ຜະລິດຕະພັນ OCOP ຫຼາຍພັນຊະນິດ ເຂົ້າຮ່ວມງານຕະຫຼາດນັດສົ່ງອອກ
![]() | ຫວຽດນາມ ພ້ອມແລ້ວຈະແບ່ງປັນບົດຮຽນ ແລະ ແຫຼ່ງກຳລັງພັດທະນາ OCOP ກັບບັນດາປະເທດ |
![]() | ບິ່ງທ້ວນ ນຳເອົາໝາກມັງກອນ, ຜະລິດຕະພັນກະເສດ OCOP ເຂົ້າໄປລາວ ເພື່ອໂຄສະນາ, ແນະນຳໃຫ້ນັກທ່ອງທ່ຽວສາກົນ |
ແຕ່ວັນທີ 1 ສິງຫາ ຫາວັນທີ 3 ສິງຫາ 2025, ຢູ່ເຂດປູຊະນີຍະສະຖານ ພະລາດຊະວັງທັງລອງ, ຮ່າໂນ້ຍ ຈະດຳເນີນງານຕະຫຼາດນັດບັນດາຜະລິດຕະພັນ OCOP ສົ່ງອອກ (Vietnam Ocopex 2025). ເຫດການດັ່ງກ່າວ ໂດຍກະຊວງອຸດສາຫະກຳ ແລະ ການຄ້າສົມທົບກັບກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ແລະ ສະຫະພັນສະຫະກອນ ຫວຽດນາມ ເປັນປະທານ; ກົມສົ່ງເສີມການຄ້າ ໄດ້ສົມທົບກັບຫ້ອງການປະສານງານຊົນນະບົດໃໝ່ສູນກາງຈັດຂຶ້ນ.
![]() |
ບັນຍາກາດການຖະແຫຼງຂ່າວຈັດຂຶ້ນໃນວັນທີ 23 ກໍລະກົດ |
ໃນການຖະແຫຼງຂ່າວທີ່ຈັດຂຶ້ນໃນຕອນບ່າຍວັນທີ 23 ກໍລະກົດ ຢູ່ຮ່າໂນ້ຍ, ຄະນະຈັດຕັ້ງ ໃຫ້ຮູ້ວ່າ ງານຕະຫຼາດນັດບັນດາຜະລິດຕະພັນ OCOP (ໂຄງການແຫ່ງຊາດໜຶ່ງຕາແສງໜຶ່ງຜະລິດຕະພັນ) ມີຮ້ານວາງສະແດງ 300 ຮ້ານຂອງເກືອບ 200 ຫົວໜ່ວຍ ຈະວາງສະແດງຜະລິດຕະພັນນັບພັນຢ່າງທີ່ບັນລຸມາດຕະຖານ OCOP ທີ່ມາຈາກ 34 ແຂວງ, ນະຄອນໃນທົ່ວປະເທດ. ເຫດການດັ່ງກ່າວຍັງດຶງດູດບັນດາປະເທດ ເປຣູ, ລາວ, ກຳປູເຈຍ… ມາວາງສະແດງສິນຄ້າອີກດ້ວຍ. ໄລ່ຮອດເດືອນ ກໍລະກົດ 2025, ທັງປະເທດມີຜະລິດຕະພັນ OCOP ກວ່າ 17.000 ຢ່າງທີ່ບັນລຸມາດຕະຖານ 3 ດາວ ຂຶ້ນໄປ, ໃນນັ້ນ ມີ 126 ຜະລິດຕະພັນບັນລຸມາດຕະຖານ 5 ດາວລະດັບຊາດ. ໃນຂອບເຂດຂອງງານຕະຫຼາດນັດ, ຍັງມີບັນດາເຫດການ: ການໂອ້ລົມສົນທະນາ: “ໝູນໃຊ້ການຫັນເປັນດີຈີຕອນໃນການພັດທະນາ OCOP ສົ່ງອອກ”; ເວທີປາໄສ: ທ່າອ່ຽງການບໍລິໂພກໃນທົ່ວໂລກ ແລະ ກາລະໂອກາດໃຫ້ແກ່ OCOP ສົ່ງອອກ; ເຊື່ອມຕໍ່ການແລກປ່ຽນການຄ້າລະຫວ່າງວິສາຫະກິດ ຫວຽດນາມ ກັບບັນດາບໍລິສັດນຳເຂົ້າສາກົນ; ໂຄງການ Megalivestream…
![]() | ງານວາງສະແດງ ແລະໂຄສະນາຜະລິດຕະພັນທີ່ເປັນເອກະລັກສະເພາະ, OCOP ຂອງແຂວງ ກວາງຈີ້ ແຜນງານແນໃສ່ຊຸກຍູ້ສົ່ງເສີມການຄ້າ; ໂຄສະນາເຜີຍແຜ່ຮູບພາບ ແລະ ຍີ່ຫໍ້ບັນດາຜະລິດຕະພັນທີ່ພົ້ນເດັ່ນ ແລະ ຜະລິດຕະພັນ OCOP ຢູ່ແຂວງ ກວາງຈີ້ |
![]() | ຜະລິດຕະພັນ ແລະ ເຄື່ອງໝາຍການຄ້າ ຫວຽດນາມ ສ້າງຂີດໝາຍຢູ່ ສິງກະໂປ ມີວິສາຫະກິດ ຫວຽດນາມ ປະມານ 20 ແຫ່ງໄດ້ເຂົ້າຮ່ວມງານວາງສະແດງແນະນຳຜະລິດຕະພັນ ແລະ ຊອກຫາກາລະໂອກາດເປີດກວ້າງຕະຫຼາດ. |
ມີງດຶກ