ປະທານປະເທດ ເລື່ອງເກື່ອງ ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ອັງໂກລາ ຢ່າງຈົບງາມ
![]() |
ທ່ານປະທານປະເທດ ເລືອງເກື່ອງ ໂອ້ລົມກັບພະນັກງານສະຖານທູດ ປະຈຳ ອັງໂກລາ (ພາບ: VOV) |
ຕອນບ່າຍວັນທີ 08 ສິງຫາ, ທ່ານປະທານປະເທດ ຫວຽດນາມ ເລືອງເກືອງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ Luanda, ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ອັງໂກລາ ຢ່າງຈົບງາມຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ອັງໂກລາ Joao Manuel Goncalves Lourenco ແລະ ພັນລະຍາ.
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 8 ສິງຫາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເຮັດວຽກກັບທ່ານນາງ Mara Quiosa ຮອງປະທານພັກ ຂະບວນການປະຊາຊົນປົດປ່ອຍ ອັງໂກລາ (MPLA); ຢ້ຽມຢາມຫໍພິພິທະພັນປະຫວັດສາດກອງທັບ ອັງໂກລາ.
ກໍໃນວັນທີ 8 ສິງຫາ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຂອງທ່ານປະທານປະເທດ ເລືອງເກື່ອງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ຕ້ອນຮັບການນຳອົງການລົງທຶນຂອງ ອັງໂກລາ ແລະ ກຸ່ມບໍລິສັດ ຫວຽດນາມ ຈຳນວນໜຶ່ງ ທີ່ພວມລົງທຶນຢູ່ ອັງໂກລາ.
ກ່ຽວກັບໝາກຜົນຂອງການຢ້ຽມຢາມດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໃຫ້ຮູ້ວ່າ ການຢ້ຽມຢາມ ໄດ້ສະແດງໃຫ້ເຫັນຂອບຂະໜາດການພົວພັນຕ່າງປະເທດຂອງ ຫວຽດນາມ ໃນສັງກາດໃໝ່, ທັງປະຕິບັດເປົ້າໝາຍນຳການພົວພັນຂອງ ຫວຽດນາມ ກັບບັນດາຄູ່ຮ່ວມມືສຳຄັນໃນພາກພື້ນຄື ອີຢິບ ແລະ ອັງໂກລາ ຂຶ້ນສູ່ລະດັບສູງໃໝ່, ທັງຢັ້ງຢືນສານນະໂຍບາຍສຳຄັນຂອງ ຫວຽດນາມ ສຳລັບບັນດາປະເທດໃນພາກພື້ນ ອາຟະລິກາ.
ຕາມ vovworld.vn
https://vovworld.vn/lo-LA/ຂາວເດນ/ປະທານປະເທດ-ເລອງເກອງ-ສນສດການຢຽມຢາມທາງລດຖະກດຢ-ອງໂກລາ-ຢາງຈບງາມ-1414607.vov
![]() | ການຢ້ຽມຢາມລັດເຊຍຂອງທ່ານເລຂາທິການໃຫຍ່ໄດ້ຢືນຢັນການສືບທອດປະຫວັດສາດ, ສະພາບການພົວພັນໃນປະຈຸບັນ ແລະກ້າວໄປສູ່ອະນາຄົດໃໝ່ ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງທ່ານປະທານາທິບໍດີລັດເຊຍ Vladimir Putin, ແຕ່ວັນທີ 8 – 11 ພຶດສະພາ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະມາຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່. |
![]() | ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະໄປຢ້ຽມຢາມ ລາວ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 47 ຂອງຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ລາວ ຍສໝ - ຕາມແຈ້ງການຂອງກະຊວງການຕ່າງປະເທດຫວຽດນາມ, ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ສອນໄຊ ສີພັນດອນ, ທ່ານນາຍົກລັດຖະມົນຕີ ສສ ຫວຽດນາມ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ຈະໄປຢ້ຽມຢາມ ລາວ ແລະ ເປັນປະທານຮ່ວມກອງປະຊຸມກອງປະຊຸມຄັ້ງທີ 47 ຂອງຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ລາວ ແຕ່ວັນທີ 09-10 ມັງກອນ 2025. |
ຕາມ vovworld.vn