10:24 | 27/11/2025

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສິ້ນສຸດບັນດາການເຄື່ອນໄຫວຢູ່ G20 ແລະ ບັນດາການເຄື່ອນໄຫວ 2 ຝ່າຍຢູ່ ອາຟະລິກາໃຕ້ ຢ່າງຈົບງາມ

ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສິ້ນສຸດການຢ້ຽມຢາມລັດຖະກິດທີ່ມົງໂກນ ຢ່າງຈົບງາມ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ໃຫ້ການຕ້ອນຮັບ ປະທານອົງການກວດກາແຫ່ງລັດ ສປປ.ລາວ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສິ້ນສຸດບັນດາການເຄື່ອນໄຫວຢູ່ G20 ແລະ ບັນດາການເຄື່ອນໄຫວ 2 ຝ່າຍຢູ່ ອາຟະລິກາໃຕ້ ຢ່າງຈົບງາມ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ພັນລະຍາ. (ພາບ: vov)

ຕອນຄ່ຳວັນທີ 23 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ອາຟະລິກາໃຕ້, ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ G20 ປີ 2025 ແລະ ບັນດາການເຄື່ອນໄຫວ 2 ຝ່າຍຢູ່ ອາຟະລິກາໃຕ້. ກ່ອນໜ້ານັ້ນ, ໃນວັນດຽວກັນ, ຢູ່ ອາຟະລິກາໃຕ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ມີການພົບປະກັບການນຳບັນດາປະເທດຢູ່ນອກກອງປະຊຸມສຸດຍອດ G20.

ທີ່ການພົບປະກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ ຝລັ່ງ ສືບຕໍ່ຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (ອີຢູ) (EVFTA) ໃຫ້ມີປະສິດທິຜົນ, ສະເໜີໃຫ້ ຝລັ່ງ ຮັບຮອງເອົາສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ໂດຍໄວ, ຊຸກຍູ້ຄະນະກຳມະການ ເອີລົບ (ອີຊີ) ຍົກເລີດ “ບັດເຫຼືອງ” IUU ສຳລັບສິນໃນນ້ຳຂອງ ຫວຽດນາມ ໂດຍໄວ.

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ເຢຍລະມັນ Friedrich Merz, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເປັນສຳຄັນ ແລະ ຕີລາຄາສູງບົດບາດນຳໜ້າຂອງ ເຢຍລະມັນ ໃນສະຫະພາບ ເອີລົບ. ການນຳ 2 ທ່ານໄດ້ເນັ້ນໜັກເຖິງເລື່ອງຖືເປັນສຳຄັນການພົວພັນສາມັກຄີ, ຮ່ວມມືມິດຕະພາບໃນສະພາບການໂລກ ແລະ ພາກພື້ນໃນປະຈຸບັນ.

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ອີຢິບ Mostafa Madbouly, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ 2 ຝ່າຍຍູ້ແຮງການຮ່ວມມືດ້ານກະສິກຳ, ການສົ່ງອອກຂະແໜງກະສິກຳເພື່ອຜະລິດ ແລະ ສົ່ງອອກຢູ່ກັບທີ; ສ້າງລະບຽບການເປີດປະຕູໃຫ້ແກ່ບັນດາຜະລິດຕະພັນ ເຂົ້າສານ, ໝາກລິນຈີ່, ໝາກມັນກອນ ຂອງ ຫວຽດນາມ ທີ່ສົ່ງໄປຍັງ ອີຢິບ ໃຫ້ສຳເລັດໂດຍໄວ.

ຕາມ vovworld.vn

https://vovworld.vn/lo-LA/ຂາວເດນ/ທານນາຍກລດຖະມນຕ-ຟາມມນຈງ-ສນສດບນດາການເຄອນໄຫວຢ-g20-ແລະ-ບນດາການເຄອນໄຫວ-2-ຝາຍຢ-ອາຟະລກາໃຕ-ຢາງຈບງາມ-1443742.vov

ນາຍົກລັດຖະມົນຕີ 2 ປະເທດຫວຽດນາມ ແລະ ລາວ ໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດ ນາຍົກລັດຖະມົນຕີ 2 ປະເທດຫວຽດນາມ ແລະ ລາວ ໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດ

ຍສໝ - ໃນຕອນ​ເຊົ້າ​ວັນ​ທີ 6 ມັງກອນ 2024, ພາຍຫຼັງ​ການ​ເຈລະຈາ​ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຟ້າມ​ມິງຈິງ ​ແລະ ທ່ານ​ນາຍົກລັດຖະມົນຕີ ລາວ ສອນ​ໄຊ ສີ​ພັນ​ດອນ ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ເອກະສານ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ແລະ ລາວ ໄດ້ໄປຢ້ຽມຢາມງານວາງສະແດງພາບຖ່າຍກ່ຽວກັບການພົວພັນສອງປະເທດ ທ່ານນາຍົກລັດຖະມົນຕີ ຫວຽດນາມ ແລະ ລາວ ໄດ້ໄປຢ້ຽມຢາມງານວາງສະແດງພາບຖ່າຍກ່ຽວກັບການພົວພັນສອງປະເທດ

ຍສໝ - ວັນ​ທີ 6 ມັງກອນ 2024, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າ​ມມິງຈິງ ​ແລະ ພັນ​ລະ​ຍາພ້ອມ ທ່ານ​ນາຍົກລັດຖະມົນຕີ ລາວ ສອນ​ໄຊ ສີ​ພັນ​ດອນ ແລະ ພັນ​ລະ​ຍາ ​ໄດ້​ໄປ​ຢ້ຽມຢາມ​ງານ​ວາງສະ​ແດງ​ພາບ​ຖ່າຍກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ​ໂດຍ​ສຳ​ນັກ​ຂ່າວສານ​ ຫວຽດນາມ ປະຕິບັດ.

ຕາມ vovworld.vn

Link: https://huunghivietlao.thoidai.com.vn/detail-article-21399.html

In bài biết