ນະຄອນ ໂຮ່ຈີມິນ "ເລົ່າເລື່ອງ" ຕົວເມືອງ ໃນໂອກາດສະເຫຼີມສະຫຼອງ 51 ປີ ແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ
| ປື້ມບັນທຶກການຂຸດຄົ້ນສັດນ້ຳແບບເອເລັກໂຕຣນິກ: ບາດກ້າວບຸກທະລຸໃນການຫັນເປັນທັນສະໄໝຂະແໜງການປະມົງ ຢູ່ ນະຄອນ ໂຮ່ຈີມິນ | |
| ນະຄອນ ໂຮ່ຈີມິນ ສະເຫຼີມສະຫຼອງບຸນປີໃໝ່ ກຳປູເຈຍ - ລາວ - ໄທ ຢ່າງຄຶກຄື້ນ |
ງານວາງສະແດງໂດຍແມ່ນ ສະມາຄົມວິຈິດສິນ ນະຄອນ ໂຮ່ຈີມິນ ປະສານສົມທົບກັບ ຫໍພິພິທະພັນວິຈິດສິນ ນະຄອນ ໂຮ່ຈີມິນ ຈັດຕັ້ງຂຶ້ນ, ເຊິ່ງແມ່ນກິດຈະກຳວັດທະນະທຳ - ສິລະປະທີ່ພົ້ນເດັ່ນ ເພື່ອມຸ່ງໜ້າສູ່ການສະເຫຼີມສະຫຼອງບັນດາວັນບຸນໃຫຍ່ຂອງຊາດ. ດ້ວຍຜົນງານ 76 ລາຍການ ຈາກ 59 ຜູ້ສ້າງສັນ, ງານວາງສະແດງໄດ້ນຳສະເໜີພາບລວມທີ່ຫຼາກຫຼາຍ ກ່ຽວກັບສິລະປະການປັ້ນຫຼໍ່ຮ່ວມສະໄໝ, ນັບແຕ່ຮູບປັ້ນນູນ, ຮູບປັ້ນລອຍຕົວ ຈົນເຖິງການຈັດວາງໃນອາວະກາດ, ໂດຍນຳໃຊ້ວັດສະດຸຫຼາຍປະເພດ ເຊັ່ນ ທອງ, ໄມ້, ຫີນ, ເຊລາມິກ...
![]() |
| ບັນດາຜົນງານການປັ້ນຫຼໍ່ທີ່ພົ້ນເດັ່ນ ໃນຮອບ 5 ປີຜ່ານມາ ແມ່ນໄດ້ຖືກວາງສະແດງຢູ່ນອກສະຖານທີ່ ພາຍໃນບໍລິເວນຂອງ ຫໍພິພິທະພັນວິຈິດສິນ ນະຄອນ ໂຮ່ຈີມິນ. |
ບໍ່ພຽງແຕ່ແມ່ນສະຖານທີ່ວາງສະແດງເທົ່ານັ້ນ, ແຕ່ກິດຈະກຳນີ້ ຍັງຖືເປັນຂີດໝາຍສະຫຼຸບໄລຍະທາງແຫ່ງການສ້າງສັນຜົນງານໃນຮອບ 5 ປີ (2021 - 2026) ຂອງວົງການສິລະປະການປັ້ນຫຼໍ່ພາຍໃນນະຄອນ. ຕາມການໃຫ້ທັດສະນະຂອງ ສຈ.ປອ ຫງວຽນຊວນຕຽນ, ປະທານສະມາຄົມວິຈິດສິນ ນະຄອນ ໂຮ່ຈີມິນ, ງານວາງສະແດງທີ່ຈັດຂຶ້ນເປັນປະຈຳທຸກໆ 5 ປີ/ຄັ້ງ ນັບແຕ່ປີ 2001 ເປັນຕົ້ນມາ ແມ່ນໂອກາດເພື່ອຫວນຄືນບັນດາຜົນສຳເລັດ, ພ້ອມທັງສ້າງພື້ນທີ່ແລກປ່ຽນບົດຮຽນ ແລະ ກຳນົດທິດທາງການພັດທະນາໃຫ້ແກ່ບັນດານັກສິລະປິນ.
![]() |
| ພື້ນທີ່ວາງສະແດງ ໃນງານວາງສະແດງວິຈິດສິນການປັ້ນຫຼໍ່ ນະຄອນ ໂຮ່ຈີມິນ. |
ຈຸດທີ່ໜ້າສົນໃຈຂອງງານວາງສະແດງໃນປີນີ້ ແມ່ນການເຊື່ອມຕໍ່ລະຫວ່າງບັນດານັກສິລະປິນຫຼາຍລຸ້ນຄົນ. ນັກປັ້ນຫຼໍ່ໜຸ່ມ ຫງວຽນກຽນທຶກ, ເຈົ້າຂອງຜົນງານທີ່ໄດ້ຮັບລາງວັນທີສອງ ດ້ວຍຜົນງານ "ຜູ້ມີຫຼາຍໃບໜ້າ" ໃຫ້ທັດສະນະວ່າ: ງານວາງສະແດງຄັ້ງນີ້ ໄດ້ເຕົ້າໂຮມກຳລັງການສ້າງສັນຢ່າງຫຼວງຫຼາຍ, ມີລັກສະນະວິຊາສະເພາະສູງ, ສ້າງໃຫ້ມີສະພາບແວດລ້ອມໃນການແລກປ່ຽນວິຊາຊີບຢ່າງຈິງຈັງ.
“ນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອໝາຍເຖິງໄລຍະທາງ 5 ປີເທົ່ານັ້ນ ແຕ່ຍັງເປີດໂອກາດໃຫ້ແກ່ນັກສຶກສາ ແລະ ຄົນໜຸ່ມສາວ ໄດ້ເຂົ້າເຖິງ, ບຳລຸງສ້າງຄວາມຮັກທີ່ມີຕໍ່ສິລະປະການປັ້ນຫຼໍ່, ວິຈິດສິນ, ໂດຍສະເພາະແມ່ນການສະແດງອອກເຖິງລົມຫາຍໃຈແຫ່ງການປ່ຽນແປງຂອງນະຄອນ”, ທ່ານ ຫງວຽນກຽນທຶກ ໄດ້ກ່າວແບ່ງປັນ.
![]() |
| ຕົວແທນຄະນະຈັດຕັ້ງ ມອບລາງວັນທີສອງ (ບໍ່ມີລາງວັນທີໜຶ່ງ) ໃຫ້ແກ່ຜູ້ສ້າງສັນ ຫງວຽນກຽນທຶກ. |
ໃນມຸມມອງທາງດ້ານວິຊາສະເພາະ, ນັກປັ້ນຫຼໍ່ ບຸຍຫາຍເຊີນ ໃຫ້ທັດສະນະວ່າ ສິລະປະການປັ້ນຫຼໍ່ຂອງນະຄອນ ໂຮ່ຈີມິນ ຍາມໃດກໍມີຈິດວິນຍານແຫ່ງການບຸກເບີກ, ເຕັມໄປດ້ວຍລັກສະນະທັນສະໄໝ ແລະ ຕິດພັນກັບຊີວິດການເປັນຢູ່ຂອງຕົວເມືອງ. ຫຼາຍຜົນງານໃນງານວາງສະແດງ ໄດ້ນຳເອົາປັດໄຈດ້ານພື້ນທີ່ການດຳລົງຊີວິດ, ຈັງຫວະແຫ່ງການພັດທະນາຂອງນະຄອນ ເຂົ້າໃນພາສາແຫ່ງການສ້າງສັນຕົວແບບ, ຜ່ານນັ້ນ ກໍໄດ້ສະທ້ອນໃຫ້ເຫັນເຖິງການເຄື່ອນໄຫວຂອງສັງຄົມຢ່າງມີຊີວິດຊີວາ.
![]() |
| ຜົນງານການປັ້ນຫຼໍ່ "ທ້ອງຟ້າແຫ່ງເສລີພາບ", ດ້ວຍວັດສະດຸທອງ, ຂອງຜູ້ສ້າງສັນ ຫງວຽນຮວ່າງແອັງ. |
![]() |
| ໍຜົນງານການປັ້ນຫຼໍ່ດ້ວຍວັດສະດຸໄມ້ ທີ່ໄດ້ຮັບລາງວັນຊົມເຊີຍໄດ້ຖືກວາງສະແດງຢູ່ງານວາງສະແດງ. |
![]() |
| ຜົນງານ "ການປະດັບແກ້ວມ້າວັດທະນະທຳ" ຂອງຜູ້ສ້າງສັນ Gabriel Meranze Levitt. |
![]() |
| ງານວາງສະແດງຈັດຂຶ້ນນັບແຕ່ວັນທີ 27 ເມສາ - ວັນທີ 6 ພຶດສະພາ, ດຶງດູດຄວາມສົນໃຈຢ່າງຫຼວງຫຼາຍຈາກມວນຊົນທີ່ມັກຮັກໃນສິລະປະ. |
ດ້ວຍຄວາມອຸດົມສົມບູນທາງດ້ານຮູບແບບ ແລະ ວັດສະດຸ, ພ້ອມກັບຄຸນນະພາບທາງດ້ານສິລະປະທີ່ຂ້ອນຂ້າງສະໝໍ່າສະເໝີກັນ, ງານວາງສະແດງບໍ່ພຽງແຕ່ປະກອບສ່ວນເຊີດຊູບັນດາຜົນສຳເລັດຂອງສິລະປະການປັ້ນຫຼໍ່ຂອງນະຄອນ ເທົ່ານັ້ນ, ແຕ່ຍັງໄດ້ແຜ່ຂະຫຍາຍບັນດາຄຸນຄ່າທາງດ້ານຄວາມງາມ, ຈິດວິນຍານທີ່ຕັ້ງໜ້າໄປສູ່ມວນຊົນ, ຄືດັ່ງຮູບແບບສິລະປະທີ່ຮ່ວມເດີນທາງໄປພ້ອມກັບຈັງຫວະຊີວິດ ແລະ ການພັດທະນາຂອງຕົວເມືອງ ໃນໂອກາດຂີດໝາຍ 51 ປີ ແຫ່ງການທ້ອນໂຮມປະເທດຊາດເປັນເອກະພາບ.
| ນະຄອນ ໂຮ່ຈີມິນ ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນຂອງອີຕາລີ. ຍສໝ - ນະຄອນ ໂຮ່ຈີມິນ ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືກັບບັນດານະຄອນຂອງອີຕາລີຄື Torino, Genoa ແລະ Milan ໃນບັນດາຂົງເຂດທ່ອງທ່ຽວ, ອະນຸລັກຮັກສາມໍລະດົກ, ການພັດທະນາທ່າເຮືອ, ການຜະລິດພະລັງງານທົດແທນ, ພັດທະນາພື້ນຖານໂຄງລ່າງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. |
| ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນະຄອນ ໂຮ່ຈີມິນ ມອບປື້ມໃຫ້ໂຮງຮຽນຢູ່ ຫວຽດນາມ 11 ແຫ່ງ ຍສໝ - ຕອນເຊົ້າວັນທີ 4 ເມສາ, ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນະຄອນ ໂຮ່ຈີມິນ ໄດ້ມອບປື້ມອ້າງອີງເຖິງໂຮງຮຽນຢູ່ ຫວຽດນາມ 11 ແຫ່ງ ດ້ວຍຫຼາຍຫົວປື້ມ. |
ແທັງຮັ່ງ






