ຊຸກຍູ້ສາຍພົວພັນ ຫວຽດນາມ - ຍີ່ປຸ່ນ ໃຫ້ພັດທະນານັບມື້ນັບມີເນື້ອໃນອຸດົມສົມບູນ, ແທດຕົວຈິງ ແລະ ມີປະສິດທິຜົນກວ່າເກົ່າ
| ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຢີຍຸດທະສາດ | |
| ກາລະໂອກາດໃຫ້ຄົນງານ ຫວຽດນາມ ໄປເຮັດວຽກອັນຍາວນານ ແລະ ພັດທະນາພາລະກິດຢູ່ ຍີ່ປຸ່ນ |
![]() |
| ທ່ານນາງນາຍົກລັດຖະມົນຕີ ເລມິງຮືງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Takaichi Sanae ຖ່າຍຮູບຮ່ວມກັນໃນພິທີຕ້ອນຮັບ. ພາບ: ເຢືອງຢາງ (Dương Giang)/TTXVN |
ໂດຍສະແດງຄວາມຍິນດີຕ້ອນຮັບຢ່າງສະໜິດສະໜົມຕໍ່ທ່ານນາງນາຍົກລັດຖະມົນຕີ Takaichi ແລະ ຄະນະຜູ້ແທນຂັ້ນສູງ ຍີ່ປຸ່ນ ທີ່ມາຢ້ຽມຢາມຢ່າງເປັນທາງການຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ເລມິງຮືງ ເນັ້ນໜັກວ່າ ການທີ່ທ່ານນາຍົກລັດຖະມົນຕີ Takaichi ເລືອກ ຫວຽດນາມ ເປັນຈຸດໝາຍປາຍທາງໃນການຢ້ຽມຢາມແຫ່ງທຳອິດຢູ່ ອາຊີ ພາຍຫຼັງໄດ້ຮັບການເລືອກຕັ້ງຄືນໃໝ່ນັ້ນ ໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ການໃຫ້ບຸລິມະສິດສູງຂອງ ຍີ່ປຸ່ນ ທີ່ມີຕໍ່ ຫວຽດນາມ.
ຊົມເຊີຍທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ທີ່ໄດ້ເປັນປະທານກອງປະຊຸມສຸດຍອດປະຊາຄົມການປ່ອຍອາຍພິດສຸດທິເປັນສູນ ອາຊີ (AZEC) ເປີດກວ້າງ ທີ່ປະສົບຜົນສຳເລັດຢ່າງຈົບງາມໃນໄລຍະຜ່ານມາ, ຜ່ານນັ້ນໄດ້ຢືນຢັນບົດບາດການນຳພາ ແລະ ການປະກອບສ່ວນຂອງ ຍີ່ປុ່ນ ໃນການແກ້ໄຂບັນຫາຄວາມໝັ້ນຄົງທາງດ້ານພະລັງງານທົ່ວໂລກ, ທ່ານນາຍົກລັດຖະມົນຕີ ເລມິງຮືງ ຢືນຢັນວ່າ ຫວຽດນາມ ຍາມໃດກໍຖື ຍີ່ປຸ່ນ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຍຸດທະສາດທີ່ສຳຄັນແຖວໜ້າ, ແມ່ນເພື່ອນມິດທີ່ຈິງໃຈ, ໄວ້ເນື້ອເຊື່ອໃຈ, ຮ່ວມເດີນທາງເພື່ອເຮັດໃຫ້ບັນດາເປົ້າໝາຍການພັດທະນາແບບຍືນຍົງປະກົດຜົນເປັນຈິງ.
ທ່ານນາຍົກລັດຖະມົນຕີ ເລມິງຮືງ ສະແດງຄວາມເຊື່ອໝັ້ນວ່າ ບົດຢ້ຽມຢາມຄັ້ງນີ້ ຈະສ້າງກຳລັງຊຸກຍູ້ໃໝ່ເພື່ອຊຸກຍູ້ ແລະ ນຳພາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ ໃຫ້ພັດທະນານັບມື້ນັບ “ເລິກເຊິ່ງກວ່າ, ອຸດົມສົມບູນກວ່າ, ແທດຕົວຈິງກວ່າ ແລະ ມີປະສິດທິຜົນກວ່າ” ໃນທຸກຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໂດຍສະເພາະແມ່ນດ້ານເສດຖະກິດ, ການຄ້າ, ການລົງທຶນ, ODA, ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ, ວິທະຍາສາດ-ເຕັກໂນໂລຊີ, ຄວາມໝັ້ນຄົງທາງດ້ານສະບຽງອາຫານ, ພະລັງງານແບບຍືນຍົງ... ເຊິ່ງແມ່ນບັນດາກຳລັງຊຸກຍູ້ຫຼັກແຫຼ່ງ ໃຫ້ແກ່ການພັດທະນາຂອງສອງປະເທດ ກໍຄືອະນາຄົດຂອງພາກພື້ນ ແລະ ໂລກ.
ກ່າວຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດ ແລະ ອົບອຸ່ນ ຂອງທ່ານນາຍົກລັດຖະມົນຕີ ເລມິງຮືງ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ; ທ່ານນາງນາຍົກລັດຖະມົນຕີ ຍີ່ປຸ່ນ Takaichi Sanae ໄດ້ສະແດງຄວາມຊົມເຊີຍທ່ານນາຍົກລັດຖະມົນຕີ ເລມິງຮືງ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈເລືອກຕັ້ງໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາຂອງທ່ານນາຍົກລັດຖະມົນຕີ, ລັດຖະບານ ຫວຽດນາມ ຈະສືບຕໍ່ບັນລຸໄດ້ຜົນສຳເລັດຫຼາຍຢ່າງກວ່າອີກໃນຕໍ່ໜ້າ.
![]() |
| ທ່ານນາງນາຍົກລັດຖະມົນຕີ ຍີ່ປຸ່ນ Takaichi Sanae ກ່າວປາໄສໃນການເຈລະຈາກັບທ່ານນາຍົກລັດຖະມົນຕີ ເລມິງຮືງ. ພາບ: ເຢືອງຢາງ (Dương Giang)/TTXV |
ທ່ານນາງນາຍົກລັດຖະມົນຕີ Takaichi ຊົມເຊີຍບັນດາຜົນສຳເລັດທີ່ພົ້ນເດັ່ນຂອງ ຫວຽດນາມ ໃນການພັດທະນາປະເທດຊາດ, ບົດບາດສາກົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ຕີລາຄາວ່າ ຫວຽດນາມ ມີຕຳແໜ່ງທີ່ສຳຄັນໃນຕ່ອງໂສ້ອຸປະທານພາກພື້ນ ແລະ ມີນະໂຍບາຍການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ເຊື່ອມໂຍງສາກົນຢ່າງກວ້າງຂວາງ; ຢືນຢັນວ່າ ຍີ່ປຸ່ນ ສະໜັບສະໜູນບັນດາຄວາມມານະພະຍາຍາມ, ທິດທາງການພັດທະນາຂອງ ຫວຽດນາມ, ພ້ອມແລ້ວທີ່ຈະຮ່ວມເດີນທາງໄປກັບ ຫວຽດນາມ ໃນການຈັດຕັ້ງປະຕິບັດບັນດາເປົ້າໝາຍການພັດທະນາ. ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ສະແດງຄວາມປາດຖະໜາຢາກຮ່ວມມືກັບ ຫວຽດນາມ ແນໃສ່ເພີ່ມທະວີຄວາມເປັນເຈົ້າຕົນເອງ ແລະ ຂີດຄວາມສາມາດໃນການຕ້ານທານຂອງພື້ນຖານເສດຖະກິດຂອງສອງປະເທດ.
ໂດຍຕີລາຄາວ່າສາຍພົວພັນ ຫວຽດນາມ - ຍີ່ປຸ່ນ ພວມພັດທະນາຢ່າງຈົບງາມ, ຮອບດ້ານ ແລະ ແທດຕົວຈິງ, ດ້ວຍຮາກຖານຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງສູງ, ການຮ່ວມມືທາງດ້ານເສດຖະກິດຢ່າງກວ້າງຂວາງ ແລະ ການພົບປະແລກປ່ຽນປະຊາຊົນນັບມື້ນັບສະໜິດແໜ້ນ, ທ່ານນາຍົກລັດຖະມົນຕີ ເລມິງຮືງ ປາດຖະໜາຢາກໃຫ້ສອງຝ່າຍປະສານສົມທົບກັນຢ່າງແໜ້ນແຟ້ນ ເພື່ອພ້ອມກັນນຳພາສາຍພົວພັນທະວິພາຄີພັດທະນາຂຶ້ນສູ່ລະດັບສູງໃໝ່, ເຮັດໃຫ້ການຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດເລິກເຊິ່ງກວ່າເກົ່າ.
ໃນບັນຍາກາດທີ່ຈິງໃຈ, ມິດທະພາບ ແລະ ໄວ້ເນື້ອເຊື່ອໃຈ, ການນຳທັງສອງທ່ານໄດ້ແລກປ່ຽນຄຳເຫັນຢ່າງກົງໄປກົງມາ, ຮອບດ້ານ ກ່ຽວກັບສາຍພົວພັນທະວິພາຄີ ແລະ ບັນດາບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ທ່ານນາຍົກລັດຖະມົນຕີທັງສອງ ໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ຜ່ານການຮັກສາບັນດາບົດຢ້ຽມຢາມ, ການພົບປະຂັ້ນສູງປະຈຳປີ; ສືບຕໍ່ຜັນຂະຫຍາຍບັນດາກົນໄກການຮ່ວມມືຂັ້ນລັດຖະມົນຕີໃນບັນດາຂົງເຂດຢ່າງມີປະສິດທິຜົນ, ໃນນັ້ນມີດ້ານການຕ່າງປະເທດ, ການຄ້າ, ອຸດສາຫະກຳ ແລະ ພະລັງງານ, ກະສິກຳ...; ເພີ່ມທະວີການຮ່ວມມືທີ່ແທດຕົວຈິງໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ໂດຍສະເພາະແມ່ນໃນບັນດາຂົງເຂດທາງທະເລ, ການແກ້ໄຂຜົນສະທ້ອນຈາກສົງຄາມ, ຄວາມປອດໄພທາງໄຊເບີ (Cyber security), ການຮັກສາສັນຕິພາບຂອງອົງການສະຫະປະຊາຊາດ (PKO), ເສນາຮັກ, ການກໍ່ສ້າງ, ການຮັບມືກັບອາດຊະຍາກຳຂ້າມຊາດ...
ກ່ຽວກັບການຮ່ວມມືດ້ານເສດຖະກິດ, ທ່ານນາຍົກລັດຖະມົນຕີທັງສອງ ໄດ້ເຫັນດີເປັນເອກະພາບເຮັດໃຫ້ການຮ່ວມມືດ້ານເສດຖະກິດເລິກເຊິ່ງກວ່າເກົ່າ ເຊິ່ງແມ່ນເສົາຄ້ຳຕົ້ນຕໍຂອງສາຍພົວພັນ ຜ່ານການຮ່ວມມືທາງດ້ານການຄ້າ, ການລົງທຶນ, ODA, ປະກອບສ່ວນຮັບປະກັນຄວາມໝັ້ນຄົງທາງດ້ານເສດຖະກິດ, ຄວາມໝັ້ນຄົງທາງດ້ານພະລັງງານ ແລະ ກະສິກຳແບບຍືນຍົງຢ່າງໜັກແໜ້ນ; ເຫັນດີເປັນເອກະພາບຕໍ່ບັນດາມາດຕະການ ແນໃສ່ເຮັດໃຫ້ການລົງທຶນຂອງ ຍີ່ປຸ່ນ ເຂົ້າໃນ ຫວຽດນາມ ບັນລຸ 5 ຕື້ USD/ປີ ໂດຍໄວ ແລະ ວົງເງິນການຄ້າທະວິພາຄີບັນລຸ 60 ຕື້ USD ພາຍໃນປີ 2030 ໂດຍໄວ; ຊຸກຍູ້ການເປີດຕະຫຼາດໃຫ້ແກ່ໝາກສົ້ມໂອເປືອກຂຽວຂອງ ຫວຽດນາມ ແລະ ໝາກອະງຸ່ນຂອງ ຍີ່ປຸ່ນ ໂດຍໄວ; ເຫັນດີເປັນເອກະພາບຜັນຂະຫຍາຍບັນດາໂຄງການຮ່ວມມື ODA ໃນຂົງເຂດການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສືບຕໍ່ຊຸກຍູ້ການເຮັດໃຫ້ບັນດາເນື້ອໃນການຮ່ວມມືໃນຂອບເຂດຂໍ້ລິເລີ່ມຕ່າງໆຂອງ ຍີ່ປຸ່ນ ຢູ່ພາກພື້ນປະກົດຜົນເປັນຮູບປະທຳ ເຊັ່ນ: ຂໍ້ລິເລີ່ມປະຊາຄົມການປ່ອຍອາຍພິດສຸດທິເປັນສູນ ອາຊີ, ຂໍ້ລິເລີ່ມຄູ່ຮ່ວມມືກ່ຽວກັບຂີດຄວາມສາມາດໃນການຕ້ານທານດ້ານພະລັງງານ ແລະ ຊັບພະຍາກອນ ອາຊີ (POWER ASIA), ຊຸກຍູ້ການແລກປ່ຽນກ່ຽວກັບບັນດາໂຄງການພະລັງງານ ເຊັ່ນ: ພະລັງງານປະລະມານູ, ໄຟຟ້າຈາກອາຍແກັສ... ຕາມນັ້ນແລ້ວ, ຍີ່ປຸ່ນ ຈະໜູນຊ່ວຍໃນການຈັດຫາແຫຼ່ງສະໜອງນ້ຳມັນດິບ ໃຫ້ແກ່ໂຮງກັ່ນນ້ຳມັນ ເງີນເຊີນ (Nghi Sơn). ທ່ານນາງນາຍົກລັດຖະມົນຕີ Takaichi ຢືນຢັນວ່າ ຍີ່ປຸ່ນ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການຈັດຕັ້ງປະຕິບັດໂຄງການເຂົ້າ 1 ລ້ານເຮັກຕາ ທີ່ຫຼຸດຜ່ອນການປ່ອຍອາຍພິດ ຢູ່ເຂດທົ່ງພຽງແມ່ນ້ຳຂອງ ຢ່າງມີປະສິດທິຜົນ.
![]() |
| ທ່ານນາຍົກລັດຖະມົນຕີ ເລມິງຮືງ ກ່າວປາໄສໃນການເຈລະຈາກັບທ່ານນາງນາຍົກລັດຖະມົນຕີ ຍີ່ປຸ່ນ Takaichi Sanae. ພາບ: ເຢືອງຢາງ (Dương Giang)/TTXVN |
ທ່ານນາຍົກລັດຖະມົນຕີ ເລມິງຮືງ ໄດ້ແບ່ງປັນກ່ຽວກັບຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຫຼຸດຜ່ອນຂັ້ນຕອນການບໍລິຫານ ແນໃສ່ເສີມຂະຫຍາຍບົດບາດຂອງພາກສ່ວນເສດຖະກິດເອກະຊົນຢ່າງແຂງແຮງ, ພັດທະນາພາກສ່ວນເສດຖະກິດທີ່ມີທຶນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃນຖານະເປັນພາກສ່ວນທີ່ສຳຄັນຂອງພື້ນຖານເສດຖະກິດ.
ທ່ານນາຍົກລັດຖະມົນຕີ ເລມິງຮືງ ຍັງໄດ້ຕີລາຄາສູງຕໍ່ການເຄື່ອນໄຫວຂອງບັນດາທະນາຄານ ແລະ ອົງການຈັດຕັ້ງການເງິນ ຍີ່ປຸ່ນ ຢູ່ ຫວຽດນາມ, ເຊິ່ງເຮັດໜ້າທີ່ເປັນຂົວຕໍ່ທີ່ສຳຄັນລະຫວ່າງວິສາຫະກິດຂອງສອງປະເທດ; ສະເໜີໃຫ້ສ້າງກົນໄກການຊື້-ຂາຍ ແລະ ຄວບລວມກິດຈະການ ລະຫວ່າງວິສາຫະກິດຂະໜາດນ້ອຍ ແລະ ກາງຂອງສອງປະເທດ, ຊຸກຍູ້ໃຫ້ວິສາຫະກິດ ຍີ່ປຸ່ນ ລົງທຶນເຂົ້າໃນບັນດາໂຄງການທີ່ມີເນື້ອໃນເຕັກໂນໂລຊີສູງ, ເພີ່ມອັດຕາການນຳໃຊ້ວັດຖຸດິບພາຍໃນ, ໜູນຊ່ວຍວິສາຫະກິດ ຫວຽດນາມ ເຂົ້າຮ່ວມໃນບັນດາໂຄງການລົງທຶນຂອງລັດຖະບານ ຍີ່ປຸ່ນ, ລົງທຶນດຳເນີນທຸລະກິດຢ່າງສະດວກຢູ່ ຍີ່ປຸ່ນ.
ກ່ຽວກັບການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຊີ, ທ່ານນາຍົກລັດຖະມົນຕີທັງສອງ ໄດ້ເຫັນດີເປັນເອກະພາບໃນການເລີ່ມຕົ້ນຄືນໃໝ່ ຄະນະກຳມະການຮ່ວມ ຫວຽດນາມ-ຍີ່ປຸ່ນ ກ່ຽວກັບການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຊີ ໃນປີ 2026 ແລະ ຈັດຫາເວລາເພື່ອຈັດກິດຈະກຳລະຫວ່າງພາກລັດ-ເອກະຊົນ ກ່ຽວກັບເຕັກໂນໂລຊີສູງໂດຍໄວ.
ທ່ານນາງນາຍົກລັດຖະມົນຕີ Takaichi ໃຫ້ຮູ້ວ່າ ຍີ່ປຸ່ນ ປາດຖະໜາຢາກສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການຍົກສູງຂີດຄວາມສາມາດໃນການເປັນເຈົ້າຕົນເອງດ້ານເຕັກໂນໂລຊີ ໃນບັນດາຂົງເຂດ ເຊັ່ນ: ປັນຍາປະດິດ (AI), ເຄິ່ງຕົວນຳ, ອະວະກາດ... ໂດຍຖືວ່ານີ້ແມ່ນເນື້ອໃນບຸລິມະສິດການຮ່ວມມືໃນຕໍ່ໜ້າ, ຊຸກຍູ້ການກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ໃນບັນດາຂົງເຂດເຕັກໂນໂລຊີສູງ ຜ່ານການສະໜອງທຶນການສຶກສາໃຫ້ແກ່ນັກສຶກສາ ແລະ ນັກຄົ້ນຄວ້າ ຫວຽດນາມ, ຮ່ວມກັນອຸປະຖຳບັນດາໂຄງການຄົ້ນຄວ້າຮ່ວມ ຜ່ານໂຄງການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຍີ່ປຸ່ນ - ອາຊຽນ (NEXUS), ໂຄງການຄົ້ນຄວ້າວິທະຍາສາດ Sakura...
![]() |
| ທ່ານນາຍົກລັດຖະມົນຕີ ເລມິງຮືງ ເຈລະຈາກັບທ່ານນາງນາຍົກລັດຖະມົນຕີ ຍີ່ປຸ່ນ Takaichi Sanae. ພາບ: ເຢືອງຢາງ (Dương Giang)/TTXVN |
ໂດຍຢືນຢັນເຖິງຄວາມສຳຄັນຂອງການຕິດພັນດ້ານຊັບພະຍາກອນມະນຸດຂອງສອງປະເທດ, ທ່ານນາຍົກລັດຖະມົນຕີທັງສອງ ໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືຕື່ມອີກ ໃນຂົງເຂດແຮງງານ, ທ້ອງຖິ່ນ, ການພົບປະແລກປ່ຽນປະຊາຊົນ, ວັດທະນະທຳ, ການທ່ອງທ່ຽວ, ເຫັນດີເປັນເອກະພາບຈັດກອງປະຊຸມເວທີປາໄສການຮ່ວມມືທ້ອງຖິ່ນ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 2 ໃນປີ 2026…
ທ່ານນາຍົກລັດຖະມົນຕີ ເລມິງຮືງ ສະເໜີໃຫ້ລັດຖະບານ ຍີ່ປຸ່ນ ຫຼຸດຜ່ອນຂັ້ນຕອນການອອກວີຊາ (Visa) ໃຫ້ແກ່ພົນລະເມືອງ ຫວຽດນາມ, ປະກອບສ່ວນສ້າງເງື່ອນໄຂສະດວກ ເພື່ອຈັດຕັ້ງປະຕິບັດເປົ້າໝາຍເພີ່ມຈຳນວນນັກທ່ອງທ່ຽວສອງຝ່າຍໃຫ້ເພີ່ມຂຶ້ນເປັນສອງເທົ່າພາຍໃນປີ 2030. ການນຳທັງສອງທ່ານ ຍັງໄດ້ເຫັນດີເປັນເອກະພາບຮ່ວມມືກັນຢ່າງແໜ້ນແຟ້ນ ຕໍ່ກັບໂຄງການມະຫາວິທະຍາໄລ ຫວຽດ - ຍີ່ປຸ່ນ ແລະ ລົງນາມໃນສັນຍາກ່ຽວກັບມະຫາວິທະຍາໄລ ຫວຽດ - ຍີ່ປຸ່ນ ລະຫວ່າງສອງປະເທດໂດຍໄວ.
ແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະ ສາກົນ, ທ່ານນາຍົກລັດຖະມົນຕີທັງສອງ ໄດ້ເຫັນດີເປັນເອກະພາບສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນບັນດາເວທີປາໄສສາກົນ ແລະ ພາກພື້ນ ເຊັ່ນ: ອາຊຽນ (ASEAN), ອະນຸພາກພື້ນແມ່ນ້ຳຂອງ, ອົງການສະຫະປະຊາຊາດ... ກໍຄືໃນຂອບເຂດສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າສະເພາະພາກພື້ນປາຊີຟິກ (CPTPP) ໃນປີ 2026 ເມື່ອ ຫວຽດນາມ ເປັນປະທານ.
ສອງຝ່າຍຢືນຢັນເຖິງຄວາມສຳຄັນຂອງການແກ້ໄຂຂໍ້ຂັດແຍ່ງຢູ່ທະເລຕາເວັນອອກ ດ້ວຍມາດຕະການໂດຍສັນຕິ, ບົນພື້ນຖານກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາຂອງອົງການສະຫະປະຊາຊາດ ກ່ຽວກັບກົດໝາຍທະເລ ປີ 1982 (UNCLOS). ທ່ານນາຍົກລັດຖະມົນຕີ ເລມິງຮືງ ໄດ້ເຊື້ອເຊີນທ່ານນາຍົກລັດຖະມົນຕີ Takaichi ເຂົ້າຮ່ວມກອງປະຊຸມສຸດຍອດ APEC 2027 ຢູ່ ຝູກວກ (Phú Quốc) ແລະ ແຈ້ງໃຫ້ຊາບວ່າ ຫວຽດນາມ ຈະເຂົ້າຮ່ວມງານວາງສະແດງສີຂຽວໂລກ (GREEN EXPO) 2027 ຢູ່ Yokohama, ຍີ່ປຸ່ນ. ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ໃຫ້ຄຳໝັ້ນສັນຍາວ່າ ຈະມານະພະຍາຍາມຮ່ວມມື ເພື່ອຮັບປະກັນໃຫ້ແກ່ຜົນສຳເລັດຂອງປີ APEC ຢູ່ ຫວຽດນາມ.
| ເພີ່ມທະວີການພົວພັນ ແລະ ສະໜັບສະໜູນການພັດທະນາຂອງປະຊາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ຍສໝ - ວັນທີ 6 ເມສາ, ສະຫະພັນສະມາຄົມບັນດາສະມາຄົມຫວຽດນາມ ຢູ່ຍີ່ປຸ່ນ (ສະຫະພັນສະມາຄົມ) ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນອາຍຸການ 2025 – 2028, ປຶກສາຫາລື ແລະ ສະເໜີບັນດາທິດທາງການເຄື່ອນໄຫວໃນອາຍຸການໃຫມ່ ເພື່ອແນໃສ່ເພີ່ມທະວີການພົວພັນ, ຊຸກຍູ້ການພັດທະນາປະຊາຄົມຊາວຫວຽດນາມ ຢູ່ຍີ່ປຸ່ນ. |
| ວິສາຫະກິດ ຫວຽດນາມ ຢູ່ ຍີ່ປຸ່ນ - ໄທ - ຫວຽດນາມ ເຊື່ອມຕໍ່ ແລະ ຮ່ວມມື ຍສໝ - ຕອນເຊົ້າວັນທີ 15 ມີນາ, ຢູ່ ອຸດອນ ທານີ (ໄທ), ສະຖານກົງສູນໃຫຍ່ ຫວຽດນາມ ປະຈໍາ Fukuoka, ປະເທດ ຍີ່ປຸ່ນ ໄດ້ສົມທົບກັບສະຖານກົງສູນໃຫຍ່ ຫວຽດນາມ ປະຈໍາ ແຂວງ ຂອນແກ່ນ, ປະເທດ ໄທ ໄດ້ຈັດຕັ້ງເວທີປາໄສ “ເຊື່ອມຕໍ່ການຄ້າ ແລະ ... |



