ກົງສູນໃຫ່ຍ ສສ ຫວຽດນາມ ປະຈໍາພາກໃຕ້ລາວ ວາງພວງມາລາ ຢູ່ອະນຸສາວະລີຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ
![]() | ຫວຽດນາມ ປາດຖະໜາຢາກປະກອບສ່ວນ, ຍົກສູງສຽງເວົ້າ ແລະ ບົດບາດຂອງບັນດາປະເທດພວມພັດທະນາ |
![]() | VSAK: ເຊື່ອມຕໍ່ຊຸມຊົນ, ຍົກສູງຮູບພາບຂອງນັກສຶກສາຫວຽດນາມ ຢູ່ ສ.ເກົາຫຼີ |
![]() |
(ພາບ: TTXVN) |
ເຂົ້າຮ່ວມພິທີ ຍັງມີຜູ້ຕາງໜ້າສະມາຄົມຊາວ ຫວຽດນາມ ປະຈຳແຂວງ ຈຳປາສັກ; ຜູ້ຕາງໜ້າສະມາຄົມວິສາຫະກິດ ຫວຽດນາມ ແລະ ຜູ້ຕາງໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນ ດານັງ ປະຈຳ ພາກໃຕ້ລາວ. ໃນພິທີ, ບັນດາຜູ້ແທນໄດ້ທົບທວນຄືນມູນເຊື້ອຕໍ່ສູ້ ອັນພິລາກດອາກຫານ ແລະ ໄມຕີຈິດມິດຕະພາບອັນສັດຊື່ບໍລິສຸດ ຄວາມທສະໜິດຕິດພັນຢ່າງສະໜິດແໜ້ນ ໃນ ຂະບວນການປະຕິວັດອັນສະຫງ່າລາສີຂອງສອງປະເທດ. ທ່ານນາງ ຕ້າເຟືອງຢຸງ ເນັ້ນໜັກວ່າ, ນີ້ບໍ່ພຽງແຕ່ແມ່ນການເຄື່ອນໄຫວດ້ານການເມືອງທີ່ສຳຄັນເທົ່ານັ້ນ, ຫາກຍັງແມ່ນການສະແດງຫຼັກສິນທຳ “ຄັນເຈົ້າມີເຮືອນແລ້ວຢ່າລືມແພໄມ້ໃຜ່”, “ຕອບບຸນແທນຄຸນ” ຢ່າງເລິກເຊິ່ງອີກດ້ວຍ. ທ່ານນາງ ຕ້າເຟືອງຢຸງ ເຊື່ອໝັ້ນວ່າ: ຄົນລຸ້ນຫຼັງຈະສືບຕໍ່ຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ທີ່ສົມກັບການເສຍສະຫຼະຂອງຄົນລຸ້ນກ່ອນ. ໃນບັນຍາກາດອັນສະຫງ່າລາສີທີ່ອະນຸສາວະລີ ທີ່ເປັນສັນຍາລັກແຫ່ງຄວາມສາມັກຄີແບບພິເສດລະຫວ່າງປະຊາຊົນສອງປະເທດ ລາວ - ຫວຽດນາມ, ບັນດາຜູ້ແທນໄດ້ກົ້ມຫົວໄວ້ອາໄລໜຶ່ງນາທີ ເຄົາລົບລະນຶກເຖິງນັກວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ - ຜູ້ເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບ ແລະ ອຸດົມການປະຕິວັດຂອງປະຊາຊົນສອງປະເທດ.
ທ່ານ ດົ່ງກົງຢຸງ, ປະທານສະມາຄົມຊາວ ຫວຽດນາມ ແຂວ ງຈໍາປາສັກ ໃຫ້ຮູ້ວ່າ: ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວປະຈຳປີທີ່ມີຄວາມໝາຍເລິກເຊິ່ງ, ເມື່ອປະຊາຊົນຊາວ ຫວຽດນາມ ຢູ່ແຂວງ ຈໍາປາສັກ ອ່ວຍໜ້າເມືອຫາປະເທດຊາດ, ລະນຶກເຖິງບັນດານັກວິລະຊົນ; ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຂອງປະຊາຊົນສອງຊາດ ຫວຽດນາມ ແລະ ລາວ. ທ່ານ ດົ່ງກົງຢຸງ ໄດ້ແບ່ງປັນວ່າ: ການເຂົ້າຮ່ວມໃນມື້ນີ້ແມ່ນມີຄວາມໝາຍ ແມ່ນຄວາມເປັນກຽດທີ່ສຸດຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ຜູ້ທີ່ຢູ່ໄກຈາກບ້ານເກີດເມືອງນອນ ຈະເຂົ້າໃຈຢ່າງເລິກເຊິ່ງ ຕໍ່ຄຸນຄ່າຂອງສັນຕິາບ ແລະ ມີຄວາມຮູ້ບບຸນຄຸນຢ່າງເລິກເຊິ່ງຕໍ່ຜູ້ທີ່ມີຄຸນວງ່າມຄວາມດີ ເພື່ອອະນາຄົດອັນສົດໃສຂອງສອງຊາດ; ພ້ອມກັນນັ້ນ, ກໍແມ່ນການຕັກເຕືອນຢ່າງເລິກເຊິ່ງໃຫ້ລຸ້ນໜຸ່ມກ່ຽວກັບຄວາມຮັບຜິດຊອບ ໃນການປົກປັກຮັກສາ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ລະຫວ່າງຫວຽດນາມ - ລາວ, ເພື່ອໃຫ້ສາຍພົວພັນແບບພິເສດນີ້ ເປັນຊັບສົມບັດອັນລ້ຳຄ່າຂອງສອງປະເທດຕະຫຼອດໄປ.
![]() | ຫວຽດນາມ “ຮັກສາ” ບັນດານັກລົງທຶນ ສ.ເກົາຫຼີ ຍສໝ - ຫວຽດນາມ ຍາມໃດກໍ່ແມ່ນຈຸດໝາຍປາຍທາງການລົງທຶນຍຸດທະສາດຂອງບັນດາວິສາຫະກິດ ສ.ເກົາຫຼີ. ຄຽງຂ້າງຂົງເຂດການຜະລິດ, ປຸງແຕ່ງ, ກະແສທຶນການລົງທຶນຈາກ ສ.ເກົາຫຼີ ກໍາລັງເປີດກວ້າງ ໄປສູ່ຫຼາຍຂົງເຂດທີ່ມີທ່າແຮງ. |
![]() | ຫວຽດນາມ ສືບຕໍ່ແມ່ນຈຸດໝາຍປາຍທາງນິຍົມທີ່ສຸດສຳລັບບັນດາຄອບຄົວ ສ.ເກົາຫຼີ ທີ່ມີເດັກນ້ອຍ. ຍສໝ - ຫວຽດນາມ ຍັງສືບຕໍ່ຮັກສາຕຳແໜ່ງອັນດັບ 1 ໃນການຈັດອັນດັບຈຸດໝາຍປາຍທາງແຫຼ່ງທ່ອງທ່ຽວໃຫ້ກັບຄອບຄົວທີ່ມີເດັກນ້ອຍອາຍຸຕ່ຳກວ່າ 10 ປີໃນ ສ.ເກົາຫຼີ, ຍ້ອນອາກາດອົບອຸ່ນ, ບັນດາການເຄື່ອນໄຫວທີ່ບັນເທິງຫຼາກຫຼາຍ ແລະ ບັນດາຣີສອດທີ່ຫຼູຫຼາ. |
ມີງດຶກ