14:17 | 03/05/2026

ສື່ມວນຊົນ ຍີ່ປຸ່ນ ເນັ້ນໜັກເຖິງບົດບາດຍຸດທະສາດຂອງ ຫວຽດນາມ ໃນບົດຢ້ຽມຢາມຂອງທ່ານນາງ ນາຍົກລັດຖະມົນຕີ Takaichi Sanae

ທ່ານນາງ ນາຍົກລັດຖະມົນຕີ ຍີ່ປຸ່ນ Takaichi Sanae ສິ້ນສຸດບົດຢ້ຽມຢາມຢ່າງເປັນທາງການ ຢູ່ ຫວຽດນາມ
ສື່ມວນຊົນ - ມອບປີກໃຫ້ພາສາຫວຽດນາມ ບິນໄປໄກ
ສື່ມວນຊົນ ຍີ່ປຸ່ນ ເນັ້ນໜັກເຖິງບົດບາດຍຸດທະສາດຂອງ ຫວຽດນາມ ໃນບົດຢ້ຽມຢາມຂອງທ່ານນາງ ນາຍົກລັດຖະມົນຕີ Takaichi Sanae
ໜັງສືພິມ Nikkei Asia ລາຍງານຂ່າວຢ່າງຄຶກຄື້ນດ້ວຍຫົວຂໍ້ວ່າ “ຍີ່ປຸ່ນ, ຫວຽດນາມ ຊຸກຍູ້ການເປັນຄູ່ຮ່ວມມືໂດຍເນັ້ນໜັກໃສ່ດ້ານພະລັງງານ ແລະ ແຮ່ທາດ”. (ພາບຖ່າຍໜ້າຈໍ).

ໜັງສືພິມ Nikkei ລາຍງານວ່າ ໃນການຕ້ອນຮັບທ່ານນາງນາຍົກລັດຖະມົນຕີ Takaichi, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຫວນຄືນເຖິງການທີ່ທ່ານເຄີຍໄປຢ້ຽມຢາມ ຍີ່ປຸ່ນ ຫຼາຍຄັ້ງ ກ່ອນທີ່ຈະດຳລົງຕຳແໜ່ງໃນປັດຈຸບັນ, ພ້ອມທັງໄດ້ກ່າວເຖິງທ່ານ Shinzo Abe ອະດີດນາຍົກລັດຖະມົນຕີ ຜູ້ລ່ວງລັບ ແລະ ບັນດານັກການເມືອງ ຍີ່ປຸ່ນ ທ່ານອື່ນໆວ່າແມ່ນ “ບັນດາເພື່ອນມິດທີ່ຍິ່ງໃຫຍ່ຂອງ ຫວຽດນາມ”.

ຕາມໜັງສືພິມ Nikkei ແລ້ວ, ທ່ານນາງນາຍົກລັດຖະມົນຕີ Takaichi ຢືນຢັນວ່າ ຍີ່ປຸ່ນ ຈະສືບຕໍ່ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ, ທັງປະສານສົມທົບກັນເພື່ອສ້າງພາກພື້ນໃຫ້ “ມີຄວາມເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງກວ່າເກົ່າ”. ໜັງສືພິມສະບັບນີ້ຍັງໃຫ້ທັດສະນະວ່າ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສືບຕໍ່ສະແດງໃຫ້ເຫັນທິດທາງການໃຫ້ຄວາມສຳຄັນຕໍ່ວຽກງານການຕ່າງປະເທດ ແລະ ການຮ່ວມມືສາກົນ ໃນທ່າມກາງສະພາບການທົ່ວໂລກທີ່ມີການຜັນແປຫຼາຍຢ່າງ.

ໃນຂະນະດຽວກັນ, ໜັງສືພິມ Asahi ໄດ້ເນັ້ນໜັກເປັນພິເສດເຖິງເນື້ອໃນການຮ່ວມມືດ້ານປ້ອງກັນຄວາມສະຫງົບທາງເສດຖະກິດ ໃນການເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ ເລມິງຮືງ ແລະ ທ່ານນາງນາຍົກລັດຖະມົນຕີ Takaichi. ຕາມບົດຂຽນຂອງ Asahi ແລ້ວ, ສອງຝ່າຍໄດ້ປະກາດເອກະສານຮ່ວມ ກ່ຽວກັບການເພີ່ມທະວີການຮ່ວມມືຮັບປະກັນຕ່ອງໂສ້ອຸປະທານພະລັງງານ ແລະ ແຮ່ທາດຍຸດທະສາດ, ແນໃສ່ເຮັດໃຫ້ແຫຼ່ງອຸປະທານມີຄວາມຫຼາກຫຼາຍ ໃນທ່າມກາງການແຂ່ງຂັນທາງດ້ານພູມີລັດຖະສາດທີ່ນັບມື້ນັບດຸເດືອດ.

ໜັງສືພິມ Asahi ໄດ້ຍົກຄຳກ່າວປາໄສຂອງທ່ານນາງນາຍົກລັດຖະມົນຕີ Takaichi ໂດຍຖືວ່າ ຫວຽດນາມ ແມ່ນຂໍ້ຕໍ່ທີ່ສຳຄັນໃນຕ່ອງໂສ້ອຸປະທານພາກພື້ນ ແລະ ແມ່ນຄູ່ຮ່ວມມືທີ່ ຍີ່ປຸ່ນ ໃຫ້ຄວາມສຳຄັນເປັນພິເສດ. ທາງດ້ານທ່ານນາຍົກລັດຖະມົນຕີ ເລມິງຮືງ ເນັ້ນໜັກເຖິງຄວາມປາດຖະໜາທີ່ຈະຊຸກຍູ້ບັນດາມາດຕະການຮ່ວມມືທີ່ແທດຕົວຈິງກວ່າອີກ ໃນບັນດາຂົງເຂດທີ່ສອງຝ່າຍຕ່າງມີຄວາມສົນໃຈຮ່ວມກັນ.

ໜັງສືພິມ Yomiuri ລາຍງານວ່າ ທ່ານນາຍົກລັດຖະມົນຕີທັງສອງ ຍັງໄດ້ເຫັນດີເປັນເອກະພາບໃນການຊຸກຍູ້ບັນດາມາດຕະການໜູນຊ່ວຍໂຮງກັ່ນນ້ຳມັນຂອງ ຫວຽດນາມ ເພື່ອຮັບປະກັນສະຖຽນລະພາບຂອງແຫຼ່ງອຸປະທານວັດສະດຸທີ່ສຳຄັນໃຫ້ແກ່ ຍີ່ປຸ່ນ. ຕາມ Yomiuri ແລ້ວ, ນີ້ຈະແມ່ນໂຄງການທຳອິດໃນຂໍ້ລິເລີ່ມໜູນຊ່ວຍພະລັງງານ “Power Asia” ທີ່ມີມູນຄ່າປະມານ 100 ຕື້ USD ທີ່ທ່ານນາງນາຍົກລັດຖະມົນຕີ Takaichi ໄດ້ສະເໜີອອກມາ.

ສື່ມວນຊົນ ຍີ່ປຸ່ນ ເນັ້ນໜັກເຖິງບົດບາດຍຸດທະສາດຂອງ ຫວຽດນາມ ໃນບົດຢ້ຽມຢາມຂອງທ່ານນາງ ນາຍົກລັດຖະມົນຕີ Takaichi Sanae
ໜັງສືພິມ Yomiuri ລາຍງານຂ່າວກ່ຽວກັບການເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ. (ພາບຖ່າຍໜ້າຈໍ).

ທັງໜັງສືພິມ Yomiuri ແລະ Mainichi ຕ່າງກໍໄດ້ໃຫ້ຄວາມສົນໃຈຢ່າງຫຼວງຫຼາຍຕໍ່ບົດກ່າວປາໄສຂອງທ່ານນາງນາຍົກລັດຖະມົນຕີ Takaichi ຢູ່ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ, ໂດຍຖືວ່ານີ້ແມ່ນຂີດໝາຍທີ່ສຳຄັນໃນການພັດທະນາໄລຍະໃໝ່ຂອງຍຸດທະສາດ FOIP. ຕາມບັນດາບົດວິເຄາະແລ້ວ, ຍີ່ປຸ່ນ ສືບຕໍ່ຖືເອົາ ອາຊີຕາເວັນອອກສ່ຽງໃຕ້, ໂດຍສະເພາະແມ່ນ ຫວຽດນາມ, ແມ່ນເຂດຈຸດສຸມໃນຍຸດທະສາດການຮັກສາພາກພື້ນ ອິນໂດ-ປາຊີຟິກ ທີ່ເສລີ, ເປີດກວ້າງ ແລະ ອີງໃສ່ກົດລະບຽບ.

ໃນຂະນະດຽວກັນ, ສະຖານີວິທະຍຸ-ໂທລະພາບ NHK ໃຫ້ຮູ້ວ່າ ໃນບົດກ່າວປາໄສ, ທ່ານນາງນາຍົກລັດຖະມົນຕີ Takaichi ໄດ້ປະກາດ 3 ຈຸດສຸມໃຫຍ່ຂອງ FOIP ໃນໄລຍະໃໝ່. ອັນທີໜຶ່ງແມ່ນ ຊຸກຍູ້ການເພີ່ມທະວີຄວາມຍືນຍົງຂອງຕ່ອງໂສ້ອຸປະທານພະລັງງານ ແລະ ວັດສະດຸທີ່ສຳຄັນ, ພ້ອມທັງຍູ້ແຮງການຄົ້ນຄວ້າ ແລະ ພັດທະນາ AI ກໍຄືການສ້າງໂຄງລ່າງພື້ນຖານ ເຊັ່ນ: ສາຍກາບໃຍແກ້ວນຳແສງໃຕ້ທະເລ. ອັນທີສອງ, ຍີ່ປຸ່ນ ມຸ່ງໄປເຖິງການຂະຫຍາຍລະບຽບການເສດຖະກິດທີ່ອີງໃສ່ກົດລະບຽບ, ລວມທັງການຂະຫຍາຍຈຳນວນປະເທດທີ່ເຂົ້າຮ່ວມ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າສະເພາະພາກພື້ນປາຊີຟິກ (CPTPP) ແລະ ສ້າງບັນດາກົດລະບຽບ ແນໃສ່ຫຼີກລ່ຽງການເພິ່ງພາປະເທດໃດໜຶ່ງພຽງປະເທດດຽວ ສຳລັບວັດສະດຸທີ່ສຳຄັນ. ຈຸດສຸມທີສາມແມ່ນ ຄວາມໝັ້ນຄົງ. ຍີ່ປຸ່ນ ຈະເພີ່ມທະວີການຮ່ວມມືກັບບັນດາປະເທດທີ່ມີແນວຄິດຄ້າຍຄືກັນ, ຜ່ານຂອບເຂດການຊ່ວຍເຫຼືອດ້ານຄວາມໝັ້ນຄົງຢ່າງເປັນທາງການ (OSA) ແນໃສ່ໜູນຊ່ວຍການຍົກສູງຂີດຄວາມສາມາດໃນການຮັບປະກັນຄວາມໝັ້ນຄົງທາງທະເລ, ລວມທັງການສະໜອງອຸປະກອນປ້ອງກັນຊາດ.

ສື່ມວນຊົນ ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືໃນສັງກາດດີຈີຕອນ ສື່ມວນຊົນ ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືໃນສັງກາດດີຈີຕອນ

ຍສໝ - ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ, ຄະນະຜູ້ແທນໜັງສືພິມປະຊາຊົນລາວ ນໍາໂດຍທ່ານ ວັນໄຊ ຕະວິນຍານ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ, ຫົວໜ້າບັນນາທິການໜັງສືພິມປະຊາຊົນລາວ ໄດ້ມີການພົບປະ ແລະເຮັດວຽກກັບສໍານັກຂ່າວສານຫວຽດນາມ.

​ເພີ່ມ​ທະວີ​ການ​ພົວພັນ ​ແລະ ສະໜັບສະໜູນ​ການ​ພັດທະນາ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ​ເພີ່ມ​ທະວີ​ການ​ພົວພັນ ​ແລະ ສະໜັບສະໜູນ​ການ​ພັດທະນາ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຍີ່ປຸ່ນ

ຍສໝ -​ ວັນທີ 6 ເມສາ, ສະຫະພັນສະມາຄົມບັນດາສະມາຄົມຫວຽດນາມ ຢູ່ຍີ່ປຸ່ນ (ສະຫະພັນສະມາຄົມ) ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນອາຍຸການ 2025 – 2028, ປຶກສາຫາລື ແລະ ສະເໜີບັນດາທິດທາງການເຄື່ອນໄຫວໃນອາຍຸການໃຫມ່ ເພື່ອແນໃສ່ເພີ່ມທະວີການພົວພັນ, ຊຸກຍູ້ການພັດທະນາປະຊາຄົມຊາວຫວຽດນາມ ຢູ່ຍີ່ປຸ່ນ.

Link: https://huunghivietlao.thoidai.com.vn/detail-article-21931.html

In bài biết