09:08 | 15/07/2025

ຫວຽດນາມ ໄດ້ເຊີນ 5 ປະເທດເພື່ອນມິດເຂົ້າຮ່ວມການເດີນສວນສະໜາມເນື່ອງໃນໂອກາດວັນຊາດ 2 ກັນຍາ

ໂຮງໝໍສະໜາມຂັ້ນ 2 ເລກ 5 ກັບເມືອປະເທດ, ປະຕິບັດສໍາເລັດໜ້າທີ່ຢູ່ຊູດັງໃຕ້ຢ່າງດີເດັ່ນ
ຮ່າ​ໂນ້ຍ​ ເກັບ​ລາຍ​ຮັບ​ໄດ້​ກວ່າ 2,18 ຕື້​ດົ່ງ ໃນ​ໂອກາດ​​ບຸນ​ວັນຊາດ​​ທີ 2 ກັນຍາ​

ນັ້ນ​ແມ່ນ​ຂໍ້​ມູນ​ຂອງ​ທ່ານ​ພົນ​ໂທ ຮ່ວາງ​ຊວນ​ຈຽນ - ກຳມະການ​ສູນ​ກາງ​ພັກ, ກຳມະການປະຈຳຄະນະພັກທະຫານສູນກາງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ທີ່​ກອງ​ປະຊຸມໄດ້ດຳເນີນລົງວັນທີ​ 9 ກໍລະກົດ​ນີ້, ຢູ່​ຮ່າ​ໂນ້ຍ, ເພື່ອຜັນ​ຂະຫຍາຍ​ບັນດາການເຄື່ອນໄຫວການຕ່າງປະເທດໃນການປ້ອງ​ກັນ​ປະ​ເທດເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນ​ຊາດ 2 ກັນຍາ.

ຕາມ​ແຜນການ​ແລ້ວ, ພິທີການເດີນສວນສະໜາມ, ຂະ​ບວນແຫ່​ຈະ​ດຳ​ເນີນ​ແຕ່​ເວລາ 6:30 ​ໂມງ​ເຊົ້າ​ວັນ​ທີ 2 ກັນຍາ, ຢູ່​ສະໜາມ​ຫຼວງ ​ບາ​ດິ່ງ ​ແລະ ບາງ​ຖະໜົນ​ໃຈກາງ​ນະຄອນຫຼວງ ​ຮ່າ​ໂນ້ຍ. ງານ​ສະ​ເຫຼີມ​ສະ​ຫຼອງ​ຈະ​ມີ​ຜູ້​ແທນ ແລະ ປະ​ຊາ​ຊົນ​ປະ​ມານ 30.000 ຄົນ​ເຂົ້າ​ຮ່ວມ. ລາຍການ​ຕົ້ນຕໍ​ຈະ​ເປັນ​ການ​ຈູດ​ໂຄມ​ໄຟ, ພິທີ​ຍົກ​ທຸງ, ກ່າວ​ຄຳ​ປາ​ໄສ, ຂະ​ບວນແຫ່, ​ເດີນ​ຂະ​ບວນ ​ແລະ ການສະ​ແດງ​ສິລະ​ປະ.

ຫວຽດນາມ ໄດ້ເຊີນ 5 ປະເທດເພື່ອນມິດເຂົ້າຮ່ວມການເດີນສວນສະໜາມເນື່ອງໃນໂອກາດວັນຊາດ 2 ກັນຍາ

ຄະນະການເດີນສວນສະໜາມກອງ​ທັບ​ຈີນ ​ໄດ້​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ຄົບ​ຮອບ 50 ປີ (ເມ​ສາ 2025). (ພາບ: VTC News)

ຄຳເຊີນຂອງກະຊວງປ້ອງກັນປະເທດຫວຽດນາມ ສົ່ງກຳລັງທະຫານຈາກ 5 ປະເທດເຂົ້າຮ່ວມການເດີນສວນສະໜາມທີ່ພິທີສະເຫຼີມສະຫຼອງແມ່ນການເຄື່ອນໄຫວສະແດງເຖິງນ້ຳໃຈມິດຕະພາບ, ຄວາມສາມັກຄີ ແລະ ຄວາມຕິດພັນກັນລະຫວ່າງປະຊາຊົນຫວຽດນາມ ແລະ ກອງທັບຫວຽດນາມກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ. ພ້ອມ​ກັນ​ນັ້ນ, ກໍ່​ຢືນຢັນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ​ແມ່ນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫັນ​ເປັນ​ຫຼາຍ​ຝ່າຍ, ຫັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ​ເປັນ​ເພື່ອນ​ມິດ ​ແລະ ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັບ​ບັນດາ​ປະ​ເທດຂອງຫວຽດນາມ.

ມາ​ຮອດ​ປະຈຸ​ບັນ, ຝ່າຍກູ​ບາ ​ໄດ້​ຕອບ​ສະໜອງ​ຄຳ​ເຊີນ, ​ໂດຍ​ຖື​ວ່າ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ບັນດາກຳລັງປະກອບອາວຸດ​ປະຕິວັດ ກູ​ບາ ຈະ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນ​ຊາດ​ໃນ​ວັນ​ທີ 2 ກັນຍາ ຢູ່ ຮ່າ​ໂນ້ຍ. ລາວ ແລະ ກຳປູເຈຍ ກໍ່ໃຫ້ຮູ້ວ່າຈະສະໜັບສະໜູນນະໂຍບາຍສົ່ງກຳລັງເຂົ້າຮ່ວມການເດີນສວນສະໜາມຢູ່​ພິທີ​ສະ​ເຫຼີ​ມສະຫຼອງ ຕາມຄຳເຊີນຂອງຝ່າຍຫວຽດນາມ.

ກ່ອນ​ໜ້າ​ນັ້ນ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້ ​ແລະ ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (​ເດືອນ ເມສາ 2025), ຕາມ​ຄຳ​ເຊີນ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ, ບັນດາ​ກະຊວງ​ປ້ອງ​ກັນ​ປະ​ເທດຂອງ ​ຈີນ, ລາວ, ກຳປູ​ເຈຍ ​ໄດ້​ສົ່ງ​ທະຫານ​ເຂົ້າ​ຮ່ວມການເດີນສວນສະໜາມ, ​ຂະ​ບວນແຫ່. ການເຄື່ອນໄຫວ​ດັ່ງກ່າວ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະຫງ່າ​ຜ່າ​ເຜີຍ ​ແລະ ປະສົບ​ຜົນສຳ​ເລັດ, ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີ​ງາມ​ໃນໃຈ​ປະຊາຊົນ​ຫວຽດນາມ ​ແລະ ​ເພື່ອນ​ມິດສາ​ກົນ.

ສະຖານທູດ ຫວຽດນາມ ປະຈຳ ອີ​ຢິບ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ຊາດ 2 ກັນຍາ ສະຖານທູດ ຫວຽດນາມ ປະຈຳ ອີ​ຢິບ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ຊາດ 2 ກັນຍາ

ຍສໝ - ວັນທີ 19 ສິງຫາ, ຢູ່ນະຄອນຫຼວງ Cairo, ສະຖານທູດ ຫວຽດນາມ ປະຈຳ ອີຢິບ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2024).

ສະຖານທູດລາວ ປະຈໍາ ແບນຊິກ, ກຳປູເຈຍ ອວຍພອນວັນຊາດຫວຽດນາມ ວັນທີ 2 ກັນຍາ ສະຖານທູດລາວ ປະຈໍາ ແບນຊິກ, ກຳປູເຈຍ ອວຍພອນວັນຊາດຫວຽດນາມ ວັນທີ 2 ກັນຍາ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2024), ທ່ານ ເອກອັກຄະລັດຖະທູດ ລາວ ປະຈຳ ແບນຊິກ ແລະ ທ່ານ ເອກອັກຄະລັດຖະທູດ ລາວ ...

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-21009.html

In bài biết