14:37 | 30/10/2025

ຫວຽດ​ນາມ ແລະ ສິງ​ກະ​ໂປ ລົງ​ນາມ​ໃນ​ບົດ​ບັນ​ທຶກຊ່ວຍຈຳກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ເຂົ້າ​ສານ

ຊຸກຍູ້​ຄວາມ​ເຂົ້າ​ໃຈ ​ແລະ ການ​ຮ່ວມ​ມື​ດ້ານ​ການ​ສຶກສາ​ລະຫວ່າງ ຫວຽດນາມ ​ແລະ ​ໄທ
ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ ແລະ GCC
ຫວຽດ​ນາມ ແລະ ສິງ​ກະ​ໂປ ລົງ​ນາມ​ໃນ​ບົດ​ບັນ​ທຶກຊ່ວຍຈຳກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ເຂົ້າ​ສານ

ທ່ານລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນ ແລະ ທ່ານລັດຖະມົນຕີກະຊວງການພັດທະນາແບບຍືນຍົງ ແລະ ສິ່ງແວດລ້ອມ ສິງກະໂປ ທັງເປັນລັດຖະມົນຕີຮັບຜິດຊອບການພົວພັນກັບການຄ້າ ນາງ Grace Fu ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານການຄ້າເຂົ້າສານ. (ພາບ: baochinhphu.vn)

ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານການຄ້າເຂົ້າສານດັ່ງກ່າວໄດ້ລົງນາມໂດຍ ທ່ານລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນ ແລະ ທ່ານລັດຖະມົນຕີກະຊວງການພັດທະນາແບບຍືນຍົງ ແລະ ສິ່ງແວດລ້ອມ ສິງກະໂປ ທັງເປັນລັດຖະມົນຕີຮັບຜິດຊອບການພົວພັນກັບການຄ້າ ນາງ Grace Fu.

ບົດບັນທຶກຊ່ວຍຈຳແມ່ນພື້ນຖານເພື່ອຊຸກຍູ້ການພັດທະນາການຄ້າເຂົ້າສານຢ່າງໝັ້ນຄົງ ແລະ ຍືນຍົງ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງສອງຝ່າຍໂດຍຫຼີກລ່ຽງບັນດາຂໍ້ຈຳກັດດ້ານການຄ້າທີ່ບໍ່ຈຳເປັນ. ຕາມ​ບົດ​ບັນທຶກ​ຊ່ວຍ​ຈຳ​ແລ້ວ, ຫວຽດນາມ ຈະ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ສົ່ງ​ອອກ​ເຂົ້າສານ​ໄປ​ສິງກະ​ໂປ​ໃນ​ຈຳນວນ​ເຂົ້າສານ​ທີ່​ສອງ​ຝ່າຍ​ໄດ້​ຕົກລົງ​ໃນ​ເງື່ອນ​ໄຂ​ສະ​ເພາະ, ອີງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສິງກະ​ໂປ.

ກ່າວ​ຄຳປາໄສທີ່​ພິທີ​ລົງ​ນາມ, ທ່ານນາງ​ລັດຖະມົນຕີ Grace Fu ​ເນັ້ນ​ໜັກ​ວ່າ “ນີ້​ແມ່ນ​ບົດ​ບັນທຶກຊ່ວຍຈຳ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ເຂົ້າສານ​ຄັ້ງ​ທຳ​ອິດ​ທີ່​ສິງກະ​ໂປ​ໄດ້​ລົງ​ນາມ​ກັບ​ຄູ່​ຮ່ວມ​ມື ​ແລະ ພວກ​ຂ້າພະ​ເຈົ້າດີ​ໃຈ​ທີ່​ຄູ່​ຮ່ວມ​ມື​ແມ່ນ​ຫວຽດນາມ - ​ແມ່ນ​ໜຶ່ງ​ໃນ​ບັນດາ​ຜູ້​ສະໜອງ​ເຂົ້າ​ລາຍ​ໃຫຍ່​ຂອງ​ສິງກະ​ໂປ. ໃນ​ຖາ​ນະ​ເປັນ​ປະ​ເທດ​ທີ່​ນຳ​ເຂົ້າ​ສະ​ບຽງ​ອາ​ຫານ​ຫຼາຍ​ກວ່າ 90% ຂອງ​ຄວາມ​ຕ້ອງ​ການ​ຂອງ​ຕົນ, ສິງ​ກະ​ໂປ​ບໍ່​ມີ​ພູມ​ຕ້ານ​ທານ​ຕໍ່​ຜົນ​ກະ​ທົບ​ຂອງ​ຕ່ອງ​ໂສ້​ການ​ສະ​ໜອງ​ຂອງ​ໂລກ​ທີ່​ຂັດ​ແຍ້ງ. ການ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ທົ່ວ​ໂລກ ​ແລະ ພາກ​ພື້ນ​ແມ່ນ​ສິ່ງ​ຈຳ​ເປັນ​ເພື່ອ​ຮັບປະກັນ​ການ​ສະໜອງ​ເຂົ້າ​ທີ່​ໝັ້ນຄົງ​ໃຫ້​ແກ່​ສິງກະ​ໂປ”.

ສ່ວນທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫງວຽນ​ຮົ່ງ​ຢຽນ ຢືນຢັນ​ວ່າ ສິງກະ​ໂປ ​ແມ່ນ​ຄູ່​ຮ່ວມ​ມື​ເສດຖະກິດ​ແຖວ​ໜ້າ ​ແລະ ​ແມ່ນ​ຕະຫຼາດ​ສຳຄັນ​ຂອງ​ຫວຽດນາມ. ການລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານການຄ້າເຂົ້າສານແມ່ນເປັນບາດກ້າວອັນຕັ້ງໜ້າເພື່ອປະຕິບັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະກອບສ່ວນຮັດແໜ້ນການພົວພັນລະຫວ່າງ 2 ພື້ນຖານເສດຖະກິດ, ສ້າງພື້ນຖານການຮ່ວມມືດ້ານການຄ້າເຂົ້າສານຢ່າງໝັ້ນຄົງ ແລະ ຍືນຍົງໃນສະພາບການທີ່ຕະຫຼາດໂລກຜັນແປຢ່າງບໍ່ຄາດຝັນ.

ຕາມ​ທ່ານ​ລັດຖະມົນຕີ ຫງວຽນ​ຮົ່ງ​ຢຽນ ​ແລ້ວ, ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ເຂົ້າສານ​ລະຫວ່າງ ຫວຽດນາມ ​ແລະ ສິງກະ​ໂປ ຍັງ​ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ຄວາມ​ມານະ​ພະຍາຍາມ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຮັບປະກັນ​ລະບົບ​ຕ່ອງ​ໂສ້​ການ​ສະໜອງ ​ແລະ ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ຢູ່ ອາ​ຊຽນ.

“ໃນໄລຍະຈະມາເຖິງ, ຫວັງວ່າບັນດາອົງການຄຸ້ມຄອງຂອງ 2 ຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອເປີດກວ້າງການສະໜອງບັນດາຜະລິດຕະພັນກະເສດ, ສະບຽງອາຫານ ຫວຽດນາມ ທີ່ມີຊື່ສຽງ, ຄຸນນະພາບໃຫ້ແກ່ຕະຫຼາດ ສິງກະໂປ”, ທ່ານ​ລັດຖະມົນຕີ ຫງວຽນ​ຮົ່ງຢຽນ ກ່າວ.

ສຳນັກງານ​ການ​ຄ້າ​ຫວຽດນາມ​ ປະຈຳ​ສິງກະ​ໂປ​ ອ້າງ​ຕາມ​ສະຖິຕິ​ຂອງ​ອົງການ​ວິ​ສາ​ຫະກິດ​ສິງກະ​ໂປ​ໃຫ້​ຮູ້​ວ່າ ໃນ 9 ​ເດືອນ​ຕົ້ນ​ປີ 2025, ຍອດ​ມູນ​ຄ່າ​ການ​ນຳ​ເຂົ້າ​ເຂົ້າສານ​ຂອງ​ສິງກະ​ໂປ​ຈາກ​ໂລກ​ບັນລຸ​ປະມານ 347,5 ລ້ານ SGD, ​ເພີ່ມ​ຂຶ້ນ 3,4% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2024.

ກ່ຽວ​ກັບ​ຄູ່​ຮ່ວມ​ມື, ປະຈຸ​ບັນ ຫວຽດນາມ ​ແມ່ນ​ປະ​ເທດ​ສະໜອງ​ເຂົ້າ​ໃຫຍ່​ອັນ​ດັບ 3 ​ໃຫ້​ສິງກະ​ໂປ, ຖັດຈາກ ອິນ​ເດຍ ​ແລະ ​ໄທ.

ຊຸ​ກ​ຍູ້​ການ​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນ ຊຸ​ກ​ຍູ້​ການ​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນ

ຍສໝ - ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ​ຫວຽດ​ນາມ​ ມີ​ການ​ຄ້າ​ກັບ​ກຸ່ມ​ທ່ອງ​ທ່ຽວ ສ.ເກົາຫຼີ ແລະ ຟີ​ລິບ​ປິນ, ເປີດກວ້າງ​ການ​ຮ່ວມ​ມື ແລະ ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ນັກ​ທ່ອງ​ທ່ຽວ​ສາ​ກົນ.

ຫວຽດ​ນາມ - ລາວ ນຳ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ພະ​ລັງ​ງານ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່ ຫວຽດ​ນາມ - ລາວ ນຳ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ພະ​ລັງ​ງານ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

ຍສໝ - ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ລາວ ມາ​ໄລ​ທອງ ກົມ​ມະ​ສິດ ​ແມ່ນ​ຂີດ​ໝາຍ​ສຳຄັນ​ເປີດ​ໄລຍະ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ, ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ​ລະຫວ່າງ​ສອງ​ກະຊວງ ​ແລະ ສອງ​ປະ​ເທດ...

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-21313.html

In bài biết