14:22 | 22/04/2026

ຫວຽດນາມ ແລະ UNIDO ເຊັນສັນຍາໂຄງການຮ່ວມມືລະດັບຊາດເພື່ອຊຸກຍູ້ອຸດສາຫະກຳສີຂຽວ

ຮີບຮ້ອນເຮັດໃຫ້ແຜນການຍຸດທະສາດປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ ຢູ່ ຫວຽດນາມ ປະກົດຜົນເປັນຈິງ
ຫວຽດນາມ ເຂົ້າຮ່ວມງານວາງສະແດງສິລະປະຢູ່ ອີຕາລີ ເປັນຄັ້ງທຳອິດ
ຫວຽດນາມ ແລະ UNIDO ເຊັນສັນຍາໂຄງການຮ່ວມມືລະດັບຊາດເພື່ອຊຸກຍູ້ອຸດສາຫະກຳສີຂຽວ
ທ່ານຮອງລັດຖະມົນຕີກະຊວງການເງິນ ເຈິ່ນກວກເຟືອງ (TranQuocPhuong) ແລະ ທ່ານຜູ້ນຳອຳນວຍການໃຫຍ່ UNIDO ເກີດ ມູນເລີ (Gerd Müller) ເຊັນເອກະສານໂຄງການຮ່ວມມືລະດັບຊາດ. (ຮູບພາບ: thoibaotaichinhvietnam.vn)

ວັນທີ 20 ເມສາ, ຢູ່ທີ່ ຮ່າໂນ້ຍ (HaNoi), ທ່ານຮອງລັດຖະມົນຕີກະຊວງການເງິນ ເຈິ່ນກວກເຟືອງ (TranQuocPhuong) ແລະ ທ່ານຜູ້ນຳອຳນວຍການໃຫຍ່ UNIDO ເກີດ ມູນເລີ (Gerd Müller) ໄດ້ເຊັນສັນຍາໂຄງການຮ່ວມມືລະດັບຊາດເພື່ອພັດທະນາອຸດສາຫະກຳຢ່າງຮອບດ້ານ ແລະ ຍືນຍົງຢູ່ ຫວຽດນາມ (VietNam) ໄລຍະ 2025-2028.

ດ້ວຍງົບປະມານຄາດຄະເນ 72 ລ້ານ USD, ໂຄງການດັ່ງກ່າວໄດ້ສຸມໃສ່ 3 ຂົງເຂດບຸລິມະສິດຄື: ການຫັນປ່ຽນໄປສູ່ອຸດສາຫະກຳສີຂຽວ ແລະ ເສດຖະກິດໝູນວຽນ; ຍົກສູງຂີດຄວາມສາມາດໃນການແຂ່ງຂັນດ້ານອຸດສາຫະກຳ ແລະ ພັດທະນາຕ່ອງໂສ້ມູນຄ່າຍືນຍົງ; ເພີ່ມທະວີນໂຍບາຍອຸດສາຫະກຳ, ຂີດຄວາມສາມາດດ້ານສະຖາບັນ ແລະ ສາຍພົວພັນຄູ່ຮ່ວມມື.

ທ່ານຮອງລັດຖະມົນຕີ ເຈິ່ນກວກເຟືອງ ເນັ້ນໜັກວ່າ, ໂຄງການຮ່ວມມືລະດັບຊາດແມ່ນຂອບການຮ່ວມມືທີ່ຊັດເຈນ, ສອດຄ່ອງກັບຍຸດທະສາດ ແລະ ແຜນການພັດທະນາເສດຖະກິດ-ສັງຄົມຂອງ ຫວຽດນາມ; ພ້ອມທັງປະກອບສ່ວນສະໜັບສະໜູນ ຫວຽດນາມ ໃນການປະຕິບັດເປົ້າໝາຍກາຍເປັນປະເທດທີ່ມີລາຍຮັບປານກາງສູງໃນປີ 2030 ແລະ ເປັນປະເທດທີ່ມີລາຍຮັບສູງໃນປີ 2045, ກໍ່ຄືຊຸກຍູ້ແຜນວາດການບັນລຸການປ່ອຍອາຍພິດສຸດທິເປັນສູນໃນປີ 2050.

ທ່ານຜູ້ນຳອຳນວຍການໃຫຍ່ UNIDO ເກີດ ມູນເລີ ໃຫ້ຮູ້ວ່າ, UNIDO ແລະ ຫວຽດນາມ ໄດ້ມີການຮ່ວມມືຢ່າງແໜ້ນແຟ້ນມາເປັນເວລາຫຼາຍກວ່າ 4 ທົດສະວັດ. ໃນໄລຍະຜ່ານມາ, ສາຍພົວພັນຮ່ວມມືລະຫວ່າງສອງຝ່າຍໄດ້ພັດທະນາຈາກບັນດາໂຄງການແຍກສ່ວນ ໄປສູ່ຊຸດວິທີການແກ້ໄຂແບບປະສົມປະສານ ທີ່ມີຄວາມສາມາດໃນການຂະຫຍາຍຜົນ, ສົມທົບກັນລະຫວ່າງການໃຫ້ຄຳປຶກສາດ້ານນະໂຍບາຍ, ການສະໜັບສະໜູນດ້ານເຕັກນິກ ແລະ ການລະດົມການລົງທຶນ.

ໃນຕໍ່ໜ້າ, ສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມື ແນໃສ່ພັດທະນາພື້ນຖານອຸດສາຫະກຳທີ່ທັນສະໄໝ, ມີຂີດຄວາມສາມາດໃນການແຂ່ງຂັນ ແລະ ຍືນຍົງຢູ່ ຫວຽດນາມ. ໂດຍຜ່ານໂຄງການຮ່ວມມືລະດັບຊາດສະບັບໃໝ່, UNIDO ຈະສະໜັບສະໜູນ ຫວຽດນາມ ຊຸກຍູ້ການຫັນປ່ຽນອຸດສາຫະກຳຕາມທິດສີຂຽວ, ໝູນວຽນ ແລະ ຮອບດ້ານ, ຜ່ານນັ້ນກໍ່ເປັນການເພີ່ມມູນຄ່າພາຍໃນປະເທດ ແລະ ຍົກສູງຂີດຄວາມສາມາດໃນການແແຂ່ງຂັນ.

ໂຄງການດັ່ງກ່າວຍັງໄດ້ເປີດໂອກາດການຮ່ວມມືໃໝ່ໆ ໃນຂົງເຂດອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກຳ, ໂດຍສະເພາະແມ່ນສຳລັບຕ່ອງໂສ້ມູນຄ່າທີ່ມີທ່າແຮງ ເຊັ່ນ: ເຂົ້າ ແລະ ຊາ, ໂດຍສຸມໃສ່ການເພີ່ມມູນຄ່າເພີ່ມ, ຕອບສະໜອງບັນດາມາດຕະຖານຄວາມຍືນຍົງ, ຍົກສູງຄວາມສາມາດໃນການຮັບມືກັບການປ່ຽນແປງສະພາບພູມອາກາດ ແລະ ປັບປຸງຊີວິດການເປັນຢູ່ຂອງເຂດຊົນນະບົດ.

ເລັ່ງລັດການຫັນປ່ຽນ, ນຳເອົາການນະວັດຕະກຳ ເຂົ້າສູ່ພຶດຕິກຳຕົວຈິງຂອງການພັດທະນາ ເລັ່ງລັດການຫັນປ່ຽນ, ນຳເອົາການນະວັດຕະກຳ ເຂົ້າສູ່ພຶດຕິກຳຕົວຈິງຂອງການພັດທະນາ

ຍສໝ - ນະວັດຕະກຳ ບໍ່ພຽງແຕ່ຢຸດຢູ່ທີ່ແນວຄວາມຄິດ ຫຼື ການຄົ້ນຄວ້າເທົ່ານັ້ນ, ແຕ່ຕ້ອງກາຍເປັນການກະທຳທີ່ລະອຽດຕົວຈິງ, ໝາກຜົນທີ່ແທ້ຈິງ ແລະ ມູນຄ່າການປະກອບສ່ວນໂດຍຕົງໃຫ້ແກ່ການພັດທະນາປະເທດຊາດ.

ຍົກສູງປະສິດທິຜົນການໂຄສະນາເຜີຍແຜ່, ກວດກາ, ຮັດແໜ້ນລະບຽບວິໄນໃນການຂຸດຄົ້ນສິນໃນນ້ຳ ຍົກສູງປະສິດທິຜົນການໂຄສະນາເຜີຍແຜ່, ກວດກາ, ຮັດແໜ້ນລະບຽບວິໄນໃນການຂຸດຄົ້ນສິນໃນນ້ຳ

ຍສໝ - ໃນບໍລິບົດທີ່ທົ່ວປະເທດພະຍາຍາມແກ້ໄຂ “ບັດເຫຼືອງ” ຂອງຄະນະກຳມະການເອີຣົບ ທີ່ມີຕໍ່ຂະແໜງສິນໃນນ້ຳ, ການສະກັດກັ້ນ ແລະ ກ້າວໄປສູ່ການຢຸດຕິການຂຸດຄົ້ນອາຫານທະເລແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ເປັນໄປຕາມລະບຽບການ (IUU) ໄດ້ກາຍເປັນໜ້າທີ່ຮີບດ່ວນ. ຢູ່ເຂດປາກນ້ຳ ຢານ (Gianh), ຄ້າຍທະຫານຊາຍແດນດ່ານທ່າເຮືອ ຢານ (Gianh) (ທະຫານຊາຍແດນແຂວງ ກວາງຈິ - QuangTri) ໄດ້ຜັນຂະຫຍາຍຫຼາຍວິທີການແກ້ໄຂຢ່າງເປັນເອກະພາບ, ...

Link: https://huunghivietlao.thoidai.com.vn/detail-article-21892.html

In bài biết