14:18 | 02/09/2025

ຫວຽດນາມ ຢືນຢັນ ຈັນຍາບັນເອກະລາດ, ປະຕິຮູບ ແລະ ພັດທະນາເພື່ອປະຊາຊົນ

ຫວຽດນາມ ຢືນຢັນ​ທີ່​ຕັ້ງ​ໃຈກາງ​ໃນ​ການ​ຮັກສາ​ສັນຕິພາບຂອງ ສ​ປ​ຊ
ຫວຽດນາມ - ລາວ ຢືນຢັນ, ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ

ທ່ານ ​ແອງ ກອກ​ເທຍ, ​ລັດຖະມົນຕີປະຈຳ​ຫ້ອງ​ວ່າການ​ຄະນະລັດຖະບານລາຊະອານາຈັກກຳປູ​ເຈຍ:

ຫວຽດ​ນາມ - ເປັນ​ແບບ​ຢ່າງ​ແຫ່ງ​ການ​ພັດ​ທະ​ນາ​ທີ່​ເປັນ​ປະ​ເທດ​ຕົນ​ເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ

ກ່າວ​ຄຳ​ປາໄສຕໍ່​ນັກ​ຂ່າວ ສຳນັກຂ່າວສານ ຫວຽດນາມ, ທ່ານ​ ປອ ແອງ ກອກ​ເທຍ ຕີ​ລາຄາ​ວ່າ 80 ປີຜ່ານມາ, ຫວຽດນາມ ​ໄດ້​ມີ​ການ​ຫັນປ່ຽນ​ໃນສັງຄົມ ແລະ ການ​ພົວພັນ​ດ້ານ​ການ​ຜະລິດ​ຫຼາຍ​ຢ່າງ​ ກໍ່ຄືບັນດາ​ການ​ຕໍ່ຕ້ານ​ການຮຸກຮານຂອງພາຍນອກ, ​ໃນ​ນັ້ນ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ກຳປູ​ເຈຍ. ນັ້ນເປັນການເດີນທາງຮ່ວມກັນຂອງສອງປະເທດບ້ານໃກ້ເຮືອນຄຽງທີ່ທັງສອງຕົກຢູ່ພາຍໃຕ້ການປົກຄອງຂອງລ່າເມືອງຂຶ້ນຝຣັ່ງໃນອະດີດ, ມີການເດີນທາງທາງດ້ານການເມືອງ ແລະ ສັງຄົມອັນດຽວກັນ, ກໍ່ຄືເຂົ້າຮ່ວມໃນຂະບວນການສ້າງສາ ແລະ ພັດທະນາສັນຕິພາບຢູ່ແຕ່ລະປະເທດ. ຫວຽດນາມ ​ໄດ້​ເປັນ​ເອກະ​ພາບ​ສອງພາກພື້ນຂອງ​ປະ​ເທດ, ບັນລຸ​ໄດ້​ສັນຕິພາບ​ທີ່​ຍາວນານ ​ແລະ ພັດທະນາ​ຢ່າງ​ແຂງ​ແຮງ, ຜ່ານ​ຫລາຍ​ໄລຍະ​ແຫ່ງ​ການ​ພັດທະນາ ດ້ວຍ​ການ​ປ່ຽນ​ແປງ​ກ່ຽວກັບ​ນະ​ໂຍບາຍ​ເສດຖະກິດ, ການ​ຄຸ້ມ​ຄອງ​ປະ​ເທດ ​ແລະ ການ​ບໍລິຫານ​ຂອງ​ລັດ, ພິ​ເສດ​ແມ່ນ​ການ​ຫັນ​ເປັນ​ເສດຖະກິດ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ.

ຫວຽດນາມ ຢືນຢັນ  ຈັນຍາບັນເອກະລາດ, ປະຕິຮູບ ແລະ ພັດທະນາເພື່ອປະຊາຊົນ

ທ່ານ ປອ ແອງກອກ​ເທຍ, ​ລັດຖະມົນຕີປະຈຳ​ຫ້ອງ​ວ່າການ​ຄະນະລັດຖະບານລາຊະອານາຈັກກຳປູ​ເຈຍ. (ພາບ: TTXVN)

ທ່ານ​ກ່າວ​ວ່າ ການ​ປ່ຽນ​ແປງ​ທັດສະນະ​ພັດທະນາ​ເສດຖະກິດ​ຢ່າງ​ກ້າຫານ, ຄຽງ​ຄູ່​ກັບ​ການ​ດັດ​ແປງ​ກ່ຽວກັບນະ​ໂຍບາຍ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຊ່ວຍ​ໃຫ້ ຫວຽດນາມ ບັນລຸ​ໄດ້​ບັນດາ​ຜົນງານ​ພັດທະນາ​ທີ່​ສຳຄັນ​ຄື: ຫຼຸດຜ່ອນ​ຄວາມທຸກ​ຍາກ, ຍົກສູງອາຍຸຍືນ ແລະ ລະດັບການດຳລົງຊີວິດ​ຂອງ​ປະຊາຊົນ.

ທ່ານ​ເນັ້ນ​ໜັກ​ວ່າ: "ດ້ວຍ​ອັດ​ຕາ​ຄວາມ​ທຸກ​ຍາກຢູ່ລະດັບ​ຕ່ຳຫຼາຍ, ຊາວ​ຫວຽດ​ນາມ​ໃນປະຈຸບັນໄດ້ມີ​​ຊີ​ວິດ​ທີ່​ມີ​ຄວາມ​ຜາ​ສຸກ, ມີທຸກສິດ​ອິດ​ສະ​ລະ​ພາບ ແລະ ສາ​ມາດ​ຕັດ​ສິນ​ອະ​ນາ​ຄົດ​ຂອງ​ຕົນ​ເອງ".

ທ່ານ ປອ ແອງກອກເທຍ ກໍ່ຕີລາຄາສູງເລື່ອງ ຫວຽດນາມ ບັນລຸໄດ້ບັນດາເປົ້າໝາຍພັນປີກ່ອນໜ້ານັ້ນກ່ວາຫຼາຍປະເທດໃນອາຊຽນຢ່າງສຳເລັດ ແລະ ພວມສືບຕໍ່ມານະພະຍາຍາມປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຮອດປີ 2030. ທ່ານສະແດງຄວາມຊົມເຊີຍຕໍ່ຈິດໃຈຄວາມດຸໝັ່ນ, ມີຫົວຄິດປະດິດສ້າງຂອງປະຊາຊົນ ຫວຽດນາມ ໃນການອອກແຮງງານ, ປະກອບສ່ວນຮັກສາສັນຕິພາບ, ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ປ້ອງກັນຕ້ານໂລກລະບາດ ແລະ ແກ້ໄຂບັນດາບັນຫາທົ່ວໂລກ. ຕາມ​ທ່ານ​ແລ້ວ, ບັນດາ​ຜົນງານ​ໃນ​ການ​ເບິ່ງ​ແຍງ​ດູ​ແລ​ຊີວິດ​ຂອງ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ອະນຸລັກ​ຮັກສາ​ບັນດາ​ສະຖານ​ທີ່​ວັດທະນະທຳ ​ແລະ ຄວາມເຊື່ອຖື ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ພັດທະນາ​ແບບ​ລວມ ​ແລະ ສອດຄ່ອງ​ຂອງ​ຫວຽດນາມ.

ທ່ານ ປອ Nadia Radulovich, ຄະນະຄົ້ນຄວ້າທິດຕາເວັນອອກ, ມະຫາວິທະຍາໄລ Salvador (Argentina):

ຫວຽດນາມ ຢືນຢັນ​ທີ່​ຕັ້ງ​ຂອງ​ຕົນ​ໂດຍການຖື​ມະນຸດເປັນ​ໃຈກາງ

ຕາມທ່ານ ປອ Nadia Radulovich ແລ້ວ, ປະຊາຊົນ ຫວຽດນາມ ໄດ້ສະແດງໃຫ້ເຫັນກຳລັງແຮງ ແລະ ຄວາມອົງອາດກ້າແກ່ນໃນສົງຄາມຕໍ່ຕ້ານ, ທ້ອນໂຮມປະເທດຊາດເປັນເອກະພາບໃນປີ 1975, ກ່ອນທີ່ຈະປະຕິບັດການປ່ຽນແປງໃໝ່ ໃນປີ 1986 ແລະ ບັນລຸໄດ້ການຫັນປ່ຽນເສດຖະກິດ - ສັງຄົມຢ່າງແຂງແຮງ. ທ່ານ​ນາງ​ກ່າວ​ວ່າ GDP ຂອງ​ຫວຽດນາມ​ໄດ້​ເພີ່ມ​ຂຶ້ນ​ຈາກ 8 ຕື້ USD ​ໃນ​ປີ 1986 ຂຶ້ນ​ເປັນ 476 ຕື້ USD ​ໃນ​ປີ 2024, ​ແລະ ລາຍ​ຮັບ​ຕໍ່​ຫົວ​ຄົນ​ຈາກ​ຕ່ຳ​ກວ່າ 700 USD ຂຶ້ນ​ເປັນ 4.500 USD.

ຫວຽດນາມ ຢືນຢັນ  ຈັນຍາບັນເອກະລາດ, ປະຕິຮູບ ແລະ ພັດທະນາເພື່ອປະຊາຊົນ

ການ​ສະ​ແດງ​ສຽງ​ກອງ​ຂ່ຳນັບຮັບຕ້ອນໃນ​ການ​ຊ້ອມ​ຮົບສວນສະໜາມ, ແຫ່ຂະບວນ ​ໃນ​ວັນ​ທີ 30 ສິງຫາ 2025. (ພາບ: ໜັງສືພິມ​ Dan tri)

ທ່ານ​ນາງ​ເນັ້ນ​ໜັກ​ວ່າ ນະ​ໂຍບາຍ​ພັດທະນາ​ຖື​ມະນຸດເປັນ​ໃຈກາງ​ແມ່ນ​ຈຸດ​ພົ້ນ​ເດັ່ນ ໃນຮູບ​ແບບ​ການ​ພັດທະນາ​ຂອງ​ຫວຽດນາມ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ຜ່ານ​ການ​ນຳ​ໃຊ້​ມາດຖານ​ຄວາມທຸກ​ຍາກ​ຫຼາຍ​ດ້ານ ​ແລະ ບັນດານະ​ໂຍບາຍຮັບ​ປະກັນ​ຊີວິດສັງຄົມ. ການຍົກເວັ້ນຄ່າຮຽນຂອງນັກຮຽນແຕ່ ອະນຸບານ ຫາ ມັດທະຍົມຕອນປາຍ ໃນໂຮງຮຽນລັດ ສົກຮຽນ 2025-2026 ແມ່ນບາດກ້າວທີ່ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງບູລິມະສິດຂອງການພັດທະນາມະນຸດ ແລະ ຮັບປະກັນໂອກາດທາງການສຶກສາທີ່ສະເໝີພາບ.

ຕາມ​ທ່ານ​ນາງ​ແລ້ວ, ການ​ເດີນ​ທາງ​ແຕ່​ປີ 1945 ຮອດ​ປະຈຸ​ບັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດນາມ ​ໄດ້​ສົມທົບ​ກັນ​ຢ່າງ​ກົມກຽວ​ກັນ​ຄວາມ​ມຸ່ງ​ມາດ​ປາຖະໜາ​ເປັນ​ເອກະລາດ​ແຫ່ງ​ຊາດ, ການ​ປະຕິ​ຮູບ​ເສດຖະກິດ​ທີ່​ຕັດສິນ​ໃຈ ​ແລະ ໃຫ້ຄຳໝັ້ນສັນຍາເພື່ອໃຫ້ມະນຸດ, ຜ່ານ​ນັ້ນ ບືນຕົວ​ກາຍ​ເປັນ​ປະເທດມະຫາອຳນາດໄລຍະກາງ​ອັນ​ມີອິດທິພົນ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ອິນ​ໂດ - ​ປາຊີ​ຟິກ.

ທ່ານ Claudio De Negri, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ພັກ​ກອມ​ມູນິດ​ ຈີ​ເລ, ອະດີດ​ເອກ​ອັກຄະ​ລັດຖະທູດ ຈີ​ເລ ປະຈຳ ຫວຽດນາມ:

ຫວຽດນາມ ​ເອົາ​ໃຈ​ໃສ່​ເຖິງ​ການ​ຮັບປະກັນ​ຊີວິດ​ສັງຄົມ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ໃນ​ຂະ​ບວນການ​ປ່ຽນແປງ​ໃໝ່.

​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ໜັງສືພິມ Nhan Dan, ທ່ານ Claudio De Negri ​ໃຫ້​ຮູ້​ວ່າ ຈຸດ​ແຮງ​ຂອງ​ຂະ​ບວນການປ່ຽນແປງໃໝ່​​ຢູ່ ຫວຽດນາມ ​ແມ່ນ​ການ​ເຂົ້າ​ຮ່ວມ​ຢ່າງ​ແທ້​ຈິງ​ຂອງ​ປະຊາຊົນ, ຈາກ​ການ​ຖື​ປະຊາຊົນ​ເປັນ​ຮາກ​ຖານ, ກຳນົດ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ເສດຖະກິດ​ຂອງ​ທົ່ວ​ປະ​ເທດ - ສິ່ງ​ທີ່​ຊາວ​ຫວຽດນາມ​ທຸກ​ຄົນ​ພາກພູມ​ໃຈ​ແມ່ນ​ເຈົ້າກຳ​ ແລະ ​ເຂົ້າ​ຮ່ວມ​ໃນ​ທຸກ​ບາດກ້າວ​.

ຫວຽດນາມ ຢືນຢັນ  ຈັນຍາບັນເອກະລາດ, ປະຕິຮູບ ແລະ ພັດທະນາເພື່ອປະຊາຊົນ

ທ່ານ Claudio De Negri, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ພັກ​ກອມ​ມູນິດ​ ຈີ​ເລ, ອະດີດ​ເອກ​ອັກຄະ​ລັດຖະທູດ ຈີ​ເລ ປະຈຳ ຫວຽດນາມ. (ພາບ: VOV)

ຫວຽດນາມ ​ໄດ້​ຫັນປ່ຽນ​ຈາກ​ພື້ນຖານ​ເສດຖະກິດ​ກະສິກຳ​ເປັນ​ໜຶ່ງ​ໃນ​ບັນດາ​ຕະຫຼາດທີ່​ຂະຫຍັນຂັນເຂື່ອນ​ທີ່​ສຸດ​ຂອງ​ໂລກ, ດ້ວຍ​ພື້ນຖານ​ເສດຖະກິດວາງອອກຈຸດສຸມເຂົ້າ​ການ​ຮັບປະກັນ​ຊີວິດ​ສັງຄົມ​ຂອງ​ປະຊາຊົນ, ​ອະນຸຍາດໃຫ້​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ການສ້າງ​ປະຕິ​ຮູບ ​ແລະ ແກ້​ໄຂ​ບັນດາ​ຂໍ້ຈຳກັດ, ຂາດຕົກບົກພ່ອງ.

ຂະບວນການປ່ຽນແປງໃໝ່ຂອງຫວຽດນາມ ແມ່ນຕົວຢ່າງແບບຢ່າງ, ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ ແລະ ພາຍໃຕ້ການຄຸ້ມຄອງຂອງລັດ, ຫວຽດນາມ ໄດ້ປະມວນບົດບາດຂອງຕະຫຼາດ ແລະ ການລົງທຶນຂອງຕ່າງປະເທດເຂົ້າໃນເສດຖະກິດ ແຕ່ຍັງຄົງຮັກສາບັນດາຫຼັກການສັງຄົມນິຍົມ.

ຫວຽດນາມ ເທົ່າທຽມລະຫວ່າງ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ຄຸ້ມ​ຄອງ​ຊັບພະຍາກອນ​ແບບ​ຍືນ​ຍົງ, ຖື​ສະຫວັດດີ​ການ​ຂອງ​ປະຊາຊົນ ​ແລະ ການພັດທະນາ​ປະ​ເທດ​ຊາດເປັນສຳຄັນ. ນີ້​ກໍ​ແມ່ນ​ຈິດ​ໃຈ​ທີ່ຊຸກ​ຢູ່ການກະທັດກົງຈັກຂອງລັດ​ພວມປະຕິບັດໃນ​ປະຈຸ​ບັນ, ມຸ່ງໄປເຖິງ​ສາຍ​​ພົວພັນໂດຍກົງ ແລະ ​ລະຫວ່າງ​ລັດ ​ແລະ ລ່ວງຕະຫຼອດລະຫວ່າງລັດ ກັບ ປະຊາຊົນ.

ທ່ານ ອະດີດນາຍົກລັດຖະມົນຕີ ອິດສະຣາແອນ Ehud Barak:

ຈາກ​ຂີ້​ເຖົ່າ​ຂອງ​ສົງ​ຄາມ​, ຫວຽດ​ນາມ​ໄດ້​ກາຍ​ເປັນ​ເລື່ອງ​ສໍາ​ເລັດ​​ເປັນພົ້ນເດັ່ນ

ແລກປ່ຽນຕໍ່ນັກຂ່າວຂອງສຳນັກຂ່າວສານ ຫວຽດນາມ, ທ່ານ ອະດີດນາຍົກລັດຖະມົນຕີ ອິດສະຣາແອນ Ehud Barak ໃຫ້ຮູ້ວ່າ ຫວຽດນາມ “ແມ່ນແຫຼ່ງກຳລັງພິເສດ, ການສຸມໃສ່, ໂຮມເປັນເອກະພາບ ແລະ ຄວາມປາຖະໜາພັດທະນາຢ່າງຈະແຈ້ງ". ຕາມທ່ານແລ້ວ, ການປ່ຽນແປງໃໝ່ບໍ່​ພຽງ​ແຕ່​ແມ່ນ​ນະ​ໂຍບາຍ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການ​ຫັນປ່ຽນ​ຍຸດ​ທະ​ສາດ, ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ປະຕິ​ຮູບ, ກ້າ​ຫານ​ຜ່ານຜ່າຄຳພີເພື່ອບືນຕົວຂຶ້ນ​ - ​ແມ່ນ​ສິ່ງ​ທີ່​ບໍ່​ງ່າຍ​ສຳລັບ​ປະ​ເທດ​ທີ່​ທັງ​ສ້າງ​​ເສດຖະກິດ​ການ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ, ທັງຮັກສາບັນດາ​ມໍລະດົກ​ທາງ​ການ​ເມືອງ.

ຫວຽດນາມ ຢືນຢັນ  ຈັນຍາບັນເອກະລາດ, ປະຕິຮູບ ແລະ ພັດທະນາເພື່ອປະຊາຊົນ

ພັນລະຍາຂອງອະດີດນາຍົກລັດຖະມົນຕີ ອິດສະຣາແອນ Ehud Barak, ທ່ານນາງ Nili Barak ຖ່າຍຮູບກັບສາມີຢູ່ຕໍ່ໜ້າຮູບປັ້ນປະທານ ໂຮ່ຈີມິນ ໃນການມາຢ້ຽມຢາມ ຫວຽດນາມ, ເດືອນສິງຫາ 2022. (ພາບ: ໜັງສືພິມ Tuoi Tre)

ທ່ານ​ກ່າວ​ເນັ້ນ​ວ່າ ນັບ​ແຕ່​ປີ 1986 ​ເປັນ​ຕົ້ນ​ມາ, ຫວຽດນາມ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ດ້ວຍ​ຍຸດ​ທະ​ສາດ​ທີ່​ຖືກຕ້ອງ, ໃຫ້ຄຳໝັ້ນສັນຍາມີ​ການ​ປ່ຽນ​ແປງ ​ແລະ ຈິດໃຈກ້າຫານ, ຈຸດ​ເລີ່​ມຕົ້ນ​ທີ່​ຫຍຸ້ງຍາກ​ຍັງສາມາດ​ນຳ​ໄປ​ສູ່​ຄວາມ​ສຳ​ເລັດ​ທີ່​ຜິດປົກກະຕິ. ທ່ານ​ກ່າວ​ວ່າ "ຈາກ​ຂີ້​ເຖົ່າ​ຂອງ​ສົງ​ຄາມ, ພວກເຈົ້າ​ໄດ້​ສ້າງ​ພື້ນຖານເສດ​ຖະ​ກິດ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ, ມີ​ການ​ແຂ່ງ​ຂັນ, ອີງ​ໃສ່​ການ​ສຶກ​ສາ, ເຕັກ​ໂນ​ໂລ​ຊີ ແລະ​ ການ​ປະ​ຕິ​ຮູບ​ການ​ນຳ​ພາ.

ທ່ານ Ehud Barak ຢືນຢັນ​ວ່າ ຫວຽດນາມ ​ໄດ້​ບືນຕົວກາຍ​ເປັນ​ປະ​ເທດ​ປະສົບ​ຜົນສຳ​ເລັດ​ແບບ​ປົກກະຕິ​ໃນ​ການ​ພັດທະນາ, ຍົກ​ໃຫ້​ປະຊາຊົນ​ນັບ​ລ້ານ​ຄົນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ ​ແລະ ປະຈຸ​ບັນ​ມຸ່ງ​ໄປ​ເຖິງເປົ້າໝາຍ​ກາຍ​ເປັນ​ປະ​ເທດ​ມີ​ລາຍ​ຮັບ​ສູງ​ໃນ 2 ທົດ​ສະ​ວັດ​ຈະ​ມາ​ເຖິງ. ທ່ານ​ເຊື່ອ​ໝັ້ນ​ວ່າ ​ເມື່ອ​ຫວຽດນາມ​ສະ​ເຫຼີ​ມສະຫຼອງ 100 ປີ​ແຫ່ງ​ວັນ​ຊາດ, ຫວຽດນາມ ຈະ​ກາຍ​ເປັນ​ປະ​ເທດ​ທີ່​ມີ​ການ​ພັດທະນາ​ຢ່າງຮອບດ້ານ, ​ໄດ້​ຮັບ​ການ​ສະ​ເຫຼີ​ມສະຫຼອງ​ຢ່າງ​ສະຫງ່າ​ງາມ​, ສົມ​ຄວນ​ກັບ​ສິ່ງ​ທີ່​ຕົນ​ບັນລຸ​ໄດ້.

ທ່ານນາງ​ຜູ້ສຳເລັດຣາຊະການ Cindy Kiro ຢືນຢັນ​ວ່າ ຍາມ​ໃດ​ກໍ​ໃຫ້ການ​ໜູນຊ່ວຍ, ໃຫ້ຄວາມສົນໃຈສຳລັບປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ນິວຊີ​ແລນ ທ່ານນາງ​ຜູ້ສຳເລັດຣາຊະການ Cindy Kiro ຢືນຢັນ​ວ່າ ຍາມ​ໃດ​ກໍ​ໃຫ້ການ​ໜູນຊ່ວຍ, ໃຫ້ຄວາມສົນໃຈສຳລັບປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ນິວຊີ​ແລນ

ຍສໝ - ຕອນ​ບ່າຍ​ວັນ​ທີ 11 ມີນານີ້, ຢູ່​ນະຄອນຫຼວງ Wellington, ​ໃນລາຍການການ​ຢ້ຽມຢາມ ​ນິວຊີ​ແລນ ​ຢ່າງ​ເປັນ​ທາງ​ການ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາງ Cindy Kiro ​ຜູ້ສຳເລັດຣາຊະການ ນິວຊີ​ແລນ.

ຫວຽດນາມ ຢືນຢັນ ສັນຕິພາບແມ່ນເງື່ອນໄຂທີ່ຕ້ອງມີກ່ອນເພື່ອການພັດທະນາ ຫວຽດນາມ ຢືນຢັນ ສັນຕິພາບແມ່ນເງື່ອນໄຂທີ່ຕ້ອງມີກ່ອນເພື່ອການພັດທະນາ

ຍສໝ - ວັນ​ທີ 20 ພະຈິກ​ນີ້, ຢູ່​ນິວຢອກ, ອາ​ເມ​ລິ​ກາ, ສະພາຄວາມໝັ້ນຄົງ ສະຫະປະຊາຊາດ (UNSC) ໄດ້​ຈັດ​ຕັ້ງວາລະ​ປະຊຸມເປີດກ່ຽວ​ກັບ "ການຊຸກຍູ້​ສັນຕິພາບ​ແບບ​ຍືນ​ຍົງ​ຜ່ານ​ການ​ພັດທະນາ​ຮ່ວມ" ໂດຍການເປັນປະທານຂອງ ​ຈີນ, ປະທານສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໃນ​ເດືອນ​ພະຈິກ 2023.​

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-21161.html

In bài biết