ຫວຽດນາມ, ຍີ່ປຸ່ນ ມອບເອກະສານການຮ່ວມມືທີ່ສຳຄັນຫຼາຍສະບັບ
| ເພີ່ມທະວີການພົວພັນ ແລະ ສະໜັບສະໜູນການພັດທະນາຂອງປະຊາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ | |
| ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ |
![]() |
| ທ່ານນາຍົກລັດຖະມົນຕີ ເລ ມິງ ຮືງ ແລະ ທ່ານນາຍົກລັດຖະມົນຕີ Takaichi Sanae ເປັນສັກຂີພິຍານໃນການມອບ-ຮັບ ສັນຍາກູ້ຢືມ (L/A) ສຳລັບໂຄງການພັດທະນາຊົນນະບົດປັບຕົວເຂົ້າກັບໄພທຳມະຊາດ ລະຫວ່າງ ລັດຖະບານ ຫວຽດນາມ ແລະ ອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) - ຮູບ: VGP/Nhat Bac |
ທ່ານນາຍົກລັດຖະມົນຕີ Takaichi Sanae ພວມຢູ່ໃນໄລຍະການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 1-3/5, ຕາມຄຳເຊີນຂອງທ່່ານນາຍົກລັດຖະມົນຕີ ເລ ມິງ ຮືງ.
ໃນການເຈລະຈາ, ນາຍົກລັດຖະມົນຕີທັງສອງທ່ານ ໄດ້ແລກປ່ຽນຄວາມຄິດເຫັນຢ່າງກວ້າງຂວາງ ແລະ ແທດຕົວຈິງ ກ່ຽວກັບບັນດາທິດທາງໃຫຍ່ ແລະ ມາດຕະການລະອຽດ ເພື່ອສືບຕໍ່ຊຸກຍູ້ສາຍພົວພັນຄູ່ຮ່ວມຢຸດທະສາດຮອບດ້ານ ລະຫວ່າງ ສອງປະເທດ ໃຫ້ພັດທະນານັບມື້ນັບ "ເລິກເຊິ່ງກວ່າ, ອຸດົມສົມບູນກວ່າ, ແທດຕົວຈິງກວ່າ ແລະ ມີປະສິດທິຜົນກວ່າ" ໃນທຸກຂົງເຂດທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
![]() |
| ທ່ານນາຍົກລັດຖະມົນຕີ ເລ ມິງ ຮືງ ແລະ ທ່ານນາຍົກລັດຖະມົນຕີ Takaichi Sanae ເປັນສັກຂີພິຍານໃນການມອບ-ຮັບ ບົດບັນທຶກການຮ່ວມມືກ່ຽວກັບການເຕີບໂຕກາກບອນຕ່ຳ ລະຫວ່າງ ລັດຖະບານ ແຫ່ງ ສສ ຫວຽດນາມ ແລະ ລັດຖະບານ ຍີ່ປຸ່ນ ເພື່ອຈັດຕັ້ງປະຕິບັດກົນໄກສິນເຊື່ອຮ່ວມ - ຮູບ: VGP/ Nhat Bac |
ໃນຂອບເຂດການຢ້ຽມຢາມ, ສອງຝ່າຍໄດ້ລົງນາມເອກະສານທີ່ສຳຄັນ 6 ສະບັບ ໃນຂົງເຂດເຕັກໂນໂລຊີອາວະກາດ, ຂໍ້ມູນຂ່າວສານ-ການສື່ສານ, ຊົນລະປະທານ, ການພັດທະນາພື້ນຖານໂຄງລ່າງປັບຕົວເຂົ້າກັບໄພທຳມະຊາດ, ການປ່ຽນແປງດິນຟ້າອາກາດ ແລະ ການເຕີບໂຕກາກບອນຕ່ຳ.
ບັນດາເອກະສານການຮ່ວມມືທີ່ໄດ້ມອບ-ຮັບ ຕໍ່ໜ້າການເປັນສັກຂີພິຍານຂອງນາຍົກລັດຖະມົນຕີທັງສອງທ່ານ ລວມມີ:
1. ສັນຍາກູ້ຢືມ (L/A) ສຳລັບໂຄງການພັດທະນາຊົນນະບົດປັບຕົວເຂົ້າກັບໄພທຳມະຊາດ ລະຫວ່າງ ລັດຖະບານ ຫວຽດນາມ ແລະ ອົງການຮ່ວມມືສາກົນ ຍີ່ປຸ່ນ (JICA).
2. ສັນຍາກູ້ຢືມ (L/A) ສຳລັບໂຄງການພັດທະນາພື້ນຖານໂຄງລ່າງປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ເພື່ອສະໜັບສະໜູນການຜະລິດໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ຢູ່ບັນດາແຂວງເຂດພູດອຍ ແລະ ເນີນສູງພາກເໜືອ ລະຫວ່າງ ລັດຖະບານ ຫວຽດນາມ ແລະ ອົງການຮ່ວມມືສາກົນ ຍີ່ປຸ່ນ (JICA).
3. ບົດບັນທຶກການຮ່ວມມື ກ່ຽວກັບການເຕີບໂຕກາກບອນຕ່ຳ ລະຫວ່າງ ລັດຖະບານ ແຫ່ງ ສສ ຫວຽດນາມ ແລະ ລັດຖະບານ ຍີ່ປຸ່ນ ເພື່ອຈັດຕັ້ງປະຕິບັດກົນໄກສິນເຊື່ອຮ່ວມ.
![]() |
| ທ່ານນາຍົກລັດຖະມົນຕີ ເລ ມິງ ຮືງ ແລະ ທ່ານນາຍົກລັດຖະມົນຕີ Takaichi Sanae ເປັນສັກຂີພິຍານໃນການມອບ-ຮັບ ບົດບັນທຶກການຮ່ວມມື ລະຫວ່າງ ກົມຄຸ້ມຄອງ ແລະ ກໍ່ສ້າງກິດຈະການຊົນລະປະທານ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ແລະ ກົມໃຫຍ່ພັດທະນາຊົນນະບົດ, ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ ຍີ່ປຸ່ນ ກ່ຽວກັບການແລກປ່ຽນເຕັກໂນໂລຊີ, ເຕັກນິກ ໃນຂົງເຂດຊົນລະປະທານ - ຮູບ: VGP/ Nhat Bac |
4. ບົດບັນທຶກການຮ່ວມມື ລະຫວ່າງ ກົມຄຸ້ມຄອງ ແລະ ກໍ່ສ້າງກິດຈະການຊົນລະປະທານ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ແລະ ກົມໃຫຍ່ພັດທະນາຊົນນະບົດ, ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ ຍີ່ປຸ່ນ ກ່ຽວກັບການແລກປ່ຽນເຕັກໂນໂລຊີ, ເຕັກນິກ ໃນຂົງເຂດຊົນລະປະທານ.
![]() |
| ທ່ານນາຍົກລັດຖະມົນຕີ ເລ ມິງ ຮືງ ແລະ ທ່ານນາຍົກລັດຖະມົນຕີ Takaichi Sanae ເປັນສັກຂີພິຍານໃນການມອບ-ຮັບ ບົດບັນທຶກລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ແລະ ກະຊວງພາຍໃນ ແລະ ການສື່ສານ ຍີ່ປຸ່ນ ກ່ຽວກັບການຮ່ວມມືໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ, ການສື່ສານ ແລະ ການຫັນເປັນດີຈີຕອນ - ຮູບ: VGP/ Nhat Bac |
5. ບົດບັນທຶກ ລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ແລະ ກະຊວງພາຍໃນ ແລະ ການສື່ສານ ຍີ່ປຸ່ນ ກ່ຽວກັບການຮ່ວມມືໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ, ການສື່ສານ ແລະ ການຫັນເປັນດີຈີຕອນ.
![]() |
| ທ່ານນາຍົກລັດຖະມົນຕີ ເລ ມິງ ຮືງ ແລະ ທ່ານນາຍົກລັດຖະມົນຕີ Takaichi Sanae ເປັນສັກຂີພິຍານໃນການມອບ-ຮັບ ຂໍ້ຕົກລົງ ລະຫວ່າງ ສູນອາວະກາດ ຫວຽດນາມ ສັງກັດວິທະຍາສະຖານວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ແລະ ອົງການການບິນອາວະກາດ ຍີ່ປຸ່ນ ກ່ຽວກັບການແລກປ່ຽນຂໍ້ມູນດາວທຽມ - ຮູບ: VGP/ Nhat Bac |
- ຂໍ້ຕົກລົງ ລະຫວ່າງ ສູນອາວະກາດ ຫວຽດນາມ ສັງກັດວິທະຍາສະຖານວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ແລະ ອົງການການບິນອາວະກາດ ຍີ່ປຸ່ນ ກ່ຽວກັບການແລກປ່ຽນຂໍ້ມູນດາວທຽມ.
| ສື່ມວນຊົນຍີ່ປຸ່ນໄດ້ຕີລາຄາສູງການຢ້ຽມຢາມຍີ່ປຸ່ນຂອງທ່ານປະທານປະເທດ ຫວໍວັນເຖືອງ ຍສໝ - ວັນທີ 27 ແລະ 28 ພະຈິກ, ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ໃນນັ້ນໄດ້ເນັ້ນໜັກເຖິງເລື່ອງທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ເຫັນດີຍົກລະດັບການພົວພັນລະຫວ່າງ 2 ປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ... |
| ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ຍສໝ - ໃນລະຫວ່າງວັນທີ 19 – 20 ຕຸລາ, ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide. |
ແທັງຮັ່ງ




