14:34 | 26/08/2025

ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ Uzbekistan - ຫວຽດ​ນາມ: ພູມ​ໃຈ​ກ່ຽວກັບປະ​ຫວັດ​ສາດ, ເຄົາລົບ​ຄວາມ​ສຳ​ເລັດ​ໃນວັນ​ນີ້

ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ສະ​ວິດ - ຫວຽດ​ນາມ: ຄວາມ​ພາກ​ພູມ​ໃຈ​ທີ່​ໄດ້​ເຫັນ​ການ​ເຕີບ​ໂຕ​ຂອງ​ຫວຽດ​ນາມ ພາຍຫຼັງ 80 ປີ​ແຫ່ງ​ວັນ​ຊາດ
ຫວຽດ​ນາມ - ລາວ ​ປັບປຸງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ, ຮັດ​ແໜ້ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ສະ​ໜິດ​ສະ​ໜົມ, ສັດຊື່ບໍລິສຸດ

ຮັກຫວຽດນາມ ຕັ້ງແຕ່ເດັກນ້ອຍ

ປີ 1963, ພໍ່​ຂອງ​ລາວ, ທະ​ນາຍ​ຄວາມ Mukhamedov Rustam, ໄດ້​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ດ້ວຍ​ຄະ​ນະ​ຜູ້​ແທນ​ໂຊ​ວຽດ. ຄະນະ​ຜູ້​ແທນ​ໄດ້​ໄປ​ຢ້ຽມຢາມ​ທຳນຽບປະທານຢູ່ ຮ່າ​ໂນ້ຍ, ໄດ້​ປະທານ ​ໂຮ່ຈີ​ມິນ ຕ້ອນຮັບ ​ແລະ ​ໂອ້​ລົມ​ກັບ. ຫຼັງ​ຈາກ​ນັ້ນ, ຄະນະ​ຜູ້​ແທນ​ທັງ​ໝົດ​ໄດ້​ໄປ​ຢ້ຽມຢາມ​ອ່າວ ຮ່າ​ລອງ ​ແລະ ຫຼາຍ​ນະຄອນ, ພົບ​ປະ​ກັບ​ການ​ນຳ ​ແລະ ປະຊາຊົນ ຫວຽດນາມ.

ການເດີນທາງນັ້ນເຮັດໃຫ້ພໍ່ຂອງລາວມີຄວາມປະທັບໃຈຢ່າງເລິກເຊິ່ງ. ເມື່ອກັບເມືອບ້ານ, ພໍ່ຂອງລາວເລົ່າສູ່ລູກຟັງກ່ຽວກັບປະເທດທີ່ສວຍງາມ,ປະ​ເທດ​ຊາດ​ທີ່​ຢືດ​ຢຸ່ນ ​ແລະ ກ່ຽວ​ກັບ​ການ​ນຳ​ທີ່​ດີ​ເດັ່ນ​ - ​ໂຮ່ຈີ​ມິນ ດ້ວຍ​ສະຕິ​ປັນຍາ ​ແລະ ວິ​ໄສ​ທັດ​ທີ່​ຍາວ​ໄກ, ດ້ວຍ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ໄຊຊະນະ ​ແລະ ອະນາຄົດ​ທີ່​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ປະຊາຊົນ​ຫວຽດນາມ.

ເດັກຊາຍອາຍຸ 6 ປີ Alisher ໄດ້ຟັງດ້ວຍຄວາມເອົາໃຈໃສ່ ແລະ ຈາກນັ້ນມາ, ໃນຫົວໃຈຂອງລາວ, ຄວາມຮັກ ແລະ ຄວາມກະຕືລືລົ້ນຕໍ່ປະເທດທີ່ຫ່າງໄກນັ້ນ ແລະ ລຸງໂຮ່ ກໍ່ມີຄວາມເບີກບານມ່ວນຊື່ນ.

ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ Uzbekistan - ຫວຽດ​ນາມ: ພູມ​ໃຈ​ກ່ຽວກັບປະ​ຫວັດ​ສາດ, ເຄົາລົບ​ຄວາມ​ສຳ​ເລັດ​ໃນວັນ​ນີ້
ທ່ານ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ Uzbekistan - ຫວຽດນາມ Alisher Rustamovich Mukhamedov.

ປີ 1976, ​ເມື່ອ​ເຂົ້າ​ເປັນ​ນັກ​ສຶກສາ​ຢູ່​ມະຫາວິທະຍາ​ໄລສັງລວມແຫ່ງຊາດ Tashkent, ທ່ານ Alisher Mukhamedov ​ໄດ້​ມີ​ໂອກາດ​ຮູ້ຈັກ​ກັບ​ບັນດາ​ນັກ​ສຶກສາ ຫວຽດນາມ ຫຼາຍ​ຄົນ. ລາວ​ໄດ້​ຊ່ວຍ​ເຂົາ​ເຈົ້າ​ຮຽນ​ພາສາ​ລັດ​ເຊຍ, ຫຼິ້ນ​ກິລາ, ​ໄປ​ປິກນິກ, ​ແລະ​ສະຫຼອງ​ປີ​ໃໝ່​ຫວຽດນາມ​ຢູ່​ຫໍ​ພັກ. ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ລາວ ແລະ ນັກ​ສຶກ​ສາ​ຫວຽດ​ນາມ ໄດ້​ຮັບ​ການ​ຮັກ​ສາ​ມາ​ຈົນ​ຮອດ​ປະ​ຈຸ​ບັນ.

ປີ 2016, ລາວ​ໄດ້​ມີ​ໂອ​ກາດ​ໄປ​ຢ້ຽມ​ຢາມ​ຫວຽດ​ນາມ ແລະ ​ພົບ​ປະ​ກັບ​ບັນ​ດາ​ເພື່ອນ​ນັກ​ສຶກ​ສາ​ພາຍຫຼັງ​ການ​ແຍກ​ຕົວ​ເປັນ​ເວ​ລາ​ຫຼາຍ​ສິບ​ປີ. ນັບ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ, ລາວໄດ້​ດຳລົງ​ຕຳ​ແໜ່​ງປະທານ​ສະມາຄົມ​ມິດຕະພາບ Uzbekistan - ຫວຽດນາມ ​ເປັນ​ປະຈຳ, ​ໄດ້​ກັບ​ຄືນ​ເມືອ ຫວຽດນາມ ​ເປັນ​ປະຈຳ ​ເພື່ອ​ປະຕິບັດ​ບັນດາ​ໂຄງການ​ຮ່ວມ​ມື, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ການທ່ອງທ່ຽວ ​ແລະ ດຳ​ເນີນ​ທຸລະ​ກິດ.

ຫວນຄືນເຖິງໄວໜຸ່ມ, ທ່ານ Alisher ໃຫ້ຮູ້ວ່າ ພາບພົດຂອງ ຫວຽດນາມ ໃນເວລານັ້ນ ແມ່ນຕິດພັນກັບລົດຖີບ, ເຮືອໄຜ່, ທົ່ງນາ ແລະ ຄົນຍາກລຳບາກ. ມື້ນີ້, ປະເທດມີການປ່ຽນແປງຢ່າງສົມບູນ. ຂະບວນການປ່ຽນແບງໃໝ່ ໃນປີ 1986 ແມ່ນບ້າດລ້ຽງ ເພື່ອນຳພື້ນຖານເສດຖະກິດຫັນເປັນແຜັນການ ໄປຍັງເສດຖະກິດຕະຫຼາດ, ພັດທະນາອຸດສາຫະກຳຢ່າງວ່ອງໄວ, ພິເສດແມ່ນຂະແໜງຕັດຫຍິບ, ເອເລັກໂຕຼນິກ ແລະ ກົນຈັກ. ປະຈຸ​ບັນ ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ພື້ນຖານ​ເສດຖະກິດ​ເຄື່ອນ​ໄຫວ​ທີ່​ສຸດ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ການທ່ອງທ່ຽວພວມພັດທະນາຢ່າງຟົດຟື້ນ, ດ້ວຍບັນດາຈຸດໝາຍປາຍທາງຄື: ດານັງ, ຍາຈາງ, ດາລາດ, ຝູ໋ກວກ ໄດ້ດຶງດູດນັກທ່ອງທ່ຽວຈາກອຸສເບກິດສະຖານນັບມື້ນັບຫຼາຍຂຶ້ນ.

ຫວຽດນາມ ​ຍັງ​ຢູ່​ແຖວ​ໜ້າ​ຂອງ​ການ​ພັດທະນາ​ເສດຖະກິດ​ດີ​ຈີ​ຕອນ ດ້ວຍ​ລະດັບ​ເຕີບ​ໂຕ​ຕໍ່​ປີ​ປະມານ 40% ​ແລະ ຄາດ​ວ່າ​ຈະ​ຂຶ້ນ​ເປັນ​ອັນ​ດັບ 2 ຂອງ​ພາກ​ພື້ນ​ໃນ​ປີ 2025. ​ໃນ​ປີ 2024, GDP ຂອງ ຫວຽດນາມ ຈະ​ເພີ່ມ​ຂຶ້ນ​ກວ່າ 7%.

ຄຽງ​ຄູ່​ກັບ​ການ​ພັດ​ທະ​ນາ, ຊາວ​ຫວຽດ​ນາມ ຍັງ​ຄົງ​ຮັກ​ສາ​ບັນ​ດາ​ຄວາມ​ຊົງ​ຈຳ​ທາງ​ປະ​ຫວັດ​ສາດ. ວັນທີ 19 ສິງຫາ, 1945 ແລະ ວັນທີ 30 ເມສາ 1975 ແມ່ນຂີດໝາຍອັນສັກສິດຕະຫຼອດໄປ, ເປັນສັນຍາລັກຂອງເອກະລາດ ແລະ ເສັ້ນທາງໄປສູ່ການປົກຄອງຕົນເອງ.

ວັນ​ສະ​ເຫຼີມ​ສະ​ຫຼອງ 80 ປີ​ແຫ່ງ​ຊາດ​ແມ່ນ​ຂີດ​ໝາຍ​ອັນ​ໃຫຍ່​ຫຼວງ, ເປັນ​ສັນ​ຍາ​ລັກ​ສະ​ແດງ​ໃຫ້​ເຫັນ​ຄວາມ​ພາກ​ພູມ​ໃຈ, ກຳ​ລັງ​ແຮງ​ຂອງ​ຊາວ​ຫວຽດ​ນາມ ທີ່​ຜ່ານ​ຜ່າ​ບັນ​ດາ​ການ​ທ້າ​ທາຍ​ນັບ​ບໍ່​ຖ້ວນ ເພື່ອ​ໄດ້​ຮັບ​ສິດ​ເສ​ລີ​ພາບ ແລະ ສ້າງ​ປະ​ເທດ​ທີ່​ທັນ​ສະ​ໄໝ, ຂະ​ຫຍັນ​ຂັນ​ເຄື່ອນ.

“ສຳລັບພວກຂ້າພະເຈົ້າຢູ່ Uzbekistan, ຫວຽດນາມ ບໍ່ພຽງແຕ່ເປັນຄູ່ຮ່ວມມືເທົ່ານັ້ນ, ຫາກຍັງເປັນປະເທດທີ່ສະໜິດສະໜົມ, ເປັນພີ່ນ້ອງຮ່ວມຊາດ. ລະຫວ່າງພວກເຮົາມີ​ປະຫວັດສາດມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານ, ​ເປັນ​ເວລາ​ຫຼາຍ​ທົດ​ສະ​ວັດ​ແຫ່ງ​ການ​ແລກປ່ຽນ, ມີ​ນັກ​ສຶກສາ​ນັບ​ພັນ​ຄົນ​ໄດ້​ຮ່ຳຮຽນ ​ແລະ ປະຈຸ​ບັນ​ໄດ້​ເຕີບ​ໂຕ​ຂຶ້ນ, ດຳລົງ​ຕຳ​ແໜ່​ງສຳຄັນ​ຢູ່ ຫວຽດນາມ. ນັ້ນ​ແມ່ນ​ຂົວ​ຕໍ່​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ເຄົາລົບ​ເຊິ່ງກັນ ​ແລະ ກັນ.

ພວກຂ້າພະເຈົ້າພູມໃຈໃນປະຫວັດສາດຂອງຫວຽດນາມ, ທະນຸຖະຫນອມຄວາມສໍາເລັດຂອງມື້ນີ້. ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ Uzbekistan ​ແລະ ຫວຽດນາມ ຈະ​ນັບ​ມື້​ນັບ​ແໜ້ນ​ແຟ້ນ, ​ເປີດ​ກ້ວາງ​ບັນດາ​ຜົນງານ​ໃໝ່​ໃນ​ດ້ານ​ວັດທະນະທຳ, ການ​ສຶກສາ, ​ເສດຖະກິດ, ການທ່ອງທ່ຽວ.

ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ໃຫ້​ປະ​ຊາ​ຊົນ​ຫວຽດ​ນາມ ມີ​ສັນ​ຕິ​ພາບ, ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ກ້າວ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ. ຂ້າພະເຈົ້າຫວັງວ່າແຕ່ລະວັນຄົບຮອບຈະບໍ່ພຽງແຕ່ເປັນແຫຼ່ງຂອງຄວາມພາກພູມໃຈໃນອະດີດ, ແຕ່ຍັງເປັນແຮງບັນດານໃຈສໍາລັບໄຊຊະນະໃຫມ່. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ຈະ​ຄົງ​ຕົວ​ຕະຫຼອດ​ໄປ, ສົດ​ໃສ​ແລະ​ຈິງ​ໃຈ​ດັ່ງ​ທີ່​ເຄີຍ​ມີ​ມາ​ຕະ​ຫລອດ​ປີ”, ທ່ານ Alisher ກ່າວ.

ຊາວ​ໜຸ່ມ​ແມ່ນ '​ທາດກະຕຸ້ນ​' ໃຫ້​ແກ່​ການ​ຮ່ວມ​ມື​ສອງ​ຝ່າຍ

ກ່ຽວ​ກັບ​ຂົງ​ເຂດ​ການ​ທູດ​ປະຊາຊົນ, ທ່ານ Alisher Mukhamedov ​ໃຫ້​ຮູ້​ວ່າ ທ່ານ ແລະ ຮ່ວມງານຍາມ​ໃດ​ມາ​ນະ​ພະຍາຍາມ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ໃຫ້​ປະຊາຊົນ​ຮູ້ສຶກ​ເຖິງ​ນ້ຳ​ໃຈ​ມິດຕະພາບ ​ແລະ ຄວາມ​ເຄົາລົບ​ເຊິ່ງກັນ​ແລະ​ກັນ​ລະຫວ່າງ 2 ປະ​ເທດ​ຢ່າງ​ຈະ​ແຈ້ງ.

ໃນຊຸມປີມໍ່ໆມານີ້, ຫຼາຍໂຄງການທີ່ມີຄວາມຫມາຍໄດ້ຖືກປະຕິບັດ. ປີ 2016, ສະມາຄົມ​ເລີ່ມ​ໂຄສະນາ​ທ່າ​ແຮງ​ດ້ານ​ການທ່ອງທ່ຽວ​ຂອງ​ຫວຽດນາມ, ​ໄດ້​ຈັດ​ຕັ້ງ​ຖ້ຽວ​ບິນ​ charter (ຖ້ຽວ​ບິນເຊົ່າທັງໝົດ) ທໍາອິດ - ບ້າດລ້ຽງໃນການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ. ປີ 2018, ງານ​ວາງສະ​ແດງ Uzbekistan ​ໄດ້​ໄຂ​ຂຶ້ນ​ຢູ່​ຮ່າ​ໂນ້ຍ; ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້, ວັນ​ທີ 30 ເມສາ, ສະມາຄົມ​ມິດຕະພາບ Uzbekistan - ຫວຽດນາມ ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ​ຮູບ​ພາບ​ເອກະສານ “ການພົວພັນມິດຕະພາບ​ທີ່​ໝັ້ນຄົງ​ລະຫວ່າງ Uzbekistan - ຫວຽດນາມ” ຢູ່ Tashkent, ​ໄດ້​ແນະນຳ​ເອກະສານ​ອັນ​ລ້ຳ​ຄ່າ​ນັບ​ແຕ່​ປີ 1954 ຫຼາຍ​ຢ່າງ, ​ໃນ​ນັ້ນ​ມີ​ຮູບ​ພາບ​ການ​ຢ້ຽມຢາມ Uzbekistan ຂອງ​ປະທານ ​ໂຮ່ຈີ​ມິນ ​ເມື່ອ​ປີ 1959. ​ເຫດການ​ນີ້​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ປະຊາຊົນ, ນັກວິທະຍາສາດ, ນັກ​ສຶກສາ ​ແລະ ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ Tashkent ຫຼາຍ​ຄົນ.

ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ Uzbekistan - ຫວຽດ​ນາມ: ພູມ​ໃຈ​ກ່ຽວກັບປະ​ຫວັດ​ສາດ, ເຄົາລົບ​ຄວາມ​ສຳ​ເລັດ​ໃນວັນ​ນີ້
ງານ​ວາງສະ​ແດງ​ຮູບ​ພາບ “ມິດຕະພາບ​ແບບ​ຍືນ​ຍົງ​ລະຫວ່າງ Uzbekistan ​ແລະ ຫວຽດນາມ” ຢູ່ Tashkent. (ພາບ: KT)

ບັນດາການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ຍັງ​ສ້າງຂີດໝາຍ​ຫຼາຍ​ຢ່າງ. ປີ 2022, ຜົນງານ “ບັນ​ທຶກ​ຈຳ​ຄຸກ” ຂອງ​ປະ​ທານ​ໂຮ່​ຈິ​ມິນ ໄດ້​ແປ​ເປັນພາສາ Uzbekistan. ປີ 2023, ເພງ “Tashkent - ຮ່າໂນ້ຍ, ຮ່າໂນ້ຍ - Tashkent” ໄດ້​ຮັບ​ລາງວັນ​ທີ 3 ຂອງ​ລາງວັນ​ຂ່າວສານ​ຕ່າງປະ​ເທດ​ແຫ່ງ​ຊາດ​ຄັ້ງ​ທີ 9 ​ແລະ ກາຍ​ເປັນ​ເພງ​ທາງ​ການ​ຂອງ​ສະມາຄົມ. ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ​ເສີມ​ຂະ​ຫຍາຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ​ໄດ້​ຝາກ​ຄວາມ​ຮູ້​ສຶກ​ເລິກ​ເຊິ່ງ​ຢູ່​ໃນ​ໃຈ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

ທ່ານ Alisher ເນັ້ນໜັກວ່າ ວັດທະນະທຳແມ່ນບຸລິມະສິດອັນໜຶ່ງອັນສະເໝີຕົ້ນສະເໝີປາຍ ແລະ ຄາດຫວັງໃຫ້ຊາວໜຸ່ມເປັນໃຈກາງຂອງບັນດາການເຄື່ອນໄຫວ, ດ້ວຍແຜນການສ້າງຕັ້ງບັນດາອົງການຈັດຕັ້ງຊາວໜຸ່ມຂອງສະມາຄົມມິດຕະພາບ, ຈັດຕັ້ງບັນດາການແຂ່ງຂັນອອນໄລ, ເປີດກວ້າງບັນດາໂຄງການແລກປ່ຽນ. ຜ່ານ​ນັ້ນ, ນັກ​ສຶກສາ​ຂອງ​ທັງ​ສອງ​ປະ​ເທດ​ສາມາດ​ຮຽນ​ຮູ້​ເຊິ່ງກັນ​ແລະ​ກັນ ​ແລະ ປະຕິບັດ​ບັນດາ​ຂໍ້​ລິ​ເລີ່​ມຮ່ວມ, ຈາກ​ໂຄງການ​ອາສາ​ສະໝັກ​ເຖິງ​ການ​ເລີ່​ມຕົ້ນ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ.

“ເປົ້າ​ໝາຍ​ຂອງ​ພວກ​ເຮົາ​ແມ່ນ​ເພື່ອ​ໃຫ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ Uzbekistan - ຫວຽດນາມ ບໍ່​ພຽງ​ແຕ່​ແມ່ນ​ຮູບ​ການ​ທາງ​ການ​ທູດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ບັນ​ດາ​ນັກ​ສຶກ​ສາ, ນັກ​ທຸ​ລະ​ກິດ, ນັກ​ສິ​ລະ​ປິນ ແລະ ນັກ​ທ່ອງ​ທ່ຽວ​ເປັນ​ຫຼັກ​ຖານ, ສ້າງ​ກຳ​ລັງ​ແຮງ ແລະ ການ​ເຊື່ອມ​ຕໍ່​ຢ່າງ​ແທ້​ຈິງ”, - ທ່ານ​ປະທານ​ສະມາຄົມ​ມິດຕະພາບ Uzbekistan - ຫວຽດນາມ ​ໃຫ້​ຮູ້​.

ຕາມ​ທ່ານ Alisher Mukhamedov ​ແລ້ວ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ມີ​ພື້ນຖານ​ອັນ​ໝັ້ນຄົງ. ມີ​ນັກ​ສຶກສາ​ຫວຽດນາມ 3.500 ກວ່າ​ຄົນ​ໄດ້​ຮ່ຳຮຽນ​ຢູ່ Uzbekistan ​ແລະ ກາຍ​ເປັນ “ທູດມິດຕະພາບ” ທີ່​ແທ້​ຈິງ.

ປະຈຸ​ບັນ, ບົດບາດ​ຂອງ​ໄວ​ໜຸ່ມ​ນັບ​ມື້​ນັບ​ມີ​ຄວາມ​ສຳຄັນ. ພວກ​ເຂົາ​ເຈົ້າ​ແມ່ນ “ທາດກະຕຸ້ນ​” ສໍາ​ລັບ​ການ​ຮ່ວມ​ມື​ສອງ​ຝ່າຍ.

ທີ​ໜຶ່ງ, ​ໄວ​ໜຸ່ມ​ແມ່ນ​ປັດ​ໄຈ​ສຳຄັນ​ໃນ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ປະຊາຊົນ​ລຸ້ນ​ໃໝ່. ໂຄງການນັກສຶກສາຮ່ວມກັນ, ເນື້ອຫາດິຈິຕອນ, ແລະ ການລິເລີ່ມທີ່ສ້າງສັນສ້າງຄວາມໄວ້ວາງໃຈຂອງປະຊາຊົນໄວກວ່າສົນທິສັນຍາ.

ອັນ​ທີ​ສອງ, ຮຸ່ນ​ໜຸ່ມ​ມີ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ​ໃນ​ການ​ເລີ່​ມຕົ້ນ ​ແລະ ​ເຕັກ​ໂນ​ໂລ​ຢີ. ໜຸ່ມຜູ້ກໍ່ຕັ້ງ, ນັກຂຽນໂປແກມ, ນັກອອກແບບ ຫຼື ນັກປະດິດສ້າງກະສິກຳສາມາດເຊື່ອມຕໍ່ໂດຍກົງກັບຕະຫຼາດຂອງສອງປະເທດ.

ທີ​ສາມ, ​ແມ່ນ​ບົດບາດ​ຂອງ​ໄວ​ໜຸ່ມ​ໃນ​ດ້ານ​ວັດທະນະທຳ ​ແລະ ການທ່ອງທ່ຽວ. ສື່​ມວນ​ຊົນ, ອາຫານ, ດົນຕີ ​ແລະ ງານ​ບຸນ​ທີ່​ຊາວ​ໜຸ່ມ​ສ້າງ​ຂຶ້ນ​ກາຍ​ເປັນ​ຂົວ​ຕໍ່​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ທ່ານ​ຄາດ​ວ່າ​ຈະ​ມີ​ບັນດາ​ກຸ່ມ ​ແລະ ບັນດາ​ໂຄງການ​ສອງ​ຝ່າຍ​ຕື່ມ​ອີກ​ຕາມ​ຮູບ​ແບບ “ຊາວ​ໜຸ່ມ​ເພື່ອ​ຊາວ​ໜຸ່ມ”; ເພີ່ມທະວີການແລກປ່ຽນທາງວິຊາການ ແລະໂຄງການຝຶກງານ; ການ​ສ້າງ​ກຸ່ມ​ຮ່ວມ​ມື​ດ້ານ​ເສດຖະກິດ​ສ້າງສັນ, ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວສານ, ກະສິກຳ ​ແລະ ສິ່ງ​ແວດ​ລ້ອມ; ພັດທະນາການທ່ອງທ່ຽວໄວໜຸ່ມຢ່າງເຂັ້ມແຂງ; ​ສ້າງ​ຍີ່​ຫໍ້​ສາ​ກົນ​ສໍາ​ລັບ​ຕົວ​ເມືອງ​. ສິ່ງສຳຄັນທີ່ສຸດແມ່ນຕ້ອງສ້າງເປັນເຄືອຂ່າຍຄວາມໄວ້ເນື້ອເຊື່ອໃຈຢ່າງແໜ້ນແຟ້ນ, ເພາະວ່າຖ້າບໍ່ມີຄວາມເຊື່ອໝັ້ນ, ທັງເສດຖະກິດ ແລະ ການເມືອງຈະມີຄວາມຫຍຸ້ງຍາກໃນການພັດທະນາໃນໄລຍະຍາວ.

ທ່ານ Alisher ຢືນຢັນວ່າ “ພວກເຮົາມີ “ຊັບສົມບັດຄຳ” - ເປັນພັນໆເລື່ອງຂອງອະດີດນັກສຶກສາ, ປະຈຸບັນເປັນຜູ້ນຳ ຫຼື ນັກທຸລະກິດທີ່ຍັງຄົງຮັກສາຄວາມຮັກແພງອັນເລິກເຊິ່ງຕໍ່ “ບ້ານເກີດເມືອງນອນແຫ່ງທີສອງ”. ໜ້າທີ່ຂອງພວກຂາ້ພະເຈົ້າແມ່ນສືບທອດ ແລະ ​ເສີມ​ຂະຫຍາຍ​ເລື່ອງ​ລາວ​ເຫຼົ່າ​ນັ້ນ ​ແລະ ສົ່ງ​ຕໍ່​ໄປ​ຍັງ​ຄົນ​ລຸ້ນໜຸ່ມ”.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນຮ່ວາງຮ້ຽບ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫວຽດ​ນາມ - ບຣາ​ຊິນ ​ອາຍຸການ 2025-2030. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນຮ່ວາງຮ້ຽບ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫວຽດ​ນາມ - ບຣາ​ຊິນ ​ອາຍຸການ 2025-2030.

ຍສໝ -​ ວັນ​ທີ 15 ກໍລະກົດ​ນີ້, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ບຣາຊິນ ​ໄດ້​ຈັດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 3 ​ອາຍຸການ​ 2025-2030. ທ່ານ ຫງວຽນ​ຮ່ວາງຮ້ຽບ, ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະມາຄົມ​ອາຍຸການ​ໃໝ່.

ເຊື່ອມ​ຕໍ່​ຊຸມ​ຊົນ, ​ເຜີຍ​ແຜ່​ນ້ຳ​ໃຈ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ຢູ່​ແຂວງ​ອຸ​ດົມ​ໄຊ ເຊື່ອມ​ຕໍ່​ຊຸມ​ຊົນ, ​ເຜີຍ​ແຜ່​ນ້ຳ​ໃຈ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ຢູ່​ແຂວງ​ອຸ​ດົມ​ໄຊ

ຍສໝ - ນ​ທີ 2 ກໍລະກົດ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຫງວຽນມິງເຕີມ ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ແຂວງ​ອຸດົມ​ໄຊ (ລາວ). ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ຕີ​ລາຄາ​ສູງ​ບົດບາດ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ​ໃນ​ການ​ກໍ່ສ້າງ​ຊີວິດ​ທີ່​ໝັ້ນຄົງ, ຮັກສາ​ເອກະລັກ​ວັດທະນະທຳ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ຫວຽດນາມ - ລາວ.

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-21146.html

In bài biết