ທ່ານ ເຈິ່ນເກິ່ມຕູ໋, ຜູ້ປະຈຳການຄະນະເລຂາທິການ ພົບປະເຈລະຈາກັບ ທ່ານ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ປະຊາຊົນ ປະຕິວັດລາວ
| ຫວຽດນາມ ແລະ ລາວ ເພີ່ມທະວີການພົວພັນຍຸດທະສາດ | |
| ງານບຸນເຮັດຈາ - ຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າຜູ້ໄທໃນແຂວງເຊີນລາ |
![]() |
| ສະຫາຍ ວິໄລ ລັກຄຳຟອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ສະຫາຍ ເຈິ່ນເກິ່ມຕູ໋, ຜູ້ປະຈຳການຄະນະເລຂາທິການ ໃນພິທີຕ້ອນຮັບ - ພາບ: TTXVN |
ໃນການພົບປະເຈລະຈາ, ສະຫາຍ ເຈິ່ນເກິ່ມຕູ໋, ຜູ້ປະຈຳການຄະນະເລຂາທິການ ໄດ້ສົ່ງຄຳອວຍພອນອັນດີງາມທີ່ສຸດ ແລະ ຝາກຄຳຢ້ຽມຢາມຖາມຂ່າວອັນສະໜິດສະໜົມຮັກແພງຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕ ເລິມ ແລະ ບັນດາສະຫາຍຜູ້ນຳຂັ້ນສູງຂອງຫວຽດນາມ ມາຍັງສະຫາຍ ວິໄລ ລັກຄຳຟອງ, ບັນດາສະຫາຍຜູ້ນຳຂັ້ນສູງ ພ້ອມດ້ວຍພະນັກງານ, ສະມາຊິກພັກ ແລະ ປະຊາຊົນລາວອ້າຍນ້ອງທຸກທົ່ວໜ້າ ເນື່ອງໃນໂອກາດບຸນປີໃໝ່ປະເພນີ ບຸນປີໃໝ່ລາວ; ພ້ອມທັງສະແດງຄວາມຂອບໃຈຕໍ່ຝ່າຍລາວ ທີ່ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຢ່າງສົມກຽດ, ຈິງໃຈ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບຖານສະຫາຍອ້າຍນ້ອງ.
ສະຫາຍ ເຈິ່ນເກິ່ມຕູ໋ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດຊຶ້ງ ຕໍ່ບັນດາຜົນສຳເລັດອັນສຳຄັນ ທີ່ພັກ, ລັດ ແລະ ປະຊາຊົນລາວ ຍາດມາໄດ້ໃນໄລຍະຜ່ານມາ, ໂດຍສະເພາະແມ່ນການຈັດຕັ້ງສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ການເລືອກຕັ້ງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ຊຸດທີ V, ກໍ່ຄືການບູລະນະກົງຈັກການນຳຂອງພັກ ແລະ ລັດລາວ ໃນສົກອາຍຸໃໝ່ໃຫ້ສົມບູນ.
ສະຫາຍ ໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ, ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ, ໂດຍມີສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ເປັນຜູ້ນຳໜ້ານັ້ນ, ພັກ ແລະ ລັດລາວ ຈະຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ໃຫ້ປາກົດຜົນເປັນຈິງ, ສືບຕໍ່ພັດທະນາຕາມທິດທາງສັນຕິພາບ, ເອກະລາດ, ເປັນເຈົ້າຕົນເອງ, ຮັ່ງມີເຂັ້ມແຂງ ແລະ ຍົກສູງບົດບາດອິດທິພົນໃນພາກພື້ນ ແລະ ສາກົນ ຢ່າງບໍ່ຢຸດຢັ້ງ.
![]() |
| ສະຫາຍ ເຈິ່ນເກິ່ມຕູ໋, ຜູ້ປະຈຳການຄະນະເລຂາທິການ ກ່າວຄຳເຫັນໃນການພົບປະເຈລະຈາກັບ ສະຫາຍ ວິໄລ ລັກຄຳຟອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ປະຊາຊົນ ປະຕິວັດລາວ - ພາບ: VNA |
ສະຫາຍ ຜູ້ປະຈຳການຄະນະເລຂາທິການ ໄດ້ຢືນຢັນເຖິງແນວທາງສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດຫວຽດນາມ ທີ່ຍາມໃດກໍ່ໃຫ້ຄວາມສຳຄັນ ແລະ ບຸລິມະສິດອັນດັບໜຶ່ງ ໃນການເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການຮ່ວມສຳພັນຍຸດທະສາດ ຫວຽດນາມ - ລາວ. ສະຫາຍ ຜູ້ປະຈຳການຄະນະເລຂາທິການ ຍັງໄດ້ເນັ້ນໜັກວ່າ ນີ້ແມ່ນຊັບສົມບັດອັນລ້ຳຄ່າຂອງສອງຊາດ, ແມ່ນກົດເກນພາວະວິໄສ, ແມ່ນແຫຼ່ງພະລັງແຮງອັນມະຫາສານ ເພື່ອຮັບປະກັນໃຫ້ແກ່ການພັດທະນາຢ່າງຍືນຍົງຂອງແຕ່ລະປະເທດ, ແລະ ແມ່ນປັດໄຈສຳຄັນທີ່ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ.
ສະຫາຍ ວິໄລ ລັກຄຳຟອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການທີ່ ສະຫາຍ ເຈິ່ນເກິ່ມຕູ໋ ໄດ້ເລືອກເອົາ ສປປ ລາວ ເປັນປະເທດທຳອິດໃນການຢ້ຽມຢາມ ໃນຖານະເປັນຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIV, ໃນທ່າມກາງບັນຍາກາດທີ່ສອງປະເທດ ຫາກໍ່ຈັດຕັ້ງສຳເລັດກອງປະຊຸມໃຫຍ່ຂອງພັກໃນແຕ່ລະປະເທດ, ການເລືອກຕັ້ງສະພາແຫ່ງຊາດ, ການປັບປຸງບູລະນະບັນດາຕຳແໜ່ງການນຳ ແລະ ໃນຂະນະທີ່ ສປປ ລາວ ພວມກະກຽມສະເຫຼີມສະຫຼອງບຸນປີໃໝ່ປະເພນີ. ນີ້ຄືຂໍ້ພິສູດອັນມີຊີວິດຊີວາໃຫ້ແກ່ຄວາມສາມັກຄີພິເສດທີ່ຫາໄດ້ຍາກ ແລະ ການຢ້ຽມຢາມຄັ້ງນີ້ ຈະແມ່ນກຳລັງດັນທີ່ສຳຄັນ, ປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນລະຫວ່າງສອງປະເທດ.
ສະຫາຍ ວິໄລ ລັກຄຳຟອງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນຍິ່ງໃຫຍ່, ຈິງໃຈ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບອັນສະໜິດສະໜົມ ເຊິ່ງພັກ, ລັດ ແລະ ປະຊາຊົນຫວຽດນາມ ໄດ້ມອບໃຫ້ແກ່ລາວຕະຫຼອດໄລຍະຜ່ານມາ; ພ້ອມທັງຢືນຢັນວ່າ ພັກ ແລະ ລັດລາວ ຍາມໃດກໍ່ໃຫ້ຄວາມສຳຄັນ ແລະ ບຸລິມະສິດໃນການພັດທະນາສາຍພົວພັນພິເສດກັບຫວຽດນາມ, ໂດຍຖືວ່ານີ້ແມ່ນໜຶ່ງໃນໜ້າທີ່ຍຸດທະສາດແຖວໜ້າ ໃນນະໂຍບາຍຕ່າງປະເທດຂອງຕົນ.
![]() |
| ສະຫາຍ ວິໄລ ລັກຄຳຟອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ປະຊາຊົນ ປະຕິວັດລາວ ກ່າວຄຳເຫັນໃນການພົບປະເຈລະຈາ - ພາບ: VNA |
ນໂອກາດນີ້, ສະຫາຍ ວິໄລ ລັກຄຳຟອງ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນສຳເລັດອັນສຳຄັນທີ່ຫວຽດນາມຍາດມາໄດ້, ໂດຍສະເພາະແມ່ນການຈັດຕັ້ງສຳເລັດບັນດາເຫດການການເມືອງໃຫຍ່, ການປັບປຸງບູລະນະກົງຈັກການນຳ ແລະ ການສືບຕໍ່ຮັກສາສະຖຽນລະພາບ, ການພັດທະນາເສດຖະກິດ-ສັງຄົມ.
ສະຫາຍ ຜູ້ປະຈຳການຄະນະເລຂາທິການທັງສອງຝ່າຍ ໄດ້ແລກປ່ຽນຄຳຄິດຄຳເຫັນຢ່າງກວ້າງຂວາງ ແລະ ເລິກເຊິ່ງ ກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ; ແຈ້ງໃຫ້ກັນຊາບກ່ຽວກັບໝາກຜົນພາຍຫຼັງການເລືອກຕັ້ງສະພາແຫ່ງຊາດ, ສະພາບການຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມໃຫຍ່ຂອງແຕ່ລະຝ່າຍ, ໃນນັ້ນຝ່າຍຫວຽດນາມໄດ້ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ການຍົກສູງສັກສິດ ແລະ ປະສິດທິຜົນໃນການນຳພາ, ການຄຸ້ມຄອງລັດ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຮັບປະກັນສະຖຽນລະພາບທາງດ້ານການເມືອງ ແລະ ສະຫວັດດີການສັງຄົມ. ສອງຝ່າຍຍັງໄດ້ແລກປ່ຽນບົດຮຽນອັນລ້ຳຄ່າຫຼາຍປະການໃນວຽກງານກໍ່ສ້າງ, ປັບປຸງພັກ, ການຕ້ານການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້, ການຍົກສູງຂີດຄວາມສາມາດໃນການນຳພາ ແລະ ພະລັງແຮງສູ້ຮົບຂອງການຈັດຕັ້ງພັກ, ປະກອບສ່ວນເຂົ້າໃນການເສີມສ້າງຄວາມເຊື່ອໝັ້ນຂອງປະຊາຊົນ.
ກ່ຽວກັບສາຍພົວພັນສອງຝ່າຍ, ສອງຝ່າຍໄດ້ຕີລາຄາສູງຕໍ່ບັນດາບາດກ້າວຂະຫຍາຍຕົວໃນທາງບວກ ແລະ ຮອບດ້ານຂອງສາຍພົວພັນ ຫວຽດນາມ - ລາວ ໃນໄລຍະຜ່ານມາ, ໂດຍສະເພາະແມ່ນຄວາມເຊື່ອໝັ້ນທາງດ້ານການເມືອງທີ່ເພີ່ມຂຶ້ນ, ປະສິດທິຜົນການຮ່ວມມືໃນຂົງເຂດຕ່າງໆໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ໂດຍສະເພາະແມ່ນພາຍຫຼັງບັນດາການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຜູ້ນຳຫຼັກແຫຼ່ງສອງປະເທດ ແລະ ການພົບປະລະຫວ່າງສອງພັກ ຫວຽດນາມ - ລາວ, ກຳປູເຈຍ - ລາວ - ຫວຽດນາມ.
ສອງຝ່າຍໄດ້ເນັ້ນໜັກເຖິງການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ກົນໄກການຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ, ພ້ອມທັງເປັນເອກະພາບຕໍ່ບາງມາດຕະການທີ່ສຳຄັນເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສອງພັກ, ສືບຕໍ່ຜັນຂະຫຍາຍບັນດາກົນໄກການຮ່ວມມືລະຫວ່າງສອງພັກ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານຍຸດທະສາດ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ໂດຍສະເພາະແມ່ນຂັ້ນສູງ; ຊຸກຍູ້ການຮ່ວມມືລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ; ຍົກສູງຄຸນນະພາບການປະສານສົມທົບໃນການຄົ້ນຄວ້າທິດສະດີ, ສະຫຼຸບພຶດຕິກຳຕົວຈິງ, ການກໍ່ສ້າງ ແລະ ບຳລຸງພະນັກງານ. ສອງຝ່າຍຍັງໄດ້ຕົກລົງເຫັນດີເພີ່ມທະvີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເພີ່ມທະວີການປະສານສົມທົບໃນການຕ້ານອາດຊະຍາກຳຂ້າມຊາດ, ໃນນັ້ນມີອາດຊະຍາກຳຢາເສບຕິດ ແລະ ອາດຊະຍາກຳເຕັກໂນໂລຊີສູງ.
ສອງຝ່າຍໄດ້ເນັ້ນໜັກເປັນພິເສດເຖິງຄວາມຕ້ອງການທີ່ຈະເຮັດໃຫ້ເນື້ອໃນ “ການຮ່ວມສຳພັນຍຸດທະສາດ” ໃນສາຍພົວພັນ ຫວຽດນາມ - ລາວ ເລິກເຊິ່ງກວ່າເກົ່າ, ຮັບປະກັນຄວາມສະໜິດແໜ້ນ, ມີປະສິດທິຜົນ ແລະ ແທດຕົວຈິງກວ່າເກົ່າ ໃນທຸກຂົງເຂດການຮ່ວມມື, ໃຫ້ສອດຄ່ອງກັບຄວາມຕ້ອງການພັດທະນາຂອງແຕ່ລະປະເທດໃນໄລຍະໃໝ່. ໃນນັ້ນ, ຕ້ອງເອົາໃຈໃສ່ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ; ຊຸກຍູ້ການເຊື່ອມຕໍ່ໂຄງລ່າງພື້ນຖານ, ການຄົມມະນາຄົມ; ເພີ່ມທະວີການຮ່ວມມືໃນຂົງເຂດການສຶກສາ-ກໍ່ສ້າງ, ໂດຍສະເພາະແມ່ນການກໍ່ສ້າງພະນັກງານຂັ້ນຍຸດທະສາດ, ວິທະຍາສາດ-ເຕັກໂນໂລຊີ, ວັດທະນະທຳ, ການທ່ອງທ່ຽວ; ພ້ອມທັງປະສານສົມທົບຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
![]() |
| ສອງຝ່າຍໄດ້ເນັ້ນໜັກເປັນພິເສດເຖິງຄວາມຕ້ອງການທີ່ຈະເຮັດໃຫ້ເນື້ອໃນ “ການຮ່ວມສຳພັນຍຸດທະສາດ” ໃນສາຍພົວພັນ ຫວຽດນາມ - ລາວ ເລິກເຊິ່ງກວ່າເກົ່າ - ພາບ: VNA |
ສອງຝ່າຍຍັງໄດ້ເປັນເອກະພາບສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນໃນວຽກງານໂຄສະນາ, ສຶກສາອົບຮົມມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ໂດຍສະເພາະແມ່ນໄວໜຸ່ມ; ຖືວ່ານີ້ແມ່ນໜ້າທີ່ທີ່ມີຄວາມໝາຍຍຸດທະສາດ, ຍາວນານ ເພື່ອແນໃສ່ປົກປັກຮັກສາ ແລະ ເສີມຂະຫຍາຍຊັບສົມບັດລວມອັນລ້ຳຄ່າຂອງສອງຊາດ.
ໃນໂອກາດນີ້, ສອງຝ່າຍໄດ້ຕົກລົງເຫັນດີປະສານສົມທົບກັນເພື່ອກະກຽມໃຫ້ແກ່ບັນດາກິດຈະກຳສະເຫຼີມສະຫຼອງທີ່ສຳຄັນໃນປີ 2027, ລວມມີ: ວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ລາວ ຄົບຮອບ 65 ປີ (1962-2027) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 50 ປີ (1977-2027). ນີ້ຈະແມ່ນໂອກາດເພື່ອໃຫ້ສອງປະເທດຮ່ວມກັນທົບທວນຄືນເສັ້ນທາງແຫ່ງການຮ່ວມມື, ສືບຕໍ່ຢືນຢັນຄວາມມຸ່ງໝັ້ນທາງດ້ານການເມືອງໃນການເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນພິເສດ ຫວຽດນາມ - ລາວ ໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ຍືນຍົງ.
ໃນໂອກາດດຽວກັນ, ສອງຝ່າຍຍັງໄດ້ແລກປ່ຽນກ່ຽວກັບສະພາບການສາກົນ ແລະ ພາກພື້ນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ, ເຫັນດີເພີ່ມທະວີການແບ່ງປັນ, ແລກປ່ຽນຂໍ້ມູນຂ່າວສານ, ຕີລາຄາສະພາບການ, ປະສານສົມທົບໃນບັນດາບັນຫາລະດັບໂລກ, ປະສານສົມທົບໃນເວທີປາໄສພາກພື້ນ ແລະ ສາກົນ, ເພີ່ມທະວີການຮ່ວມມືແມ່ນ້ຳຂອງ.
ສະຫາຍ ຜູ້ປະຈຳການຄະນະເລຂາທິການທັງສອງຝ່າຍ ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍຄວາມມຸ່ງໝັ້ນອັນສູງສົ່ງຂອງສອງພັກ, ສອງລັດ ແລະ ຄວາມເປັນອັນໜຶ່ງອັນດຽວກັນຂອງປະຊາຊົນສອງປະເທດ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການຮ່ວມສຳພັນຍຸດທະສາດ ຫວຽດນາມ - ລາວ ຈະສືບຕໍ່ຂະຫຍາຍຕົວຢ່າງແຂງແຮງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.
ໃນຕອນເຊົ້າຂອງວັນທີ 9 ເມສາ ເຊັ່ນດຽວກັນ, ທີ່ສຳນັກງານຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ນະຄອນຫຼວງວຽງຈັນ, ສະຫາຍ ສະຫາຍ ເຈິ່ນເກິ່ມຕູ໋, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ ແລະ ສະຫາຍ ວິໄລ ລັກຄຳຟອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ຮ່ວມກັນເປັນສັກຂີພິຍານໃນພິທີມອບ-ຮັບບັນດາເອກະສານການຮ່ວມມື ເພື່ອແນໃສ່ສືບຕໍ່ຮັດແໜ້ນສາຍພົວພັນການຮ່ວມມືລະຫວ່າງບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດ.
ຮ່ວມເປັນສັກຂີພິຍານໃນພິທີມອບ-ຮັບບັນດາເອກະສານການຮ່ວມມື ຍັງມີຄະນະຜູ້ແທນຂັ້ນສູງຂອງສອງປະເທດ ຫວຽດນາມ ແລະ ລາວ.
ບັນດາເອກະສານການຮ່ວມມືລວມມີ: ໂຄງການຮ່ວມມືວຽກງານເອກະສານ, ສຳເນົາ ແລະ ຫໍສະໝຸດ ໄລຍະປີ 2026-2030 ລະຫວ່າງ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ກັບ ຫ້ອງວ່າການສູນກາງພັກປະຊາຊົນ ປະຕິວັດລາວ; ບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ແຂວງດ້ຽນບຽນ ແລະ ແຂວງຫຼວງນ້ຳທາ ໄລຍະປີ 2026-2029.
ໃນໄລຍະຜ່ານມາ, ສາຍພົວພັນ ຫວຽດນາມ - ລາວ ສືບຕໍ່ຂະຫຍາຍຕົວໃນທາງບວກ ແລະ ຮອບດ້ານ, ບັນລຸໄດ້ໝາກຜົນຕົວຈິງຫຼາຍປະການໃນທຸກຂົງເຂດ. ສາຍພົວພັນທາງດ້ານການເມືອງສືບຕໍ່ແມ່ນພື້ນຖານອັນໜັກແໜ້ນ. ຄວາມເຊື່ອໝັ້ນອັນສູງສົ່ງລະຫວ່າງສອງພັກ, ສອງລັດ ໄດ້ສະແດງອອກໂດຍຜ່ານການພົບປະຂັ້ນສູງຢ່າງເປັນປະຈຳ, ກົນໄກການຮ່ວມມືທີ່ມີປະສິດທິຜົນ ແລະ ການປະສານສົມທົບຢ່າງແໜ້ນແຟ້ນໃນເວທີປາໄສສາກົນ. ພາຍຫຼັງການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ຂອງສະຫາຍ ເລຂາທິການໃຫຍ່ ໂຕ ເລິມ, ສອງຝ່າຍໄດ້ຮີບຮ້ອນຜັນຂະຫຍາຍບັນດາເນື້ອໃນ “ການຮ່ວມສຳພັນຍຸດທະສາດ”, ເຊິ່ງແມ່ນແນວຄວາມຄິດທີ່ສະແດງເຖິງລະດັບການຮ່ວມມືອັນກວ້າງຂວາງ ແລະ ເລິກເຊິ່ງ, ມີຄວາມກົມກຽວກັນແຕ່ລະດັບວິໄສທັດການພັດທະນາ ຈົນເຖິງນະໂຍບາຍລະອຽດ.
ກ່ອນໜ້ານັ້ນ, ໃນຕອນເຊົ້າຂອງວັນດຽວກັນ, ທັນທີທີ່ເດີນທາງມາເຖິງນະຄອນຫຼວງວຽງຈັນ, ສະຫາຍ ເຈິ່ນເກິ່ມຕູ໋ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປວາງພວງມາລາ ຢູ່ອະນຸສາວະລີທະຫານນາມມະຍົດ ທີ່ນະຄອນຫຼວງວຽງຈັນ, ເພື່ອລະນຶກເຖິງ ແລະ ຈົດຈຳບຸນຄຸນບັນດາບຸດຮັກຫຼານແພງຜູ້ດີເດັ່ນ ຂອງປະຊາຊົນບັນດາເຜົ່າລາວ ທີ່ໄດ້ເສຍສະຫຼະຊີວິດເພື່ອພາລະກິດປົດປ່ອຍ, ປົກປັກຮັກສາ ແລະ ສ້າງສາປະເທດຊາດລາວ.
| ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານປະເທດ ອາຍຸການ 2026-2031 ຕອນເຊົ້າວັນທີ 7 ເມສາ, ທີ່ກອງປະຊຸມຄັ້ງປະຖົມມະເລີກ, ສະພາແຫ່ງຊາດ ຊຸດທີ XVI, ສະພາແຫ່ງຊາດ ເລືອກຕັ້ງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃຫ້ດຳລົງຕຳແໜ່ງປະທານປະເທດ ອາຍຸການ 2026-2031. |
| ທ່ານ ຫງວຽນແທ່ງຫງີ: ການປະກອບສ່ວນຂອງຄະນະກຳມະການຈະເປັນສິ່ງຕັດສິນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV ໃຫ້ປະສົບຜົນສຳເລັດ. ຍສໝ - ຍຸກສະໄໝແຫ່ງການພັດທະນາປະເທດຊາດໄດ້ນຳສະເໜີຄວາມຕ້ອງການໃໝ່ ແລະ ທ້າທາຍໃຫ້ແກ່ປະເທດ, ເຊິ່ງຮຽກຮ້ອງໃຫ້ມີວິໄສທັດທີ່ແຕກຕ່າງຈາກແຕ່ກ່ອນຢ່າງແທ້ຈິງ. ໃນສະພາບການນີ້, ການຕັດສິນໃຈຂອງກົມການເມືອງໃນການສ້າງຕັ້ງຄະນະກຳມະການນະໂຍບາຍ ແລະ ຍຸດທະສາດສູນກາງຖືກເຫັນວ່າເປັນທາງອອກ ແລະ ເປັນຄວາມຫວັງໃນການວາງແຜນຍຸດທະສາດໄລຍະຍາວສຳລັບຫວຽດນາມ. ໃນໂອກາດປີໃໝ່ເຕດ 2026, ວາຍະສານ ຍຸກສະໄໝ ໄດ້ສຳພາດທ່ານ ຫງວຽນແທ່ງຫງີ, ກຳມະການກົມການເມືອງ, ຫົວໜ້າຄະນະນະໂຍບາຍ ແລະ ຍຸດທະສາດສູນກາງ, ກ່ຽວກັບຄວາມຮັບຜິດຊອບທີ່ສຳຄັນ ແລະ ແຜນການໃນອະນາຄົດຂອງອົງການທີ່ສຳຄັນນີ້. |
ມີງດຶກ



