00:20 | 07/07/2025

ເຫັນດີຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເນປານ ຢູ່ ຮ່າໂນ້ຍ

ການເຄື່ອນໄຫວຫຼາຍຢ່າງ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ
ຫວຽດນາມ ຈະຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ

ທີ່​ການ​ເຮັດວຽກ, ທ່ານ Dhan Bahadur Oli, ເອກ​ອັກຄະ​ລັດຖະທູດ ​ເນ​ປານ ປະຈຳ ​ໄທ ​ທັງ​ຄວບຕຳແໜ່ງຖິ່ນຖານ ​ຫວຽດ​ນາມ ໃຫ້ຮູ້ວ່າ ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ຝ່າຍ ຫວຽດນາມ ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ແຜນການ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​​ສະ​ເຫຼີ​ມສະຫຼອງ​ຢູ່​ ຮ່າ​ໂນ້ຍ.

ເຫັນດີຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເນປານ ຢູ່ ຮ່າໂນ້ຍ

ທ່ານ ປອ ເຈີ່ນ​ແອງຕວນ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ເນ​ປານ (ເບື້ອງຂວາ) ​ແລະ ທ່ານ Dhan Bahadur Oli, ​ເອກ​ອັກຄະ​ລັດຖະທູດ ​ເນ​ປານ ປະຈຳ ​ໄທ ​ທັງ​ຄວບຕຳແໜ່ງຖິນຖານ ຫວຽດນາມ. (ຮູບ: ສະມາຄົມມິດຕະພາບຫວຽດນາມ - ເນປານ)

3 ກິດຈະກຳຕົ້ນຕໍໄດ້ສອງ​ຝ່າຍ​ເຫັນ​ດີເປັນເອກະພາບ ລວມ​ມີ:

ກ່ອນ​ອື່ນ​ໝົດ, ກອງ​ປະຊຸມ​ສຳ​ມະ​ນາ “ສືບ​ຕໍ່​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​​ ຫວຽດນາມ ​- ​ເນ​ປານ”, ​ຈະ​ດຳ​ເນີນ​ໃນ​ເດືອນ ຕຸລາ ຫຼື ພະຈິກ 2025, ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​​ປະມານ 50 ຜູ້​ແທນເປັນນັກຮຽນຮູ້, ນັກທຸລະກິດ, ນັກ​ການ​ທູດ​ຂອງ 2 ປະ​ເທດ. ເນື້ອໃນຂອງກອງ​ປະຊຸມ​ສຳ​ມະ​ນາ​ຈະ​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ລົງທຶນ, ການທ່ອງທ່ຽວ, ການ​ສຶກສາ ​ແລະ ການ​ຄ້າ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Dhan Bahadur Oli ຈະ​ນຳ​ໜ້າ​ຄະ​ນະ ​ເນ​ປານ ​ເຂົ້າ​ຮ່ວມ​ເຫດການ​ຄັ້ງ​ນີ້.

ທີ ສອງ, ຈັດຕັ້ງງານຕະຫຼາດນັດການຄ້າ - ການທ່ອງທ່ຽວ ຫວຽດນາມ - ເນປານ, ຄາດວ່າຈະດຳເນີນໃນເດືອນຕຸລາ ຫຼື ພະຈິກ 2025, ເພື່ອແນະນຳບັນດາຜະລິດຕະພັນທີ່ພົ້ນເດັ່ນ​ ແລະ ວັດທະນະທຳ ທີ່ເປັນເອກະລັກພິເສດຂອງ 2 ປະເທດຄື ກາແຟ ຫວຽດນາມ, ຊາ ເນປານ, ຕ່ຳຜ້າ, ຜະລິດຕະພັນກະເສດປອດສານພິດ... ສະຖານທູດເນປານ ປະຈຳ ໄທ ໃຫ້ຄຳໝັ້ນສັນຍາ ຈະລະດົມວິສາຫະກິດ ເນປານ ເຂົ້າຮ່ວເຫດການຢູ່ຮ່າໂນ້ຍ.

ທີ​ສາມ, ຈັດ​ຕັ້ງ​ລາຍການ​ສະ​ແດງ​ວັດທະນະ​ທຳ​ - ສິລະປະ ເນ​ປານ, ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ເດືອນ ຕຸລາ ຫຼື ພະຈິກ 2025 ຢູ່ ຮ່າ​ໂນ້ຍ, ​ລວມ​ມີ​ບັນດາ​ລາຍການ​ສະ​ແດງ​ຟ້ອນ​ພື້ນ​ເມືອງ, ສະແດງຊຸດຜ້າອາພອນ​ Sari ​ແລະ Daura Suruwal, ບັນດາ​ລາຍການ​ສະ​ແດງ​ພື້ນ​ເມືອງວັດທະນະທຳ ທີ່ເປັນເອກະລັກພິເສດ​ຂອງເນ​ປານ ໂດຍ​ຄະນະ​ສິລະ​ປະ​ເນ​ປານ ສະແດງ.

ກ່າວຄຳປາໄສ​ທີ່​ການ​ເຮັດວຽກ, ທ່ານ ປອ ​ເຈີ່ນ​ແອງຕວນ ​ເນັ້ນ​ໜັກວ່າ​ ບັນດາ​ການເຄື່ອນໄຫວເພື່ອ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ​ເນ​ປານ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາຊົນ​ຫວຽດນາມ ​ໄດ້​ສຳ​ຜັດ​ກັບ​ບັນດາ​ຄຸນຄ່າ​ວັດທະນະທຳ​ຂອງ​ເນ​ປານ - ​ດິນແດນຂອງຈອມ Everest ​ແລະ ​ໃຈກາງ​ຂອງ​ພຸດທະ​ສາສະໜາ; ພ້ອມ​ກັນ​ນັ້ນ, ກໍ່ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການທ່ອງທ່ຽວ ກໍ່ຄືນ້ຳໃຈມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ.

​ໃນ​ຂອບເຂດການ​ປະຕິບັດງານ, ຄະນະ​​ຍັງ​ໄດ້​ພົບ​ປະ​ ແລະ ແລກປ່ຽນ​ກັບ​ທ່ານ ຟ້າ​ມຫວຽດ​ຮຸງ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ ໄທ. ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມຫວຽດ​ຮຸງ ຢືນຢັນ​ວ່າ ສະຖານທູດ ຫວຽດນາມ ປະຈຳ ​ໄທ ຈະ​ຮ່ວມເດີນທາງ​ກັບ​ບັນດາ​ການເຄື່ອນໄຫວ​ສະ​ເຫຼີ​ມສະຫຼອງ, ​ໜູນ​ຊ່ວຍ​ໃຫ້​ຄະນະ​ສິລະ​ປະ ​ເນ​ປານ ມາ​ຢ້ຽມຢາມ ຫວຽດນາມ, ພ້ອມກັນນັ້ນ ສົມທົບ​ກັບ​ສະມາຄົມ​ວິ​ສາ​ຫະກິດ ຫວຽດນາມ ອາ​ໄສ​ຢູ່​ ໄທ ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ກ່ຽວຂ້ອງ.

ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​, ສະມາຄົມ​ສືບ​ຕໍ່​ຢືນຢັນ​ບົດບາດ​ຂອງ​ການ​ທູດ​ປະຊາຊົນ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ, ພ້ອມກັນນັ້ນ ກໍ່​​ຮັບ​ໃຊ້​ວິວັດ​ກະທັດລັດກົງຈັກ, ພັດທະນາ​ເສດຖະກິດ - ສັງຄົມ, ນຳ​ຫວຽດນາມ ​ເຂົ້າ​ສູ່ສັງກາດ​​ພັດທະນາ ​ແລະ ວັດທະນາ​ຖາວອນ.

ໂຄສະນາວັດທະນະທຳ ຫວຽດນາມ ໃນພິທີສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ຫວຽດນາມ - ເຢຍລະມັນ ທີ່ Brechtfestival 2025 ໂຄສະນາວັດທະນະທຳ ຫວຽດນາມ ໃນພິທີສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ຫວຽດນາມ - ເຢຍລະມັນ ທີ່ Brechtfestival 2025

ຍສໝ - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​​ພົວພັນ​ທາງ​ການ​ທູດລະຫວ່າງ ຫວຽດນາມ - ​ເຢຍລະ​ມັນ, ​ນັບແຕ່​ວັນ​ທີ 28 ກຸມພາ – 2 ມີນາ, ຢູ່​ນະຄອນ Augsburg (​ເຢຍລະ​ມັນ), ສະມາຄົມ ຫວຽດນາມ - ​ເຢຍລະ​ມັນ Swabia ​ແລະ ສະມາຄົມ ຫວຽດນາມ ...

ຜູ້ແທນສາກົນກວ່າ 400 ທ່ານຈະເຂົ້າຮ່ວມການທ່ຽວຊົມລະດູບານໃໝ່ມິດຕະພາບປີ 2025 ຢູ່ ຮ່າໂນ້ຍ ຜູ້ແທນສາກົນກວ່າ 400 ທ່ານຈະເຂົ້າຮ່ວມການທ່ຽວຊົມລະດູບານໃໝ່ມິດຕະພາບປີ 2025 ຢູ່ ຮ່າໂນ້ຍ

ຍສໝ - ວັນ​ທີ 1 ມີນາ​, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ນະຄອນ ​ຮ່າ​ໂນ້ຍ ຈະ​ສົມທົບ​ກັບພະແນກການ​ທ່ອງ​ທ່ຽວ ​ຮ່າ​ໂນ້ຍ ​ແລະ ຄະນະ​ກຳມະການ​ປະຊາຊົນ​ ເມືອງ​ ເມ​ລິງ​ ຈັດ​​ລາຍການ​ທ່ຽວຊົມລະດູບານໃໝ່​​ມິດຕະພາບ 2025.

Link: https://huunghivietlao.thoidai.com.vn/detail-article-20994.html

In bài biết