ຫວຽດນາມ ເຂົ້າຮ່ວມງານວາງສະແດງສິລະປະຢູ່ ອີຕາລີ ເປັນຄັ້ງທຳອິດ
| ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເດີນທາງໄປຮອດ ໂຣມ, ເລີ່ມຕົ້ນການຢ້ຽມຢາມ ສ.ອີຕາລີ ຢ່າງເປັນທາງການ | |
| ທ່ານນາງຮອງປະທານປະເທດຫວຽດນາມ ພົບປະສົນທະນາກັບປະທານ ສະພາຕ່ຳ ອີຕາລີ |
![]() |
| ຜົນງານຈຳນວນໜຶ່ງຂອງຮູບແຕ້ມຂັດສີ (Sơn mài) ຈະໄດ້ຮັບການຈັດສະແດງໃນງານວາງສະແດງ: "ຫວຽດນາມ: ສິລະປະໃນກະແສຟອງລະດັບໂລກ”. (ຮູບພາບ: ຄະນະຈັດງານ) |
ໃນຂອບເຂດຂອງງານວາງສະແດງສິລະປະສາກົນຄັ້ງທີ 61 - La Biennale di Venezia, ຫວຽດນາມ (VietNam) ເຂົ້າຮ່ວມຢ່າງເປັນທາງການເປັນຄັ້ງທຳອິດ ດ້ວຍຫໍວາງສະແດງລະດັບຊາດພາຍໃຕ້ຊື່ວ່າ "ຫວຽດນາມ: ສິລະປະໃນກະແສຟອງລະດັບໂລກ". ເຫດການດັ່ງກ່າວຈະຈັດຂຶ້ນແຕ່ເດືອນພຶດສະພາ ຫາ ເດືອນພະຈິກ 2026 ທີ່ ເວນິດ (Venice), ອີຕາລີ (Italy), ເຊິ່ງເປັນການສ້າງຂີດໝາຍທີ່ສຳຄັນ, ຢັ້ງຢືນເຖິງການມີໜ້າຂອງສິລະປະ ຫວຽດນາມ ໃນໜຶ່ງໃນເວທີປາໄສສິລະປະຮ່ວມສະໄໝທີ່ມີຊື່ສຽງ ແລະ ມີອິດທິພົນແຖວໜ້າຂອງໂລກ.
ຫໍວາງສະແດງດັ່ງກ່າວແມ່ນຈັດຂຶ້ນໂດຍ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ໂດຍລວມເອົາສິລະປິນ ຫວຽດນາມ 10 ທ່ານ ທີ່ຮ່ວມກັນນຳໃຊ້ຂັດສີ (Sơn mài) ເປັນວັດສະດຸໃຈກາງ. ສິລະປິນແຕ່ລະທ່ານໄດ້ເຂົ້າຫາການເຮັດຍາງຮັກຈາກມຸມມອງທີ່ແຕກຕ່າງກັນ - ນັບແຕ່ຈິດຕະກຳ ຈົນເຖິງສິລະປະການຈັດວາງ, ນັບແຕ່ເຕັກນິກແບບດັ້ງເດີມ ຈົນເຖິງການທົດລອງຂະຫຍາຍດ້ານພື້ນທີ່ ແລະ ໂຄງສ້າງ. ດ້ວຍເອກະລັກຂອງການສ້າງຮູບຊົງຜ່ານວັດສະດຸຫຼາຍຊັ້ນ ພ້ອມກັບໂທນສີທີ່ມີຄວາມເລິກເຊິ່ງ, ບັນດາຜົນງານໄດ້ເປີດປະສົບການທາງສາຍຕາແບບຫຼາຍມິຕິ, ເຊິ່ງເປັນບ່ອນທີ່ຮູບພາບ, ແສງສະຫວ່າງ ແລະ ວັດສະດຸມີການພົວພັນກັນຢ່າງແໜ້ນແຟ້ນ.
ໃນບໍລິບົດດັ່ງກ່າວ, ຍາງຮັກບໍ່ພຽງແຕ່ຖືກເບິ່ງວ່າເປັນເຕັກນິກຫັດຖະກຳແບບດັ້ງເດີມເທົັ້ນັ້ນ, ແຕ່ຫາກຍັງເປັນພາສາສິລະປະທີ່ມີຄວາມເລິກເຊິ່ງທາງດ້ານວັດທະນະທຳ, ພ້ອມທັງມີຄວາມຄ່ອງຕົວໃນການປັບຕົວເຂົ້າກັບບັນຫາຮ່ວມສະໄໝ. ນີ້ແມ່ນການປະຕິບັດທີ່ມີຊີວິດຊີວາ, ສະທ້ອນໃຫ້ເຫັນເຖິງຈັງຫວະການໝູນວຽນຂອງຊີວິດ ແລະ ຂະບວນການອອກແຮງງານສ້າງສັນສິລະປະຢ່າງບໍ່ຢຸດຢັ້ງຂອງສິລະປິນ.
ພື້ນທີ່ວາງສະແດງໄດ້ມີການສົນທະນາກັບຫົວຂໍ້ລວມຂອງ ບຽນນາເລ (Biennale) ໃນປີນີ້ຄື: "In Minor Keys" - ເຊິ່ງເຮັດໃຫ້ຫວນຄິດເຖິງ "ຄີລົບ (Minor Keys)" ໃນດົນຕີ, ບັນດາຊັ້ນສຽງທີ່ງຽບສະຫງົບຄືກັບສຽງສະທ້ອນຈາກຄວາມເລິກເຊິ່ງພາຍໃນຈິດໃຈ. ຈິດວິນຍານນີ້ແມ່ນສອດຄ່ອງກັບການເຮັດຍາງຮັກ: ເຊິ່ງແມ່ນຂະບວນການທີ່ເຮັດຊ້ຳໄປຊ້ຳມາລະຫວ່າງການພອກ ແລະ ການຂັດໄນ, ບ່ອນທີ່ຄວາມອົດທົນ ແລະ ຄວາມລະອຽດອ່ອນໄດ້ສະສົມກາຍເປັນຄວາມເລິກເຊິ່ງ ແລະ ມີພະລັງແຜ່ກະຈາຍຢ່າງຍາວນານ.
ສິລະປິນທີ່ເຂົ້າຮ່ວມໃນງານວາງສະແດງລວມມີ: ເລຫງວຽນຈິ້ນ (LeNguyenChinh); ບຸຍຫືວຮຸ່ງ (BuiHuuHung); ດ່ວານທິທູເຮືອງ (DoanThiThuHuong); ກົງກິມຮວາ (CongKimHoa); ເລຫືວຫຽວ (LeHuuHieu); ຫງວຽນເຈືອງລິງ (NguyenTruongLinh); ເລຮວ່າງຫງວຽນ (LeHoangNguyen); ອວັນຟີຟີ (OanhPhiPhi); ຈ້ຽວຄັກຕຽນ (TrieuKhacTien); ຈິ້ງຕວນ (TrinhTuan).
ຜູ້ຕາງໜ້າກົມວິຈິດສິນ, ການຖ່າຍຮູບ ແລະ ວາງສະແດງ ໃຫ້ຮູ້ວ່າ, ການມີໜ້າຢູ່ໃນ ບຽນນາເລ ເປັນຄັ້ງທຳອິດນີ້, ງານວາງສະແດງ “ຫວຽດນາມ: ສິລະປະໃນກະແສຟອງລະດັບໂລກ” ບໍ່ໄດ້ມີຈຸດປະສົງເພື່ອຢັ້ງຢືນທີ່ຕັ້ງດ້ວຍຂະໜາດ ຫຼື ຄຳຖະແຫຼງການ, ແຕ່ຫາກແມ່ນການເປີດພື້ນທີ່ສິລະປະທີ່ເຕັມໄປດ້ວຍການສົນທະນາ - ເຊິ່ງເປັນການເຊື້ອເຊີນໃຫ້ຮ່ວມກັນຮັບຟັງສຽງທີ່ລະອຽດອ່ອນ, ຮ່ວມກັນຊົມໃຊ້ໃນຄວາມສະຫງົບ ແລະ ຄຶດຕຶກຕອງກ່ຽວກັບຄວາມສາມາດໃນການບຳລຸງລ້ຽງພະລັງງານນະວັດຕະກຳທີ່ຍືນຍົງ ໃນໂລກແຫ່ງສິລະປະທີ່ມີຫຼາຍມິຕິ ແລະ ເຄື່ອນໄຫວຢ່າງບໍ່ຢຸດຢັ້ງ.
| ອີຕາລີ ປະດັບຫຼຽນໄຊກຽດຕິຄຸນຊັ້ນອັດສະວິນໃຫ້ ທ່ານ ປອ ນາງ ຫງວຽນເຟືອງຮວ່າ ຍສໝ - ຕອນຄ່ຳວັນທີ 6 ມັງກອນ ປີ 2025, ຢູ່ທີ່ເຮືອນ ອີຕາລີ (Casa Italia), ຮ່າໂນ້ຍ, ສະຖານທູດ ອີຕາລີ ໄດ້ຈັດພິທີປະດັບຫຼຽນໄຊກຽດຕິຄຸນອັນສະຫງ່າລາສີຂອງສາທາລະນະລັດ ອີຕາລີ - ຊັ້ນອັດສະວິນ ໃຫ້ທ່ານ ປອ ນາງ ຫງວຽນເຟືອງຮວ່າ, ຫົວໜ້າກົມຮ່ວມມືສາກົນ - ກະຊວງວັດທະນະທໍາ, ... |
| ການທ່ອງທ່ຽວ ຫວຽດນາມ ແມ່ນ “ດວງດາວທີ່ກຳລັງພົ້ນເດັ່ນຂຶ້ນ” ຢູ່ ອີຕາລີ ຍສໝ - ນັ້ນແມ່ນຄຳເຫັນຂອງທ່ານນາງ Alessandra Priante, ຜູ້ອຳນວຍການອົງການທ່ອງທ່ຽວແຫ່ງຊາດ ອີຕາລີ (ENIT) ທີ່ລາຍການແນະນຳການທ່ອງທ່ຽວ ຫວຽດນາມ ໂດຍກົມການທ່ອງທ່ຽວແຫ່ງຊາດຫວຽດນາມ ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ອີຕາລີ, ຈັດຂຶ້ນໃນວັນທີ 27 ມີຖຸນາ, ຢູ່ນະຄອນ Milan (ອິຕາລີ). |
