13:14 | 12/04/2026

“ເຊື່ອມໂຍງມໍລະດົກ, ແຜ່ຂະຫຍາຍເອກະລັກ” – ສ້າງຜະລິດຕະພັນການທ່ອງທ່ຽວແບບເຊື່ອມໂຍງລະຫວ່າງພາກສ່ວນ

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງ
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເດີນທາງໄປຮອດ ໂຣມ, ເລີ່ມຕົ້ນການຢ້ຽມຢາມ ສ.ອີຕາລີ ຢ່າງເປັນທາງການ
“ເຊື່ອມໂຍງມໍລະດົກ, ແຜ່ຂະຫຍາຍເອກະລັກ” – ສ້າງຜະລິດຕະພັນການທ່ອງທ່ຽວແບບເຊື່ອມໂຍງລະຫວ່າງພາກສ່ວນ
ຄວາມຄາດຫວັງຂອງ 3 ທ້ອງຖິ່ນ ແມ່ນເພື່ອດຶງດູດນັກທ່ອງທ່ຽວມາທ່ຽວຊົມ; ສ້າງພາບພົດການທ່ອງທ່ຽວຂອງ 3 ທ້ອງຖິ່ນ ຜ່ານການເຊື່ອມໂຍງໃຫ້ກາຍເປັນເສັ້ນທາງດຽວ ທີ່ມີຫຼາຍປະສົບການທີ່ໜ້າສົນໃຈ. ພາບ: VGP

ໃນຂອບເຂດ ງານຕະຫຼາດນັດການທ່ອງທ່ຽວສາກົນ VITM 2026 (ຈັດຂຶ້ນແຕ່ວັນທີ 9/4/2026 - 12/4/2026), ພະແນກທ່ອງທ່ຽວ ແຂວງນິງບິ່ງ ໄດ້ສົມທົບກັບ ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງກ່າເມົາ ແລະ ແຂວງຮຶງອຽນ ຮ່ວມກັນຈັດກອງປະຊຸມຊຸກຍູ້, ໂຄສະນາການທ່ອງທ່ຽວ ພາຍໃຕ້ຫົວຂໍ້ "ຮຶງອຽນ - ນິງບິ່ງ - ກ່າເມົາ: ເຊື່ອມໂຍງມໍລະດົກ, ແຜ່ຂະຫຍາຍເອກະລັກ" ເພື່ອແນະນຳທ່າແຮງ, ຈຸດເດັ່ນ, ພາບພົດຈຸດໝາຍປາຍທາງ, ບັນດາຜະລິດຕະພັນການທ່ອງທ່ຽວທີ່ເປັນເອກະລັກ, ການບໍລິການໃໝ່ ແລະ ບັນດາງານກິດຈະກຳການທ່ອງທ່ຽວທີ່ພົ້ນເດັ່ນ ຂອງບັນດາທ້ອງຖິ່ນ. ຜ່ານກອງປະຊຸມນີ້, ບັນດາທ້ອງຖິ່ນ ມີຄວາມມຸ່ງມາດປາດຖະໜາທີ່ຈະເພີ່ມທະວີການຮ່ວມມື, ເຊື່ອມໂຍງໂຄສະນາການທ່ອງທ່ຽວ, ສ້າງລາຍການທ່ອງທ່ຽວ (Tour) ເສັ້ນທາງໃໝ່, ຂະຫຍາຍຕະຫຼາດນັກທ່ອງທ່ຽວ ແລະ ສ້າງໂອກາດໃຫ້ບັນດາວິສາຫະກິດທ່ອງທ່ຽວໄດ້ພົບປະ, ເຊື່ອມຕໍ່ກັບບັນດາຄູ່ຮ່ວມມືໃນທົ່ວປະເທດ, ປະກອບສ່ວນຊຸກຍູ້ການພັດທະນາການທ່ອງທ່ຽວແບບຍືນຍົງ.

ຫົວຂໍ້ “ທ່ອງທ່ຽວຮຶງອຽນ - ສະເໜ່ແຫ່ງຈິດວິນຍານຫວຽດ”, “ນິງບິ່ງ - ຄວາມງາມອັນລ້ຳເລີດແຫ່ງດິນແດນນະຄອນຫຼວງເກົ່າ”, “ທ່ອງທ່ຽວກ່າເມົາ - ສູນລວມເອກະລັກວັດທະນະທຳພາກໃຕ້” ແມ່ນສານທີ່ 3 ແຂວງ ຢາກສົ່ງເຖິງນັກທ່ອງທ່ຽວ.

ໃນຊຸມປີຜ່ານມາ, ການເຄື່ອນໄຫວເຊື່ອມໂຍງພັດທະນາການທ່ອງທ່ຽວ ລະຫວ່າງ 3 ທ້ອງຖິ່ນ ຮຶງອຽນ - ນິງບິ່ງ - ກ່າເມົາ ນັບມື້ນັບໄດ້ຮັບຄວາມເອົາໃຈໃສ່, ໂດຍສະເພາະແມ່ນການສົມທົບກັນໃນວຽກງານໂຄສະນາບັນດາຜະລິດຕະພັນການທ່ອງທ່ຽວທີ່ເປັນເອກະລັກ ກໍ່ຄືຜະລິດຕະພັນໃໝ່ ຜ່ານຫຼາຍກິດຈະກຳຕົວຈິງ ເຊັ່ນ: ຮ່ວມກັນຈັດຕັ້ງບັນດາແຜນງານຊຸກຍູ້, ໂຄສະນາການທ່ອງທ່ຽວ; ຕ້ອນຮັບຄະນະສຳຫຼວດ (Famtrip), ຄະນະສື່ມວນຊົນ (Presstrip) ມາສຶກສາ ແລະ ເຊື່ອມຕໍ່ຜະລິດຕະພັນການທ່ອງທ່ຽວ...

ຄວາມຄາດຫວັງຂອງ 3 ທ້ອງຖິ່ນ ແມ່ນເພື່ອດຶງດູດນັກທ່ອງທ່ຽວມາທ່ຽວຊົມ; ສ້າງພາບພົດການທ່ອງທ່ຽວຂອງ 3 ທ້ອງຖິ່ນ ຜ່ານການເຊື່ອມໂຍງໃຫ້ກາຍເປັນເສັ້ນທາງດຽວ ທີ່ມີຫຼາຍປະສົບການທີ່ໜ້າສົນໃຈ; ຍູ້ແຮງການເຄື່ອນໄຫວຮ່ວມມື, ເຊື່ອມໂຍງໂຄສະນາ, ກໍ່ສ້າງ ແລະ ກຳນົດທິດທາງຕະຫຼາດ, ແນະນຳແຜນງານກະຕຸ້ນການທ່ອງທ່ຽວ ປີ 2026; ພ້ອມດຽວກັນນັ້ນ ກໍ່ສ້າງໂອກາດໃຫ້ວິສາຫະກິດທ່ອງທ່ຽວຂອງ 3 ທ້ອງຖິ່ນ ໄດ້ພົບປະກັນບັນດາຄູ່ຮ່ວມມືທັງພາຍໃນ ແລະ ສາກົນ. ປະກອບສ່ວນສ້າງຜະລິດຕະພັນການທ່ອງທ່ຽວລະຫວ່າງແຂວງທີ່ດຶງດູດໃຈ, ຍົກສູງຄຸນນະພາບການບໍລິການ, ເພີ່ມທະວີການເຊື່ອມໂຍງເສັ້ນທາງທ່ອງທ່ຽວ; ຈາກນັ້ນກໍ່ຊຸກຍູ້ການພັດທະນາການທ່ອງທ່ຽວແບບຍືນຍົງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ຂອງແຕ່ລະທ້ອງຖິ່ນ.

ທ່ານ ຟ້າມຢຸຍຟອງ, ຮອງພະແນກທ່ອງທ່ຽວ ແຂວງນິງບິ່ງ ໃຫ້ຮູ້ວ່າ: 3 ແຂວງ ຮຶງອຽນ, ນິງບິ່ງ ແລະ ກ່າເມົາ ລ້ວນແຕ່ມີແຫຼ່ງຊັບພະຍາກອນທີ່ອຸດົມສົມບູນ, ຫຼາກຫຼາຍ ແລະ ລວມມີຫຼາຍຮູບແບບການທ່ອງທ່ຽວທີ່ໂດດເດັ່ນ. ບັນດາທ້ອງຖິ່ນມີລະບົບປູຊະນີຍະສະຖານປະຫວັດສາດວັດທະນະທຳທີ່ມີຄຸນຄ່າ, ມີສະຖານທີ່ທ່ອງທ່ຽວທຳມະຊາດທີ່ມີຊື່ສຽງຫຼາຍແຫ່ງ, ທິວທັດທຳມະຊາດທີ່ສວຍງາມ ພ້ອມກັບຜູ້ຄົນທີ່ເປັນມິດ ແລະ ເປີດກວ້າງຕ້ອນຮັບແຂກ, ສ້າງເປັນຈຸດໝາຍປາຍທາງທີ່ປອດໄພ ແລະ ດຶງດູດໃຈສຳລັບນັກທ່ອງທ່ຽວທັງພາຍໃນ ແລະ ສາກົນ.

ນິງບິ່ງ ແມ່ນດິນແດນແຫ່ງວີລະບຸລຸດ ແລະ ຜູ້ມີປັດຊະຍາ, ເປັນບ່ອນລວມຕົວຂອງບັນດາຄຸນຄ່າທີ່ພົ້ນເດັ່ນ ກ່ຽວກັບມໍລະດົກວັດທະນະທຳ ແລະ ທຳມະຊາດ, ໂດຍສະເພາະແມ່ນ ໝູ່ປູຊະນີຍະສະຖານ ແລະ ທັດສະນີຍະພາບ ຈ່າງອານ ທີ່ໄດ້ຮັບການຈົດທະບຽນຈາກ UNESCO ເປັນມໍລະດົກວັດທະນະທຳ ແລະ ທຳມະຊາດຂອງໂລກ. ໃນຂະນະດຽວກັນ, ກ່າເມົາ ເຊິ່ງເປັນດິນແດນປາຍແຫຼມທາງພາກໃຕ້ສຸດຂອງປະເທດຊາດ, ໂດດເດັ່ນດ້ວຍລະບົບນິເວດປ່າໄມ້ ແລະ ທະເລທີ່ເປັນເອກະລັກ, ມີທ່າແຮງອັນໃຫຍ່ຫຼວງໃນການພັດທະນາການທ່ອງທ່ຽວແບບອະນຸລັກ. ສ່ວນ ຮຶງອຽນ ແມ່ນດິນແດນທີ່ອຸດົມສົມບູນດ້ວຍມູນເຊື້ອວັດທະນະທຳ, ພົ້ນເດັ່ນດ້ວຍລະບົບໝູ່ບ້ານອາຊີບ ແລະ ມໍລະດົກວັດທະນະທຳທີ່ເປັນເອກະລັກ. ທັງ 3 ທ້ອງຖິ່ນ ຕາງໜ້າໃຫ້ແກ່ຂົງເຂດວັດທະນະທຳທີ່ແຕກຕ່າງກັນຂອງປະເທດ, ເມື່ອໄດ້ຮັບການເຊື່ອມຕໍ່ກັນ ຈະສ້າງເປັນເສັ້ນທາງທ່ອງທ່ຽວລະຫວ່າງພາກສ່ວນທີ່ອຸດົມສົມບູນ, ຫຼາກຫຼາຍປະສົບການ ແລະ ເຕັມໄປດ້ວຍທ່າແຮງແຫ່ງການພັດທະນາ.

ຊຸມປີຜ່ານມາ, ພາຍໃຕ້ຄວາມເອົາໃຈໃສ່ຊີ້ນຳນຳພາຂອງລັດຖະບານ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ພ້ອມກັບການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາທ້ອງຖິ່ນ, ການເຄື່ອນໄຫວເຊື່ອມໂຍງພັດທະນາການທ່ອງທ່ຽວ ລະຫວ່າງ ນິງບິ່ງ, ຮຶງອຽນ ແລະ ກ່າເມົາ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນເປັນກ້າວໆມາ.

ື່ທ່ານນາງ ຫງວຽນທິຮວາມາຍ, ຮອງຫົວໜ້າກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ຖືວ່າ: ການເຊື່ອມໂຍງການທ່ອງທ່ຽວ ບໍ່ພຽງແຕ່ແມ່ນການເຊື່ອມໂຍງພາກສ່ວນ, ເຊື່ອມໂຍງກຸ່ມ ຫຼື ເຊື່ອມໂຍງຕາມຫົວໜ່ວຍການປົກຄອງເທົ່ານັ້ນ, ແຕ່ແມ່ນການເຊື່ອມໂຍງຜະລິດຕະພັນ. ນີ້ແມ່ນບາດກ້າວທີ່ຈຳເປັນ ເພື່ອຫັນປ່ຽນຈາກຈິນຕະນາການພັດທະນາການທ່ອງທ່ຽວແບບດ່ຽວ ໄປສູ່ການເຊື່ອມໂຍງຕາມຕ່ອງໂສ້ຄຸນຄ່າ ແລະ ລະບົບນິເວດ. ການເຊື່ອມໂຍງແມ່ນວິທີການຜັນຂະຫຍາຍຊັບພະຍາກອນໃຫ້ກາຍເປັນຜະລິດຕະພັນ, ຫັນຜະລິດຕະພັນໃຫ້ກາຍເປັນເຄື່ອງໝາຍການຄ້າ ແລະ ຫັນເຄື່ອງໝາຍການຄ້າໃຫ້ກາຍເປັນກຳລັງແຮງແຂ່ງຂັນຂອງຊາດ. ດັ່ງນັ້ນ, 3 ທ້ອງຖິ່ນ ຈຳເປັນຕ້ອງສ້າງແຜນການ, ແຜນງານເຄື່ອນໄຫວ ຫຼື ກະຕຸ້ນການຮ່ວມມື ດ້ວຍບັນດາຊຸດຜະລິດຕະພັນຮ່ວມກັນ, ມີເສັ້ນທາງປະສົບການທີ່ຈະແຈ້ງ, ລາຄາຂາຍທີ່ລະອຽດ ພ້ອມກັບການເຂົ້າຮ່ວມຢ່າງຕັ້ງໜ້າຂອງວິສາຫະກິດ.

ເພື່ອໃຫ້ການທ່ອງທ່ຽວຂອງ 3 ທ້ອງຖິ່ນ ສືບຕໍ່ຂະຫຍາຍຕົວ ແລະ ບັນລຸໄດ້ໝາກຜົນອັນດີງາມ, ກາຍເປັນເຂດທ່ອງທ່ຽວຈຸດສຸມຂອງທົ່ວປະເທດ, ທັງ 3 ແຂວງ ມີຄວາມມຸ່ງມາດປາດຖະໜາທີ່ຈະເຊື້ອເຊີນບັນດານັກລົງທຶນ, ວິສາຫະກິດທ່ອງທ່ຽວ ແລະ ນັກທ່ອງທ່ຽວ ມາທ່ຽວຊົມ, ສຶກສາຄົ້ນຄວ້າ ແລະ ລົງທຶນ, ກໍ່ຄືສ້າງບັນດາແຜນງານການທ່ອງທ່ຽວທີ່ເປັນເອກະລັກ ແລະ ດຶງດູດໃຈ.

ທ່ານ ເຈິ່ນເກິມຕູ ສິ້ນສຸດການຢ້ຽມຢາມທາງການ ລາວ ແລະ ກຳປູເຈຍ ຢ່າງຈົບງາມ ທ່ານ ເຈິ່ນເກິມຕູ ສິ້ນສຸດການຢ້ຽມຢາມທາງການ ລາວ ແລະ ກຳປູເຈຍ ຢ່າງຈົບງາມ

ໃນ 2 ມື້ເຮັດວຽກ, ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມີ 20 ລາຍການເຄື່ອນໄຫວຢູ່ ລາວ ແລະ ກຳປູເຈຍ.

ສະທ້ອນໃຫ້ເຫັນບັນດາຄຸນຄ່າຂອງງານບຸນ ຮ່ວາລື ຢ່າງມີຊີວິດຊີວາ ສະທ້ອນໃຫ້ເຫັນບັນດາຄຸນຄ່າຂອງງານບຸນ ຮ່ວາລື ຢ່າງມີຊີວິດຊີວາ

ຍສໝ - ໃນບໍ່ເທົ່າໃດມື້, ງາຍບຸນ ຮວ່າລື 2026 ຈະໄດ້ໄຂຂຶ້ນຢ່າງເປັນທາງການຢູ່ແຜ່ນດິນມໍລະດົກນະຄອນ ນິງບິງ.

Link: https://huunghivietlao.thoidai.com.vn/detail-article-21815.html

In bài biết