ໄຂເປີດເວທີປາໄສສາກົນບັນດານັກປັນຍາໜຸ່ມຫວຽດນາມ ຄັ້ງທີ 6
ດ້ວຍຫົວຂໍ້ “ປັນຍາຊົນຫນຸ່ມ ຫວຽດນາມ ໃນທົ່ວໂລກ ປະກອບກຳລັງເຫື່ອແຮງພ້ອມກັບປະເທດຊາດກ້າວເຂົ້າສູ່ສັງກາດໃຫມ່”, ທີ່ເວທີປາໄສ ບັນດາຜູ້ແທນໄດ້ຍົກອອກມາດຕະການ ແລະ ຂໍ້ສະເຫນີ ຢູ່ 4 ໝວດຂົງເຂດຕົ້ນຕໍຄື: ການໝູນໃຊ້ປັນຍາປະດິດ AI ແລະ ບັນດາເຕັກໂນໂລຊີໃຫມ່ ເພື່ອຍົກສູງສະມັດຕະພາບແຮງງານ; Startup ນະວັດຕະກຳຕິດພັນກັບເສດຖະກິດສີຂຽວ ແລະ ພັດທະນາແບບຍືນຍົງ; ຮັບມືກັບບັນດາສິ່ງທ້າທາຍຂອງຍຸກປ່ຽນແປງຂອງດິນຟ້າອາກາດ; ພັດທະນາພື້ນຖານວັດທະນະທຳ, ການສຶກສາໃນສັງກາດໃຫມ່. ບັນດາຜູ້ແທນກໍ່ສະເຫນີຮູບແບບເຕີບໂຕ ຕິດພັນກັບການສ້າງໂຄງປະກອບເສດຖະກິດຄືນໃຫມ່, ຊຸກຍູ້ການເຕີບໂຕສີຂຽວ, ຍືນຍົງ, ເສີມຂະຫຍາຍບົດບາດຂອງປັນຍາຊົນຫນຸ່ມໃນການກໍ່ສ້າງພື້ນຖານວັດທະນະທຳຫວຽດນາມ ທີ່ກ້າວຫນ້າເຂັ້ມຂົ້ນໄປດ້ວຍສີສັນຊາດ, ເປັນເຈົ້າການຕັ້ງຫນ້າເຊ່ືອມໂຍງເຂົ້າກັບສາກົນ.
![]() |
ເປີດຕົວ ຄະນະປະທານເຄືອຂ່າຍປັນຊາຊົນຫນຸ່ມຫວຽດນາມ ໃນທົ່ວໂລກ. (ພາບ:tienphong.vn) |
ກ່າວຄຳເຫັນທີ່ພິທີອັດ, ທ່ານເລຂາສູນກາງຊາວຫນຸ່ມ, ປະທານ ສະຫະພັນຊາວຫນຸ່ມ ຫວຽດນາມ ຫງວຽນເຕື່ອງເລີມ ເນັ້ນຫນັກວ່າ: ເວທີປາໄສປັນຊາຊົນຫນຸ່ມໃນທົ່ວໂລກຄັ້ງທີ 6 ບໍ່ພຽງແຕ່ເຕົ້າໂຮມພູມປັນຍາ ຫາກຍັງເຕົ້າໂຮມຈິດໃຈຮັກຊາດ, ຈິດໃຈຄວາມຮັບຜິດຊອບ ແລະ ຄວາມຄາດຫວັງອຸທິດສ່ວນຂອງບັນດາເພື່ອນຫນຸ່ມ ຫວຽດນາມ ຢູ່ໃນທົ່ວ 5 ທະວີບ. ທີ່ວາລະປຶກສາຫາລື, ບັນດາປັນຍາຊົນຫນຸ່ມ ໄດ້ແຜ່ຂະຫຍາຍຈິດໃຈພ້ອມແລ້ວທີ່ຈະອຸທິດສ່ວນ, ມີຄວາມຮັບຜິດຊອບຕໍ່ກັບບັນດາແຜນການໃຫຍ່ຂອງປະເທດຊາດ.
![]() | ຫວຽດນາມ ປາດຖະໜາຢາກໃຫ້ບັນດານັກລົງທຶນ ອາເມລິກາ ເຂົ້າຮ່ວມບັນດາໂຄງການພື້ນຖານໂຄງລ່າງໃຫຍ່ ຍສໝ - ຕອນເຊົ້າວັນທີ 27 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດດຳເນີນທຸລະກິດ ຫວຽດນາມ - ອາເມລິກາ ດ້ວຍຫົວຂໍ້ “ນະໂຍບາຍ ແລະ ທິດນຳສຳຜັດເພື່ອຮັບປະກັນການພົວພັນທາງການຄ້ານຳມາເຊິ່ງຜົນປະໂຫຍດລວມ”. |
![]() | ສະພາບການນຳໃຊ້ວິທະຍາສາດເຕັກໂນໂລຢີຂອງບັນດາວິສາຫະກິດ ຫວຽດນາມ ຍສໝ - ດ້ວຍລະດັບການເປີດຢ່າງໃຫຍ່ຫຼວງຂອງພື້ນຖານເສດຖະກິດ ພ້ອມກັບບັນດາສັນຍາການຄ້າເສລີສອງຝ່າຍ (FTA) ລຸ້ນໃໝ່, ບັນດາວິສາຫະກິດ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຫຼາຍໂອກາດພັດທະນາ. ຍູ້ແຮງການຫັນປ່ຽນ, ນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຢີ, ການໜູນຊ່ວຍຈາກບັນດາກົນໄກ, ນະໂຍບາຍລະອຽດ, ບັນດາວິສາຫະກິດ ຫວຽດນາມ ພວມສ້າງກຳລັງແກ້ງແຍ້ງບໍ່ພຽງແຕ່ຢູ່ຕະຫຼາດພາຍໃນປະເທດເທົ່ານັ້ນ ຫາກຍັງຢູ່ຕະຫຼາດໃນພາກພື້ນ ແລະ ໂລກອີກດ້ວຍ. |
ມີງດຶກ