13:48 | 12/12/2025

UNDP ສົມທົບກັບຫວຽດນາມ ເພື່ອຊຸກຍູ້ບົດບາດຂອງແມ່ຍິງໃນລະບົບການເມືອງ-ສັງຄົມ.

ແກ້ໄຂຂໍ້ຄົງຄ້າງດ້ານນະໂຍບາຍ, ມຸ່ງໄປເຖິງການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ
ຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັນປະຕິບັດບັນດາຂໍ້ລິເລີ່ມ ພາຍໃຕ້ປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ
UNDP ສົມທົບກັບຫວຽດນາມ ເພື່ອຊຸກຍູ້ບົດບາດຂອງແມ່ຍິງໃນລະບົບການເມືອງ-ສັງຄົມ.
ທ່ານນາງ ຫງວຽນທິຕ໋ຽວນ, ກໍາມະການສູນກາງພັກ, ຮອງປະທານຄະນະສູນກາງແນວໂຮມປະເທດຊາດ ຫວຽດນາມ, ​ປະ​ທານ​ສະ​ຫະ​ພັນ​ແມ່​ຍິງ​ຫວຽດ​ນາມ (ເບື້ອງຂວາ), ມອບເຄື່ອງໝາຍຂອງແນວໂຮມປະເທດຊາດຫວຽດນາມ ໃຫ້ແກ່ທ່ານນາງ Ramla Khalidi, ຜູ້ຕ່າງໜາ້ປະຈຳ UNDP ປະຈຳ ຫວຽດນາມ. (ພາບ: ເວັບໄຊຂໍ້ມູນເອເລັກໂຕນິກແນວໂຮມປະເທດຊາດຫວຽດນາມ)

ໂດຍແບ່ງປັນທີ່​ກອງ​ປະຊຸມ, ທ່ານ​ນາງ ຫງວຽນທິຕ໋ຽວນ ຊີ້​ແຈ້ງວ່າ ການຈັດ​ຕັ້ງ​ກົງຈັກ​ບໍລິຫານ​ຂອງ​ຫວຽດນາມ​ຄືນ​ໃໝ່ ​ແລະ ການຈັດ​ຕັ້ງ​ຂອງ​ທ້ອງ​ຖິ່ນ​ເປັນ 2 ລະດັບ ​ແມ່ນ​ທິດ​ທາງ​ຍຸດ​ທະ​ສາດ ​ເພື່ອ​ແນ​ໃສ່​ປັບປຸງ​ກົນ​ໄກ​ໃຫ້​ມີ​ປະສິດທິ​ຜົນ​ສູງ​ກວ່າ. ​ໃນ​ນັ້ນ, ລະບົບ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ສືບ​ຕໍ່​ມີ​ບົດບາດ​ຫຼັກ​ໝັ້ນ​ໃນ​ການ​ປຸກລະດົມ​ທົ່ວ​ສັງຄົມ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ຕໍ່​ພັກ ​ແລະ ລັດ.

ທ່ານ​ນາງ ຕ໋ຽວນ ເນັ້ນ​ໜັກ​ວ່າ, ສະຫະພັນ​ແມ່ຍິງ​ຫວຽດນາມ, ​ໃນ​ຖານະ​ທີ່​ເປັນ​ສະມາຊິກ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ, ສືບ​ຕໍ່​ດຳ​ເນີນ​ງານ​ຢ່າງ​ເປັນ​ເອກະລາດ​ຕາມ​ລັດຖະທຳ​ມະນູນ, ກົດໝາຍ, ລັດຖະທຳ​ມະນູນ​ຂອງ​ຕົນ. ສະຫະພັນສືບຕໍ່ເປັນຕົວແທນ, ເບິ່ງແຍງດູແລ, ປົກປ້ອງສິດຂອງແມ່ຍິງ; ພ້ອມ​ທັງ​ລະດົມ​ແມ່ຍິງ​ປະຕິບັດ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ​ຂອງ​ລັດ, ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ທາງ​ເພດ, ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ພັກ ​ແລະ ລັດ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ.

ກ່ຽວ​ກັບ​ວຽກ​ງານ​ຊຸກຍູ້​ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ​ໃນ​ການ​ເມືອງ, ສະຫະພັນ​ແມ່ຍິງ​ຫວຽດນາມ ​ໄດ້​ຕັ້ງໜ້າ​ສ້າງ​ຄະນະ​ກຳມະການ​ຍິງ, ປະກອບສ່ວນ​ເພີ່ມ​ທະວີ​ຈຳນວນ​ແມ່ຍິງ​ເຂົ້າ​ຮ່ວມ​ບັນດາ​ຄະນະ​ພັກ, ສະພາ​ປະຊາຊົນ​ທຸກ​ຂັ້ນ. ຕາມ​ສະຖິຕິ​ຫຼ້າ​ສຸດ: ອັດຕາ​ສ່ວນ​ແມ່ຍິງ​ເຂົ້າ​ຮ່ວມ​ຄະນະ​ພັກ​ຂັ້ນ​ເມືອງ​ໄລຍະ 2025-2030 ບັນລຸ 27,42%, ບໍ່​ມີ​ທ້ອງ​ຖິ່ນ​ຕ່ຳ​ກວ່າ 20%. ສ່ວນຢູ່ຂັ້ນແຂວງ ບັນລຸ 18,64%, ລື່ນຄາດໝາຍ 15% ໃນຄໍາສັ່ງເລກທີ 45-CT/TW ລົງວັນທີ 14 ເມສາ 2025 ຂອງກົມການເມືອງ.

​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເປັນ​ຄັ້ງ​ທຳ​ອິດ​ທີ່​ຫວຽດນາມ ມີ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ເປັນ​ແມ່ຍິງ ​ແລະ ​ເປັນ​ຮອງ​ນາຍົກລັດຖະມົນຕີເປັນ​ແມ່ຍິງ, ​ເປັນ​ຂີດ​ໝາຍ​ບາດກ້າວ​ບຸກທະລຸ​ທີ່​ສຳຄັນ​ໃນ​ການ​ເສີມ​ຂະຫຍາຍ​ບົດບາດ​ນຳພາ​ຂອງ​ພະນັກງານ​ຍິງ. ພັກ ​ແລະ ລັດ​ວາງ​ຄາດໝາຍ​ໃຫ້​ຜູ້​ແທນ​ເພດ​ຍິງ​ປະມານ 35% ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ​ທຸກ​ຂັ້ນ​ໃນ​ໄລຍະ 2026-2031, ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ “ບໍ່​ປະ​ໃຫ້​ແມ່ຍິງ​ຢູ່​ເບື້ອງ​ຫຼັງ”.

UNDP ສົມທົບກັບຫວຽດນາມ ເພື່ອຊຸກຍູ້ບົດບາດຂອງແມ່ຍິງໃນລະບົບການເມືອງ-ສັງຄົມ.
ຄະນະຜູ້ແທນຖ່າຍຮູບທີ່ລະນຶກ. (ພາບ: ເວັບໄຊຂໍ້ມູນເອເລັກໂຕນິກແນວໂຮມປະເທດຊາດຫວຽດນາມ)

ຮັບຟັງການແບ່ງປັນຂອງຝ່າຍຫວຽດນາມ, ທ່ານນາງ Ramla Khalidi ສະແດງຄວາມເຫັນດີກັບບັນດາເປົ້າໝາຍແນໃສ່ສ້າງເງື່ອນໄຂໃຫ້ແມ່ຍິງເຂົ້າຮ່ວມຢ່າງເລິກເຊິ່ງກວ່າໃນການພັດທະນາເສດຖະກິດສີຂຽວ ແລະ ຍືນຍົງ, ການຜະລິດທີ່ເປັນມິດກັບສິ່ງແວດລ້ອມ, ການປົກຄອງສັງຄົມດີຈີຕອນ.

ຜູ້ຕ່າງໜາ້ປະຈຳ UNDP ປະຈຳ ຫວຽດນາມ ຢືນຢັນວ່າ UNDP ພ້ອມແລ້ວທີ່ຈະສືບຕໍ່ຮ່ວມມືກັບ ຫວຽດນາມ ໃນການຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງໃນໜ້າທີ່ການນຳພາ ແລະ ຄຸ້ມຄອງຢູ່ຊັ້ນສະພາແຫ່ງຊາດ, ແຂວງ, ຕາແສງຮອດປີ 2030; ສະໜັບສະໜູນ​ໂຄງການ​ສ້າງ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ເສດຖະກິດ​ຂອງ​ແມ່ຍິງ, ຊຸກຍູ້​ການ​ປະກອບ​ການ, ການ​ເຂົ້າ​ເຖິງ​ການ​ເງິນ; ​ເຂົ້າ​ຮ່ວມ​ການ​ສ້າງ​ນະ​ໂຍບາຍ ​ແລະ ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ທາງ​ເພດ; ຮັກສາ​ການ​ຮ່ວມ​ມື​ກັບ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ບັນດາ​ອົງການ​ສະມາຊິກ​ໃນ​ການ​ປະຕິບັດ​ບັນດາ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ ​ແລະ ພັດທະນາ​ແບບ​ຍືນ​ຍົງ.

ທ່ານ​ນາງ Khalidi ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າງ UNDP ​ແລະ ຫວຽດນາມ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ພິ​ເສດ​ແມ່ນ​ໃນ​ຂອບ​ເຂດ​ໂຄງການ​ຮ່ວມ​ມື ຫວຽດນາມ - UNDP 2022-2026 ​ແລະ ຂອບ​ເຂດ​ການ​ຮ່ວມ​ມື​ພັດທະນາ​ແບບ​ຍືນ​ຍົງ ຫວຽດນາມ - ສປຊ 2022-2026. UNDP ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ພ້ອມ​ກັບ ຫວຽດນາມ ມຸ່ງ​ໄປ​ເຖິງ​ບັນດາ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ, ການ​ຫັນປ່ຽນ​ດ້ານ​ພະລັງງານ, ການ​ປັບ​ປຸງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ກາຍ​ເປັນ​ປະ​ເທດ​ມີ​ລາຍ​ຮັບ​ສູງ​ຮອດ​ປີ 2045.

ຍົກສູງປະສິດທິຜົນການຕ່າງປະເທດປະຊາຊົນປະກອບສ່ວນປະຕິບັດເປົ້າໝາຍພັດທະນາເສດຖະກິດ, ວັດທະນະທຳ ແລະ ສັງຄົມ ຍົກສູງປະສິດທິຜົນການຕ່າງປະເທດປະຊາຊົນປະກອບສ່ວນປະຕິບັດເປົ້າໝາຍພັດທະນາເສດຖະກິດ, ວັດທະນະທຳ ແລະ ສັງຄົມ

ຍສໝ - ໃນ​ລະຫວ່າງ​ວັນ​ທີ 23-24 ພະຈິກ, ຢູ່​ແຂວງ ບັກ​ຢາງ, ກຸ່ມ 1 ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸ “ບົດຮຽນປະສົບ​ການ ​ແລະ ບັນດາມາດຕະການແກ້​ໄຂ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນການຕ່າງປະເທດ​ປະຊາຊົນ, ປະກອບສ່ວນ​ປະຕິບັດບັນດາເປົ້າໝາຍ​​ພັດ​ທະ​ນາເສດຖະກິດ, ວັດທະນະທຳ ແລະ ສັງ​ຄົມ” ແລະ ສະຫຼຸບ​ວຽກ​ງານ​ໃນ​ປີ 2023.

ການປະຕິຮູບການບໍລິຫານ: ໄມ້ງັດເພື່ອພັດທະນາເສດຖະກິດ, ສັງຄົມ ການປະຕິຮູບການບໍລິຫານ: ໄມ້ງັດເພື່ອພັດທະນາເສດຖະກິດ, ສັງຄົມ

ປີ 2022, ແລະ 1 ເດືອນຕົ້ນປີ 2023, ວຽກງານປະຕິຮູບການບໍລິຫານໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນງານລວມຂອງທົ່ວປະເທດ. ເລື່ອງຜັນຂະຫຍາຍການປະຕິບັດແຜນການປະຕິຮູບການບໍລິຫານປີນີ້ປະກອບສ່ວນຍູ້ແຮງການຜະລິດ, ດຳເນີນທຸລະກິດ, ຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດ, ສັງຄົມ.

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-21432.html

In bài biết