14:26 | 21/10/2025

ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ໂມຊຳບິກ ເຈີ່ນທິທູຖີນ ຢ້ຽມຂ່ຳນັບ​ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ໂມ​ຊຳ​ບິກ

​ເອກ​ອັກ​ຄະ​ລັດ​ຖະ​ທູດ ເທບ​ທະ​ວອນ: ຫວຽດ​ນາມ ແມ່ນ​ແບບ​ຢ່າງ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ລາວ
ທ່ານນາງ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ​ ຄຳເພົາ ​ເອີນ​ທະ​ວັນ: ຫວຽດ​ນາມ​ຢືນ​ຢັນທີ່ຕັ້ງດ້ວຍຄວາມ​ຕັ້ງ​ໜ້າ​ອັນ​ແຮງ​ກ້າ ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ທີ່​ຈະ​ລຸກ​ຂຶ້ນ..

ທີ່​ການ​ພົບ​ປະ, ທ່ານ​ລັດຖະມົນຕີ Paulo Chachine ​ໄດ້​ສົ່ງ​ຄຳ​ຊົມ​ເຊີຍ​ເຖິງ​ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ຊາດ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ​ແລະ ບັນດາ​ຜົນງານ​ດີ​ເດັ່ນ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

ທ່ານ​ລັດຖະມົນຕີ​ໄດ້​ແຈ້ງ​ໃຫ້​ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ​ກ່ຽວ​ກັບ​ສະພາບ​ການ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່ ໂມ​ຊຳ​ບິກ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ເນັ້ນ​ໜັກ​ເຖິງ​ຄວາມ​ມານະ​ພະຍາຍາມ​ຂອງ​ທ່ານ​ປະທານາທິບໍດີ Daniel Chapo ​ໃນ​ການ​ຊຸກຍູ້​ການ​ເຈລະຈາ​ຮອບດ້ານ​ກັບ​ທຸກ​ພາກສ່ວນ ​ແລະ ກຳລັງ​ແຮງ​ໃນ​ສັງຄົມ ​ເພື່ອ​ຊຸກຍູ້​ປະຊາທິປະ​ໄຕ ​ແລະ ຄວາມ​ປອງ​ດອງ​ຊາດ ​ເປັນ​ຕົ້ນ​ແມ່ນ​ບັນດາ​ໝາກຜົນ​ທີ່​ດີ​ທີ່ ໂມ​ຊຳ​ບິກ ບັນລຸ​ໄດ້​ໃນ​ການ​ສະກັດ​ກັ້ນ ​ແລະ ປາບ​ປາມ​ອາດຊະຍາ​ກຳ, ການ​ຈະລາຈອນ​ມະນຸດ​ເປັນຕົ້ນ.

ທ່ານລັດຖະມົນຕີ Paulo Chachine ໄດ້ສະແດງຄວາມຂອບໃຈຫວຽດນາມ ທີ່ເຊື້ອເຊີນ ໂມຊຳບິກ ເຂົ້າຮ່ວມພິທີລົງນາມໃນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບອາດຊະຍາກຳທາງອິນເຕີເນັດ, ພ້ອມທັງຕີລາຄາສູງຄຳໝັ້ນສັນຍາ ແລະ ການປະກອບສ່ວນຂອງຫວຽດນາມ ໃນການຊຸກຍູ້ບັນດາຄວາມມານະພະຍາຍາມສາກົນໃນການປ້ອງກັນ ແລະ ຕ້ານອາດຊະຍາກຳທາງອິນເຕີເນັດ ກໍ່ຄືບັນດາບັນຫາທົ່ວໂລກອື່ນໆ.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ໂມຊຳບິກ ເຈີ່ນທິທູຖີນ ຢ້ຽມຂ່ຳນັບ​ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ໂມ​ຊຳ​ບິກ
ທ່ານນາງ​​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ໂມຊຳບິກ ເຈີ່ທິທູຖີນ ແລະ ທ່ານ Paulo Chachine ລັດຖະມົນຕີ​ກະຊວງ​ພາຍ​ໃນ ໂມຊຳບິກ.

ການມອບສິດ​ຈາກ​ທ່ານປະທານາທິບໍດີ Daniel Chapo, ທ່ານລັດຖະມົນຕີ Paulo Chachine ຈະນຳໜ້າຄະນະຜູ້ແທນຂັ້ນສູງ ໂມຊຳບິກ ເຂົ້າຮ່ວມພິທີລົງນາມ, ຕາງໜ້າໃຫ້ລັດຖະບານ ໂມຊຳບິກ ລົງນາມໃນສົນທິສັນຍາຢູ່ ຮ່າໂນ້ຍ ແລະ ຜັນຂະຫຍາຍການເຄື່ອນໄຫວສອງຝ່າຍອື່ນໆ ໃນໄລຍະການຢ້ຽມຢາມ ຫວຽດນາມ.

ທ່ານ​ລັດຖະມົນຕີ​ໄດ້​ສະ​ແດງ​ຄວາມ​ດີ​ໃຈ​ຕໍ່​ໝາກຜົນ​ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ກະຊວງ​ຕຳຫຼວດ ຫວຽດນາມ ​ແລະ ກະຊວງ​ພາຍ​ໃນ ໂມຊຳບິກ, ຢືນຢັນ​ວ່າ ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ ໂມຊຳບິກ ​ແລະ ໂມຊຳບິກ ພ້ອມ​ແລ້ວ​ທີ່​ຈະ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ ຫວຽດນາມ ​ໃນ​ການ​ປ້ອງ​ກັນ, ຮັບປະກັນ​ຄວາມ​ສະຫງົບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ.

ທ່ານ​ນາງເອກ​ອັກຄະ​ລັດຖະທູດ ​ເຈີ່ນທິທູຖີນ ໄດ້ສະແດງຄວາມຊົມ​ເຊີຍ​ບັນດາ​ໝາກຜົນ​ອັນ​ຕັ້ງໜ້າ​ທີ່​ລັດຖະບານ ໂມ​ຊຳ​ບິກ ບັນລຸ​ໄດ້​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ສ້າງ​ສະພາບ​ແວດ​ລ້ອມ​ທີ່​ໝັ້ນຄົງ ​ແລະ ສະດວກ​ສະບາຍ​ເພື່ອ​ດຶງ​ດູດ​ການ​ລົງທຶນ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ.

ທ່ານນາງ​​ເອກ​ອັກຄະ​ລັດຖະທູດ ກໍໄດ້ສະແດງຄວາມ​ຂອບ​ໃຈຕໍ່ ໂມຊຳບິກ ທີ່​ໄດ້​ສົ່ງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​ໃນ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ອາດຊະຍາ​ກຳ​ທາງ​ອິນ​ເຕີ​ແນັດ, ຖື​ວ່າ ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້ ໂມຊຳບິກ ຢືນຢັນ​ຄຳ​ໝັ້ນ​ສັນຍາ​ສາກົນ​ໃນ​ດ້ານ​ນີ້. ທ່ານນາງ​ເອກ​ອັກຄະ​ລັດຖະທູດ​ຍັງ​ໄດ້​ແຈ້ງ​ໃຫ້​ທ່ານ​ລັດຖະມົນຕີ​ຊາບ​ກ່ຽວ​ກັບ​ເນື້ອ​ໃນ, ຄວາມ​ສຳຄັນ ​ແລະ ການ​ກະກຽມ​ຂອງ​ຫວຽດນາມ​ໃນ​ພິທີ​ລົງ​ນາມ.

ທ່ານ​ນາງເອກ​ອັກຄະ​ລັດຖະທູດ ​ເຈີ່ນທິທູຖີນ ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ​ຂອງ​ທ່ານ​ລັດຖະມົນຕີ Paulo Chachine ​ເພື່ອ​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​ໃນ​ສົນທິສັນຍາ ​ແລະ ຜັນຂະຫຍາຍບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສອງຝ່າຍ ຈະ​ປະກອບສ່ວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ໂມຊຳບິກ ​ໃຫ້​ນັບ​ມື້​ນັບ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ໂມຊຳບິກ ເຈີ່ນທິທູຖີນ ຢ້ຽມຂ່ຳນັບ​ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ໂມ​ຊຳ​ບິກ
ທ່ານ​ລັດຖະມົນຕີ Paulo Chachine ​ໄດ້​ສົ່ງ​ຄຳ​ອວຍພອນ​ເຖິງ​ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ຊາດ.

ທ່ານ​ນາງເອກ​ອັກຄະ​ລັດຖະທູດ​ກໍ່​ໄດ້​ສະ​ເໜີ​ບັນດາ​ມາດ​ຕະການ​ສະ​ເພາະ​ເພື່ອ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ການ​ນຳ 2 ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ບັນດາ​ຂໍ້​ຕົກລົງ​ທີ່​ມີ​ຢູ່​ໃນ​ຂົງ​ເຂດ​ປະຕິບັດ​ກົດໝາຍ, ຕ້ານ​ອາດຊະຍາ​ກຳ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ ​ແລະ ອື່ນໆ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ເຈີ່ນທິທູຖີນ ໄດ້​ຮຽກຮ້ອງ​ຢ່າງເຄົາລົບໃຫ້​ທ່ານ​ລັດຖະມົນຕີ Paulo Chachine ​ແລະ ກະຊວງ​ພາຍ​ໃນ ໂມ​ຊຳ​ບິກ ສືບ​ຕໍ່​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ສະຖານທູດ​ປະຕິບັດ​ວຽກ​ງານ​ປົກ​ປັກ​ຮັກສາ​ພົນລະ​ເມືອງ, ປົກ​ປັກ​ຮັກສາ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ພົນລະ​ເມືອງ ​ແລະ ນິຕິ​ບຸກຄົນ​ຫວຽດນາມ ຢູ່ ໂມຊຳບິກ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນຮ່ວາງຮ້ຽບ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫວຽດ​ນາມ - ບຣາ​ຊິນ ​ອາຍຸການ 2025-2030. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນຮ່ວາງຮ້ຽບ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫວຽດ​ນາມ - ບຣາ​ຊິນ ​ອາຍຸການ 2025-2030.

ຍສໝ -​ ວັນ​ທີ 15 ກໍລະກົດ​ນີ້, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ບຣາຊິນ ​ໄດ້​ຈັດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 3 ​ອາຍຸການ​ 2025-2030. ທ່ານ ຫງວຽນ​ຮ່ວາງຮ້ຽບ, ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະມາຄົມ​ອາຍຸການ​ໃໝ່.

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ເນື່ອງ​ໃນ​ໂອ​ກາດ​ເລີ່ມ​ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່ ຫວຽດ​ນາມ ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ເນື່ອງ​ໃນ​ໂອ​ກາດ​ເລີ່ມ​ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່ ຫວຽດ​ນາມ

ຍສໝ -​ ຕອນບ່າຍວັນທີ 02 ກໍລະກົດ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບ ທ່ານນາງ Gillian Bird ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ເນື່ອງໃນໂອກາດເລີ່ມປະຕິບັດໜ້າທີ່ທາງການທູດຢູ່ ຫວຽດນາມ.

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-21277.html

In bài biết