09:11 | 14/04/2026

ທ່ານເລຂາທິການໃຫຍ່ ໂຕເລິມ: ສືບຕໍ່ປັບປຸງຄວາມໄວ້ວາງໃຈຂອງປະຊາຊົນໃຫ້ໝັ້ນຄົງ

ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານປະເທດ ອາຍຸການ 2026-2031
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ
ທ່ານເລຂາທິການໃຫຍ່ ໂຕເລິມ: ສືບຕໍ່ປັບປຸງຄວາມໄວ້ວາງໃຈຂອງປະຊາຊົນໃຫ້ໝັ້ນຄົງ
(ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ກ່າວຄຳເຫັນທີ່ພິທີ)

ຕອນ​ເຊົ້າ​ວັນ​ທີ 12 ເມ​ສາ, ຢ​່​ູ ທາຍງວຽນ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເຂົ້​າ​ ແລະ​ມອບ​ນາມ​ມະ​ຍົດ​​ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ​ໃຫ້​ແກ່​ທະ​ຫານ​ເຂດ 1, ກະ​ຊວງ​ປ້ອງ​ກັນ​ປ​ະ​ເທດ​ ຫວຽດ​ນາມ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ໃຫ້​ທະ​ຫານ​ເຂດ 1 ສືບ​ຕໍ່​ຊ​າບ​ຊຶມ​ແນວ​ທາງ, ທັດ​ສະ​ນະ​ຂອງ​ພັກ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ສະ​ພາບ​ການ​ໃໝ່; ກຳ​ໄດ້ສະພາບການໃນ​ບໍ​ລິ​ເວນ​ຢ່າງ​ແໜ້ນ​ແຟ້ນ, ຄາດ​ຄະ​ເນ​ລ່ວງ​ໜ້າ, ຕີ​ລາ​ຄາ​ສະ​ພາບ​ການ​ຢ່າງ​ຖືກ​ຕ້ອງ, ໃຫ້​ຄຳ​ປຶກ​ສາ​ຢ່າ​ງ​ທັນ​ການ​ໃນ​ບໍ່​ວ່າ​ສະ​ພາບ​ການ​ໃດ.

“ສືບ​ຕໍ່​ສ້າງ​ກຳ​ລັງ​ຕາມ​ທິດມີສະຕິໄວ, ກະ​ທັດ​ລັດ, ເຂັ້ມ​ແຂງ, ເປັນ​ກຳ​ລັງ​ຫຼວງ, ຍອດຢ້ຽມ, ​ທັນ​ສະ​ໄໝ​; ເປັນ​ເຈົ້າ​ອາ​ວຸດ, ເຄື່ອງ​ອຸ​ປະ​ກອນ​ເຕັກ​ນິກ; ຍົກ​ສູງ​ຄຸນ​ນະ​ພາບ​ການ​ຝື​ກ​ຊ້ອມ, ລະ​ດັບ​ການ​ບັນ​ຊາ ແລະ ກຳ​ລັງ​ສູ້​ຮົບ​ໃນ​ທຸກ​ເງື່ອນ​ໄຂ, ໂດຍ​ສະ​ເພາະ​ແມ່ນ​ຢູ່​ເຂດ​ຊາຍ​ແດນ, ເຂດ​ຫ່າງ​ໄກ​ສອກ​ຫຼີກ, ເຂດ​ຊົນເຜົ່າ​ສ່ວນ​ໜ້ອຍ”.

ທີ່​ພິ​ທີ, ໂດຍ​ຕາງ​ໜ້າ​ໃຫ້​ການ​ນຳ​ພັກ, ລັດ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ມອບ​ນາມ​ມະ​ຍົດ​​ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ​ໃຫ້​ແກ່​ທະ​ຫານ​ເຂດ 1.

ຕາມ vovworld.vn

https://vovworld.vn/lo-LA/khaawedn/thaanelkhaathikaanayhny-ohelim-syybhmpbpungkhwaamaiwwaangaychkhngpasaasonayhhmnkhong-2426987.vov5

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມພິທີປຸກລະດົມວັນບຸນປູກຕົ້ນໄມ້ຕົ້ນປີໃໝ່ປີມະເສັງຢູ່ ຮືງອຽນ ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມພິທີປຸກລະດົມວັນບຸນປູກຕົ້ນໄມ້ຕົ້ນປີໃໝ່ປີມະເສັງຢູ່ ຮືງອຽນ

ຍສໝ - ການນຳແຂວງ ຮືງອຽນ ໃຫ້ຮູ້ວ່າ ນັບແຕ່ປີ 2022 ມາຮອດປະຈຸບັນ, ທົ່ວແຂວງໄດ້ປູກຕົ້ນໄມ້ກວ່າ 126.000 ຕົ້ນ

ເລຂາທິການໃຫຍ່ ໂຕເລິມ ໂອ້ລົມທາງໂທລະສັບກັບການນໍາກູບາ ເລຂາທິການໃຫຍ່ ໂຕເລິມ ໂອ້ລົມທາງໂທລະສັບກັບການນໍາກູບາ

ຍສໝ - ສະຫາຍ​ເລ​ຂາ​ທິ​ການ​ໃຫຍ່ ໂຕເລິມ ຢືນ​ຢັນ​ຫຼັກ​ໝັ້ນ​ຂອງ​ຫວຽດ​ນາມ ໃນ​ການ​ສະ​ໜັບ​ສະ​ໜູນ​ບັນ​ດາ​ມະ​ຕິ​ຂອງສະ​ພາ​ສະ​ຫະ​ປະ​ຊາ​ຊາດ ໃນການຮຽກ​ຮ້ອງ​ໃຫ້​ຢຸດ​ຕິ​ການ​ຂວ້ຳ​ບາດ​ຕໍ່ ກູ​ບາ ຄືນໃໝ່.

ຕາມ vovworld.vn

Link: https://huunghivietlao.thoidai.com.vn/detail-article-21827.html

In bài biết