14:53 | 08/05/2026

ບັກນິງ (Bắc Ninh) ຊຸກຍູ້ການຮຽນ-ການສອນພາສາຊົນເຜົ່າສ່ວນໜ້ອຍ ຢູ່ໃນໂຮງຮຽນ ແລະ ເຂດຊຸມຊົນ

ຊາວຫວຽດນາມ ຢູ່ 11 ປະເທດ ແລະ 5 ເຂດແຄ້ວນ ເຂົ້າຮ່ວມງານແຂ່ງຂັນປິງປອງມິດຕະພາບທົ່ວເອີຣົບ
ຜູ້ແທນທີ່ມີອາຍຸສູງສຸດ ແລະ ໜຸ່ມນ້ອຍທີ່ສຸດ ສົ່ງຄວາມມຸ່ງຫວັງມາຍັງກອງປະຊຸມໃຫຍ່ແນວໂຮມປະເທດຊາດ ຫວຽດນາມ
ບັກນິງ (Bắc Ninh) ຊຸກຍູ້ການຮຽນ-ການສອນພາສາຊົນເຜົ່າສ່ວນໜ້ອຍ ຢູ່ໃນໂຮງຮຽນ ແລະ ເຂດຊຸມຊົນ
ທ່ານ ເອີນຫງອກເລືອງ (Ân Ngọc Lương), ຮອງປະທານສະມາຄົມອະນຸລັກ ແລະ ພັດທະນາວັດທະນະທຳເຜົ່າຊານຢິວ (Sán Dìu) ຂອງແຂວງ ສອນພາສາຊົນເຜົ່າໃຫ້ແກ່ເດັກນ້ອຍຢູ່ ເມືອງ ເຟືອງເຊີນ (Phượng Sơn).

ໃນປີ 2026, ທົ່ວແຂວງຄາດຄະເນວ່າຈະຈັດຕັ້ງ 213 ຫ້ອງຮຽນພາສາຊົນເຜົ່າ ເຊິ່ງລວມມີ: ເຜົ່ານຸງ, ເຜົ່າໄຕ່, ເຜົ່າຊານຢິວ, ເຜົ່າກາວລານ, ເຜົ່າຊານຈີ້, ເຜົ່າຮວາ ແລະ ເຜົ່າຢ້າວ. ມາຮອດຕົ້ນເດືອນ ພຶດສະພາ, ບັນດາທ້ອງຖິ່ນໄດ້ເປີດແລ້ວ 23 ຫ້ອງຮຽນ ໂດຍມີນັກຮຽນເຂົ້າຮ່ວມ 748 ທ່ານ; ບັນດາຮາກຖານການສຶກສາໄດ້ຈັດຕັ້ງຕື່ມອີກ 54 ຫ້ອງຮຽນ ເພື່ອສອນພາສາຊົນເຜົ່າໃຫ້ແກ່ນັກຮຽນ. ບັນດາແຫ່ງທີ່ຕັ້ງໜ້າຜັນຂະຫຍາຍມີຄື: ຊວນເລືອງ (Xuân Lương), ລຸກງ່ານ (Lục Ngạn), ຈູ້ (Chũ), ໄຕອຽນຕື້ (Tây Yên Tử), ເຟືອງເຊີນ (Phượng Sơn), ຕາມຕ໊ຽນ (Tam Tiến), ອານລັກ (An Lạc); ໂຮງຮຽນກິນນອນຊົນເຜົ່າແຂວງ...

ຢູ່ທີ່ ຕາເເສງ ຊວນເລືອງ, ເຊິ່ງເປັນບ່ອນທີ່ມີພໍ່ແມ່ປະຊາຊົນບັນດາເຜົ່າອາໄສຢູ່ຢ່າງໜາແໜ້ນ, ໃນວັນທີ 7 ພຶດສະພາ, ໂຮງຮຽນລ້ຽງເດັກ ເມືອງ ຊວນເລືອງ ໄດ້ຈັດຕັ້ງການເຄື່ອນໄຫວວິຊາສະເພາະ ພາຍໃຕ້ຫົວຂໍ້ “ການເດີນທາງສຳຜັດກັບວັດທະນະທຳອາຫານການກິນຂອງເຜົ່າກາວລານ”.

ນີ້ແມ່ນການເຄື່ອນໄຫວທີ່ມີປະໂຫຍດ ເພື່ອສ້າງໂອກາດໃຫ້ແກ່ນັກຮຽນ, ຜູ້ປົກຄອງ ແລະ ຄູອາຈານ ໄດ້ສຳຜັດກັບບັນດາຄຸນຄ່າທາງວັດທະນະທຳ ຜ່ານການສື່ສານດ້ວຍພາສາຊົນເຜົ່າ, ການປຸງແຕ່ງອາຫານພື້ນເມືອງ ແລະ ບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳ, ສິລະປະ.

ຄູອາຈານ ຢາບທິຫຽນ (Giáp Thị Hiền), ຜູ້ອຳນວຍການໂຮງຮຽນລ້ຽງເດັກ ຊວນເລືອງ ໃຫ້ຮູ້ວ່າ: “ໂຮງຮຽນມີນັກຮຽນ 385 ຄົນ, ໃນນັ້ນ ຫຼາຍກວ່າເຄິ່ງໜຶ່ງແມ່ນເດັກນ້ອຍຊົນເຜົ່າສ່ວນໜ້ອຍ, ສ່ວນໃຫຍ່ແມ່ນເຜົ່າກາວລານ. ຕໍ່ກັບສະພາບຕົວຈິງທີ່ການພັດທະນາທາງດ້ານພາສາຂອງນັກຮຽນຍັງມີຂໍ້ຈຳກັດ, ທາງໂຮງຮຽນໄດ້ເພີ່ມທະວີການສື່ສານແບບຄູ່ຂະໜານ ພາສາຫວຽດ - ພາສາກາວລານ ໃນບັນດາການເຄື່ອນໄຫວ ດ້ວຍຮູບແບບ ແລະ ເນື້ອໃນທີ່ອຸດົມສົມບູນ ແບບຮຽນປົນຫຼິ້ນ. ຜ່ານນັ້ນ ຊ່ວຍໃຫ້ເດັກນ້ອຍມີຄວາມສະດວກໃນການເຂົ້າເຖິງຄວາມຮູ້ ແລະ ຮັກສາພາສາແມ່ຂອງຕົນເອງໄວ້”.

ຕາມການນຳຂອງພະແນກຊົນເຜົ່າ ແລະ ສາສະໜາ, ເພື່ອໃຫ້ການເຄື່ອນໄຫວຖ່າຍທອດ, ອະນຸລັກ ແລະ ເສີມຂະຫຍາຍພາສາຊົນເຜົ່າສ່ວນໜ້ອຍ ໄດ້ຮັບການຜັນຂະຫຍາຍຢ່າງເປັນເອກະພາບ, ເປັນລະບົບ ແລະ ມີວິທະຍາສາດໃນທົ່ວແຂວງ, ທາງພະແນກໄດ້ເປັນເສນາທິການໃຫ້ແກ່ ຄະນະກຳມະການປະຊາຊົນແຂວງ ໃນການປະກາດໃຊ້ຊຸດປຶ້ມແບບຮຽນຖ່າຍທອດພາສາຊົນເຜົ່າສ່ວນໜ້ອຍ; ຈັດພິມ ແລະ ມອບໃຫ້ແກ່ຜູ້ຮຽນ. ພ້ອມທັງປະສານສົມທົບກັບ ພະແນກການເງິນ ເພື່ອສະເໜີແບ່ງປັນງົບປະມານໃນການຈັດຕັ້ງຫ້ອງຮຽນຖ່າຍທອດໃຫ້ທັນການ.

ແຂວງໄດ້ສູ້ຊົນບັນລຸເປົ້າໝາຍ ໃນແຕ່ລະປີໃຫ້ເພີ່ມຂຶ້ນແຕ່ 2-3% ຂອງອັດຕາສ່ວນປະຊາຊົນຢູ່ເຂດພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ເຂດພູດອຍ ທີ່ຮູ້ປາກເວົ້າພາສາຊົນເຜົ່າ; ຮອດປີ 2030, ອັດຕາສ່ວນຜູ້ຮູ້ປາກເວົ້າພາສາຊົນເຜົ່າ ໃຫ້ກວມເອົາແຕ່ 15-20% ໃນຊຸມຊົນ; 100% ຂອງບັນດາໂຮງຮຽນ, ເຂດຊຸມຊົນຢູ່ເຂດພໍ່ແມ່ປະຊາຊົນບັນດາເຜົ່າ ຕ້ອງຈັດຕັ້ງຫ້ອງຮຽນພາສາຊົນເຜົ່າ ໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI: ເປີດສາກໃຫ້ແກ່ໄລຍະແຫ່ງການພັດທະນາໃໝ່ຢ່າງຮອບດ້ານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI: ເປີດສາກໃຫ້ແກ່ໄລຍະແຫ່ງການພັດທະນາໃໝ່ຢ່າງຮອບດ້ານ

ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI: ເປີດສາກໃຫ້ແກ່ໄລຍະແຫ່ງການພັດທະນາໃໝ່ຢ່າງຮອບດ້ານ ນີ້ແມ່ນບົດປາໄສຂອງທ່ານນາງ ຮ່າທິຫງາ (Hà Thị Nga), ກຳມະການຄະນະບໍລິຫານງານສູນກາງພັກ, ຮອງປະທານ - ເລຂາໃຫຍ່ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃນພິທີຖະແຫຼງຂ່າວ ວັນທີ 04 ພຶດສະພາ ຢູ່ ຮ່າໂນ້ຍ ເພື່ອແຈ້ງຂໍ້ມູນ ...

ການປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາສະມາຄົມມະຫາຊົນ ທີ່ພັກ ແລະ ລັດມອບໝາຍໜ້າທີ່ໃຫ້: ຄວາມຮຽກຮ້ອງຕ້ອງການຈາກຕົວຈິງ ແລະ ທິດທາງຍຸດທະສາດໃນຍຸກສະໄໝໃໝ່ ການປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາສະມາຄົມມະຫາຊົນ ທີ່ພັກ ແລະ ລັດມອບໝາຍໜ້າທີ່ໃຫ້: ຄວາມຮຽກຮ້ອງຕ້ອງການຈາກຕົວຈິງ ແລະ ທິດທາງຍຸດທະສາດໃນຍຸກສະໄໝໃໝ່

ຍສໝ - ໃນວິວັດທະນາການສ້າງສາ ແລະ ເສີມຂະຫຍາຍກຳລັງແຮງກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດ, ບັນດາສະມາຄົມມະຫາຊົນ ທີ່ພັກ ແລະ ລັດມອບໝາຍໜ້າທີ່ໃຫ້ ນັ້ນ ຍາມໃດກໍມີຕຳແໜ່ງທີ່ສຳຄັນ. ບໍ່ພຽງແຕ່ແມ່ນອົງການຈັດຕັ້ງທີ່ເຕົ້າໂຮມບັນດາຊັ້ນຄົນໃນສັງຄົມຕາມຂົງເຂດ ແລະ ວິຊາອາຊີບເທົ່ານັ້ນ, ບັນດາສະມາຄົມຍັງແມ່ນຂົວຕໍ່ໂດຍກົງລະຫວ່າງ ພັກ, ລັດ ກັບ ປະຊາຊົນ, ປະກອບສ່ວນສ້າງພື້ນຖານທາງສັງຄົມທີ່ໝັ້ນຄົງ ໃຫ້ແກ່ສະຖຽນລະພາບທາງດ້ານການເມືອງ ແລະ ການພັດທະນາທີ່ຍືນຍົງ.

Link: https://huunghivietlao.thoidai.com.vn/detail-article-21969.html

In bài biết