ບັນດາຫຼັງຄາເຮືອນທີ່ກັບຄືນມາ ພາຍຫຼັງໄພທຳມະຊາດ
| ສີດຜ່ອນການຄຸ້ມຄອງກຳປັ່ນຫາປາ, ດົ່ງທັບ (Đồng Tháp) ສະກັດກັ້ນການລະເມີດ IUU ແຕ່ຕົ້ນທາງ | |
| ຫວຽດນາມ - ອິນເດຍ: ບັນດາບາດກ້າວບຸກທະລຸໃນບັນດາເສົາຄ້ຳແຫ່ງການຮ່ວມມື |
ໃນຊ່ວງເວລານີ້, ຄອບຄົວຂອງທ່ານ ເຈິ່ນວັນຄ້ານ (Trần Văn Khánh) (ອາຍຸ 75 ປີ, ຢູ່ບ້ານ ຝູຫຶວ (Phú Hữu), ຕາແສງ ຮວາທິ້ງ (Hòa Thịnh)) ໄດ້ເຮັດໃຫ້ຊີວິດການເປັນຢູ່ມີຄວາມສະຖຽນລະພາບ ຢູ່ໃນເຮືອນຫຼັງໃໝ່ທີ່ໄດ້ຮັບການປຸກສ້າງຄືນໃໝ່ ພາຍຫຼັງເຫດການນ້ຳຖ້ວມໃຫຍ່ໃນທ້າຍປີຜ່ານມາ. ອຸປະກອນເຄື່ອງໃຊ້ໃນຊີວິດປະຈຳວັນທີ່ຈຳເປັນຫຼາຍຢ່າງ ເຊັ່ນ: ເຕົາກາສ, ຕູ້ເຢັນ, ໂຕະຕັ່ງ… ກໍໄດ້ຮັບການຊື້ຫາສ້ອມແຊມມາໃໝ່.
ພຽງແຕ່ບໍ່ກີ່ເດືອນກ່ອນໜ້ານີ້, ສະຖານທີ່ແຫ່ງນີ້ຍັງເຕັມໄປດ້ວຍຂີ້ຕົມ ແລະ ເສດດິນຈີ່ຫີນ ພາຍຫຼັງເຫດການນ້ຳຖ້ວມໃຫຍ່ໃນທ້າຍເດືອນພະຈິກ 2025. ທ່ານ ຄ້ານ ເລົ່າວ່າ, ໃນຕອນບ່າຍມື້ນັ້ນ ນ້ຳຈາກແມ່ນ້ຳໄດ້ຂຶ້ນສູງຢ່າງໄວວາ, ໄຫຼຊຸເຫຍື່ອເຂົ້າມາໃນເຮືອນ ທ່າມກາງສຽງລົມພັດແຮງ ແລະ ສຽງຄື້ນທີ່ມາກະທົບໃສ່ຝາເຮືອນຢ່າງຕໍ່ເນື່ອງ. "ຍັງບໍ່ທັນຕັ້ງຕົວໄດ້ ເຮືອນກໍສັ່ນສະເທືອນຢ່າງແຮງແລ້ວພັງທະລາຍລົງ. ພຽງແຕ່ບໍ່ກີ່ນາທີເທົ່ານັ້ນ… ທຸກຢ່າງກໍສູນເສຍໄປໝົດ", ທ່ານເລົ່າຄືນ. ເຄື່ອງຂອງທີ່ສະສົມມາຫຼາຍປີ ແລະ ເງິນຄຳທີ່ທ້ອນຫອມໄວ້ ລ້ວນແຕ່ຖືກນ້ຳຖ້ວມພັດໄປໝົດ. "ແມ່ນແຕ່ແທ່ນບູຊາບັນພະບຸລຸດ ກໍຍັງເອົາອອກມາບໍ່ທັນ", ທ່ານກ່າວ.
![]() |
| ທ່ານ ເຈິ່ນວັນຄ້ານ (Trần Văn Khánh) (ຜູ້ທີ 4 ຈາກເບື້ອງຂວາ) ໃນພິທີເປີດນຳໃຊ້ ແລະ ມອບ-ຮັບເຮືອນ ໃນ "ບັ້ນຮົບກວາງຈຸງ (Quang Trung)” ໃຫ້ແກ່ບັນດາຄອບຄົວທີ່ມີເຮືອນຖືກພັງທະລາຍ ຍ້ອນຝົນຕົກ ແລະ ນ້ຳຖ້ວມ, ວັນທີ 04/01/2026. |
ສິ່ງທີ່ທ່ານ ຄ້ານ (Khánh) ກັງວົນທີ່ສຸດພາຍຫຼັງນ້ຳຖ້ວມ ແມ່ນບໍ່ຮູ້ຈະໄປເອົາເງິນມາຈາກໃສເພື່ອປຸກເຮືອຄືນໃໝ່ ໃນທ່າມກາງທີ່ສຸຂະພາບກໍອ່ອນເພຍ ແລະ ຊີວິດການເປັນຢູ່ກໍມີຄວາມຫຍຸ້ງຍາກຫຼາຍຢູ່ແລ້ວ. ມີບາງຊ່ວງເວລາ, ຄອບຄົວຂອງທ່ານໄດ້ຄິດເຖິງຂັ້ນວ່າຈະໄປຂໍອາໄສຢູ່ເຮືອນຄົນອື່ນໃຫ້ຜ່ານພົ້ນຊ່ວງບຸນເຕັດໄປກ່ອນ.
ພາຍຫຼັງ "ບັ້ນຮົບກວາງຈຸງ (Quang Trung)” ໄດ້ຮັບການປຸກລະດົມ, ກຳລັງທະຫານໄດ້ລົງມືກໍ່ສ້າງໂດຍກົງ, ອຳນາດການປົກຄອງທ້ອງຖິ່ນຊ່ວຍເຫຼືອໃນການກວດກາ, ຈັດສັນພື້ນທີ່ກໍ່ສ້າງ, ແລະ ແຫຼ່ງທຶນຕ່າງໆໃນສັງຄົມກໍໄດ້ຮັບການລະດົມເພື່ອຊື້ວັດສະດຸ ແລະ ປຸກເຮືອນຄືນໃໝ່ໃຫ້ແກ່ປະຊາຊົນ.
ເດືອນປາຍຕໍ່ມາ, ເຮືອນຫຼັງໃໝ່ຂອງຄອບຄົວທ່ານ ຄ້ານ ກໍໄດ້ສຳເລັດລົງ. ໃນໂອກາດບຸນເຕັດ ປີມະເມຍ 2026, ຄອບຄົວຂອງທ່ານໄດ້ຍ້າຍເຂົ້າຢູ່ເຮືອນໃໝ່ທັນເວລາ, ໄດ້ຫໍ່ເຂົ້າຕົ້ມ, ຈັດແຈງແທ່ນບູຊາບັນພະບຸລຸດ ແລະ ສະເຫຼີມສະຫຼອງປີໃໝ່ຢ່າງມີຄວາມສຸກ.
![]() |
| ບັນດາເຮືອນຫຼັງໃໝ່ທີ່ໄດ້ຮັບການກໍ່ສ້າງຢ່າງແໜ້ນໜາ ຢູ່ຕາແສງ ຮວາທິ້ງ (Hòa Thịnh), ແຂວງ ດັກລັກ (Đắk Lắk). |
ຕາມທ່ານ ເລຈີຮ່ວາຍ (Lê Chí Hoại), ປະທານຄະນະກຳມະການປະຊາຊົນຕາແສງ ຮວາທິ້ງ (Hòa Thịnh) ໃຫ້ຮູ້ວ່າ, ເຫດການນ້ຳຖ້ວມໃນທ້າຍປີ 2025 ໄດ້ເຮັດໃຫ້ເຮືອນ 28 ຫຼັງໃນພື້ນທີ່ຖືກພັງທະລາຍທັງໝົດ ຫຼື ຖືກນ້ຳພັດໄປ. ເຮືອນທີ່ກໍ່ສ້າງໃໝ່ມີງົບປະມານປະມານ 170 ລ້ານດົ່ງຕໍ່ຫຼັງ, ໃນນັ້ນ ລັດຖະບານຊ່ວຍເຫຼືອ 60 ລ້ານດົ່ງ, ສ່ວນທີ່ເຫຼືອແມ່ນລະດົມມາຈາກຫຼາຍແຫຼ່ງທຶນໃນສັງຄົມ.
ເພື່ອຮັບປະກັນຄວາມປອດໄພໃນໄລຍະຍາວໃຫ້ແກ່ປະຊາຊົນໃນເຂດທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດເປັນປະຈຳ, ພະແນກກໍ່ສ້າງແຂວງ ດັກລັກ (Đắk Lắk) ໄດ້ອອກແບບເຮືອນກັນນ້ຳຖ້ວມ 3 ແບບ ທີ່ມີເນື້ອທີ່ປະມານ 44 ຕາແມັດ. ເຮືອນທຸກຫຼັງລ້ວນແຕ່ມີພື້ນເຮືອນກັນນ້ຳຖ້ວມທີ່ຍົກສູງກວ່າລະດັບນ້ຳແຕ່ 0,2 ຫາ 0,5 ແມັດ. ຫຼາຍຫຼັງຍັງໄດ້ມີການຈັດສັນຊັ້ນລອຍເພື່ອຫຼົບໄພນ້ຳຖ້ວມ ເພື່ອໃຫ້ປະຊາຊົນຍົກຍ້າຍຊັບສິນໃນເວລາຈຳເປັນ.
ເມື່ອມີທີ່ຢູູ່ອາໄສໃໝ່, ຫຼາຍຄອບຄົວໄດ້ນຳໃຊ້ເງິນຊ່ວຍເຫຼືອເພື່ອຊື້ອຸປະກອນເຄື່ອງໃຊ້ໃນຊີວິດປະຈຳວັນ, ສ້ອມແປງສະຖານທີ່ສັກກາລະບູຊາ ແລະ ເຮັດໃຫ້ຊີວິດການເປັນຢູ່ມີຄວາມສະຖຽນລະພາບພາຍຫຼັງໄພທຳມະຊາດ.
ເພື່ອໃຫ້ເຮືອນເຫຼົ່ານັ້ນສາມາດກໍ່ສ້າງໃຫ້ສຳເລັດໃນໄລຍະເວລາພຽງແຕ່ເດືອນປາຍ, ການກວດກາຄວາມເສຍຫາຍ, ການລະດົມການຊ່ວຍເຫຼືອ ແລະ ການແບ່ງປັນຊັບພະຍາກອນແມ່ນໄດ້ຜັນຂະຫຍາຍເກືອບຈະພ້ອມໆກັນຕັ້ງແຕ່ຂັ້ນຮາກຖານ. ໃນກອງປະຊຸມສະຫຼຸບ "ບັ້ນຮົບກວາງຈຸງ (Quang Trung)" ເມື່ອເດືອນມັງກອນ 2026, ການນຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃຫ້ຮູ້ວ່າ, ທັນທີທີ່ບັ້ນຮົບໄດ້ຮັບການປຸກລະດົມ, ແນວໂຮມປະເທດຊາດ ຫວຽດນາມ ໄດ້ຊີ້ນຳ ແລະ ປະສານສົມທົບກັບບັນດາອົງການຈັດຕັ້ງການເມືອງ-ສັງຄົມ ແລະ ອົງການຈັດຕັ້ງມະຫາຊົນ ເພື່ອສ້າງຕັ້ງບັນດາໜ່ວຍສະມັກໃຈຊ່ວຍເຫຼືອປະຊາຊົນໃນການຍົກຍ້າຍ, ສ້ອມແປງ ແລະ ກໍ່ສ້າງທີ່ຢູ່ອາໄສ, ພ້ອມທັງຊ່ວຍເຫຼືອບັນດາກຳລັງທີ່ເຂົ້າຮ່ວມໃນບັ້ນຮົບ.
ຄຽງຂ້າງນັ້ນ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຊີ້ນຳແນວໂຮມບັນດາແຂວງ, ໂດຍສະເພາະແມ່ນບັນດາແຂວງທີ່ໄດ້ຮັບຜົນກະທົບໜັກໜ່ວງຈາກພາຍຸ ແລະ ນ້ຳຖ້ວມ, ໃຫ້ຮີບຮ້ອນປະສານສົມທົບກັບອຳນາດການປົກຄອງ ແລະ ຂະແໜງການທີ່ກ່ຽວຂ້ອງໃນທ້ອງຖິ່ນ ເພື່ອກວດກາ ແລະ ເກັບກຳສະຖິຕິທີ່ຊັດເຈນຂອງແຕ່ລະຄອບຄົວທີ່ມີເຮືອນຖືກເປ່ເພ ຫຼື ພັງທະລາຍ; ປະຕິບັດໜ້າທີ່ຕິດຕາມກວດກາໃນວິວັດທະນາການກໍ່ສ້າງ ແລະ ສ້ອມແປງທີ່ຢູ່ອາໄສໃຫ້ແກ່ປະຊາຊົນໃຫ້ເປັນຢ່າງດີ; ພ້ອມທັງເປັນເຈົ້າການໃນການປຸກລະດົມ, ຮັບ ແລະ ແບ່ງປັນແຫຼ່ງທຶນຊ່ວຍເຫຼືອ ໂດຍຮັບປະກັນຄວາມໂປ່ງໃສ ແລະ ຖືກຕ້ອງຕາມເປົ້າໝາຍ.
ຕັ້ງແຕ່ວັນທີ 21 ພະຈິກ 2025 ຫາວັນທີ 10 ມັງກອນ 2026, ຜ່ານຄະນະປຸກລະດົມການຊ່ວຍເຫຼືອສູນກາງ, ແນວໂຮມປະເທດຊາດ ໄດ້ຮັບເງິນບໍລິຈາກກວ່າ 700 ຕື້ດົ່ງ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນພາກກາງ ແລະ ເຂດພູດອຍພາກກາງ (Tây Nguyên) ໃນການຟື້ນຟູຜົນກະທົບຈາກພາຍຸ ແລະ ນ້ຳຖ້ວມ. ແຫຼ່ງທຶນນີ້ໄດ້ຖືກແບ່ງປັນໄປຍັງບັນດາທ້ອງຖິ່ນເພື່ອຊ່ວຍເຫຼືອໃນການປຸກເຮືອໃໝ່, ສ້ອມແປງທີ່ຢູ່ອາໄສ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃນເຂດທີ່ໄດ້ຮັບຄວາມເສຍຫາຍມີຄວາມສະຖຽນລະພາບ.
ຕາມແນວໂຮມປະເທດຊາດ ຫວຽດນາມ ແລ້ວ, ການກວດກາ ແລະ ສົມທຽບລາຍຊື່ການຊ່ວຍເຫຼືອແມ່ນໄດ້ດຳເນີນໄປພ້ອມໆກັນ ເພື່ອຫຼຸດຜ່ອນສະພາບການຊ່ວຍເຫຼືອທີ່ຊ້ຳຊ້ອນ ຫຼື ຕົກເຮ່ຍບັນດາຄອບຄົວທີ່ພົບຄວາມຫຍຸ້ງຍາກ.
![]() |
ທ່ານນາງ ຮ່າທິຫງາ (Hà Thị Nga), ກຳມະການສູນກາງພັກ, ຮອງປະທານ - ເລຂາທິການໃຫຍ່ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດ ຢູ່ຕາແສງ ເຈົາເກວ້ (Châu Quế) (ແຂວງ ລາວກາຍ - Lào Cai) ເນື່ອງໃນໂອກາດບຸນເຕັດ ປີມະເມຍ 2026. |
ວຽກງານການເບິ່ງແຍງສະຫວັດດີການສັງຄົມຂອງແນວໂຮມປະເທດຊາດ ຫວຽດນາມ ຍັງໄດ້ຮັບການຜັນຂະຫຍາຍຢ່າງເປັນປະຈຳ ຜ່ານຫຼາຍການເຄື່ອນໄຫວທີ່ມຸ່ງເນັ້ນໃສ່ຄົນທຸກຍາກ, ຜູ້ດ້ອຍໂອກາດ ແລະ ຜູ້ທີ່ມີສະພາບການເປັນຢູ່ທີ່ຫຍຸ້ງຍາກ.
ເນື່ອງໃນໂອກາດບຸນເຕັດ ປີມະເມຍ 2026, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຜັນຂະຫຍາຍໂຄງການຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ຄົນທຸກຍາກ, ຜູ້ທີ່ມີສະພາບການເປັນຢູ່ທີ່ຫຍຸ້ງຍາກ ຢູ່ຫຼາຍທ້ອງຖິ່ນ ດ້ວຍຈຳນວນຂອງຂວັນປະມານ 30,000 ຊຸດ.
ຕາມທ່ານ ກາວຊວນທ້າວ (Cao Xuân Thạo), ກຳມະການຄະນະປະທານ, ຫົວໜ້າກົມວຽກງານສັງຄົມ ຂອງອົງການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃຫ້ຮູ້ວ່າ: ໃນສະພາບການທີ່ໄພທຳມະຊາດນັບມື້ນັບສັບສົນ, ວຽກງານສະຫວັດດີການສັງຄົມໄດ້ວາງຄວາມຕ້ອງການທີ່ວ່າ ຕ້ອງມີລັກສະນະຕົວຈິງ, ມີປະສິດທິຜົນ ແລະ ສາມາດ “ວັດແທກ” ໄດ້. ແນວໂຮມພວມຄົ້ນຄວ້າສ້າງ ແລະ ເປີດນຳໃຊ້ແຜນທີ່ດິຈິຕອນ ກ່ຽວກັບບັນຫາຊີວິດການເປັນຢູ່ຂອງປະຊາຊົນ ເພື່ອອັບເດດຄວາມຕ້ອງການດ້ານການຊ່ວຍເຫຼືອ ແລະ ຄວາມສ່ຽງໃນແຕ່ລະທ້ອງຖິ່ນ, ເຊິ່ງຜ່ານນັ້ນຈະຊ່ວຍໃຫ້ການຮຽກຮ້ອງ ແລະ ການປະສານງານຊ່ວຍເຫຼືອມີຄວາມວ່ອງໄວຂຶ້ນ ເມື່ອເກີດສະຖານະການສຸກເສີນ.
| ບາງໝາກຜົນແຫ່ງວຽກງານສະຫວັດດີການສັງຄົມຂອງແນວໂຮມປະເທດຊາດ ຫວຽດນາມ ປີ 2024: ປຸກລະດົມທຶນໄດ້ກວ່າ 5.300 ຕື້ດົ່ງ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸໝາຍເລກ 3 (Yagi). ປີ 2025: ປຸກລະດົມທຶນໄດ້ກວ່າ 4.200 ຕື້ດົ່ງ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸໝາຍເລກ 10 (Bualoi) ແລະ ນ້ຳຖ້ວມຢູ່ພາກກາງ. ປະກອບສ່ວນຮ່ວມກັບລັດຖະບານ, ບັນດາຂັ້ນ ແລະ ຂະແໜງການ ປະຕິບັດການລຶບລ້າງເຮືອນຊົ່ວຄາວ ແລະ ເຮືອນທີ່ຊຸດໂຊມໃນທົ່ວປະເທດໃຫ້ສຳເລັດກ່ອນກຳນົດ 4 ເດືອນ; ສາມາດລຶບລ້າງເຮືອນຊົ່ວຄາວ ແລະ ເຮືອນທີ່ຊຸດໂຊມໄດ້ 334.234 ຫຼັງ; ລະດົມທຶນໄດ້ກວ່າ 24.700 ຕື້ດົ່ງ ແລະ ແຮງງານກວ່າ 2,7 ລ້ານວັນ ເພື່ອຊ່ວຍເຫຼືອ. ບັນລຸເປົ້າໝາຍການກໍ່ສ້າງເຮືອນ “ມະຫາສາມັກຄີ” ຈຳນວນ 5.500 ຫຼັງ ເພື່ອມອບໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ຄອບຄົວທຸກຍາກ ຢູ່ເຂດພື້ນທີ່ແຂວງ ດ້ຽນບຽນ (Điện Biên) ແລະ ບາງແຂວງໃນເຂດພາກຕາເວັນຕົກສຽງເໜືອ (Tây Bắc) ໃຫ້ສຳເລັດກ່ອນກຳນົດ. |
| ຫວຽດນາມ ຢືນຢັນເຖິງຈິດໃຈເປັນເຈົ້າການ, ຄວາມຮັບຜິດຊອບ ແລະ ການສ້າງສັນ ຍສໝ - ຕາມລາຍງານຂອງນັກຂ່າວພິເສດສຳນັກຂ່າວສານ ຫວຽດນາມ, ໃນຄືນວັນທີ 8 ພຶດສະພາ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງເຖິງ ຮ່າໂນ້ຍ, ສິ້ນສຸດການໄປເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ (ASEAN) ຄັ້ງທີ 48 ຢູ່ທີ່ Cebu, ຟີລິບປິນ ໃນວັນທີ ... |
| ຫວຽດນາມ ສະເໜີບັນດາບຸລິມະສິດໃນການຮັບມືກັບວິກິດການ ຢູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ຍສໝ - ບັນດາຂໍ້ສະເໜີຂອງ ຫວຽດນາມ ກ່ຽວກັບການເພີ່ມທະວີຄວາມສາມາດໃນການເພິ່ງຕົນເອງ, ຄວາມໝັ້ນຄົງດ້ານພະລັງງານ ແລະ ການຍົກສູງຂີດຄວາມສາມາດໃນການປັບຕົວຂອງພາກພື້ນ ໄດ້ຮັບການຕ້ອນຮັບ ແລະ ຕີລາຄາສູງຈາກບັນດາຜູ້ນຳອາຊຽນ (ASEAN) ທັງທາງດ້ານເນື້ອໃນ ແລະ ຄວາມເໝາະສົມກັບສະພາບການ. |


