ທ່ານ ນາຍົກລັດຖະມົນຕີ ເລມິງຮືງ ອອກເດີນທາງໄປຮ່ວມກອງປະຊຸມສຸດຍອດອາຊຽນ
| ທ່ານເລຂາທິການໃຫຍ່ ໂຕເລີມ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ | |
| ນາຍົກລັດຖະມົນຕີ ຫວຽດນາມ ແລະ ນາຍົກລັດຖະມົນຕີ ມາເລເຊຍ ໄປຢ້ຽມຢາມຖະໜົນປື້ມ ຮ່າໂນ້ຍ |
![]() |
| ທ່ານນາຍົກລັດຖະມົນຕີ ເລມິງຮືງ ອອກເດີນທາງໄປຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ຢູ່ Cebu, ຟີລິບປິນ. |
ທ່ານນາຍົກລັດຖະມົນຕີ ເລມິງຮືງ (Lê Minh Hưng) ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ ເພື່ອໄປຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ຢູ່ Cebu, ຟີລິບປິນ ແຕ່ວັນທີ 7-8/5 ຕາມຄຳເຊີນຂອງທ່ານປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ Ferdinand Romualdez Marcos Jr, ປະທານອາຊຽນ ປີ 2026.
ຮ່ວມໃນຄະນະຍັງມີ ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຟີລິບປິນ ລ່າຍໄທບິ່ງ (Lại Thái Bình); ທ່ານນາງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ອາຊຽນ ໂຕນທິຫງອກຮືອງ (Tôn Thị Ngọc Hương).
ນີ້ແມ່ນການເຄື່ອນໄຫວວຽກງານຢູ່ຕ່າງປະເທດຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ເລມິງຮືງ ໃນຖານະເປັນຫົວໜ້າລັດຖະບານຊຸດໃໝ່ ແລະ ກໍແມ່ນກອງປະຊຸມຫຼາຍຝ່າຍຄັ້ງທຳອິດທີ່ທ່ານນາຍົກລັດຖະມົນຕີເຂົ້າຮ່ວມໂດຍກົງ.
ການທີ່ທ່ານນາຍົກລັດຖະມົນຕີ ເລມິງຮືງ ນຳພາຄະນະຜູ້ແທນຂັ້ນສູງຂອງປະເທດເຮົາເຂົ້າຮ່ວມກອງປະຊຸມ ໄດ້ສະແດງໃຫ້ເຫັນຢ່າງແຂງແຮງວ່າ ຫວຽດນາມ ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ກຸ້ມຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍທິດ ແລະ ຫຼາຍຮູບແບບ ຕາມຈິດໃຈກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ; ທັງຢືນຢັນວ່າ ອາຊຽນ ສືບຕໍ່ແມ່ນບຸລິມະສິດຍຸດທະສາດແຖວໜ້າໃນນະໂຍບາຍການຕ່າງປະເທດໂດຍລວມຂອງ ຫວຽດນາມ.
ນີ້ກໍແມ່ນສານທີ່ຊັດເຈນກ່ຽວກັບຄຳໝັ້ນສັນຍາຂອງ ຫວຽດນາມ ຕໍ່ກັບຂະບວນການສ້າງຕັ້ງປະຊາຄົມອາຊຽນ, ດ້ວຍຈິດໃຈເປັນເຈົ້າການ, ຕັ້ງໜ້າ, ຮັບຜິດຊອບ ແລະ ປະກອບສ່ວນຢ່າງແທດຕົວຈິງ, ມີປະສິດທິຜົນເຂົ້າໃນວຽກງານລວມຂອງສະມາຄົມ.
| ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ຕາງໜ້າການນໍາຂັ້ນສູງຫວຽດນາມ ຂຽນປື້ມໄວ້ອາໄລ ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ຍສໝ - ເມື່ອໄດ້ຮັບຂ່າວອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ເຖິງແກ່ມໍລະນະກໍາ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດ ນາມ ໄດ້ຕາງໜ້າການນໍາຂັ້ນສູງ ແລະ ປະຊາຊົນຫວຽດນາມ ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງ ປະທານພັກປະຊາທິປະໄຕເສລີ, ນາຍົກລັດຖະມົນຕີຍີ່ປຸ່ນ Kishida Fumio. |
| ທ່ານນາຍົກລັດຖະມົນຕີ Hun Sen ຂອບໃຈ ຫວຽດນາມ ທີ່ໄດ້ຊ່ວຍເຫຼືອ ກຳປູເຈຍ ໂຄ່ນລົ້ມລະບອບດັບສູນເຊື້ອຊາດ Pol Pot ຍສໝ - ເຂດເສັ້ນທາງເປີດຕາແສງ ໂລກເຕິນ, ເມືອງ ໂລກນິງ, ແຂວງ ບິ່ງເຟືອກ ແມ່ນບ່ອນທີ່ທ່ານນາຍົກລັດຖະມົນຕີ Hun Sen ໃນ 45 ປີກ່ອນໄດ້ດຳເນີນບັນດາບາດກ້າວທຳອິດມາຫວຽດນາມ, ໃນວິວັດການເຄື່ອນໄຫວກູ້ຊາດ. |
