15:05 | 22/04/2026

ການຫັນເປັນດິຈິຕອນໃນຂະແໜງປຶ້ມ, ເປີດແນວຄິດໃນຍຸກສະໄໝດິຈິຕອນ

ເສັ້ນທາງແຫ່ງມິດຕະພາບ, ຍົກລະດັບການພົວພັນຕິດພັນແບບຍຸດທະສາດ ຫວຽດນາມ-ລາວ
ຫວຽດນາມ ແລະ UNIDO ເຊັນສັນຍາໂຄງການຮ່ວມມືລະດັບຊາດເພື່ອຊຸກຍູ້ອຸດສາຫະກຳສີຂຽວ

ຈັດຂຶ້ນໃນຂອບເຂດບັນດາກິດຈະກຳເພື່ອສະເຫຼີມສະເຫຼີມສະຫຼອງວັນປຶ້ມ ແລະ ວັດທະນະທຳການອ່ານ ຫວຽດນາມ (VietNam), ເວທີສົນທະນາໄດ້ເຕົ້າໂຮມບັນດາວິທະຍາກອນຄື: ທ່ານ ເລຢຸຍນາມ (LeDuyNam) - ຜູ້ນຳອຳນວຍການບໍລິຫານ Book Hunter, ນັກແປ ຫງວຽນເຟືອງແມ້ງ (NguyenPhuongManh) ແລະ ທ່ານນາງ ຫງວຽນລິງງາ (NguyenLinhNga) - ຜູ້ນຳອຳນວຍການບໍລິຫານ Consen.ai. ຈາກມຸມມອງທີ່ແຕກຕ່າງກັນ, ບັນດາວິທະຍາກອນໄດ້ຮ່ວມກັນມຸ່ງໄປສູ່ປະເດັນລວມຄື: ເຮັດແນວໃດເພື່ອໃຫ້ຂະແໜງປຶ້ມບໍ່ພຽງແຕ່ "ໄລ່ທັນ" ເທົ່ານັ້ນ ແຕ່ຫາກຍັງສາມາດນຳໃຊ້ກະແສຟອງແຫ່ງການຫັນເປັນດິຈິຕອນໄດ້ອີກດ້ວຍ?

ການຫັນເປັນດິຈິຕອນໃນຂະແໜງປຶ້ມ, ເປີດແນວຄິດໃນຍຸກສະໄໝດິຈິຕອນ
ບັນດາວິທະຍາກອນ ເລຢຸຍນາມ (LeDuyNam), ນັກແປ ຫງວຽນເຟືອງແມ້ງ (NguyenPhuongManh) ແລະ ທ່ານນາງ ຫງວຽນລິງງາ (NguyenLinhNga) ຮ່ວມກັນສົນທະນາໃນເວທີປາໄສ.

ຕະຫຼອດລາຍການ, 3 ເນື້ອໃນຕົ້ນຕໍໄດ້ຖືກຍົກຂຶ້ນມາປຽບເໝືອນ 3 ພາກສ່ວນທີ່ເປັນຕົວແທນໃຫ້ແກ່ຂະບວນການຫັນປ່ຽນ. ກ່ອນອື່ນໝົດແມ່ນເລື່ອງລາວກ່ຽວກັບແນວຄິດ ໃນເວລາທີ່ການຫັນເປັນດິຈິຕອນ ບໍ່ໄດ້ຖືກເຂົ້າໃຈພຽງແຕ່ແມ່ນການນຳເອົາການເຄື່ອນໄຫວຕ່າງໆຂຶ້ນສູ່ລະບົບອອນລາຍເທົ່ານັ້ນ, ແຕ່ຫາກແມ່ນການປ່ຽນແປງວິທີການຄິດ ແລະ ການຈັດຕັ້ງວຽກງານຂອງມະນຸດ.

ຖັດມາແມ່ນບັນດາສິ່ງກີດຂວາງທີ່ເຮັດໃຫ້ຂະແໜງປຶ້ມ ເຖິງວ່າຈະມີທ່າແຮງຫຼາຍຢ່າງ ແຕ່ກໍ່ຍັງຫັນປ່ຽນໄດ້ຊ້າ, ນັບແຕ່ຮູບແບບການດຳເນີນງານ, ບົດເລກດ້ານຕົ້ນທຶນ ຈົນເຖິງຄວາມສາມາດໃນການປັບຕົວຂອງບຸກຄະລາກອນ. ສຸດທ້າຍແມ່ນສາຍພົວພັນລະຫວ່າງມະນຸດ ແລະ ເຄື່ອງຈັກ, ໂດຍສະເພາະແມ່ນໃນບໍລິບົດທີ່ປັນຍາປະດິດ (AI) ນັບມື້ນັບເຂົ້າຮ່ວມຢ່າງເລິກເຊິ່ງໃນຕ່ອງໂສ້ມູນຄ່າການພິມຈຳໜ່າຍ.

ໃນເວທີສົນທະນາ, ທ່ານ ເລຢຸຍນາມ (LeDuyNam), ຜູ້ນຳອຳນວຍການບໍລິຫານ Book Hunter ເນັ້ນໜັກວ່າ, ຖ້າຫາກຢຸດຢູ່ພຽງແຕ່ການ “ຫັນເຄື່ອງມືເປັນດິຈິຕອນ”, ຂະແໜງປຶ້ມແມ່ນຍາກທີ່ຈະສ້າງການປ່ຽນແປງທີ່ເປັນຮູບປະທຳໄດ້. ຕາມທ່ານແລ້ວ, ສິ່ງທີ່ຈຳເປັນກວ່າແມ່ນ “ການຫັນແນວຄິດເປັນດິຈິຕອນ”, ປ່ຽນແປງວິທີການເຂົ້າຫາວຽກງານ, ຈາກນັ້ນກໍ່ເປີດຮູບແບບການຮ່ວມມືທີ່ຄ່ອງຕົວ, ບໍ່ຂຶ້ນກັບສະຖານທີ່ທາງກາຍະພາບ. ເມື່ອນັ້ນ, ຂະບວນການເຮັດປຶ້ມຈະບໍ່ຖືກຈຳກັດຢູ່ໃນລະບົບທີ່ປິດລ້ອມອີກຕໍ່ໄປ, ແຕ່ສາມາດດຳເນີນງານຕາມທິດທາງທີ່ເປີດກວ້າງ, ເຊື່ອມຕໍ່ ແລະ ມີຄວາມສ້າງສັນ (ນະວັດຕະກຳ) ຫຼາຍຂຶ້ນ.

ສືບຕໍ່ກະແສການສົນທະນາ, ນັກແປ ຫງວຽນເຟືອງແມ້ງ (NguyenPhuongManh) ໄດ້ຊີ້ໃຫ້ເຫັນເຖິງຄວາມຍ້ອນແຍ້ງທີ່ວ່າ: ຂະແໜງປຶ້ມແມ່ນໜຶ່ງໃນຂົງເຂດທີ່ມີຄວາມສະດວກໃນການຫັນເປັນດິຈິຕອນ, ແຕ່ພັດຫັນປ່ຽນໄດ້ຊ້າ. ຕາມທ່ານແລ້ວ, ສາເຫດບໍ່ໄດ້ຢູ່ທີ່ເຕັກໂນໂລຢີ, ແຕ່ຕົ້ນຕໍແມ່ນມາຈາກ “ຄວາມອືດອາດ” ຂອງຮູບແບບດັ້ງເດີມ. ຄວາມຊິນເຄີຍໃນການຜະລິດແບບເສັ້ນຊື່, ຄວາມລັງເລໃນການລົງທຶນ ແລະ ຂໍ້ຂັດຂ້ອງກ່ຽວກັບລິຂະສິດ ເຮັດໃຫ້ຫຼາຍພາກສ່ວນຍັງບໍ່ທັນພ້ອມທີ່ຈະປ່ຽນແປງ. ສິ່ງນີ້ຮຽກຮ້ອງໃຫ້ຂະບວນການຫັນປ່ຽນບໍ່ພຽງແຕ່ແມ່ນການນຳໃຊ້ເຕັກໂນໂລຢີເທົ່ານັ້ນ, ແຕ່ຫາກຍັງແມ່ນການປັບໂຄງສ້າງວິທີການເຮັດເນື້ອໃນໃຫ້ສອດຄ່ອງກັບສະພາບແວດລ້ອມດິຈິຕອນ.

ເຂົ້າຫາປະເດັນຈາກມຸມມອງດ້ານເຕັກໂນໂລຢີ, ທ່ານນາງ ຫງວຽນລິງງາ (NguyenLinhNga) ໄດ້ຍົກເອົາການວິເຄາະຫຼາຍຢ່າງກ່ຽວກັບບົດບາດຂອງປັນຍາປະດິດໃນກິດຈະກຳການພິມຈຳໜ່າຍ. ຕາມທ່ານນາງແລ້ວ, AI ພວມຊ່ວຍຫຍໍ້ຂັ້ນຕອນດ້ານເຕັກນິກໃຫ້ສັ້ນລົງຢ່າງຫຼວງຫຼາຍ ເຊັ່ນ: ການແປພາສາ, ການຈັດການເອກະສານ, ຈາກນັ້ນກໍ່ “ປົດປ່ອຍ” ແຮງງານໃຫ້ແກ່ຄົນເຮັດປຶ້ມ. ເຖິງຢ່າງໃດກໍ່ຕາມ, ບັນດາປັດໄຈທີ່ເປັນຈຸດໃຈກາງຄື: ອາລົມຄວາມຮູ້ສຶກ, ຄວາມສາມາດໃນການຖ່າຍທອດ ແລະ ຄວາມເລິກເຊິ່ງຂອງເນື້ອໃນ ຍັງຄົງແມ່ນພາກສ່ວນວຽກງານທີ່ມະນຸດສວມບົດບາດເປັນຜູ້ຕັດສິນ. ເຕັກໂນໂລຢີຍ້ອນແນວນັ້ນ ຈຶ່ງຈຳເປັນຕ້ອງໄດ້ຮັບການເບິ່ງໃນຖານະເປັນເຄື່ອງມືສະໜັບສະໜູນເພື່ອຍົກສູງຄຸນນະພາບ, ແທນທີ່ຈະແມ່ນການເຂົ້າມາປ່ຽນແທນມະນຸດຢ່າງສົມບູນ.

ການຫັນເປັນດິຈິຕອນໃນຂະແໜງປຶ້ມ, ເປີດແນວຄິດໃນຍຸກສະໄໝດິຈິຕອນ
ມວນຊົນຜູ້ຊົມຈຳນວນຫຼວງຫຼາຍຕັ້ງໃຈຕິດຕາມການແບ່ງປັນກ່ຽວກັບບົດບາດຂອງເຕັກໂນໂລຢີ ແລະ ປັນຍາປະດິດ ໃນຂະແໜງປຶ້ມ.

ເວທີສົນທະນາຍັງໄດ້ເປີດພື້ນທີ່ໃຫ້ປະສົບກັບບັນດາເຄື່ອງມືປັນຍາປະດິດ ທີ່ຮັບໃຊ້ໃຫ້ແກ່ກິດຈະກຳການພິມຈຳໜ່າຍ. ການໄດ້ເຂົ້າເຖິງບັນດາແພລັດຟອມການອ່ານປຶ້ມດິຈິຕອນ ແລະ ຊອບແວສະໜັບສະໜູນການແປພາສາໂດຍກົງ ໄດ້ຊ່ວຍໃຫ້ຜູ້ເຂົ້າຮ່ວມມີມຸມມອງທີ່ລະອຽດຂຶ້ນ ກ່ຽວກັບວິທີການທີ່ເຕັກໂນໂລຢີສາມາດເຂົ້າຮ່ວມໃນແຕ່ລະຂັ້ນຕອນຂອງຂະບວນການເຮັດປຶ້ມ.

ເພື່ອນ ຫງວຽນຮ່ວາງມິງ (NguyenHoangMinh) (ອາຍຸ 22 ປີ, ນັກສຶກສາສະຖາບັນໜັງສືພິມ ແລະ ການໂຄສະນາເຜີຍແຜ່, ນະຄອນຫຼວງ ຮ່າໂນ້ຍ (HaNoi)) ແບ່ງປັນວ່າ, ເວທີສົນທະນາບໍ່ພຽງແຕ່ສະໜອງຂໍ້ມູນເທົ່ານັ້ນ, ແຕ່ຫາກຍັງເປີດວິທີການເບິ່ງໃໝ່ໆອີກດ້ວຍ.

“ເມື່ອກ່ອນຂ້ອຍຄິດວ່າ ການຫັນເປັນດິຈິຕອນແມ່ນພຽງແຕ່ການນຳເອົາປຶ້ມຂຶ້ນສູ່ແພລັດຟອມອອນລາຍ, ແຕ່ຜ່ານການແບ່ງປັນຂອງບັນດາວິທະຍາກອນ, ຂ້ອຍຈຶ່ງໄດ້ຮັບຮູ້ວ່ານັ້ນແມ່ນການປ່ຽນແປງຢ່າງຮອບດ້ານ ນັບແຕ່ແນວຄິດ ຈົນເຖິງວິທີການຈັດຕັ້ງການຜະລິດເນື້ອໃນ”, ເພື່ອນ ມິງ ກ່າວ.

ສ່ວນທ່ານນາງ ເຈິ່ນທູຮ່າ (TranThuHa) (ອາຍຸ 28 ປີ, ແຂວງ ແທັງຊວນ (ThanhXuan), ນະຄອນຫຼວງ ຮ່າໂນ້ຍ), ປະຈຸບັນເຮັດວຽກໃນຂົງເຂດການຈຳໜ່າຍປຶ້ມ, ໃຫ້ທັດສະນະວ່າ, ບັນດາເນື້ອໃນທີ່ໄດ້ແລກປ່ຽນໃນເວທີສົນທະນາໄດ້ສະທ້ອນໃຫ້ເຫັນເຖິງຄວາມເປັນຈິງທີ່ວິສາຫະກິດພວມຜະເຊີນຢູ່ໄດ້ຂ້ອນຂ້າງດີ. ຕາມທ່ານນາງແລ້ວ, ບົດເລກທີ່ໃຫຍ່ທີ່ສຸດໃນປະຈຸບັນ ບໍ່ແມ່ນພຽງແຕ່ການລົງທຶນດ້ານເຕັກໂນໂລຢີເທົ່ານັ້ນ, ແຕ່ຫາກຍັງແມ່ນການປ່ຽນແປງວິທີການດຳເນີນງານ ເພື່ອໃຫ້ສອດຄ່ອງກັບບໍລິບົດໃໝ່.

“ຖ້າຫາກບໍ່ເປັນເຈົ້າການໃນການປັບຕົວ, ຂະແໜງປຶ້ມຈະເຮັດໃຫ້ຕົນເອງເສຍໂອກາດໃນການເຂົ້າຫາຜູ້ນຳອ່ານໃນສະພາບແວດລ້ອມດິຈິຕອນ”, ທ່ານນາງ ຮ່າ ແບ່ງປັນ.

ຈາກບັນດາການແລກປ່ຽນໃນເວທີສົນທະນາ ສາມາດເຫັນໄດ້ວ່າ, ການຫັນເປັນດິຈິຕອນໃນຂະແໜງປຶ້ມ ບໍ່ແມ່ນບາດກ້າວທາງດ້ານເຕັກນິກພຽງຢ່າງດຽວ, ແຕ່ແມ່ນຂະບວນການປ່ຽນແປງຢ່າງຮອບດ້ານ, ນັບແຕ່ແນວຄິດ ຈົນເຖິງຮູບແບບການເຄື່ອນໄຫວ.

ຮີບຮ້ອນເຮັດໃຫ້ແຜນການຍຸດທະສາດປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ ຢູ່ ຫວຽດນາມ ປະກົດຜົນເປັນຈິງ ຮີບຮ້ອນເຮັດໃຫ້ແຜນການຍຸດທະສາດປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ ຢູ່ ຫວຽດນາມ ປະກົດຜົນເປັນຈິງ

ຍສໝ - ວັນທີ 21 ເມສາ, ກະຊວງພາຍໃນ ໄດ້ເປັນເຈົ້າພາບຈັດກອງປະຊຸມໂຄສະນາເຜີຍແຜ່ ແລະ ແນະນຳການສ້າງແຜນການເຄື່ອນໄຫວ ໄລຍະ 2026-2030 ເພື່ອຜັນຂະຫຍາຍໂຄງການເຄື່ອນໄຫວປະຕິບັດແຜນການຍຸດທະສາດປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ ຢູ່ ຫວຽດນາມ (VietNam) ໄລຍະ 2026-2035.

ຫວຽດນາມ ເຂົ້າຮ່ວມງານວາງສະແດງສິລະປະຢູ່ ອີຕາລີ ເປັນຄັ້ງທຳອິດ ຫວຽດນາມ ເຂົ້າຮ່ວມງານວາງສະແດງສິລະປະຢູ່ ອີຕາລີ ເປັນຄັ້ງທຳອິດ

ຍສໝ - ຫໍວາງສະແດງ ຫວຽດນາມ ໃນງານວາງສະແດງສິລະປະ ລາ ບຽນນາເລ ດີ ເວນິດ (La Biennale di Venezia) ຄັ້ງທີ 61, ທີ່ ເວນິດ (Venice), ອີຕາລີ (Italy) ຈະຈັດຂຶ້ນແຕ່ເດືອນພຶດສະພາ ຫາ ເດືອນພະຈິກ 2026.

Link: https://huunghivietlao.thoidai.com.vn/detail-article-21894.html

In bài biết