ຮັດແໜ້ນຄວາມມິດຕະພາບລະຫວ່າງຫວຽດນາມ - ລາວ ແລະ ກຳປູເຈຍ ໂດຍຜ່ານລາຍການ “ຄອບຄົວຫວຽດນາມ ກັບນັກຮຽນລາວ ແລະ ກຳປູເຈຍ”.
![]() | ການພົວພັນຫວຽດນາມ - ກຳປູເຈຍ ນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງປະເທດຊາດ |
![]() | ທ່ານເອກອັກຄະລັດຖະທູດລາວ ປະຈຳ ກຳປູເຈຍ ອວຍພອນວັນຊາດ ຫວຽດນາມ |
ເຂົ້າຮ່ວມມີທ່ານ ຮ່ວາງວັນເຫງຍ, ຮອງປະທານສະມາຄົມນັກຮົບເກົ່ານະຄອນໂຮ່ຈິມິນ; ຜູ້ຕາງໜ້າບັນດາກົມ, ຂະແໜງການ ແລະ ອົງການຈັດຕັ້ງຂອງນະຄອນ; ທ່ານ ຟານມິງຍຶດ, ຮອງປະທານຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ຕາແສງ, ປະທານສະມາຄົມນັກຮົບເກົ່າ ຕາແສງ ເຕີນຍຶດ ພ້ອມກັບນັກສຶກສາ ລາວ ແລະ ກຳປູເຈຍ 184 ຄົນ ແລະ ບັນດາຄອບຄົວຊາວຫວຽດນາມ ທີ່ພວມຮັບເອົາ ແລະ ໜູນຊ່ວຍນັກສຶກສາສາກົນ.
ກ່າວຄຳປາໄສທີ່ການພົບປະແລກປ່ຽນ, ທ່ານຮອງປະທານສະມາຄົມນັກຮົບເກົ່ານະຄອນໂຮ່ຈິມິນ ຮ່ວາງວັນເຫງຍ ເນັ້ນໜັກວ່າ: ລາຍການແມ່ນໂອກາດເພື່ອໃຫ້ບັນດານັກສຶກສາລາວ ແລະ ກຳປູເຈຍ ເຂົ້າໃຈຢ່າງເລິກເຊິ່ງກ່ວາອີກກ່ຽວກັບມູນເຊື້ອສາມັກຄີແບບພິເສດລະຫວ່າງ 3 ປະເທດ. ຜ່ານການໄປຢ້ຽມຢາມບັນດາສະຖານທີ່ປະຫວັດສາດ, ບັນດານັກສຶກສາໄດ້ຮັບຄວາມຮູ້ທີ່ແທດຈິງກວ່າ, ຮູ້ສຶກເຖິງຈິດໃຈຕໍ່ສູ້ອັນບໍ່ຢຸດຢັ້ງຂອງຊາວຫວຽດນາມ, ພ້ອມກັນນັ້ນ ກໍຮັກແພງ ແລະ ນັບຖືຢ່າງສູງຄຸນຄ່າປະຫວັດສາດ, ວັດທະນະທຳຂອງປະເທດທີ່ຕົນດຳລົງຊີວິດ ແລະ ຮ່ຳຮຽນ.
![]() |
ສະຫາຍ ຮ່ວາງວັນເຫງຍ, ຮອງປະທານສະມາຄົມນັກຮົບເກົ່ານະຄອນ ໂຮ່ຈີມິນ ກ່າວຄຳປາໄສທີ່ການພົບປະແລກປ່ຽນ. |
ສະຫາຍ ຮ່ວາງວັນເຫງຍ ເຊື່ອໝັ້ນວ່າ, ຜ່ານການພົບປະແລກປ່ຽນ, ນັກສຶກສາລາວ ແລະ ກຳປູເຈຍ ຈະມີປະສົບການຮຽນນອກຫຼັກສູດທີ່ມີປະໂຫຍດກວ່າ ແລະ ເຂົ້າໃຈເຖິງຊີວິດການເປັນຢູ່ຂອງຊາວນະຄອນ ໂຮ່ຈີມິນ, ເປັນເມືອງທີ່ຂະຫຍັນຂັນເຄື່ອນທີ່ອຸດົມສົມບູນໄປດ້ວຍມູນເຊື້ອປະຕິວັດ.
ຕາງໜ້ານັກສຶກສາເຂົ້າຮ່ວມລາຍການ, ທ່ານ Moonlasing Moulita, ນັກສຶກສາລາວ ທີ່ຮຽນວິຊາເຕັກໂນໂລຊີຂໍ້ມູນຂ່າວສານ ຢູ່ມະຫາວິທະຍາໄລ ວັນລາງ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງເຖິງການນຳນະຄອນ ໂຮ່ຈີມິນ ແລະ ບັນດາຫົວໜ່ວຍຈັດຕັ້ງວ່າ: “ພວກຂ້າພະເຈົ້າຮູ້ສຶກຄືອາໄສຢູ່ໃນຄອບຄົວຂອງຕົນເອງຢູ່ ຫວຽດນາມ, ພວກຂ້າພະເຈົ້າສັນຍາວ່າຈະຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ປະກອບສ່ວນສ້າງສາພັດທະນາປະເທດຊາດ, ພ້ອມກັນນັ້ນ ກໍ່ກາຍເປັນຂົວເຊື່ອມຕໍ່ເພີ່ມພູນຄູນສ້າງມິດຕະພາບລະຫວ່າງຊາວໜຸ່ມ 3 ປະເທດ.
![]() |
ນາງ Moonlasing Moulita ນັກສຶກສາລາວ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການນຳນະຄອນ ໂຮ່ຈີມິນ ແລະ ບັນດາຫົວໜ່ວຍຈັດຕັ້ງ. |
ທາງຝ່າຍຂອງບັນດາຄອບຄົວຊາວຫວຽດນາມ ທີ່ຮັບເອົານັກຮຽນ, ນາງ ໂດ໊ທິເຟືອງແອັງ ໄດ້ແບ່ງປັນກຽດເມື່ອເຂົ້າຮ່ວມໃນລາຍການ, ຖືວ່າແມ່ນທ່າທີສະແດງຄວາມຮູ້ບຸນຄຸນ, ປະກອບສ່ວນສືບຕໍ່ຮັກສາຮີດຄອງປະເພນີສາມັກຄີອັນສູງສົ່ງ ທີ່ພໍ່ແມ່ປະຊາຊົນລຸ້ນຫຼັງໄດ້ມານະພະຍາຍາມເພີ່ມພູນຄູນສ້າງ.
![]() |
ນາງ ໂດ໊ທິເຟືອງແອັງ ໄດ້ແບ່ງປັນກຽດເມື່ອເຂົ້າຮ່ວມໃນລາຍການ |
ນອກຈາກການເຄື່ອນໄຫວທັດສະນະແລ້ວ, ໃນລາຍການຍັງມີການພົບປະແລກປ່ຽນສີລະປະ ລະຫວ່າງບັນດານັກຮົບເກົ່າ, ຄອບຄົວຫວຽດນາມ ແລະ ນັກສຶກສາລາວ ແລະ ກຳປູເຈຍ. ການສະແດງເຂັ້ມໄປດ້ວຍສີສັນຂອງ ຊາດ, ສົມທົບກັບຈິດໃຈສາມັກຄີ, ໄດ້ສ້າງບັນຍາກາດຈິງໃຈ ແລະ ສະໜິດສະໜົມ.
![]() |
ພົບປະແລກປ່ຽນ ສິລະປະລະຫວ່າງບັນດານັກຮົບເກົ່າ, ຄອບຄົວຫວຽດນາມ ແລະ ນັກສຶກສາລາວ ແລະ ກຳປູເຈຍ |
ກ່ອນໜ້ານັ້ນ, ຄະນະຜູ້ແທນສະມາຄົມນັກຮົບເກົ່ານະຄອນ ໂຮ່ຈີມິນ ໂດຍທ່ານ ຮ່ວາງວັນເຫງຍ, ຮອງປະທານສະມາຄົມນັກຮົບເກົ່ານະຄອນ ເປັນຫົວໜ້າຄະນະ ໄດ້ຖະຫວາຍທູບທຽນ, ດອກໄມ້ອາໄລຫາບັນດາວິລະຊົນນັກຮົບສະລະຊີວິດເພື່ອຊາດຢູ່ເຂດຮ່ອງຮອຍປະຫວັດສາດ ລາງແລ - ບ໋າວກໍ ແລະ ເຂດປະເພນີການປະຕິວັດຂອງບຸກໂຈມຕີຂະໜາດໃຫຍ່ ແລະ ລຸກຮືຂຶ້ນໃນລະດູບານໃໝ່ 1968. ເຂົ້າຮ່ວມພ້ອມກັບຄະນະມີສະຫາຍ ຟານທິເກີມຢຸງ, ຮອງເລຂາຄະນະພັກຕາແສງ ເຕີມຍຶດ; ການນຳຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ຕາແສງ ແລະ ບັນດາສະມາຄົມອົງການຈັດຕັ້ງຕາແສງ ແລະ 184 ຄອບຄົວຊາວຫວຽດນາມ ແລະ ນັກສຶກສາ ລາວ, ກຳປູເຈຍ.
ໃນບັນຍາກາດອັນເຄັ່ງຂຶມ, ຄະນະຜູ້ແທນໄດ້ຖະຫວາຍດອກໄມ້ ແລະ ທູບທຽນ ເພື່ອລະນຶກເຖິງບັນດາວິລະຊົນນັກຮົບສະລະຊີວິດເພື່ອຊາດ ແລະ ຍາດພີ່ນ້ອງຮ່ວມຊາດທີ່ເສຍສະຫຼະຊີວິດເພື່ອຊາດ ເພື່ອພາລະກິດຕໍ່ສູ້ການປົດປ່ອຍຊາດ. ຫຼັງຈາກນັ້ນ, ຄະນະຜູ້ແທນໄດ້ໄປຢ້ຽມຢາມ ແລະ ຮັບຟັງການອະທິບາຍຢູ່ຊັ້ນໃຕ້ດິນຂອງເຂດປະເພນີການປະຕິວັດກ່ຽວກັບເຫດບຸກໂຈມຕີຂະໜາດໃຫຍ່ ແລະ ລຸກຮືຂຶ້ນໃນລະດູບານໃໝ່ 1968.
ຮູບພາບທີ່ລາຍການແລກປ່ຽນ “ຄອບຄົວຫວຽດນາມ ກັບ ນັກສຶກສາລາວ ແລະ ກຳປູເຈຍ”
![]() |
![]() |
![]() |
![]() |
![]() |
![]() | ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມບັນດາກົນໄກນຳພາຂອງອາຊຽນ ເພື່ອປະຕິບັດຢຸດຍິງລະຫວ່າງ ກຳປູເຈຍ ແລະ ໄທ. ຍສໝ - ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະເຂົ້າຮ່ວມເຂົ້າໃນບັນດາຄວາມມານະພະຍາຍາມຂອງ ອາຊຽນ ເວົ້າລວມ ແລະ ສົມທົບກັບທ່ານ ປະທານປະເທດ ມາເລເຊຍ ເວົ້າສະເພາະ ໃນການແກ້ໄຂບັນຫາພາກພື້ນ. |
![]() | ປະຊາຄົມໂລກຮຽກຮ້ອງໃຫ້ໄທ ແລະ ກຳປູເຈຍ ຈຳກັດ ແລະ ດຳເນີນການເຈລະຈາໂດຍສັນຕິພາບ ຍສໝ - ປະເຊີນໜ້າກັບຄວາມເຄັ່ງຕຶງຂຶ້ນຢູ່ຊາຍແດນໄທ - ກຳປູເຈຍ, ສະຫະປະຊາຊາດ, ອາເມລິກາ, EU ແລະ ຫຼາຍປະເທດໃນພາກພື້ນໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ, ຮຽກຮ້ອງໃຫ້ສອງຝ່າຍຈຳກັດ, ປົກປ້ອງສາມັນຊົນ ແລະ ແກ້ໄຂການຂັດແຍ້ງດ້ວຍການເຈລະຈາໂດຍສັນຕິວິທີ, ເໝາະສົມຕາມກົດໝາຍສາກົນ. |
ແທັງຮັ່ງ