ຫວຽດນາມ ຂອບອົກຂອບໃຈການຊ່ວຍເຫຼືອສຸດຈິດສຸດໃຈຂອງພັກ, ລັດ ແລະ ປະຊາຊົນລາວ.
ຕາມຂໍ້ມູນຈາກສະຖານທູດຫວຽດນາມ ປະຈຳ ລາວ, ບັນດາກຳມະການກົມການເມືອງຄື: ທ່ານ ຊິນລາວົງ ຄຸດໄພທູນ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ; ທ່ານ ຊະລົມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ; ພ້ອມດ້ວຍບັນດາສະຫາຍກຳມະການສູນກາງພັກ, ການນຳບັນດາກະຊວງ, ຄະນະ, ຂະແໜງການ ແລະ ອົງການຈັດຕັ້ງຂອງລາວ ໄດ້ເຂົ້າຮ່ວມສະແດງຄວາມຊົມເຊີຍ.
![]() |
ທ່ານ ຊິນລາວົງ ຄຸດໄພທູນ (ເບື້ອງຊ້າຍ), ກຳມະການກົມການເມືອງ, ປະທານສູນກາງແນວລາວສ້າງຊາດ ໄດ້ອວຍພອນທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມ. (ພາບ: ສະຖານທູດ ຫວຽດນາມ ປະຈຳ ລາວ) |
ໃນບັນຍາກາດເຂັ້ມໄປດ້ວຍຄວາມມິດຕະພາບ, ການນຳບັນດາກະຊວງ, ຂະແໜງການລາວ ໄດ້ສົ່ງຄຳອວຍພອນອັນດີງາມທີ່ສຸດເຖິງພັກ, ລັດ, ປະຊາຊົນຫວຽດນາມ ແລະ ສະຖານທູດ; ສະອດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ຈະສືບຕໍ່ໄດ້ຮັບບັນດາຜົນງານໃໝ່ຫຼາຍຢ່າງໃນຂະບວນການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ບັນດາການນຳລາວ ຢືນຢັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໄດ້ຮັບການຈັດຕັ້ງພື້ນຖານຂື້ນໂດຍປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ, ບັນດາລຸ້ນການນຳຂອງສອງພັກ ແລະ ປະເທດໄດ້ເພີ່ມພູນຄູນສ້າງ, ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ແທດຈິງ ແລະ ມີປະສິດທິຜົນ. ພັກ, ລັດ ແລະ ປະຊາຊົນລາວ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນສຸດຈິດສຸດໃຈຂອງຫວຽດນາມ ໃນໄລຍະຜ່ານມາ.
![]() |
ທ່ານ ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ສື່ສານ, ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ອວຍພອນທ່ານເອກອັກຄະລັດຖະທູດ ຫງວຽນມິງເຕີມ. (ພາບ: ສະຖານທູດ ຫວຽດນາມ ປະຈຳ ລາວ) |
ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕີມ ໄດ້ສະແດງຄວາມຂອບອົກຂອບໃຈຂອງການນຳລາວ; ເນັ້ນໜັກເຖິງຄວາມໝາຍປະຫວັດສາດຂອງການປະຕິວັດເດືອນສິງຫາ ແລະ ບັນດາຜົນງານອັນໃຫຍ່ຫຼວງຂອງຫວຽດນາມ ໃນ 80 ປີຜ່ານມາ, ພິເສດແມ່ນພາຍຫຼັງ 50 ປີແຫ່ງການໂຮມປະເທດຊາດເປັນເອກະພາບ ແລະ ເກືອບ 40 ປີແຫ່ງວັນປ່ຽນແປງໃໝ່.
ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແໜ້ນແຟ້ນຂອງການພົວພັນຫວຽດນາມ - ລາວ, ຢືນຢັນວ່າ ໃນທຸກສະພາບການອັນໃດ, 2 ປະເທດຈະພ້ອມກັນສະເໝີຕົ້ນສະເໝີປາຍ, ຜ່ານຜ່າຄວາມຫຍຸ້ງຍາກ, ສືບຕໍ່ຍາດໄດ້ໄຊຊະນະໃໝ່ຫຼາຍຢ່າງ.
ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ຫວຽດນາມ ມີພາລະກິດໃຫຍ່ຫຼວງ, ທ່າແຮງ, ຖານະຕຳແໜ່ງ ແລະ ກຽດສັກສີຄືປະຈຸບັນ, ນອກຈາກບັນດາຄວາມມານະພະຍາຍາມຂອງຕົນ, ຍາມໃດກໍ່ໄດ້ຮັບການໜູນຊ່ວຍອັນລ້ຳຄ່າຈາກເພື່ອນມິດສາກົນ, ພິເສດແມ່ນການຊ່ວຍເຫຼືອອັນໃຫຍ່ຫຼວງ, ສຸດຈິດສຸດໃຈຂອງພັກ, ລັດ ແລະ ປະຊາຊົນລາວ. ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ ສປປ ລາວ - ເພື່ອນມິດທີ່ສັດຊື່ບໍລິສຸດ ຍາມໃດກໍ່ພ້ອມກັບຫວຽດນາມ ໃນພາລະກິດປົດປ່ອຍປະເທດຊາດ ກໍ່ຄືຂະບວນການສ້າງສາ ແລະ ພັດທະນາປະເທດຊາດໃນປະຈຸບັນນີ້.
![]() | ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ໄປຢ້ຽມຢາມວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ປະຊາຊົນລາວ ຍສໝ - ຕາມຜູ້ຕາງໜ້າພິເສດຂອງສຳນັກຂ່າວສານ ຫວຽດນາມ, ໃນຂອບເຂດໄປປະຕິບັດງານເຂົ້າຮ່ວມກອງປະຊຸມຂັ້ນສຸງສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ , ຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຕອນບ່າຍວັນທີ 5 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ໄປຢ້ຽມຢາມວິທະຍາຄານການເມືອງ ... |
![]() | ສະເຫຼີມສະຫຼອງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ ຍສໝ - ເນື່ອງໃນໂອກາດວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ (2 ທັນວາ 1975 – 2 ທັນວາ 2023), ວັນທີ 1 ທັນວາ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ, ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ... |
ແທັງຮັ່ງ