13:14 | 08/05/2026

ຜູ້ແທນຫຼາຍກວ່າ 1.300 ທ່ານ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ແຕ່ວັນທີ 11-13 ພຶດສະພາ ຢູ່ ຮ່າໂນ້ຍ

ລະດົມຄຳເຫັນຈາກປະຊາຊົນ ເຂົ້າໃນຮ່າງບົດລາຍງານການເມືອງ ທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI
ກອງປະຊຸມຄັ້ງທີ 7 ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ X: ເປັນເອກະພາບດ້ານເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI, ຕົກລົງເຫັນດີແຕ່ງຕັ້ງຮອງປະທານ 3 ທ່ານ

ຕາມຂໍ້ມູນຈາກແນວໂຮມປະເທດຊາດ ຫວຽດນາມ, ກອງປະຊຸມໃຫຍ່ຄາດວ່າຈະມີຜູ້ແທນເຂົ້າຮ່ວມຫຼາຍກວ່າ 1.300 ທ່ານ, ໃນນັ້ນມີ: ຜູ້ແທນສົມບູນ 1.138 ທ່ານ ທີ່ເປັນກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ອາຍຸການ 2024 - 2029 ທີ່ພວມດຳລົງຕຳແໜ່ງ; ຜູ້ແທນທີ່ໄດ້ຮັບການແຕ່ງຕັ້ງໂດຍກອງປະຊຸມໃຫຍ່ຜູ້ແທນແນວໂຮມປະເທດຊາດ ຫວຽດນາມ ບັນດາແຂວງ, ນະຄອນ, ບັນດາອົງການຈັດຕັ້ງສະມາຊິກ ຕາມຈຳນວນທີ່ໄດ້ຮັບການແບ່ງປັນ; ຜູ້ແທນທີ່ໄດ້ຮັບການແຕ່ງຕັ້ງເຈາະຈົງ; ຊາວຫວຽດນາມທີ່ອາໄສຢູ່ຕ່າງປະເທດ ແລະ ພະນັກງານແນວໂຮມທີ່ຮັບຜິດຊອບສະເພາະດ້ານ. ມີຜູ້ແທນຮັບເຊີນປະມານ 200 ທ່ານ ທີ່ເປັນການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ; ການນຳບັນດາຄະນະ, ກະຊວງ, ຂະແໜງການສູນກາງ ແລະ ບັນດາທ້ອງຖິ່ນ; ຕົວແທນອົງການການທູດ, ອົງການຈັດຕັ້ງສາກົນປະຈຳ ຫວຽດນາມ; ການນຳ ແລະ ນັກຂ່າວຂອງບັນດາສຳນັກຂ່າວສານ, ໜັງສືພິມ ຢູ່ສູນກາງ ແລະ ບາງທ້ອງຖິ່ນ.

ຜູ້ແທນຫຼາຍກວ່າ 1.300 ທ່ານ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ແຕ່ວັນທີ 11-13 ພຶດສະພາ ຢູ່ ຮ່າໂນ້ຍ
ໂລໂກ້ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026-2031. (ພາບ: MTTQ ຫວຽດນາມ)

ກອງປະຊຸມໃຫຍ່ຈະຕົກລົງເຫັນດີແຕ່ງຕັ້ງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI ໂດຍຄາດຄະເນມີກຳມະການ 405 ທ່ານ. ຄະນະປະທານຄາດຄະເນມີກຳມະການ 72 ທ່ານ (ຕົກລົງເຫັນດີແຕ່ງຕັ້ງໃນກອງປະຊຸມໃຫຍ່ 70 ທ່ານ), ຄະນະປະຈຳມີ 12 ທ່ານ ແລະ ຮອງປະທານບໍ່ປະຈຳການ 8 ທ່ານ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ຈັດຂຶ້ນໃນທັນທີ ພາຍຫຼັງຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ແລະ ການເລືອກຕັ້ງຜູ້ແທນສະພາແຫ່ງຊາດ ສະໄໝທີ XVI, ສະພາປະຊາຊົນທຸກຂັ້ນ ອາຍຸການ 2026 - 2031. ກອງປະຊຸມໃຫຍ່ແມ່ນຂີດໝາຍປະຫວັດສາດ, ເປັນການເລີ່ມຕົ້ນໃຫ້ແກ່ອາຍຸການດຳເນີນງານຂອງກົງຈັກ ດ້ວຍລະດັບຄາດໝາຍ ແລະ ເສັ້ນທາງແຫ່ງການພັດທະນາໃໝ່ ໃນຂະນະທີ່ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ແລະ ບັນດາສະມາຄົມມະຫາຊົນ ທີ່ພັກ ແລະ ລັດມອບໝາຍໜ້າທີ່ໃຫ້ ນັ້ນ ໄດ້ມາຂຶ້ນກັບແນວໂຮມປະເທດຊາດ ຫວຽດນາມ ໂດຍກົງ.

ຄາດຄະເນລາຍການ ແລະ ເນື້ອໃນຂອງກອງປະຊຸມໃຫຍ່

ວັນທີ 11 ພຶດສະພາ 2026:

ຕອນເຊົ້າ:

ແຕ່ 8:00 ຫາ 9:00: ພິທີວາງພວງມາລາເຂົ້າຢ້ຽມຂຳນັບສົບ ທ່ານປະທານ ໂຮ່ຈີມິນ, ພິທີຈຸດທູບທຽນລະນຶກເຖິງບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ.

ຕອນແລງ (ວາລະກະກຽມ):

ແຕ່ 14:00 ຫາ 15:00: ຜູ້ແທນເຂົ້າຮ່ວມການສົນທະນາ; ຕົກລົງເຫັນດີແຕ່ງຕັ້ງຄະນະປະທານ ແລະ ຄະນະເລຂາທິການຂອງກອງປະຊຸມໃຫຍ່; ຜ່ານລາຍການ ແລະ ລະບຽບການເຮັດວຽກຂອງກອງປະຊຸມໃຫຍ່; ບົດລາຍງານສະພາບການຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່; ບົດລາຍງານສຳຫຼວດກວດກາການເຄື່ອນໄຫວຂອງຄະນະກຳມະການສູນກາງ, ຄະນະປະທານ ແລະ ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄລຍະ 2024 - 2026; ບົດສະເໜີປັບປຸງ, ເພີ່ມເຕີມກົດລະບຽບແນວໂຮມປະເທດຊາດ ຫວຽດນາມ;

ແຕ່ 15:00 ຫາ 17:00: ບັນດາຜູ້ແທນເຂົ້າຮ່ວມການສົນທະນາຕາມບັນດາສູນສົນທະນາຂອງກອງປະຊຸມໃຫຍ່ (ຄາດຄະເນມີ 5 ສູນສົນທະນາ).

ວັນທີ 12 ພຶດສະພາ 2026:

ຕອນເຊົ້າ (ວາລະທາງການ; ບໍ່ມີການຖ່າຍທອດສົດຜ່ານໂທລະພາບ ແລະ ວິທະຍຸ):

ແຕ່ 8:00 ຫາ 11:30: ການສະແດງສິລະປະສະເຫຼີມສະຫຼອງ; ພິທີເຄົາລົບທຸງ, ຮ້ອງເພງຊາດ; ບົດລາຍງານໝາກຜົນການເຮັດວຽກໃນວັນທີໜຶ່ງ; ສຸນທອນພົດໄຂກອງປະຊຸມໃຫຍ່; ບົດລາຍງານການເມືອງຂອງກອງປະຊຸມໃຫຍ່ (ບົດສະຫຼຸບຫຍໍ້); ສາຍຮູບເງົາສາລະຄະດີກ່ຽວກັບໝາກຜົນວຽກງານແນວໂຮມໄລຍະ 2024 - 2026; ບັນດາຜູ້ແທນຂຶ້ນປະກອບຄຳເຫັນ; ບົດປາໄສຊີ້ນຳຂອງການນຳພັກ, ລັດ; ຮັບເອົາບົດປາໄສຊີ້ນຳຂອງການນຳພັກ, ລັດ; ບັນດາທ່ານຜູ້ນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ ຖ່າຍຮູບທີ່ລະນຶກຮ່ວມກັບຄະນະປະທານກອງປະຊຸມໃຫຍ່, ຕົວແທນບັນດາເຜົ່າ, ສາສະໜາ ແລະ ຊາວຫວຽດນາມ ຢູ່ຕ່າງປະເທດ.

ຕອນແລງ:

ແຕ່ 14:00 ຫາ 16:30: ບັນດາຜູ້ແທນສົນທະນາ; ຜ່ານແຜນການບຸກທະລາກອນ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ອາຍຸການ 2026 - 2031; ຕົກລົງເຫັນດີແຕ່ງຕັ້ງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ອາຍຸການ 2026 - 2031;

ແຕ່ 16:30 ຫາ 17:00: ກອງປະຊຸມຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີໜຶ່ງ ສະໄໝທີ XI, ອາຍຸການ 2026 - 2031.

ຕອນເຊົ້າ ວັນທີ 13 ພຶດສະພາ 2026 (ວາລະອັດກອງປະຊຸມ):

ແຕ່ 7:20 ຫາ 7:40: ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ອາຍຸການ 2026 - 2031 ທັງໝົດຖ່າຍຮູບທີ່ລະນຶກ ຢູ່ທີ່ຫ້ອງໂຖງສູນກອງປະຊຸມແຫ່ງຊາດ.

ແຕ່ 8:00 ຫາ 10:00: ບົດລາຍງານສັງລວມ ແລະ ຮັບເອົາບັນດາຄຳເຫັນສົນທະນາໃນກອງປະຊຸມໃຫຍ່; ບົດປາໄສຂອງຕົວແທນການນຳສະພາແຫ່ງຊາດ, ການນຳລັດຖະບານ ກ່ຽວກັບວຽກງານປະສານສົມທົບກັບແນວໂຮມປະເທດຊາດ ຫວຽດນາມ; ບົດລາຍງານໝາກຜົນກອງປະຊຸມຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີໜຶ່ງ ສະໄໝທີ XI, ອາຍຸການ 2026 - 2031; ບັນດາກຳມະການຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ອາຍຸການ 2026 - 2031 ເປີດຕົວຕໍ່ກອງປະຊຸມໃຫຍ່; ກອງປະຊຸມໃຫຍ່ອຳລາບັນດາກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ X, ອາຍຸການ 2024-2029 ທີ່ບໍ່ໄດ້ສືບຕໍ່ເຂົ້າຮ່ວມໃນສະໄໝທີ XI; ຜ່ານກົດລະບຽບແນວໂຮມປະເທດຊາດ ຫວຽດນາມ ສະບັບປັບປຸງ, ເພີ່ມເຕີມ; ຜ່ານມະຕິກອງປະຊຸມໃຫຍ່; ສຸນທອນພົດອັດກອງປະຊຸມໃຫຍ່.

ແຕ່ 10:15 ຫາ 11:00: ຖະແຫຼງຂ່າວໃຫ້ຂໍ້ມູນກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026 - 2031.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ຄາດວ່າຈະຈັດຂຶ້ນແຕ່ວັນທີ 11-13 ພຶດສະພາ 2026 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ຄາດວ່າຈະຈັດຂຶ້ນແຕ່ວັນທີ 11-13 ພຶດສະພາ 2026

ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ຄາດວ່າຈະຈັດຂຶ້ນແຕ່ວັນທີ 11-13/5/2026 ວັນທີ 12 ເມສາ ຢູ່ ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດກອງປະຊຸມຄະນະປະທານ ຄັ້ງທີ 7, ສະໄໝທີ X ແນໃສ່ສົນທະນາ, ປະກອບຄຳເຫັນໃສ່ບາງເນື້ອໃນສຳຄັນ ເພື່ອຫັນກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ...

ນະຄອນ ໂຮ່ຈີມິນ ສ້າງລາຍຮັບໄດ້ 8.700 ຕື້ດົ່ງ ຈາກການທ່ອງທ່ຽວ ໃນໂອກາດວັນພັກບຸນໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ແລະ ວັນທີ 30 ເມສາ - 1 ພຶດສະພາ ນະຄອນ ໂຮ່ຈີມິນ ສ້າງລາຍຮັບໄດ້ 8.700 ຕື້ດົ່ງ ຈາກການທ່ອງທ່ຽວ ໃນໂອກາດວັນພັກບຸນໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ແລະ ວັນທີ 30 ເມສາ - 1 ພຶດສະພາ

ຍສໝ - ໃນໂອກາດວັນພັກບຸນໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ, ວັນທີ 30 ເມສາ ແລະ 1 ພຶດສະພາປີນີ້, ການເຄື່ອນໄຫວທ່ອງທ່ຽວຢູ່ ນະຄອນ ໂຮ່ຈີມິນ ໄດ້ດຳເນີນໄປຢ່າງຄຶກຄື້ນ, ບັນທຶກໃຫ້ເຫັນການຟື້ນຕົວຢ່າງຕັ້ງໜ້າ ແລະ ມີການເຕີບໂຕພໍສົມຄວນເມື່ອທຽບໃສ່ໄລຍະດຽວກັນ. ໃນໄລຍະ 9 ວັນ, ນັບແຕ່ວັນທີ 25 ເມສາ ຫາທ້າຍວັນທີ 3 ພຶດສະພາ, ...

Link: https://huunghivietlao.thoidai.com.vn/detail-article-21964.html

In bài biết