ຜູ້ຊ່ຽວຊານອົດສະຕາລີ: ຫວຽດນາມ ຈະສືບຕໍ່ແມ່ນກຳລັງຊຸກຍູ້ການພັດທະນາຂອງພາກພື້ນ
![]() | ເສີມຂະຫຍາຍບົດບາດສຳຄັນຂອງການທູດລັດຖະສະພາໃນການຊຸກຍູ້ສັນຕິພາບ, ການຮ່ວມມື ແລະ ການພັດທະນາ |
![]() | ຫວຽດນາມ ແມ່ນແຫຼ່ງທ່ອງທ່ຽວອັນດັບໜຶ່ງຂອງຊາວອົດສະຕາລີ |
![]() |
ທ່ານ ສາດສະດາຈານ Hal Hill ຈາກໂຮງຮຽນນະໂຍບາຍສາທາລະນະ Crawford, ມະຫາວິທະຍາໄລແຫ່ງຊາດ ອົດສະຕາລີ (ANU). (ພາບ: Thanh Tu/TTXVN) |
ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກຂອງປະຊາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (28 ກໍລະກົດ 1995 – 28 ກໍລະກົດ 2025), ທ່ານ ສາດສະດາຈານ Hal Hill ຈາກໂຮງຮຽນນະໂຍບາຍສາທາລະນະ Crawford, ມະຫາວິທະຍາໄລແຫ່ງຊາດ ອົດສະຕາລີ (ANU), ຕີລາຄາວ່າ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ ແມ່ນໜຶ່ງໃນບ້າດກ້າວພັດທະນາຍຸດທະສາດ ແລະ ມີອິດທິພົນຢ່າງເລິກເຊິ່ງກ້ວາງຂວາງທີ່ສຸດໃນປະຫວັດສາດສະໄໝໃໝ່ຂອງພາກພື້ນ.
ທ່ານ ສາດສະດາຈານ Hal Hill ຊີ້ອອກວ່າ ເມື່ອສາມທົດສະວັດກ່ອນ, ອາຊີຕາເວັນອອກສ່ຽງໃຕ້ ຍັງເປັນພາກພື້ນທີ່ດ້ອຍພັດທະນາກວ່າທຸກມື້ນີ້ ແລະ ຫວຽດນາມ ຍັງເປັນປະເທດທຸກຍາກ, ພຽງແຕ່ເລີ່ມເຊື່ອມໂຍງເສດຖະກິດ-ການເມືອງ ຫຼັງຈາກສົງຄາມມາຫຼາຍທົດສະວັດ.
ເຖິງຢ່າງໃດກໍຕາມ, ຍ້ອນການເຂົ້າຮ່ວມອາຊຽນ, ຫວຽດນາມ ໄດ້ມີໂອກາດຮ່ຳຮຽນຈາກບັນດາປະເທດບ້ານໃກ້ເຮືອນຄຽງ, ເຊິ່ງໃນເວລານັ້ນມີການເປີດກວ້າງດ້ານເສດຖະກິດສູງກ່ວາ, ແລະ ຄ່ອຍໆຕິດຕາມຂະບວນການຫັນພາກພື້ນເປັນທົ່ວໂລກ.
ທ່ານ ສາດສະດາຈານ Hill ເນັ້ນໜັກວ່າ ການເຂົ້າຮ່ວມອາຊຽນ ໄດ້ເປີດປະຕູໃຫ້ຫວຽດນາມ ຮຳ່ຮຽນ, ແລກປ່ຽນ, ແຕ່ສຳຄັນກວ່ານັ້ນ ຫວຽດນາມ ຮູ້ວິທີສົມທົບກັນໃນຂະບວນການເຊື່ອມໂຍງເຂົ້າກັບພາກພື້ນກັບການປະຕິຮູບພາຍໃນປະເທດ. ທ່ານກ່າວວ່າ ຂະບວນການ ປ່ຽນໃໝ່ ໄດ້ເລີ່ມແຕ່ປີ 1986 ແມ່ນພື້ນຖານເພື່ອໃຫ້ ຫວຽດນາມ ຍາດແຍ່ງກາລະໂອກາດທີ່ອາຊຽນ ນຳມາໃຫ້ຢ່າງມີປະສິດທິຜົນ.
ຫວຽດນາມ ໄດ້ຊຸກຍູ້ການເຊື່ອມໂຍງຢ່າງຕັ້ງໜ້າ, ພ້ອມກັນນັ້ນ ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ເປີດກວ້າງການຮ່ວມມືດ້ານເສດຖະກິດ ແລະ ສ້າງຮູບການເປັນປະເທດທີ່ຂະຫຍັນຂັນເຄື່ອນ ແລະ ມີຄວາມຮັບຜິດຊອບໃນພາກພື້ນ.
ຈາກປະເທດທີ່ຖອຍຫລັງ, ປະຈຸບັນຫວຽດນາມ ໄດ້ກາຍເປັນພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນທີ່ສຸດໃນອາຊຽນໃນສັດຕະວັດທີ 21.
ເມື່ອສາມສິບປີກ່ອນ, ບໍ່ມີໃຜສາມາດຈິນຕະນາການໄດ້ວ່າ ຫວຽດນາມ ຈະລື່ນກາຍຟີລິບປິນ ໃນດ້ານລາຍຮັບຕໍ່ຫົວຄົນ. ແຕ່ມື້ນີ້ມັນໄດ້ກາຍເປັນຄວາມເປັນຈິງແລ້ວ. ທ່ານຕີລາຄາວ່າ ຫວຽດນາມ ພວມກ້າວເຂົ້າສູ່ບັນດາກຸ່ມບັນດາປະເທດມີລາຍຮັບປານກາງສູງ.
ວິເຄາະບົດບາດຂອງຫວຽດນາມ ໃນອາຊຽນໃນປະຈຸບັນ, ທ່ານ ສາດສະດາຈານ Hill ໃຫ້ຮູ້ວ່າ ມີ 3 ປັດໄຈທີ່ພົ້ນເດັ່ນ.
ທີໜຶ່ງ, ຫວຽດນາມ ມີຂະໜາດໃຫຍ່ດ້ານປະຊາກອນ ແລະ ເນື້ອທີ່, ສ້າງອິດທິພົນທາງທຳມະຊາດຢູ່ພາກພື້ນ.
ທີສອງ, ຫວຽດນາມ ແມ່ນພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນອາຊຽນ, ມີຄວາມສາມາດບົ່ມຊ້ອນກາຍເປັນຫົວໜ້າເຕີບໂຕໃນທົດສະວັດຕໍ່ໜ້າ.
ທີສາມ, ຫວຽດນາມ ພວມສະແດງໃຫ້ເຫັນການຊີ້ນຳນຳພາຂອງຕົນໃນການພົວພັນກັບບັນດາປະເທດມະຫາອຳນາດ, ພິເສດແມ່ນຈີນ ແລະ ອາເມລິກາ, ຍ້ອນປະສົບການປະຫວັດສາດ ແລະ ການດຸ່ນດ່ຽງດ້ານນະໂຍບາຍການຕ່າງປະເທດທີ່ມີຄວາມຊຳນານ.
ທ່ານເນັ້ນໜັກວ່າ ຫວຽດນາມ ແມ່ນຕົວແບບໃນການດຸ່ນດ່ຽງລະຫວ່າງ 2 ປະເທດມະຫາອຳນາດບົນພື້ນຖານຮັບປະກັນຜົນປະໂຫຍດຂອງຊາດ - ແມ່ນບາງສິ່ງທີ່ຫຼາຍປະເທດອາຊີຕາເວັນອອກສ່ຽງໃຕ້ພະຍາຍາມຮ່ຳຮຽນ.
ເບິ່ງໃນອະນາຄົດ, ທ່ານ ສາດສະດາຈານ Hill ເຊື່ອໝັ້ນວ່າ ຮອດປີ 2045, ຫວຽດນາມ ຈະແມ່ນປະເທດທີ່ມີບົດບາດ ແລະ ອິດທິພົນໃຫຍ່ກວ່າອີກຢູ່ ອາຊຽນ ແລະ ບົນເວທີສາກົນ.
ດ້ວຍຂະບວນການພັດທະນາໃນປະຈຸບັນ, ສົມທົບກັບພື້ນຖານການເມືອງທີ່ໝັ້ນຄົງ ແລະ ຄວາມສາມາດດຶງດູດການລົງທຶນຈາກຕ່າງປະເທດຢ່າງເຂັ້ມແຂງ, ຫວຽດນາມ ຈະສືບຕໍ່ແມ່ນກຳລັງໜູນໃຫ້ແກ່ການພັດທະນາພາກພື້ນ.
ທ່ານໃຫ້ຄຳເຫັນວ່າ ຫວຽດນາມ ແມ່ນປະເທດປະສົບຜົນສຳເລັດອັນແບບຢ່າງຂອງການປະຕິຮູບ ແລະ ການເຊື່ອມໂຍງ. ຖ້າຮັກສາໄດ້ອັດຕາການເຕີບໂຕຢ່າງວ່ອງໄວ ແລະ ຍືນຍົງ, ຫວຽດນາມ ຈະສາມາດບັນລຸເປົ້າໝາຍກາຍເປັນປະເທດທີ່ມີລາຍຮັບສູງໃນຊຸມປີຕໍ່ໜ້າ.
ກ່ຽວກັບອາຊຽນ, ທ່ານ ສາດສະດາຈານ Hill ກ່າວວ່າ ໃນສະພາບການໂລກທີ່ຜັນແປໄປໃນປະຈຸບັນ, ຄວາມສາມັກຄີພາຍໃນປະເທດ ແລະ ການເພີ່ມທະວີການຮ່ວມມືດ້ານສະຖາບັນແມ່ນສອງປັດໄຈສຳຄັນ. ທ່ານກ່າວເນັ້ນວ່າ ບົດບາດໃຈກາງຂອງອາຊຽນຈະຮັກສາໄວ້ໄດ້ຖ້າຫາກອົງການດັ່ງກ່າວເສີມຂະຫຍາຍກຳລັງແຮງພາຍໃນ, ເສີມຂະຫຍາຍສຽງເວົ້າແລະປະສິດທິຜົນຂອງຄະນະເລຂາອາຊຽນ.
ທ່ານສາດສະດາຈານ Hill ຍັງໃຫ້ຮູ້ວ່າ ເພື່ອຫຼີກເວັ້ນບໍ່ໃຫ້ເກີດການແບ່ງແຍກຕາມຜົນປະໂຫຍດຂອງຊາດ,ອາຊຽນ ຕ້ອງສືບຕໍ່ສ້າງປະຊາຄົມສາມັກຄີ, ເປັນເອກະພາບກັນໃນການກະທຳ.
ທ່ານກ່າວວ່າ ພຽງແຕ່ໃນທາງນັ້ນ ສະມາຄົມສາມາດຮັກສາຕໍາແຫນ່ງຂອງຕົນ ແລະ ມີບົດບາດສໍາຄັນໃນໂຄງສ້າງພາກພື້ນທີ່ມີການປ່ຽນແປງຢ່າງໄວວາ.
![]() | ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ອົດສະຕາລີ ເນື່ອງໃນໂອກາດເລີ່ມປະຕິບັດໜ້າທີ່ທາງການທູດຢູ່ ຫວຽດນາມ ຍສໝ - ຕອນບ່າຍວັນທີ 02 ກໍລະກົດ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບ ທ່ານນາງ Gillian Bird ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ເນື່ອງໃນໂອກາດເລີ່ມປະຕິບັດໜ້າທີ່ທາງການທູດຢູ່ ຫວຽດນາມ. |
![]() | ກຳລັງບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ອີຕາລີ ແມ່ນຍັງໃຫຍ່ຫຼວງຢູ່ ຍສໝ - ອີຕາລີ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 3 ຂອງ ຫວຽດນາມ ໃນສະຫະພາບເອີຣົບ (EU), ສ່ວນ ຫວຽດນາມ ແມ່ນຄູ່ຮ່ວມມືໃຫຍ່ສຸດຂອງ ອີຕາລີ ໃນ ອາຊຽນ. ວົງເງິນການຄ້າສອງສົ້ນໃນປີ 2024 ບັນລຸ 6,9 ຕື້ USD. |
ມີງດຶກ