ຜູ້ແທນທີ່ມີອາຍຸສູງສຸດ ແລະ ໜຸ່ມນ້ອຍທີ່ສຸດ ສົ່ງຄວາມມຸ່ງຫວັງມາຍັງກອງປະຊຸມໃຫຍ່ແນວໂຮມປະເທດຊາດ ຫວຽດນາມ
ຕາມຂໍ້ມູນຈາກແນວໂຮມປະເທດຊາດ ຫວຽດນາມ ແລ້ວ, ຜູ້ແທນທີ່ມີອາຍຸໜຸ່ມນ້ອຍທີ່ສຸດສອງທ່ານທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ແມ່ນມີອາຍຸ 23 ປີຄືກັນ, ເຊິ່ງລວມມີ: ນາງ ລໍທິຫງາ (Lò Thị Nga), ບຸກຄົນດີເດັ່ນຂອງເຜົ່າລາວ ຢູ່ ເມືອງລວນ (Mường Luân), ແຂວງ ດ້ຽນບຽນ (Điện Biên) ແລະ ນາງ ອີຍີ (Y Nhi), ບຸກຄົນດີເດັ່ນຂອງເຜົ່າເຣີມຳ (Rơ Măm) ຢູ່ ເມືອງໂມໄຣ (Mô Rai), ແຂວງ ກວາງຫງາຍ (Quảng Ngãi). ສ່ວນຜູ້ແທນທີ່ມີອາຍຸສູງສຸດ ແມ່ນທ່ານ ພົນເອກ ວໍເສີ (Võ Sở), ປະທານສະມາຄົມມູນເຊື້ອເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນ ຫວຽດນາມ.
![]() |
| ທ່ານ ພົນເອກ ວໍເສີ (Võ Sở) - ປະທານສະມາຄົມມູນເຊື້ອເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນ ຫວຽດນາມ. (ພາບ: ໜັງສືພິມ ລາວດົ້ງ) |
ໃນໄວອາຍຸ 97 ປີ, ທ່ານ ພົນເອກ ວໍເສີ (Võ Sở) ແມ່ນຜູ້ແທນທີ່ມີອາຍຸສູງສຸດທີ່ເຂົ້າຮ່ວມກອງປະຊຸມໃຫຍ່ໃນຄັ້ງນີ້. ທ່ານເຄີຍເປັນ ເລຂາຄະນະພັກ, ຮອງຜູ້ບັນຊາການດ້ານການເມືອງ ກອງພົນ 12 ແລະ ມີຫຼາຍປີທີ່ຕິດພັນກັບວຽກງານແນວໂຮມ.
ປັດຈຸບັນ, ໃນຖານະປະທານສະມາຄົມມູນເຊື້ອເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນ ຫວຽດນາມ, ທ່ານພ້ອມກັບສະມາຄົມ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາແຜນງານສະຫວັດດີການສັງຄົມ, ການເຄື່ອນໄຫວຕອບບຸນແທນຄຸນ ແລະ ສະທ້ອນຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ມາຍັງບັນດາອົງການຈັດຕັ້ງທີ່ມີສິດອຳນາດຜ່ານລະບົບແນວໂຮມ.
ໜັງສືພິມ ລາວດົ້ງ ໄດ້ຍົກຄຳເວົ້າຂອງ ທ່ານ ພົນເອກ ວໍເສີ ໃຫ້ຮູ້ວ່າ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ແມ່ນກອງປະຊຸມໃຫຍ່ທີ່ພິເສດ ເມື່ອໄດ້ຈັດຂຶ້ນພາຍຫຼັງວິວັດທະນາການຈັດສັນບັນດາອົງການຈັດຕັ້ງການເມືອງ - ສັງຄົມ ໃຫ້ມາຂຶ້ນກັບແນວໂຮມປະເທດຊາດ ຫວຽດນາມ ໂດຍກົງ.
ທ່ານເຫັນວ່າ ການຂະຫຍາຍ ແລະ ເຕົ້າໂຮມເອົາບັນດາອົງການຈັດຕັ້ງສັງຄົມເຂົ້າຮ່ວມແນວໂຮມຕື່ມອີກ ນັ້ນ ແມ່ນທິດທາງທີ່ເໝາະສົມ ເພື່ອເສີມຂະຫຍາຍກຳລັງແຮງຄວາມສາມັກຄີທົ່ວປວງຊົນທັງຊາດ.
ກ້າວເຂົ້າສູ່ອາຍຸການໃໝ່, ທ່ານມີຄວາມມຸ່ງຫວັງວ່າ ແນວໂຮມປະເທດຊາດ ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍບົດບາດການຕິດຕາມກວດກາ ແລະ ວິຈານສັງຄົມ, ປະກອບສ່ວນສ້າງສາພັກ, ອຳນາດການປົກຄອງໃຫ້ປອດໃສ ແລະ ເຂັ້ມແຂງ; ພ້ອມທັງໃຫ້ຄວາມສົນໃຈຫຼາຍກວ່າເກົ່າຕໍ່ກັບປະຊາຊົນຢູ່ເຂດຫ່າງໄກສອກຫຼີກ, ຜູ້ທີ່ມີຄຸນງາມຄວາມດີຕໍ່ຊາດ ແລະ ບັນດາເປົ້າໝາຍນະໂຍບາຍ.
![]() |
| ນາງ ລໍທິຫງາ (Lò Thị Nga) ແມ່ນຜູ້ແທນທີ່ມີອາຍຸໜຸ່ມນ້ອຍທີ່ສຸດ ທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026-2031. (ພາບ: ໜັງສືພິມ ລາວດົ້ງ) |
ໃນຂະນະດຽວກັນ, ນາງ ລໍທິຫງາ (Lò Thị Nga) ຫາກໍສຳເລັດການສຶກສາຂະແໜງການສຶກສາກ່ອນໄວຮຽນ ຢູ່ທີ່ມະຫາວິທະຍາໄລ ໄຕບັກ (Tây Bắc) ໃນທ້າຍປີ 2024. ປັດຈຸບັນ, ນາງແມ່ນກຳມະການຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ຂັ້ນຕາແສງ ເມືອງລວນ (Mường Luân), ແຂວງ ດ້ຽນບຽນ (Điện Biên), ທັງພວມລໍຖ້າການຄັດເລືອກພະນັກງານລັດຖະກອນ ເພື່ອເຮັດຕາມຄວາມຝັນທີ່ຈະກາຍເປັນຄູສອນ.
ຢູ່ທີ່ທ້ອງຖິ່ນ, ນາງໄດ້ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນ, ຂົນຂວາຍຊາວໜຸ່ມພັດທະນາເສດຖະກິດ, ຮັກສາເອກະລັກວັດທະນະທຳຂອງເຜົ່າລາວ.
ເຂົ້າຮ່ວມກອງປະຊຸມໃຫຍ່ໃນຄັ້ງນີ້, ນາງ ລໍທິຫງາ ມີຄວາມມຸ່ງຫວັງຢາກສົ່ງສຽງຂອງຊາວໜຸ່ມເຂດສູງ, ໂດຍສະເພາະແມ່ນບັນຫາວຽກເຮັດງານທຳໃຫ້ແກ່ນັກສຶກສາຊົນເຜົ່າສ່ວນໜ້ອຍ ພາຍຫຼັງສຳເລັດການສຶກສາ.
"ຂ້າພະເຈົ້າຫວັງວ່າຈະມີຫຼາຍນໂຍບາຍຕື່ມອີກ ເພື່ອຊ່ວຍເຫຼືອໃນການເລີ່ມຕົ້ນທຸລະກິດ (startup) ແລະ ບຸລິມະສິດໃນການຮັບສະໝັກວຽກໃຫ້ແກ່ລູກຫຼານຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ທ້ອງຖິ່ນ. ເມື່ອຄົນໜຸ່ມມີວຽກເຮັດງານທຳທີ່ໝັ້ນຄົງ, ເຂົາເຈົ້າຈະແມ່ນກຳລັງແກນກາງເພື່ອສ້າງສາກຸ່ມມະຫາສາມັກຄີທົ່ວປວງຊົນ", ນາງ ຫງາ ກ່າວສະແດງຄວາມເຫັນ.
| ຜູ້ແທນຫຼາຍກວ່າ 1.300 ທ່ານ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ແຕ່ວັນທີ 11-13 ພຶດສະພາ ຢູ່ ຮ່າໂນ້ຍ ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026-2031 ຈະຈັດຂຶ້ນແຕ່ວັນທີ 11 ຫາ 13 ພຶດສະພາ 2026 ຢູ່ ຮ່າໂນ້ຍ, ໂດຍມີການເຂົ້າຮ່ວມຂອງຜູ້ແທນຫຼາຍກວ່າ 1.300 ທ່ານ, ຕົກລົງຫຼາຍເນື້ອໃນສຳຄັນກ່ຽວກັບການຈັດຕັ້ງ, ບຸກທະລາກອນ ແລະ ທິດທາງການເຄື່ອນໄຫວໃນໄລຍະໃໝ່. |
| ລະດົມຄຳເຫັນຈາກປະຊາຊົນ ເຂົ້າໃນຮ່າງບົດລາຍງານການເມືອງ ທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026 - 2031 ຈະຈັດຂຶ້ນແຕ່ວັນທີ 11 ພຶດສະພາ ຫາວັນທີ 13 ພຶດສະພາ 2026 ຢູ່ທີ່ນະຄອນຫຼວງ ຮ່າໂນ້ຍ. ນີ້ແມ່ນເຫດການການເມືອງ - ສັງຄົມ ທີ່ມີຄວາມໝາຍສຳຄັນ ເຊິ່ງຈັດຂຶ້ນໃນທັນທີ ... |

