18:20 | 15/08/2025

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຄອບຄົວຊາວຫວຽດນາມ ຢູ່ຕ່າງປະເທດ ທີ່ມີການປະກອບສ່ວນເຂົ້າໃນການປະຕິວັດ

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ອວຍພອນບຸນປີໃໝ່ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ
​ເພີ່ມພຸນຄຸນສ້າງນ້ຳໃຈມິດຕະພາບ​ຫວຽດນາມ - ລາວ ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ

ຕາມ​ຂໍ້​ມູນ​ຈາກ​ສະຖານທູດ​ຫວຽດນາມ ປະຈຳ ລາວ, ບັນດາ​ຄອບຄົວ​ທີ່​ໄດ້ມາ​ຢ້ຽມຢາມ​ລ້ວນ​ແຕ່​ມີ​ມູນເຊື້ອ​ຮັກ​ຊາດ, ຕິດ​ພັນ​ກັບ​ການ​ປະຕິວັດ, ​ເມື່ອ​ກ່ອນແມ່ນ​ເຄີຍ​ເປັນ​ພື້ນຖານ​ລ້ຽງດູ, ປົກປ້ອງກຳລັງ​ປະຕິວັດ​ຢູ່​ບັນດາ​ບໍລິເວນ​ຍຸດ​ທະ​ສາດ​ຄື ນະຄອນຫຼວງ​ວຽງ​ຈັນ, ບ້ານ​ຊຽງ​ວາງ (​ແຂວງ​ຄຳ​ມ່ວນ).

ຕົວ​ຢ່າງ​ທີ່​ເປັນ​ແບບ​ຢ່າງ​ລວມ​ມີ​ຄອບ​ຄົວ​ຂອງ​​ນາງ ຫງວຽນ​ທິ​ເນື່ອງ ຢູ່​ນະ​ຄອນຫຼວງວຽງ​ຈັນ; ຄອບຄົວ​ຂອງ​​ນາງ ຈ່າວ​ທິ​ຕຸ່ງ (ພັນ​ລະ​ຍາ​ຂອງ​ທ່ານ ເຈືອງ​ວັນ​ຈິ້); ຄອບຄົວ​ນາງ ເຈີ່ນ​ທິທິວ (ພັນລະຍາ​ຂອງ​ທ່ານ ຫງວຽນ​ເລືອງ​ລຽນ) ​ແລະ ຄອບຄົວ​ຂອງ​ທ່ານ ຫງວຽນ​ຢຸຍ​ຈູງ - ອະດີດ​ປະທານ​ສະມາຄົມ​ຊາວ​ຫວຽດນາມ ປະຈຳ ລາວ, ​ເຊິ່ງເຄີຍ​ເປັນ​ຫົວໜ້າ​ຄະນະ​ຊາວ​ໜຸ່ມຂອງ 4 ບ້ານ​ຢູ່​ບ້ານ​ຊຽງ​ວາງ.

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຄອບຄົວຊາວຫວຽດນາມ ຢູ່ຕ່າງປະເທດ ທີ່ມີການປະກອບສ່ວນເຂົ້າໃນການປະຕິວັດ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ລາວ ຫງວຽນມີ່ງເຕິມ ໄດ້​ລົງ​ຢ້ຽມ​ຢາມ, ມອບ​ຂອງ​ຂວັນ​ໃຫ້​ບັນ​ດາ​ຄອບ​ຄົວ​ຊາວ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ທີ່​ມີ​ການ​ປະ​ກອບ​ສ່ວນ​​ເຂົ້າ​ໃນການ​ປະ​ຕິ​ວັດ. (ຮູບ: ສະຖານທູດ ຫວຽດນາມ ປະຈຳ ລາວ)

ດ້ວຍ​ການ​ປະກອບສ່ວນ​ອັນ​ໃຫຍ່ຫຼວງ​, ທ່ານ ​ເຈືອງ​ວັນ​ຈິ້ ​ໄດ້​ຮັບ​ຫຼຽນ​ໄຊການຕໍ່ຕ້ານ​ຊັ້ນ 3; ທ່ານ ຫງວຽນ​ເລືອງ​ລຽນ ​ແລະ ທ່ານ​ນາງ ເຈີ່ນ​ທິທິວ ​ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ລັດຖະບານ​ລາວ ​ແລະ ຫວຽດນາມ ​ໃນ​ການ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປະຕິວັດ​ຂອງ​ສອງ​ປະ​ເທດ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນມີ່ງເຕິມ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ໄດ້​ພົບ​ປະ​ບັນດາ​ຄອບຄົວ​ທີ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ປະຕິວັດ; ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ການ​ປະ​ກອບ​ສ່ວນ​ອັນ​ງຽບ​ສະ​ຫງົບ​ຂອງ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ໃນ​​ພາລະກິດການ​ປົດ​ປ່ອຍ​ປະ​ເທດ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ ກໍ່ຄືຂະບວນ​ການ​ສ້າງສາ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ປັດ​ຈຸ​ບັນ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເນັ້ນ​ໜັກ​ວ່າ ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ເຄົາລົບ ​ແລະ ຈົດ​ຈຳ​ການ​ປະກອບສ່ວນ​ຂອງບັນດາ​​ລຸ້ນຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ​ໃນ​ນັ້ນ ​ມີ​ປະຊາ​ຄົມ​ຢູ່ ລາວ - ເປັນ​ເນື້ອ​ໜັງເລືອດ​ເນື້ອ​ຂອງ​ປະ​ເທດ​ຊາດ.

ແບ່ງປັນກ່ຽວກັບບັນດາຜົນງານດີເດັ່ນໃນ 80 ປີຜ່ານມາ, ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ, ຫວຽດນາມ ມີພື້ນຖານ, ຄວາມສາມາດບົ່ມຊ້ອນ, ທີ່ຕັ້ງ ແລະ ອິດທິພົນຄືປະຈຸບັນນີ້ ຍ້ອນປະເພນີປະຫວັດສາດອັນສະຫງ່າລາສີທີ່ໄດ້ເຕົ້າໂຮມກັນ, ຕົກເລິກໃນຕະຫຼອດ 95 ປີ ພາຍໃຕ້ການນຳພາຂອງພັກ, 80 ປີແຫ່ງວັນສ້າງຕັ້ງສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ 40 ປີແຫ່ງການປ່ຽນແປງໃໝ່. ທ່ານ​ເອກ​ອັກຄະ​ລັດຖະທູດ ປາດ​ຖະໜາຢາກ ລຸ້ນໜຸ່ມ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຮີດຄອງ​ປະ​ເພນີ, ຮັກສາ​ສີສັນວັດທະນະທຳ, ສາມັກຄີຕິດ​ພັນ​ກັບ​ບ້ານ​ເກີດ​ເມືອງ​ນອນ, ປະກອບສ່ວນ​ເພີ່ມພູນຄູນສ້າງ​ສາຍ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ ​ໃຫ້​ຂຽວ​ສົດ​ງົດ​ງາມ​ຕະຫຼອດ​ໄປ.

ບັນດາ​ຄອບຄົວ​ຂອບ​ໃຈການ​ເອົາ​ໃຈ​ໃສ່ຂອງ​ພັກ, ລັດ ​ເຖິງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ລາວ, ຢືນຢັນ​ຈະ​ສືບ​ຕໍ່​ປົກ​ປັກ​ຮັກສາ, ​ເສີມ​ຂະຫຍາຍ​ຄວາມ​ສາມັກຄີ ຫວຽດນາມ - ລາວ, ນຳ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ພົບປະກັບຊາວຫວຽດນາມ ຢູ່ຕ່າງປະເທດ ເພື່ອສະເຫຼີມສະຫຼອງວັນລະບານໃໝ່ປີມະເສັງ 2025 ໃນບໍລິເວນນະຄອນ ໂຮ່ຈີມິນ ພົບປະກັບຊາວຫວຽດນາມ ຢູ່ຕ່າງປະເທດ ເພື່ອສະເຫຼີມສະຫຼອງວັນລະບານໃໝ່ປີມະເສັງ 2025 ໃນບໍລິເວນນະຄອນ ໂຮ່ຈີມິນ

ຍສໝ​ - ​ແຕ່​ວັນ​ທີ 17-18 ມັງກອນ 2025, ຢູ່​ນະຄອນ ​ໂຮ່ຈີ​ມິນ, ຄະນະ​ກຳມະການກ່ຽວກັບຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ນະຄອນ ​ໂຮ່ຈີ​ມິນ ສົມທົບ​ກັບ​ບັນດາພະແນກ, ຂະແໜງການ, ຫົວໜ່ວຍ​ທີ່​ກ່ຽວຂ້ອງ​ ຈະຈັດ​ຕັ້ງ​ລາຍການ​ພົບ​ປະ​ຊາວຫວຽດນາມ ຢູ່ຕ່າງປະເທດ ເພື່ອສະເຫຼີມສະຫຼອງວັນລະບານໃໝ່ປີມະເສັງ 2025 ໃນບໍລິເວນນະຄອນ ໂຮ່ຈີມິນ.

ຄະນະຜູ້ແທນສະຖານທູດຫວຽດນາມ ປະຈຳ ສປປ ລາວ ໄດ້ມາເຄື່ອນໄຫວ ເຮັດວຽກ ຢູ່ແຂວງໄຊສົມບູນ ຄະນະຜູ້ແທນສະຖານທູດຫວຽດນາມ ປະຈຳ ສປປ ລາວ ໄດ້ມາເຄື່ອນໄຫວ ເຮັດວຽກ ຢູ່ແຂວງໄຊສົມບູນ

ຍສໝ - ເນື່ອງໃນໂອກາດ ທີ່ສະຫາຍ ນາງ ຫງວຽນ ຖິ ຖວດ ທີປຶກສາທູດ, ຮັບຜິດຊອບວຽກງານສະມາຄົມ ແລະ ຊຸມຊົນຊາວຫວຽດນາມ, ສະຖານທູດຫວຽດນາມປະຈຳລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ, ຊຶ່ງສະຫາຍໄດ້ຖືເອົາໂອກາດດັ່ງກ່າວ ເຂົ້າພົບປະ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ...

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-21110.html

In bài biết