ບາດກ້າວຍຸດທະສາດກ່ຽວກັບຄວາມໝັ້ນຄົງດ້ານພະລັງງານຂອງ ຫວຽດນາມ
![]() | ອິນເດຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຍຸດທະສາດຮອບດ້ານຂອງ ຫວຽດນາມ ໃນພາກພື້ນ. |
![]() | ທ່ານເອກອັກຄະລັດຖະທູດ ນູແວນເຊລັງ: ຫວຽດນາມ ແມ່ນປັດໄຈທີ່ຕັ້ງໜ້າໃນການສ້າງຍຸດທະສາດຂອງອາຊຽນ |
ມະຕິສະບັບເລກທີ 70 ໄດ້ປະກາດໃຊ້ໃນສະພາບການໂລກພວມຢືນຢູ່ຕໍ່ໜ້າສິ່ງທ້າທາຍຫຼາຍຢ່າງ ເຊັ່ນ: ວິກິດການດ້ານພະລັງງານ, ການປ່ຽນແປງຂອງດິນຟ້າອາກາດ, ການແກ້ງແຍ້ງພູມີສາດການເມືອງ ແລະ ການຫັນປ່ຽນບັນດາລະບົບສະໜອງທົ່ວໂລກ.
ສຳລັບ ຫວຽດນາມ, ປະເທດທີ່ມີລະດັບການເຕີບໂຕສູງ, ຄວາມຕ້ອງການດ້ານພະລັງງານນັບມື້ນັບຫຼາຍຂຶ້ນ, ການຮັບປະກັນຄວາມໝັ້ນຄົງດ້ານພະລັງງານແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອພັດທະນາເສດຖະກິດແບບຍືນຍົງ ແລະ ຍົກສູງທີ່ຕັ້ງບົດບາດຂອງປະເທດຊາດ.
![]() |
(ພາບປະກອບ: chinhphu.vn) |
ຫຼາຍການກຳນົດທິດທີ່ມີລັກສະນະບຸກທະລຸ
ມະຕິສະບັບເລກທີ 70 ໄດ້ວາງອອກຫຼາຍການກຳນົດທິດທີ່ມີລັກສະນະບຸກທະລຸ. ໃນນັ້ນ ມີການປະຕິຮູບລະບອບລະບຽບການຢ່າງແຮງ. ມະຕິສະບັບເລກທີ 70 ວາງຈຸດສຸມເຂົ້າໃນການປ່ຽນແປງໃໝ່ກົນໄກ, ນະໂຍບາຍ ແລະ ການຄຸ້ມຄອງລັດ, ຈາກການສ້າງກອບນິຕິກຳໃຫ້ສົມບູນແບບ, ສ້າງຕະຫຼາດໄຟຟ້າແກ້ງແຍ້ງ, ຕະຫຼອດຮອດກົນໄກລາຄາໄຟຟ້າທີ່ໂປ່ງໃສ. ທ່ານຫົວໜ້າຄະນະນະໂຍບາຍຍຸດທະສາດສູນກາງພັກ ຄອມມູນິດ ຫຽດນາມ ຫງວຽນແທງງິ ຢັ້ງຢືນວ່າ:
“ສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບເພື່ອກາຍເປັນທ່າໄດ້ປຽບແກ້ງແຍ້ງ, ພື້ນຖານອັນໝັ້ນແກ່ນ, ກຳລັງໜູນຢ່າງແຮງເພື່ອຊຸກຍູ້ການພັດທະນາພະລັງງານ. ມະຕິກຳນົດສ້າງພື້ນຖານນິຕິກຳໃຫ້ສົມບູນແບບເພື່ອແກ້ໄຂຈຸດອຸດຕັນຂອງລະບອບລະບຽບການໃຫ້ແກ່ບັນດາໂຄງການພະລັງງານ; ສ້າງກົນໄກພົ້ນເດັ່ນເພື່ອດຶງດູດ, ຜັນຂະຫຍາຍບັນດາໂຄງການພະລັງງານສຳຄັນ, ຮີບເຮັ່ງ. ພ້ອມກັນນັ້ນກໍສ້າງນະໂຍບາຍການເງິນໃຫ້ສົມບູນແບບເພື່ອລະດົມບັນດາແຫຼ່ງເງິນລົງທຶນຈາກເອກະຊົນ, ການລົງທຶນຕ່າງປະເທດເຂົ້າໃນຂົງເຂດພະລັງງານໃຫ້ໄດ້ສູງສຸດ”.
ໄປຄຽງຄູ່ກັບການປ່ຽນແປງໃໝ່ກ່ຽວກັບລະບອບລະບຽບການ, ນະໂຍບາຍແລ້ວ, ມະຕິສະບັບດັ່ງກ່າວ ຍັງເນັ້ນໜັກເຖິງບັນດາເນື້ອໃນຈຸດສຸມ ເຊັ່ນ: ເປີດກວ້າງບົດບາດຂອງຂົງເຂດເອກະຊົນ; ພັດທະນາແຫຼ່ງພະລັງງານດ້ວຍຫຼາຍຮູບຫຼາຍແບບ, ເພີ່ມອັດຕາພະລັງງານສະອາດ, ໄຟຟ້ານິວເຄຼຍ; ຫັນລະບົບໄຟຟ້າ ແລະ ພື້ນຖານໂຄງລ່າງພະລັງງານເປັນທັນສະໄໝ; ຫຼຸດຜ່ອນການເອື່ອຍອີງຕໍ່ການນຳເຂົ້າ, ຮັບປະກັນຄວາມໝັ້ນຄົງຂອງແຫຼ່ງສະໜອງ…
ເປົ້າໝາຍເຊິ່ງມະຕິສະບັບເລກທີ 70 ໄດ້ວາງອອກ ບໍ່ພຽງແຕ່ແມ່ນຮັບປະກັນເງື່ອນໄຂຄົບຖ້ວນໃຫ້ແກ່ການເຕີບໂຕເທົ່ານັ້ນ, ຫາກຍັງວາງພື້ນຖານໃຫ້ແກ່ການຫັນປ່ຽນພະລັງງານຢ່າງຮອບດ້ານຢູ່ ຫວຽດນາມ. ຈຸດເນັ້ນໜັກສຳຄັນຂອງມະຕິສະບັບເລກທີ 70 ແມ່ນບາດກ້າວຫັນປ່ຽນຈິນຕະນາການຢ່າງແຮງ, ຈາກ “ການຮັບປະກັນການສະໜອງ” ໄປຍັງ “ການຮັບປະກັນຢ່າງໝັ້ນຄົງ, ເປັນເຈົ້າການດ້ານຄວາມໝັ້ນຄົງພະລັງງານ”. ທ່ານ ປອ ຢາງເຈິນເຕີຍ ນັກຊ່ຽວຊານດ້ານເສດຖະກິດ ໃຫ້ຂໍ້ສັງເກດວ່າ:
“ສິ່ງທີ່ໜ້າສົນໃຈແມ່ນມະຕິສະບັບເລກທີ 70 ໄດ້ກຳນົດພະລັງງານຕ້ອງໄປກ່ອນບາດກ້າວໜຶ່ງໃຫ້ແກ່ການພັດທະນາເສດຖະກິດດ້ວຍຄາດໝາຍ 25 ຫາ 30% ພະລັງງານທົດແທນແລະຮຽກຮ້ອງໃຫ້ບັນດາໂຮງງານກັ່ນຕອງນ້ຳມັນຕ້ອງຕອບສະໜອງໄດ້ຕ່ຳສຸດແມ່ນ 70% ຄວາມຕ້ອງການນ້ຳມັນທີ່ຈຳໜ່າຍຢູ່ພາຍໃນປະເທດ. ນີ້ແມ່ນບາດລ້ຽວສຳຄັນໃນຈິນຕະນາການຄວາມໝັ້ນຄົງພະລັງງານ, ຫັນຈາກການຮັບປະກັນການສະໜອງໄປສູ່ທ່າເປັນເຈົ້າການຢ່າງໝັ້ນແກ່ນ. ສິ່ງທີ່ຂ້າພະເຈົ້າຕີລາຄາສູງແມ່ນມະຕິສະບັບນີ້ວາງອອກເປົ້າໝາຍບໍ່ພຽງແຕ່ມີໄຟຟ້າ, ນ້ຳມັນອາຍແກັດຢ່າງພຽງພໍເທົ່ານັ້ນຫາກຍັງມຸ່ງເຖິງການບັນລຸໄດ້ພະລັງງານສະອາດ, ຫຼຸດຜ່ອນການປ່ອຍອາຍພິດ.ພ້ອມດຽວກັນນັ້ນ, ກໍຮຽກຮ້ອງໃຫ້ມີຄວາມຄົບຊຸດແຕ່ລະບອບລະບຽບການຕະຫຼອດຮອດແຫຼ່ງທຶນຮອນ, ເຕັກໂນໂລຢີ, ຊັບພະຍາກອນມະນຸດແລະຕະຫຼາດແກ້ງແຍ້ງທີ່ປອດໂປ່ງ”.
ຕັດສິນໃຈປະຕິບັດຍຸດທະສາດຄວາມໝັ້ນຄົງພະລັງງານໃໝ່
ເພື່ອປະກອບສ່ວນຜັນຂະຫຍາຍປະຕິບັດມະຕິສະບັບເລກທີ 70 ກາຍເປັນການກະທຳລະອຽດ, ນຳຍຸດທະສາດຄວາມໝັ້ນຄົງພະລັງງານໃໝ່ ໃຫ້ເຂົ້າສູ່ຊີວິດຕົວຈິງຢ່າງແທ້ຈິງ, ກາຍເປັນກຳລັງໜູນນຳປະເທດຊາດພັດທະນາຢ່າງວ່ອງໄວ, ຍືນຍົງ, ໃນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງກຸ່ມບໍລິສັດອຸດສາຫະກຳ - ພະລັງງານແຫ່ງຊາດ ຫວຽດນາມ (PetroVietnam) ໃນຕອນບ່າຍວັນທີ 21 ກັນຍາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໂຕເລິມ ໄດ້ເນັ້ນໜັກຄຳຮຽກຮ້ອງຢ່າງຈະແຈ້ງວ່າ ກຸ່ມບໍລິສັດເສດຖະກິດແຖວໜ້າປະເທດ, PetroVietnam ຕ້ອງເປັນຫົວໜ່ວຍນຳໜ້າຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ, ສວມບົດບາດແກ່ນສານໃນການຕອບສະໜອງແຫຼ່ງພະລັງງານທີ່ຈຳເປັນ.
“ຕ້ອງຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດຢ່າງໝັ້ນແກ່ນ, ຕາມຮູບແບບ 3 ຊັ້ນ: ແຫຼ່ງພະລັງງານແບບເກົ່າທີ່ໝັ້ນທ່ຽງ, ມີໄຫວພິບ; ອາຍແກັດເຫຼວ, ການເກັບຮັກສາແລະແຫຼ່ງພະລັງງານໃໝ່ຄືໄຟຟ້າແຮງລົມ, ໄຟຟ້ານິວເຄຼຍ. ເປັນເຈົ້າການສ້າງແຫຼ່ງກຳລັງສຳຮອງຍຸດທະສາດ, ດັດສົມແຫຼ່ງສະໜອງໃຫ້ສະໝ່ຳສະເໝີ, ມີໄຫວພິບ ຕິດພັນກັບຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານປ້ອງກັນຊາດແລະເປັນເອກະລາດເປັນເຈົ້າຂອງດ້ານເສດຖະກິດ”.
ໃນຂະນະນັ້ນ, ຫຼາຍໂຄງການແຫຼ່ງໄຟຟ້າໃຫຍ່ ໄດ້ ແລະ ພວມຖືກນຳເຂົ້າເຄື່ອນໄຫວ. ລະບົບສາຍສົ່ງໄຟຟ້າແຫ່ງຊາດສືບຕໍ່ໄດ້ຮັບການເປີດກວ້າງ ແລະ ຍົກລະດັບ. ລັດຖະບານຊີ້ນຳເພີ່ມທະວີການນຳເຂົ້າ ຖ່ານຫີນ, LNG (ອາຍແກັດເຫຼວ) ເພື່ອຮັບປະກັນຄວາມປອດໄພໃນການສະໜອງໄຟຟ້າ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍຍູ້ແຮງການພັດທະນາພະລັງງານທົດແທນ.
ບັນດາຄວາມມານະພະຍາຍາມເຫຼົ່ານັ້ນ ໄດ້ຢັ້ງຢືນໃຫ້ເຫັນຄວາມຕັດສິນໃຈຂອງ ຫວຽດນາມ ໃນການສ້າງລະບົບພະລັງງານທັນສະໄໝ, ສີຂຽວ, ຍືນຍົງ, ປະກອບສ່ວນຫັນຄວາມຄາດຫວັງພັດທະນາປະເທດຊາດໃຫ້ວັດທະນາຖາວອນ, ຈະເລີນຮຸ່ງເຮືອງໃຫ້ປະກົດຜົນເປັນຈິງ.
![]() | ຫວຽດນາມ - ລາວ ນຳການພົວພັນດ້ານເສດຖະກິດ, ການຄ້າ ແລະ ພະລັງງານຂຶ້ນສູ່ລະດັບສູງໃໝ່ ຍສໝ - ການຢ້ຽມຢາມ ແລະ ເຮັດວຽກຂອງທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ລາວ ມາໄລທອງ ກົມມະສິດ ແມ່ນຂີດໝາຍສຳຄັນເປີດໄລຍະໃໝ່ແຫ່ງການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນ ແລະ ຍືນຍົງລະຫວ່າງສອງກະຊວງ ແລະ ສອງປະເທດ... |
![]() | ເພີ່ມທະວີການຮ່ວມມືສອງຝ່າຍຕາມຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ ແລະ ອາເມລິກາ ຍສໝ - ທ່ານຮອງປະທານສະພາແຫ່ງຊາດ ສະເໜີທ່ານເອກອັກຄະລັດຖະທູດ ແລະ ສະຖານທູດສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວເຊື່ອມຕໍ່, ຊຸກຍູ້ການຮ່ວມມື, ຖ່າຍທອດເຕັກໂນໂລຢີ, ໜູນຊ່ວຍ ຫວຽດນາມກາຍເປັນສູນເຕັກໂນໂລຢີສູງຂອງພາກພື້ນ ແລະ ແມ່ນຕາໂສ້ສຳຄັນໃນລະບົບສະໜອງເຄິ່ງຊັກນຳໄຟຟ້າທົ່ວໂລກ |