ຍູ້ແຮງການໂຄສະນາ ແລະ ພັດທະນາການທ່ອງທ່ຽວເຂດເຂດທົ່ງພຽງແມ່ນ້ຳຂອງ
| “ເຊື່ອມໂຍງມໍລະດົກ, ແຜ່ຂະຫຍາຍເອກະລັກ” – ສ້າງຜະລິດຕະພັນການທ່ອງທ່ຽວແບບເຊື່ອມໂຍງລະຫວ່າງພາກສ່ວນ | |
| ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງ |
![]() |
| ທ່ານນາງ ຫງວຽນທິຮວາມາຍ, ຮອງຫົວໜ້າກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ເນັ້ນໜັກກ່ຽວກັບເຂດທົ່ງພຽງແມ່ນ້ຳຂອງ ທີ່ມີທ່າແຮງການທ່ອງທ່ຽວທີ່ໂດດເດັ່ນ. ພາບ: VGP/ຫງອກຮັນ |
“ສາງຊັບພະຍາກອນການທ່ອງທ່ຽວຂຽວ” ທີ່ເຕັມໄປດ້ວຍທ່າແຮງ
ກອງປະຊຸມຄັ້ງນີ້ ແນໃສ່ແນະນຳທ່າແຮງ, ຈຸດເດັ່ນ ແລະ ໂຄສະນາພາບພົດການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ ສູ່ຕະຫຼາດຮ່າໂນ້ຍ ແລະ ບັນດາແຂວງພາກເໜືອ, ພ້ອມທັງເພີ່ມທະວີການເຊື່ອມໂຍງ, ຮ່ວມມືພັດທະນາການທ່ອງທ່ຽວລະຫວ່າງບັນດາທ້ອງຖິ່ນ ພາຍຫຼັງການຈັດສັນຫົວໜ່ວຍການປົກຄອງຂັ້ນແຂວງ.
ກ່າວຄຳເຫັນໃນກອງປະຊຸມ, ທ່ານ ເຢືອງຮ່ວາງຊຳ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງຫວີງລອງ, ທັງເປັນຮອງປະທານສະມາຄົມການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ ໃຫ້ຮູ້ວ່າ: ເຂດທົ່ງພຽງແມ່ນ້ຳຂອງ ບໍ່ພຽງແຕ່ແມ່ນອູ່ເຂົ້າອູ່ປາທີ່ໃຫຍ່ທີ່ສຸດຂອງປະເທດເທົ່ານັ້ນ, ແຕ່ຍັງແມ່ນ “ສາງຊັບພະຍາກອນການທ່ອງທ່ຽວຂຽວ” ທີ່ເຕັມໄປດ້ວຍທ່າແຮງ. ດ້ວຍລະບົບແມ່ນ້ຳລຳເຊທີ່ສະຫຼັບຊັບຊ້ອນ, ສວນໄມ້ໃຫ້ໝາກຕະຫຼອດສີ່ລະດູ ພ້ອມກັບຄວາມມີນ້ຳໃຈຮັກແພງແຂກທີ່ເປັນເອກະລັກຂອງຊາວພາກໃຕ້, ດິນແດນແຫ່ງນີ້ມີສະເໜ່ທີ່ໂດດເດັ່ນ ແລະ ຍາກທີ່ຈະຫາບ່ອນໃດມາທຽບໄດ້.
ໃນສະພາບການໃໝ່, ເຂດທົ່ງພຽງແມ່ນ້ຳຂອງ ພວມຢືນຢູ່ຕໍ່ໜ້າໂອກາດອັນໃຫຍ່ຫຼວງ ເພື່ອຜັນຂະຫຍາຍທ່າແຮງໃຫ້ກາຍເປັນຂໍ້ໄດ້ປຽບໃນການແຂ່ງຂັນ ຢູ່ເທິງແຜນທີ່ການທ່ອງທ່ຽວສາກົນ. ເພື່ອເຮັດໃຫ້ເປົ້າໝາຍນີ້ປະກົດຜົນເປັນຈິງ, ການເຊື່ອມໂຍງພາກສ່ວນຖືເປັນບົດບາດສຳຄັນທີ່ສຸດ. ເສັ້ນທາງແຫ່ງການປະສົບການທີ່ເຊື່ອມຕໍ່ຜ່ານຕະຫຼາດນ້ຳ, ປ່າສະແບງ, ວັດວາອາຮາມເກົ່າແກ່, ໝູ່ບ້ານອາຊີບມູນເຊື້ອ, ສົມທົບກັບເອກະລັກວັດທະນະທຳທີ່ໂດດເດັ່ນ ໄດ້ປະກອບສ່ວນກຳນົດເຄື່ອງໝາຍການຄ້າການທ່ອງທ່ຽວຂອງເຂດ ຢ່າງຈະແຈ້ງ.
ໃນພາບລວມນັ້ນ, ຫວີງລອງ ຖືກຖືວ່າແມ່ນ “ຫົວໃຈຂຽວ” ຂອງພາກສ່ວນ, ເຊິ່ງເປັນບ່ອນລວມຕົວຂອງບັນດາຄຸນຄ່າວັດທະນະທຳໝາກພ້າວ, ວັດທະນະທຳຂະແມ ແລະ ມໍລະດົກໝູ່ບ້ານອາຊີບດິນຈີ່-ເຄື່ອງປັ້ນດິນເຜົາ. ດ້ວຍທີ່ຕັ້ງຢູ່ລະຫວ່າງແມ່ນ້ຳຕຽນ ແລະ ແມ່ນ້ຳເຮົ່າ, ທ້ອງຖິ່ນໄດ້ນຳເອົາປະສົບການທີ່ເປັນເອກະລັກກ່ຽວກັບການທ່ອງທ່ຽວແບບອະນຸລັກທຳມະຊາດອາຊີບສວນ, ການທ່ອງທ່ຽວຊຸມຊົນ ແລະ ວັດທະນະທຳຊົນນະບົດ. ການປະສົມປະສານລະຫວ່າງ “ສີຂຽວຂອງດິນແດນໝາກພ້າວ”, “ວັດທະນະທຳຂະແມ” ແລະ “ມໍລະດົກດິນຈີ່ແດງ” ໄດ້ສ້າງເປັນເສັ້ນທາງທ່ອງທ່ຽວທີ່ເປັນຕົວແບບ, ສະທ້ອນໃຫ້ເຫັນຢ່າງຈະແຈ້ງເຖິງພະລັງຊີວິດ ແລະ ເອກະລັກຂອງພາກຕາເວັນຕົກສ່ຽງໃຕ້.
“ກອງປະຊຸມຊຸກຍູ້ ແລະ ໂຄສະນາການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ ຢູ່ຮ່າໂນ້ຍ ບໍ່ພຽງແຕ່ແມ່ນໂອກາດເພື່ອແນະນຳທ່າແຮງເທົ່ານັ້ນ, ແຕ່ຍັງແມ່ນເວທີປາໄສເພື່ອເຊື່ອມຕໍ່, ແບ່ງປັນ ແລະ ຊຸກຍູ້ການເຄື່ອນໄຫວຕົວຈິງ. ເຂດທົ່ງພຽງແມ່ນ້ຳຂອງ ເວົ້າລວມ, ແຂວງຫວີງລອງ ເວົ້າສະເພາະ ໃຫ້ຄຳໝັ້ນສັນຍາຈະຮ່ວມເດີນທາງໄປພ້ອມກັບບັນດາທ້ອງຖິ່ນ ແລະ ວິສາຫະກິດ ໃນການສ້າງຕ່ອງໂສ້ຄຸນຄ່າການທ່ອງທ່ຽວແບບຍືນຍົງ, ນຳເອົາຜົນປະໂຫຍດມາສູ່ຊຸມຊົນ ແລະ ຍົກສູງປະສົບການໃຫ້ແກ່ນັກທ່ອງທ່ຽວ”, ທ່ານ ເຢືອງ ຮ່ວາງ ຊຳ ເນັ້ນໜັກ.
ການເຊື່ອມໂຍງພາກສ່ວນ - “ລູກກະແຈ” ເພື່ອຍົກລະດັບການທ່ອງທ່ຽວ
ກ່າວຄຳເຫັນຊົມເຊີຍກອງປະຊຸມ, ທ່ານ ເຈີ່ນຈຸງຫຽວ, ຮອງຫົວໜ້າພະແນກທ່ອງທ່ຽວຮ່າໂນ້ຍ ໃຫ້ຮູ້ວ່າ: ໃນປີຜ່ານມາ, ພາຍຫຼັງການຈັດສັນຫົວໜ່ວຍການປົກຄອງຄືນໃໝ່ໃນທົ່ວປະເທດ, ດ້ວຍບົດບາດເປັນຫົວຈັກຟັກດັນຂອງຂະແໜງການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳແດງ, ນະຄອນຮ່າໂນ້ຍ ໄດ້ຜັນຂະຫຍາຍຫຼາຍກິດຈະກຳເຊື່ອມໂຍງ ແລະ ຮ່ວມມືກັບເຂດທົ່ງພຽງແມ່ນ້ຳຂອງ, ເຊິ່ງໄດ້ນຳເອົາປະສິດທິຜົນຕົວຈິງມາໃຫ້.
ໃນເດືອນພະຈິກ 2025, ພະແນກທ່ອງທ່ຽວຮ່າໂນ້ຍ ໄດ້ຜັນຂະຫຍາຍແຜນງານຊຸກຍູ້, ໂຄສະນາ ແລະ ສຳຫຼວດບາງສະຖານທີ່ທ່ອງທ່ຽວທີ່ເປັນຕົວແບບຂອງເຂດພາກຕາເວັນຕົກສ່ຽງໃຕ້ ເຊັ່ນ: ເຂດທ້ອງຖິ່ນ ເກີ່ນເທີ, ຫວີງລອງ, ດົງທາບ, ຈາກນັ້ນໄດ້ເກັບກຳ ແລະ ຕີລາຄາລະອຽດກ່ຽວກັບທ່າແຮງການທ່ອງທ່ຽວ, ສ້າງຕັ້ງສາຍພົວພັນຮ່ວມມືທີ່ສຳຄັນ, ເປີດໂອກາດພັດທະນາບັນດາຜະລິດຕະພັນການທ່ອງທ່ຽວລະຫວ່າງພາກສ່ວນທີ່ໂດດເດັ່ນ, ສ້າງສັນ ແລະ ຍືນຍົງ.
ທ່ານ ເຈິ່ນ ຈຸງ ຮຽວ ຢືນຢັນວ່າ, ໃນຕໍ່ໜ້າ, ພະແນກທ່ອງທ່ຽວຮ່າໂນ້ຍ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ຮ່ວມກັບບັນດາທ້ອງຖິ່ນເຂດທົ່ງພຽງແມ່ນ້ຳຂອງ ຊຸກຍູ້ການສ້າງ ແລະ ເຮັດໃຫ້ຜະລິດຕະພັນການທ່ອງທ່ຽວຂອງບັນດາທ້ອງຖິ່ນມີຄວາມຫຼາກຫຼາຍກວ່າເກົ່າ ຕາມທິດສ້າງຜະລິດຕະພັນການທ່ອງທ່ຽວໃໝ່, ແປກໃໝ່ ແລະ ດຶງດູດນັກທ່ອງທ່ຽວ; ພ້ອມດຽວກັນນັ້ນ ກໍ່ສົມທົບກັນຊຸກຍູ້, ໂຄສະນາການທ່ອງທ່ຽວ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານການຄຸ້ມຄອງ, ຮັບປະກັນສະພາບແວດລ້ອມການດຳເນີນທຸລະກິດທີ່ສະດວກໃຫ້ແກ່ວິສາຫະກິດ, ມີຄວາມປອດໄພ ແລະ ເປັນມິດກັບນັກທ່ອງທ່ຽວ.
![]() |
| ບັນດາຫົວໜ່ວຍລົງນາມຮ່ວມມື. ພາບ: VGP/ຫງອກຮັນ |
ເສີມຂະຫຍາຍຂໍ້ໄດ້ປຽບ, ເພີ່ມທະວີການເຊື່ອມຕໍ່, ຊຸກຍູ້ການທ່ອງທ່ຽວແບບມືອາຊີບ
ຕາມທັດສະນະຂອງ ທ່ານນາງ ຫງວຽນທິຮວາມາຍ, ຮອງຫົວໜ້າກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) ແລ້ວ, ເຂດທົ່ງພຽງແມ່ນ້ຳຂອງ ມີຂໍ້ໄດ້ປຽບທີ່ໂດດເດັ່ນ ດ້ວຍຕາໜ່າງແມ່ນ້ຳລຳເຊທີ່ໜາແໜ້ນ, ລະບົບເຂດສະຫງວນຊີວະນາໆພັນ, ອຸທະຍານແຫ່ງຊາດ ພ້ອມກັບຄວາມຫຼາກຫຼາຍທາງດ້ານວັດທະນະທຳ, ຊົນເຜົ່າ, ສາສະໜາ ແລະ ເທສະການມູນເຊື້ອ. ນີ້ແມ່ນບັນດາປັດໄຈສຳຄັນທີ່ສ້າງແຮງດຶງດູດສະເພາະໃຫ້ແກ່ການທ່ອງທ່ຽວທ້ອງຖິ່ນ, ພ້ອມທັງວາງອອກຄວາມຮຽກຮ້ອງຕ້ອງການໃນການແກ້ໄຂບັນດາຂໍ້ຄົງຄ້າງ ແລະ ສິ່ງກີດຂວາງ ເພື່ອພັດທະນາບັນດາຮູບແບບການທ່ອງທ່ຽວທີ່ເປັນເອກະລັກຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນການທ່ອງທ່ຽວທາງນ້ຳ ແລະ ຕະຫຼາດນ້ຳ.
ປະຈຸບັນ, ເຂດທົ່ງພຽງແມ່ນ້ຳຂອງ ແມ່ນໜຶ່ງໃນເຈັດເຂດທ່ອງທ່ຽວຈຸດສຸມຂອງທົ່ວປະເທດ, ເຊິ່ງຄອບຄອງລະບົບນິເວດການທ່ອງທ່ຽວທີ່ອຸດົມສົມບູນ ພ້ອມກັບເອກະລັກວັດທະນະທຳທີ່ໂດດເດັ່ນ. ນອກຈາກນັ້ນ, ການເຊື່ອມໂຍງພາກສ່ວນ ກໍ່ພວມໄດ້ຮັບການຊຸກຍູ້ຢ່າງແຂງແຮງ ຜ່ານບັນດາແຜນງານການຮ່ວມມືຕົວຈິງ ລະຫວ່າງບັນດາທ້ອງຖິ່ນໃນເຂດ ກັບບັນດາສູນກາງການທ່ອງທ່ຽວໃຫຍ່ ເຊັ່ນ: ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ.
“ການເຊື່ອມໂຍງເຂດທົ່ງພຽງແມ່ນ້ຳຂອງ ຈຳເປັນຕ້ອງດຳເນີນໄປຢ່າງແທ້ຈິງ ໂດຍອີງໃສ່ແຜນການເຄື່ອນໄຫວທີ່ລະອຽດ, ມີຕົວເລກການເຕີບໂຕທີ່ຈະແຈ້ງພາຍຫຼັງການເຊື່ອມໂຍງ ແລະ ມີຫົວໜ່ວຍນຳພາ, ແນໃສ່ເຮັດໃຫ້ນັກທ່ອງທ່ຽວພັກເຊົາໄດ້ດົນຂຶ້ນ ດ້ວຍການເຊື່ອມຕໍ່ທົວ (Tour) ແລະ ເສັ້ນທາງທ່ອງທ່ຽວລະຫວ່າງບັນດາແຂວງ.
ຍິ່ງໄປກວ່ານັ້ນ, ໃນສະພາບການແຂ່ງຂັນຢ່າງຂຸ້ນຂ້ຽວ ກັບບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້, ເຂດທົ່ງພຽງແມ່ນ້ຳຂອງ ຈຳເປັນຕ້ອງສຶກສາຄົ້ນຄວ້າຢ່າງລະອຽດກ່ຽວກັບພາກສ່ວນຕະຫຼາດ, ກຳນົດເປົ້າໝາຍໃຫ້ຈະແຈ້ງວ່າ ຮອດປີ 2030 ຈະເພີ່ມຈຳນວນນັກທ່ອງທ່ຽວສາກົນຂຶ້ນເທົ່າໃດ ແລະ ມາຈາກຕະຫຼາດໃດ ເພື່ອໃຫ້ມີແຜນງານຊຸກຍູ້ໂຄສະນາທີ່ຖືກຈຸດ ແລະ ຖືກເປົ້າໝາຍ”, ທ່ານນາງ ຫງວຽນທິຮວາມາຍ ເນັ້ນໜັກ.
ກ່າວຄຳເຫັນໃນກອງປະຊຸມ, ທ່ານ ຫວູເຖບິ່ງ, ປະທານສະມາຄົມການທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ: ໃນຫຼາຍປີຜ່ານມາ, ເຂດທົ່ງພຽງແມ່ນ້ຳຂອງ ຍາມໃດກໍ່ແມ່ນໜຶ່ງໃນບັນດາເຂດທີ່ຂຸ້ນຂ້ຽວ, ຕັ້ງໜ້າຜັນຂະຫຍາຍບັນດາເຄື່ອນໄຫວຊຸກຍູ້ການທ່ອງທ່ຽວ ຢູ່ບັນດາຕະຫຼາດຈຸດສຸມ, ໃນນັ້ນມີນະຄອນຫຼວງຮ່າໂນ້ຍ. ບໍ່ພຽງແຕ່ໂດດເດັ່ນດ້ວຍຜະລິດຕະພັນການທ່ອງທ່ຽວທາງນ້ຳ ແລະ ອາຊີບສວນເທົ່ານັ້ນ, ເຂດທົ່ງພຽງແມ່ນ້ຳຂອງ ຍັງມີພື້ນຖານວັດທະນະທຳທີ່ຫຼາກຫຼາຍ ຂອງບັນດາປະຊາຄົມຊົນເຜົ່າ, ສ້າງເປັນສະເໜ່ສະເພາະໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
ໃນຂອບເຂດງານຕະຫຼາດນັດການທ່ອງທ່ຽວສາກົນ ຫວຽດນາມ (VITM) 2026, ການຈັດກອງປະຊຸມຊຸກຍູ້ຄັ້ງນີ້ ໄດ້ຮັບການຕີລາຄາວ່າແມ່ນທັນການ, ປະກອບສ່ວນໂຄສະນາພາບພົດການທ່ອງທ່ຽວພາກຕາເວັນຕົກສ່ຽງໃຕ້ ສູ່ນັກທ່ອງທ່ຽວນະຄອນຫຼວງ ແລະ ເຂດພາກເໜືອ, ພ້ອມທັງຢືນຢັນບົດບາດຂອງການທ່ອງທ່ຽວເຂດ ໃນພາບລວມແຫ່ງການພັດທະນາການທ່ອງທ່ຽວແຫ່ງຊາດ.
ທ່ານ ຫວູເຖບິ່ງ ສະແດງຄວາມຄາດຫວັງວ່າ ບັນດາວິສາຫະກິດທ່ອງທ່ຽວໃນເຂດ ຈະຍາດແຍ່ງເອົາໂອກາດນີ້ ເພື່ອຂະຫຍາຍການຮ່ວມມື, ລົງນາມໃນຫຼາຍຂໍ້ຕົກລົງ ແລະ ແນະນຳບັນດາຜະລິດຕະພັນໃໝ່ ສູ່ຕະຫຼາດພາກເໜືອ.
ສິ່ງທີ່ໜ້າສົນໃຈແມ່ນ, ການເຄື່ອນໄຫວຊຸກຍູ້ການທ່ອງທ່ຽວຂອງເຂດທົ່ງພຽງແມ່ນ້ຳຂອງ ນັບມື້ນັບມີຄວາມເປັນມືອາຊີບ, ຫັນປ່ຽນຈາກວິທີເຂົ້າຫາແບບ “ໂຄສະນາສິ່ງທີ່ມີຢູ່ແລ້ວ” ໄປສູ່ “ການຕອບສະໜອງຄວາມຕ້ອງການຕົວຈິງຂອງຕະຫຼາດ”. ດ້ວຍຂໍ້ໄດ້ປຽບດ້ານລະບົບນິເວດ, ວັດທະນະທຳ ແລະ ເອກະລັກທາງນ້ຳ, ຂົງເຂດນີ້ໄດ້ຮັບການຕີລາຄາວ່າ ມີຫຼາຍເງື່ອນໄຂທີ່ສະດວກ ເພື່ອພັດທະນາບັນດາຜະລິດຕະພັນການທ່ອງທ່ຽວແບບຍືນຍົງ.
ໃນກອງປະຊຸມ, ຍັງໄດ້ມີພິທີລົງນາມຮ່ວມມື ລະຫວ່າງບັນດາຫົວໜ່ວຍ ເພື່ອເພີ່ມທະວີການເຊື່ອມຕໍ່, ສ້າງເປັນທົວ (Tour) ເສັ້ນທາງທ່ອງທ່ຽວລະຫວ່າງພາກສ່ວນ, ປະກອບສ່ວນເຮັດໃຫ້ການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ ກາຍເປັນຈຸດໝາຍປາຍທາງທີ່ພົ້ນເດັ່ນ ຢູ່ເທິງແຜນທີ່ການທ່ອງທ່ຽວ.
| ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເດີນທາງໄປຮອດ ໂຣມ, ເລີ່ມຕົ້ນການຢ້ຽມຢາມ ສ.ອີຕາລີ ຢ່າງເປັນທາງການ ນີ້ກໍ່ແມ່ນໂອກາດເພື່ອໃຫ້ 2 ຝ່າຍກວດກາ ແລະ ກຳນົດທິດສ້າງຂອບນິຕິກຳໃຫ້ສົມບູນແບບ, ສ້າງພື້ນຖານທີ່ສະດວກໃຫ້ແກ່ການເປີດກວ້າງການຮ່ວມມື 2 ຝ່າຍ, ຍົກລະດັບການພົວພັນໃນໄລຍະຈະມາເຖິງ. |
| ທ່ານ ເຈິ່ນເກິມຕູ ສິ້ນສຸດການຢ້ຽມຢາມທາງການ ລາວ ແລະ ກຳປູເຈຍ ຢ່າງຈົບງາມ ໃນ 2 ມື້ເຮັດວຽກ, ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມີ 20 ລາຍການເຄື່ອນໄຫວຢູ່ ລາວ ແລະ ກຳປູເຈຍ. |

