາຍກວ່າຫ້າສິບສ່ວນຮ້ອຍ. ປັດຈຸບັນ, EU ແມ່ນຜູ້ສະໜອງ ODA ຊັ້ນນຳຂອງ ຫວຽດນາມ ໂດຍຜ່ານຍຸດທະສາດ ປະຕູສູ່ໂລກ ແລະ ການພົວພັນຄູ່ຮ່ວມມືການຫັນປ່ຽນພະລັງງານຢ່າງເປັນທຳ (JETP).
ທ່ານເອກອັກຄະລັດຖະທູດ ຢືນຢັນຄຳໝັ້ນສັນຍາລວມຂອງ EU ໃນການຮ່ວມເດີນທາງໄປກັບ ຫວຽດນາມ ເພື່ອເຮັດໃຫ້ເປົ້າໝາຍກາຍເປັນພື້ນຖານເສດຖະກິດທີ່ພັດທະນາໃນປີ 2045 ແລະ ບັນລຸການປ່ອຍອາຍພິດສຸດທິເປັນສູນໃນປີ 2050 ໃຫ້ປະກົດຜົນເປັນຈິງ, ຮັບປະກັນຄວາມໝັ້ນຄົງທາງດ້ານພະລັງງານ ຕໍ່ໜ້າຄວາມບໍ່ມີສະຖຽນລະພາບຂອງໂລກ.
ຕາມທ່ານເອກອັກຄະລັດຖະທູດ Guerrier, ປີ 2026 ໄດ້ສ້າງຂີດໝາຍລະດັບສູງໃໝ່ທີ່ມີຄວາມໝາຍປະຫວັດສາດ ເມື່ອການຢ້ຽມຢາມຂອງທ່ານປະທານສະພາເອີຣົບ Antonio Costa (ໃນເດືອນມັງກອນ) ໄດ້ຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງເປັນທາງການ. EU ໃຫ້ຄຳໝັ້ນສັນຍາຈະສືບຕໍ່ເປັນຄູ່ຮ່ວມມືທີ່ໝັ້ນຄົງ, ນຳເອົາແຫຼ່ງທຶນ ແລະ ເຕັກໂນໂລຊີ ເພື່ອຊ່ວຍເຫຼືອ ຫວຽດນາມ ໃນບັນດາຂົງເຂດທີ່ກຳນົດອະນາຄົດ ເຊັ່ນ: ເຄິ່ງຊັກນຳ, ປັນຍາປະດິດ (AI), ການສື່ສານ, ໂຄງລ່າງພື້ນຖານພະລັງງານ ແລະ ການຄົມມະນາຄົມ, ທີ່ພົ້ນເດັ່ນແມ່ນການຮ່ວມທຶນພັດທະນາໂຄງການທ່າເຮືອ ລຽນຈຽວ ຢູ່ ດານັງ. ໃນພາກພື້ນ ອາຊຽນ, ຫວຽດນາມ ໄດ້ຮັບການຕີລາຄາວ່າມີຄວາມເປັນຫົວໜ້າແຖວໜ້າ ດ້ວຍການລົງນາມໃນສັນຍາຫຼາຍສະບັບກັບ EU ທີ່ສຸດ ແລະ EU ຈະເປັນ "ຄູ່ຮ່ວມມືລົງທຶນເພື່ອອະນາຄົດອັນຍາວນານຂອງ ຫວຽດນາມ" ຕະຫຼອດໄປ.
![]() |
| ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ເລທິທູຮັ່ງ ກ່າວປາໄສ. ພາບ: ຫວຽດດຶກ/TTXVN |
ຕາງໜ້າໃຫ້ລັດຖະບານ ຫວຽດນາມ ເຂົ້າຮ່ວມ ແລະ ກ່າວປາໄສໃນງານດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ເລທິທູຮັ່ງ ໄດ້ສົ່ງຄຳອວຍພອນອັນອົບອຸ່ນທີ່ສຸດມາຍັງບັນດາເພື່ອນມິດເອີຣົບ; ຢືນຢັນວ່າ, ຜ່ານໄລຍະເວລາແຫ່ງການເພີ່ມພູນຄູນສ້າງມາເປັນເວລາຫຼາຍກວ່າ 35 ປີ, ສາຍພົວພັນ ຫວຽດນາມ - EU ແມ່ນພວມເຕັມໄປດ້ວຍທ່າແຮງທີ່ຈະບຸກທະລຸ. ບໍ່ວ່າຈະມີສິ່ງທ້າທາຍທົ່ວໂລກ, EU ຍັງຄົງສືບຕໍ່ເສີມຂະຫຍາຍທີ່ຕັ້ງໃນຖານະເປັນຄູ່ຮ່ວມມືການຄ້າລາຍໃຫຍ່ ແລະ ເປັນຜູ້ລົງທຶນຊັ້ນນຳຂອງ ຫວຽດນາມ, ໃນຂະນະທີ່ ຫວຽດນາມ ຍັງຮັກສາທີ່ຕັ້ງເປັນຄູ່ຮ່ວມມືການຄ້າລາຍໃຫຍ່ທີ່ສຸດຂອງ EU ໃນກຸ່ມ ອາຊຽນ. ພາຍຫຼັງ 5 ປີແຫ່ງການຈັດຕັ້ງປະຕິບັດ EVFTA, ການຄ້າສອງຝ່າຍໄດ້ມີການເຕີບໂຕທີ່ໜ້າປະທັບໃຈໂດຍສະເລ່ຍແມ່ນ 10% ຕໍ່ປີ.
ໂດຍຕີລາຄາວ່າປີ 2026 ແມ່ນປີບານພັບທີ່ມີຄວາມໝາຍສັນຍະລັກຢ່າງເລິກເຊິ່ງ, ທ່ານຮອງລັດຖະມົນຕີ ເລທິທູຮັ່ງ ໄດ້ສະແດງຄວາມຊົມເຊີຍຕໍ່ກັບການທີ່ບັນດາຄຳໝັ້ນສັນຍາຍົກລະດັບສາຍພົວພັນ ໄດ້ຖືກຫັນປ່ຽນເປັນການກະທຳຕົວຈິງໃນທັນທີ. ຕົວຢ່າງທີ່ເດັ່ນຊັດແມ່ນການຈັດກອງປະຊຸມເວທີປາໄສທຸລະກິດ ແລະ ການລົງທຶນ EU – ຫວຽດນາມ ເປັນຄັ້ງທຳອິດ (ໃນເດືອນມີນາ 2026) ເຊິ່ງໄດ້ເຕົ້າໂຮມເອົາຜູ້ແທນຫຼາຍກວ່າ 800 ທ່ານ.
![]() |
| ບັນດາຜູ້ແທນຖ່າຍຮູບຮ່ວມກັນໃນພິທີ. ພາບ: ຫວຽດດຶກ/TTXVN |
ໃນສະພາບການໂລກທີ່ມີການຜັນແປຢ່າງສັບສົນຫຼາຍຢ່າງ, ທ່ານຮອງລັດຖະມົນຕີ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ບຸລິມະສິດໃນການຊຸກຍູ້ສາຍພົວພັນກັບ EU. ຕາມທ່ານຮອງລັດຖະມົນຕີແລ້ວ, ທັງສອງຝ່າຍມີທ່າແຮງຢ່າງພຽງພໍ ເພື່ອສ້າງການບຸກທະລຸໃນບັນດາຂົງເຂດກຸນແຈສຳຄັນຂອງຍຸກສະໄໝໃໝ່ ເຊັ່ນ: ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນປ່ຽນສີຂຽວ ແລະ ການຫັນປ່ຽນເປັນດີຈີຕອນ, ຜ່ານນັ້ນກໍເປັນການປະກອບສ່ວນຢ່າງແທ້ຈິງເຂົ້າໃນການຮັກສາ, ເສີມຂະຫຍາຍສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາທີ່ຍືນຍົງໃນທົ່ວໂລກ.
| EU ໂຍະຍານຂໍ້ກຳນົດຫຼັກອະນາໄມດ້ານສະບຽງອາຫານສຳລັບໝີ່ສຳເລັດຮູບຂອງ ຫວຽດນາມ ຍສໝ - ວັນທີ 7 ມິຖຸນານີ້, ສະຫະພາບເອີລົບ ໄດ້ປະກາດການປັບປຸງລະບຽບການ 2019/1973 ກ່ຽວກັບມາດຕະການຮີບດ່ວນເພື່ອຄວບຄຸມການສົ່ງອອກສະບຽງອາຫານໄປ EU. |
| ເດນມາກ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ບຸກເຂົ້າສູ່ຕະຫຼາດ EU ຢ່າງເລິກເຊິ່ງກວ່າເກົ່າ ຍສໝ - ຄະນະຜູ້ແທນວິສາຫະກິດ ເດນມາກ ໃນຂົງເຂດກະສິກຳ ແລະ ສະບຽງອາຫານ ໄດ້ມີການຢ້ຽມຢາມ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ແຕ່ວັນທີ 16-19 ສິງຫາ ເພື່ອແລກປ່ຽນບັນດາກາລະໂອກາດດຳເນີນທຸລະກິດ ແລະ ຮ່ວມມືກັບບັນດາຄູ່ຮ່ວມມືທີ່ມີທ່າແຮງ. |
ແທັງຮັ່ງ


